ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກວ່າ 2 ທົດ​ສະ​ຫວັດ​ ມາແລ້ວ ທີ່ຄົນຫວຽດ​ນາມ ພາ​ກັນ​ມາເຮັດ​ວຽກ ຢູ່ລາວ ເປັນ​ຈຳ​ນວນ ຫລວງ​ຫລາຍ​


ການ​ກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ​​ຫຼັງ​ໃໝ​່ ໃນນະ​ຄອນ​ຫຼວງວຽງ​ຈັນ ທີ່​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ຫວຽດ​ນາມ ຊຶ່ງ​ໃຊ້​ແຮງ​ງານ​ ແລະ​ນາຍ​ຊ່າງຈາກ​ຫວຽດ​ນາມ
ການ​ກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ​​ຫຼັງ​ໃໝ​່ ໃນນະ​ຄອນ​ຫຼວງວຽງ​ຈັນ ທີ່​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ຫວຽດ​ນາມ ຊຶ່ງ​ໃຊ້​ແຮງ​ງານ​ ແລະ​ນາຍ​ຊ່າງຈາກ​ຫວຽດ​ນາມ

ເຖິງແມ່ນວ່າ ຫວຽດນາມຈະເປັນປະເທດນຶ່ງທີ່ມີເສດຖະກິດຂະຫຍາຍຕົວ ໄວທີ່ສຸດ ຢູ່
ໃນໂລກ ແລະມີຂະແໜງອຸດສາຫະກໍາ ທີ່ຂະຫຍາຍຕົວ ຢ່າງວ່ອງໄວ ຫຼາຍກວ່າລາວ
ໃນລະດັບພໍສົມຄວນກໍຕາມ, ແຕ່ວ່າປະຊາຊົນຈາກຄອບຄົວຂາດ ເຂີນ ໃນປະເທດ
ທີ່ມີພົນລະເມືອງ ຫລາຍກວ່າ 96 ລ້ານຄົນແຫ່ງນັ້ນ ກໍຍັງພາກັນ ດົ້ນດັ້ນມາຫາອອກ
ແຮງງານ ຢູ່ໃນລາວເປັນຈໍານວນຫລວງຫຼາຍ ເປັນເວລານານ ມາແລ້ວ. ພວກກໍາມະ
ກອນດັ່ງກ່າວ ເຮັດວຽກໃນລາວຢູ່ໃນຫລາຍໂຄງການ ທີ່ມີ ທຸກຂະໜາດແລະລະດັບ. ສ່ວນໃຫຍ່ແມ່ນມາອອກແຮງງານໂດຍບໍ່ຖືກກົດໝາຍ ຍ້ອນໄດ້ຮັບການຊ່ວຍເຫລືອ
ເອື້ອອໍານວຍຄວາມສະດວກຈາກຄົນລາວແລະເຈົ້າ ໜ້າທີ່ລາວບາງຄົນ. ລາຍລະອຽດ ຈະເປັນແນວໃດນັ້ນ ຂໍເຊີນ ທ່ານຮັບຟັງລາຍງານຈາກ ກິ່ງ​ສະ​ຫວັນ ນັກຂ່າວຂອງ
ພວກເຮົາໄດ້ເລີຍ.

