ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ວິຕົກກັງວົນ ກ່ຽວກັບ ການເຂົ້າມາລົງທຶນ ຢ່າງວ່ອງໄວ ແລະຂະໜາດໃຫຍ່ ຂອງຈີນ


ແຟ້ມພາບ - ປະທານປະເທດຫວຽດນາມ ໂວ ວັນ ເທື່ອງ, ຜູ້ທີຫົກເບື້ອງຊ້າຍ, ແລະປະທານປະເທດຈີນ ສີ ຈິ້ນຜິງ, ຜູ້ທີແປດເບື້ອງຂວາ, ພົບປະກັນຢູ່ທີ່ທຳນຽບປະທານປະເທດ ໃນນະຄອນຫຼວງຮາໂນ່ຍ ຂອງຫວຽດນາມ, ເມື່ອວັນທີ 13 ທັນວາ 2023.
ແຟ້ມພາບ - ປະທານປະເທດຫວຽດນາມ ໂວ ວັນ ເທື່ອງ, ຜູ້ທີຫົກເບື້ອງຊ້າຍ, ແລະປະທານປະເທດຈີນ ສີ ຈິ້ນຜິງ, ຜູ້ທີແປດເບື້ອງຂວາ, ພົບປະກັນຢູ່ທີ່ທຳນຽບປະທານປະເທດ ໃນນະຄອນຫຼວງຮາໂນ່ຍ ຂອງຫວຽດນາມ, ເມື່ອວັນທີ 13 ທັນວາ 2023.

ພວກນັກລົງທຶນຂອງຈີນພາກັນລັ່ງໄຫລເຂົ້າໄປລົງທຶນ ໃນດ້ານການໃຫ້​ຄວາມສະໜັບສະໜຸນອຸດສະຫະກຳຕ່າງໆຂອງຫວຽດນາມ ທີ່ອາດເຮັດໃຫ້ພວກທຸລະກິດພາຍໃນປະເທດຮັບຜົນກະທົບຈາກການແຂ່ງຂັນ ຫົວໜ້າສະມາຄົມໃຫ້​ການ​ສະ​ໜັບ​ສະ​ໜຸນ​ດ້ານອຸດສາຫະກຳຂອງຫວຽດນາມ ໄດ້ກ່າວເຕືອນ.

ຖະແຫລງການຂອງ ທ່ານຟານ ດັງ ຕູອັດ ມີຂຶ້ນບໍ່ດົນຫຼັງຈາກຫວຽດນາມແລະ ຈີນ ຕົກລົງທີ່ຈະຂະຫຍາຍການຮ່ວມມືດ້ານການຄ້າ ໃນລະຫວ່າງການເດີນທາງໄປຢ້ຽມຢາມ ຂອງປະທານປະເທດ ສີ ຈິ້ນຜິງ ໃນກາງເດືອນທັນວາ ເມື່ອທັງສອງປະເທດໄດ້ລົງນາມ ໃນເອກະສານການຮ່ວມມືື 36 ສະບັບ. ຫວຽດນາມ ແລະ ຈີນ ໄດ້ປະຕິຍານທີ່ຈະເສີມຂະຫຍາຍການຮ່ວມມືໃນເຂດເສດຖະກິດທັງ ຫຼາຍ, ການລົງທຶນແລະການຄ້າ ຕະຫຼອດທັງພາກສ່ວນອື່ນໆ, ຢູ່ໃນຖະແຫລງ ການຮ່ວມທີ່ໄດ້ນຳອອກເຜີຍແຜ່ ເມື່ອວັນທີ 13 ທັນວາ.

ອີງຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ ການຢ້ຽມຢາມຂອງທ່ານສີ ແລະຂໍ້ຕົກລົງທັງຫຼາຍນັ້ນ ຈະເປີດໂອກາດຕ່າງໆໃຫ້ແກ່ຫວຽດນາມ ທີ່ຈະດຶງດູດການລົງທຶນໂດຍກົງ ຈາກຕ່າງປະເທດ ທີ່ມີຄຸນນະພາບສູງຈາກຈີນ.

ແຕ່ທ່ານຕູອັດ ປະທານຂອງສະມາຄົມເພື່ອໃຫ້ການສະໜັບ​ສະໜຸນດ້ານອຸດສາ ຫະກຳຂອງຫວຽດນາມໄດ້ກ່າວວ່າ ຄື້ນຟອງຂອງບໍລິສັດໃຫ້​ການ​ສະ​ໜັບ​ສະ​ໜຸນ ດ້ານອຸດສະຫະກຳຂອງຈີນ ກຳລັງເຂົ້າໄປຮອດປະເທດເຂດເອເຊຍຕາເວັນອອກ ສຽງໃຕ້ແຫ່ງນີ້ ແມ່ນໜ້າເປັນຫ່ວງ.

ການໃຫ້​ຄວາມສະໜັບສະໜຸນດ້ານອຸດສາຫະກຳ​ແມ່ນການສະໜອງວັດຖຸດິບແລະອຸປະກອນຕ່າງໆ ​ໃຫ້ແກ່ພວກບໍ​ລິ​ສັດ​ຜູ້ຜະລິດທັງຫຼາຍ.

ທ່ານຕູອັດ ໄດ້ອອກສຽງເຖິງຄວາມກັງວົນນີ້ ຢູ່ທີ່ກອງປະຊຸມທ້າຍປີ ຂອງກະ ຊວງອຸດສາຫະກຳແລະການຄ້າ ເມື່ອວັນທີ 20 ທັນວາ ໂດຍຕັ້ງຄຳຖາມກ່ຽວກັບການເຂົ້າມາໃນຕະຫຼາດຂອງບໍລິສັດທັງຫຼາຍຂອງຈີນ ຢ່າງວ່ອງໄວ ແລະ ຂະໜາດໃຫຍ່ນັ້ນ ອີງຕາມລາຍງານຂອງໜັງສືພິມຫວຽດນາມ VN Express International.

An influx of Chinese investors in Vietnamese supporting industries could cause domestic businesses to suffer from the competition, the president of the Vietnam Association for Supporting Industries warned.

Phan Dang Tuat’s statement came a week after Vietnam and China agreed to expand their trade cooperation during Chinese President Xi Jinping's mid-December visit, during which the two countries signed 36 cooperation documents. Vietnam and China pledged to strengthen their cooperation in economic zones, investment, trade and other areas, said a joint statement issued on December 13.

According to economic experts, the agreements will open opportunities for Vietnam to attract high-quality direct investment from China.

But Tuat said the wave of Chinese supporting-industry firms arriving in the Southeast Asian country is concerning.

Supporting industries supply raw materials and components to manufacturers.

Tuat voiced his concern at the Ministry of Industry and Trade’s year-end conference on December 20, questioning the rapid and large-scale entry of Chinese firms into the market, according VN Express International, a Vietnamese newspaper.

XS
SM
MD
LG