ຄືດັ່ງໃນປະເທດກໍາລັງພັດທະນາຫລາຍປະເທດ ທີ່ປະຊາຊົນສ່ວນໃຫຍ່ມີ ລາຍໄດ້
ຕໍ່າ, ຊາວຫວຽດນາມຈໍານວນບໍ່ໜ້ອຍ ພວກເຂົາໄດ້ຊອກທຸກວິທີທາງ ແລະດີ້ນຮົນ
ເພື່ອໄປອອກແຮງງານຢູ່ຫລາຍໆປະເທດໃນໂລກ, ລວມທັງລາວ ຊຶ່ງເປັນປະເທດ
ເພື່ອນບ້ານ ຂອງຫວຽດນາມນັ້ນອີກດ້ວຍ . ອີງຕາມລາຍງານຈາກອົງການຂ່າວ AFP
ຂອງຝຣັ່ງ ແລະ ວີໂອເອ ໃນວັນທີ 28 ເດືອນແລ້ວນີ້ ກ່ຽວກັບສົບຂອງ 39 ຄົນ ທີ່ພົບ
ເຫັນ ຢູ່ໃນລົດບັນທຸກຕູ້ຄອນເທັນເນີໃຫຍ່ແຊ່ແຂງຢູ່ໃນເຂດອຸດຫາະກໍາໃນພາກຕາ
ເວັນອອກສຽງໃຕ້ຂອງອັງກິດໃນວັນທີ23 ເດືອນຜ່ານມານີ້ ໂດຍທີ່ມີຫລາຍກວ່າ 10
ຄອບຄົວ ຢູ່ຫວຽດນາມ ສົງໄສວ່າລູກສາວ, ລູກຊາຍ ຫລືສາມີຂອງເຂົາເຈົ້າແມ່ນ
ນອນຢູ່ໃນ ຈໍານວນຄົນທີ່ເສຍຊີວິດໄປນັ້ນ. ສະພາບການດັ່ງກ່າວ ສະແດງໃຫ້ເຫັນ
ວ່າ ຄົນຫວຽດນາມຈໍານວນຫຼາຍແສນຄົນເຫັນວ່າໂອກາດຫາ ລາຍໄດ້ຢູ່ຕ່າງປະເທດ ແມ່ນມີຫຼາຍກວ່າຢູ່ໃນບ້ານຂອງຕົນ.

ເຊັ່ນດຽວກັບການ ໄປເຮັດວຽກງານຢູ່ປະເທດອື່ນໆໃນໂລກ ຄົນຫວຽດນາມ ທີ່ມາ
ອອກແຮງງານໃນລາວ ແມ່ນລວມທັງພວກທີ່ອອກແຮງງານຢ່າງຖືກກົດ ໝາຍ ແລະບໍ່ຖືກກົດໝາຍ ຊຶ່ງມີຈໍານວນຫລວງຫລາຍ ໂດຍສະເພາະ ຢູ່ໃນຕົວ ເມືອງ
ໃຫຍ່ໆ ໃນພາກກາງ ແລະພາກໃຕ້ຂອງລາວ ເຊັ່ນນະຄອນຫລວງວຽງຈັນ, ທ່າ
ແຂກ, ສະຫວັນນະເຂດແລະປາກເຊ. ການມາອອກແຮງງານຂອງພວກກໍາ ມະ
ກອນຈາກປະເທດເພື່ອນບ້ານທີ່ມີສາຍສໍາພັນແບບພິເສດ ຮອບດ້ານທີ່ວ່ານີ້ ແມ່ນ
ມີມາຢ່າງໜ້ອຍໄດ້ສອງທົດສະວັດແລ້ວ ເຖິງແມ່ນວ່າໃນ​ປັດ​ຈຸ​ບັນ​ນີ້ປະເທດ ດັ່ງ
ກ່າວຈະເປັນປະ ເທດນຶ່ງທີ່ມີເສດຖະກິດຂະຫຍາຍ ຕົວໄວ ທີ່ສຸດ ຢູ່ໃນໂລກ ແລະສູງກວ່າລາວກໍຕາມ.

ອີງຕາມເຈົ້າໜ້າທີ່ຂັ້ນສູງສະພາແຫ່ງຊາດລາວທ່ານນຶ່ງ, ຈໍານວນກໍາມະກອນຊາວ ຫວຽດນາມໃນລາວສ່ວນໃຫຍ່ແມ່ນຢູ່ໃນຂະແໜງການກໍ່ສ້າງ ທັງຢູ່ໃນໂຄງການ
ໃຫຍ່ ແລະນ້ອຍ, ໃນຫຼາຍໆໂຄງການຂອງລັດຖະບານຕະຫລອດທັງການຮັບເໝົາ
ກໍ່ສ້າງເຮືອນຊານ ແລະ ຫ້າງຮ້ານຂອງບຸກຄົນໃນທຸກຂະໜາດ, ທັງຜ່ານບໍລິ ສັດເອ
ກະຊົນລາວ ແລະທັງຮັບເໝົາໂດຍກົງເອົາເອງ ແລະສ່ວນໃຫຍ່ກໍແມ່ນບໍ່ໄດ້ລົງທະ
ບຽນ ແລະບໍ່ໄດ້ມີບັດອອກແຮງງານຢ່າງຖືກຕ້ອງຕາມລະບຽບທີ່ວາງ ອອກ ໂດຍກະ
​ຊວງ​ແຮງ​ງານ ແລະ​ສະຫ​ວັດ​ດີ​ການ​ສັງ​ຄົ​ມ ແລະ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ທີ່ເຮັດໜ້າທີ່ຕາມຄໍາສັ່ງຂອງນາ​ຍົກ​ລັດ​ຖະ​ມົນ​ຕີເລກ​ທີ 62/ນຍ ວ່າ​ດ້ວຍ​ການ​ອຳ​ນວຍ
​ຄວາມ​ສະ​ດວກ ​ໃຫ້​ແກ່​ການ​ຂຶ້ນ​ທະ​ບຽນ ແລະ​ອອກ​ບັດ​ອະ​ນຸ​ຍາດການ​ເຄື່ອນ​ໄຫວ​
ຊົ່ວ​ຄາວ ໃຫ້​ຄົນ​ຕ່າງ​ປະ​ເທດ​ໃນ​ລາວ.

ຕາມການລາຍງານຂອງວີໂອເອໃນເດືອນກັນຍາຜ່ານມາ​ ທ່ານ​ບຸນ​ຄົງ ຫລ້າ​ສຸ​ກັນ
ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ ໄດ້​ຢືນ​ຢັນ​ວ່າ
“ຄົນຕ່າງ​ປະ​ເທດ ​ທີ່​ເຄື່​ອນໄຫວ​ບໍ່​ຖືກ​ຕ້ອງ ​ຢູ່ ສ​ປ​ປ ລາວ ນັ້ນ​ ໂດຍ​ລວມ​ແລ້ວ​
ມັນ​ບໍ່​
ແມ່ນ​ຍ້ອນ​ຄົນ​ຕ່າງ​ປະ​ເທດ​ທີ່​ມາ​ເຄື່ອນ​ໄຫວ​ໄດ້​ຕາມ​ລຳ​ພັງ​ໃຈ​ຂອງ​ເຂົາ​
ເຈົ້າ ແ
ມ່ນ​ຍ້ອນ​ຄົນ​ລາວ​ເອງ ທີ່​ໄດ້​ອຳ​ນວຍ​ຄວ​າມ​ສະ​ດວກ ແລະ​ສ້າງ​ເງື່ອນ​ໄຂ
​ໃຫ້​ຄົນ
ຕ່າງ​ປະ​ເທດ​ເຄື່ອນ​ໄຫວ​ປະ​ກອບ​ອາ​ຊີບ ເພື່ອ​ຜົນ​ປະ​ໂຫຍດ​ອັນ​ເລັກໆ​
ນ້ອຍໆ
ບໍ່​ຄຳ​ນຶງ​ເຖິງ​ຜົນ​ປະ​ໂຫຍດ​ລວມ ​ອັນ​ຍາວນ​ານ​ຂອງ​ຊາດ ເຊັ່ນ​ວ່າ ​ບັນ​
ຫາ​ເລື້ອງ​
ການ​ໃຫ້​ທີ່​ພັກ​ເຊົາ, ການ​ເຊົ່າ​ທີ່​ດິນ, ເຊົ່າ​ທະ​ບຽນ​ວິ​ສະ​ຫະ​ກິດທີ່​ອອກ​
ຊື່​ຄົນ​ລາວ​.”

ເຊັ່ນດຽວກັນຕາມການສໍາພາດຂອງອີໂອເອ ກັບຜູ້ຮັບເໝົາຊາວຫວຽດນາມຄົນນຶ່ງ ທີ່ໄດ້ເຂົ້າມາເຮັດວຽກຮັບເໝົາກໍ່ສ້າງໃນລາວໄດ້ຊາວປີແລ້ວ. ທໍາອິດ ຜູ້ກ່ຽວແມ່ນ ເຮັດວຽກໃຫ້ແກ່ບໍລິສັດກໍ່ສ້າງທີ່ໃຫຍ່ ແລະມີຊື່ສຽງໃນປະເທດກ່ອນ ຈົນກວ່າວ່າມີ ຄວາມຄຸ້ນເຄີຍກັບສະພາບການກໍ່ສ້າງໃນລາວດີແລ້ວ ຈຶ່ງອອກໄປຕັ້ງບໍລິສັດຮັບ ເໝົາປຸກເຮືອນຊານໃຫ້ແກ່ບຸກຄົນດ້ວຍຕົນເອງ ຊຶ່ງຜູ້ກ່ຽວບອກວ່າ:
“ສ່ວນຫຼາຍເຮັດນໍາບໍລິສັດພໍ່ຄໍາໄພ ເຮົາເຮັດນໍາບໍລິສັດພໍ່ຄໍາໄພ ສິບປາຍປີ,
ເຮັດ ນໍາຫົວໜ້າດາວເໜືອ 5 ປີປາຍ, ກະບໍ່ໄດ້ອອກນອກ, ດຽວນີ້ ດຽວນີ້ ບໍລິ
ສັດວຽກ ມັນໜ້ອຍ ຫາກໍ່ອອກນີ້ລະ ຮາຮາຮາ ເອີ ກະເຮັດວຽກມັນກະທໍາມະ
ດານີ້ລະ ເຮັດ ຢູ່ ນີ້ບໍ່ໄດ້ເງິນຫຼາຍ ຕັ້ງໃຈເຮັດກໍ່ພໍກິນ ມັນບໍ່ເຫຼືອຫຼາຍຮັບວຽກ
ມັນບໍ່ໄດ້ລາຄາ.”

ການກໍ່​ສ້າງ​ເຮືອນ​ຂອງ​ບຸກ​ຄົນ​ໂດຍ​ກຳ​ມະ​ກອນ ແລະ​ນາຍ​ຊ່າງ​ຫວຽດ​ນາມ
ການກໍ່​ສ້າງ​ເຮືອນ​ຂອງ​ບຸກ​ຄົນ​ໂດຍ​ກຳ​ມະ​ກອນ ແລະ​ນາຍ​ຊ່າງ​ຫວຽດ​ນາມ

ການທີ່ໄດ້ເຂົ້າມາເຮັດວຽກຢູ່ໃນລາວນີ້ ກໍເຮັດໃຫ້ຊາວຫວຽດນາມຫລາຍຄົນຕັ້ງ ຫລັກປັກຖານຢູ່ທີ່ນີ້ເລີຍໂດຍເອົາອ້າຍນ້ອງແລະລູກຫລານມາເຮັດວຽກນໍາ.
“ມາຢູ່ນີ້ດົນແລ້ວເດ ເງິນຢູ່ນີ້ນະ ກະບໍ່ຢາກໄປໃສເດ, ຫຼັງນີ້ກະເຮັດ, ອີກຫຼັງອ້າຍ
ອຸດຫົວໜ້າຢູ່ ຢູນີເທລ (Unitel) ໜອງພະຍາ, ຫຼັງນັ້ນກໍຍັງຕິດບົວຢູ່. ອ້າອ້າຍ ນ້ອງເຮົາເຮັດຢູ່ນີ້ 4 ຄົນ ເກັ່ງແລ້ວເດ່.”

ເມື່ອຖືກຖາມວ່າ ຜູ້ກ່ຽວມີລາຍໄດ້ຫລາຍບໍ່ເຈົ້າຂອງບໍລິສັດຮັບເໝົາກໍ່ສ້າງຊາວຫວຽດ ນາມຄົນນີ້ກໍຕອບວ່າ ດຽວນີ້ບໍ່ໄດ້ເງິນຫລາຍ ເພາະຄ່າແຮງງານຂອງ ກໍາມະກອນ ຢູ່ຫວຽດນາມຂຶ້ນ, ຊຶ່ງລາວກ່າວດັ່ງນີ້:
“ລາຄາ ຮັບກໍ່ສ້າງມັນບໍ່ຂຶ້ນ ເງິນລູກນ້ອງມັນຂຶ້ນ ແຕ່ຕອນ ມາຮອດນີ້ 10 ປີ ລາຄາ
ຮັບ ເໝົາມັນກໍຍັງຄືເກົ່າ ລູກນ້ອງເງິນເດືອນມັນກະຂຶ້ນຄູນ 2 ແລ້ວ ເງິນຮັບວຽກ ບໍ່ຂຶ້ນຈັກໜ່ອຍ ຮືຮື."

ເມື່ອເວົ້າເຖິງ ກໍາມະກອນ ແລະນັກວິຊາການ ທີ່ເຂົ້າມາເຮັດວຽກຢູ່ໃນໂຄງການ ໃຫຍ່ໃນລາວນັ້ນ ແມ່ນຈະມີຢູ່ທັງໃນໂຄງການລົງທຶນໂດຍກົງ ຂອງຫວຽດນາມເອງ ແລະໃນໂຄງການຊ່ວຍເຫລືອຂອງລັດຖະບານຫວຽດນາມ ແກ່ລັດຖະບານລາວ. ສໍາລັບການເຮັດວຽກຢູ່ໃນໂຄງການຂອງລັດຖະບານ ເຊັ່ນ ການສ້າງຕຶກ ຫ້ອງ
ການຂອງສະພາແຫ່ງຊາດລາວຫລັງໃໝ່ທີ່ຕັ້ງຢູ່ໃກ້ບ່ອນເກົ່າ ໃນບ້ານທາດຫລວງ
ນັ້ນ ບໍ່ພຽງແຕ່ນໍາເອົາກໍາມະກອນແລະນັກວິຊາການເຂົ້າມາແຕ່ຫວຽດນາມເທົ່ານັ້ນ, ຍັງນໍາເອົາວັດສະດຸທີ່ສໍາຄັນ ເຊັ່ນຊີມັງ, ປູນ ແລະອື່ນໆ ເຂົ້າມາອີກດ້ວຍ ຍ້ອນໄດ້ ຮັບອະນຸຍາດໃຫ້ນໍາເຂົ້າມາໂດຍຍົກເວັ້ນພາສີ. ຕໍ່ໂຄງການນີ້ ເຈົ້າໜ້າທີ່ໃນສະພາ
ແຫ່ງ ຊາດລາວ ທ່ານນຶ່ງເລົ່າສູ່ຟັງວ່າ:
“ຍົກເວັ້ນແຮງງານ ຍົກເວັ້ນການນໍາເຂົ້າວັດສະດຸ ບາງລາຍການທີ່ເຮັດແລ້ວ ເອົາເຂົ້າມາແຕ່ຕ່າງປະເທດ, ທາງເຮົາບໍ່ມີຫຍັງ ເຮົາມີແຕ່ຫີນຊາຍບ້ານເຮົາ, ປູນເຂົາກໍເອົາມາແຕ່ຫວຽດນາມໝົດ, ປູນເຫຼັກ, ໂອຍນໍ້ ອັນນັ້ນເດ ດິນຈີ່ເດ ເອົາຢູ່ບ້ານເຮົາແນວມັນໜັກ.”

ສະຫລຸບແລ້ວ ເຖິງແມ່ນວ່າ ຫວຽດນາມຈະເປັນປະເທດນຶ່ງທີ່ມີເສດຖະກິດຂະ ຫຍາຍຕົວໄວທີ່ສຸດ ຢູ່ໃນໂລກ ແລະມີຂະແໜງອຸດສາຫະກໍາ ທີ່ຂະຫຍາຍຕົວ ຫລາຍກວ່າລາວໃນລະດັບທີ່ສົມ​ຄວນຢູ່ກໍຕາມ, ແຕ່ວ່າປະເທດທີ່ມີພົນລະເມືອງ
ຫລາຍກວ່າ 96 ລ້ານຄົນແຫ່ງນັ້ນ ກໍຍັງພາກັນດົ້ນດັ້ນ ມາຫາອອກແຮງງານ ຢູ່
ໃນລາວ ເປັນຈໍານວນຫລວງຫລາຍ ເປັນເວລາຢ່າງໜ້ອຍກໍສອງທົດສະວັດມາ ແລ້ວແລະການມາເຮັດວຽກຂອງກໍາມະກອນຫວຽດນາມໃນລາວ ທີ່ບໍ່ຢູ່ໃນໂຄງ ການຂອງລັດນັ້ນ ສ່ວນໃຫຍ່ແມ່ນບໍ່ຖືກກົດໝາຍ ຍ້ອນໄດ້ຮັບການຊ່ວຍເຫລືອ
ອໍານວຍຄວາມ ສະດວກຈາກຄົນລາວ ແລະເຈົ້າໜ້າທີ່ລາວບາງຄົນ ທີ່ເຫັນແກ່ ຜົນປະໂຫຍດສ່ວນຕົວ.

XS
SM
MD
LG