ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມ​ວິນກ​ຣຸບ ຂອງ​ຫວຽດ​ນາມ ເຂົ້າ​ສູ່​ທຸລະ​ກິດ ຄວາມ​ປອດ​ໄພ​ອິນ​ເຕີ​ແນັດ


ປະ​ທານ​ກຸ່ມ​ວິນກ​ຣຸບ ຂອງ​ຫວຽດ​ນາມ ທ່ານ​ພາມ ຍັດ ເວືອງ ນຳ​ພາ​ນາ​ຍົກລັດ​ຖະ​ມົນ​ຕີ​ຫວຽດ​ນາມ ທ່ານ​ຫງຽວນ ຊວນ ຟຸກ ລະ​ຫວ່າງ​ການ​ຢ້ຽມ​ຢາມ ພິ​ທີ​ເປີດ​ບໍ​ລິ​ສັດ​ສ້າງ​ລົດ ​ທີ່ເມືອງ​ໄຮ​ຟອງ ວັນ​ທີ 14 ມິ​ຖຸ​ນາ 2019.
ປະ​ທານ​ກຸ່ມ​ວິນກ​ຣຸບ ຂອງ​ຫວຽດ​ນາມ ທ່ານ​ພາມ ຍັດ ເວືອງ ນຳ​ພາ​ນາ​ຍົກລັດ​ຖະ​ມົນ​ຕີ​ຫວຽດ​ນາມ ທ່ານ​ຫງຽວນ ຊວນ ຟຸກ ລະ​ຫວ່າງ​ການ​ຢ້ຽມ​ຢາມ ພິ​ທີ​ເປີດ​ບໍ​ລິ​ສັດ​ສ້າງ​ລົດ ​ທີ່ເມືອງ​ໄຮ​ຟອງ ວັນ​ທີ 14 ມິ​ຖຸ​ນາ 2019.

ກຸ່ມ​ບໍ​ລິ​ສັດວິນກ​ຣຸບ (Vingroup) ​ທີ່​ໃຫຍ່​ທີ່​ສຸດ ຂອງ​ຫວຽດ​ນາມ ໄດ້​ເພີ້ມ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ​ ເຂົ້າ​ໃນ​ການ​ບໍ​ລິ​ການຂອງ​ຕົນ ​ໂດຍຂະ​ຫຍາຍ​ທຸ​ລະ​ກິດ ​ນັບ​ແຕ່​ການ​ຊື້​ຂາຍ​ເຮືອນ ໄປ​ຫາ​ລົດ ແລະ​ຮ້​ານ​ຊັບ​ພະ​ສິນ​ຄ້າ​ຕ່າງໆ.

ທຸ​ລະ​ກິດ​ທີ່ໄດ້​ປະ​ກາດ​ອາ​ທິດ​ແລ້ວ​ນີ້ ແມ່ນ​ໄດ້​ຮັບ​ການ​ຢັ້ງ​ຢືນ​ຈາກ​ສາ​ກົນ​ກ່ຽວ​ກັບ ​ເທັກ​ໂນ​ໂລ​ຈີ​ທີ່​ບໍ​ລິ​ສັດ​ດັ່ງ​ກ່າວ​ນຳ​ໃຊ້ ​ເພື່ອກວດ​ສອບ​ຜູ້​ໃຊ້​ທາງ​ອິນ​ເຕີ​ແນັດ​ເວ​ລາ​ເຊັນ​ເຂົ້າ. ການ​ຢັ້ງ​ຢືນແມ່ນ​ມາ​ຈາກກຸ່ມ​ພັນ​ທະ​ມິດ​ລະ​ບຸ​ໂຕ​ອອນ​ລາຍ​ຢ່າງວ່ອງ​ໄວຫຼື FIDO ​ຊຶ່ງ​ເປັນກຸ່ມ​ການ​ຄ້າທີ່​ບັນ​ດາຄະ​ນະບໍ​ລິ​ຫານ ​ແມ່ນຕາງ​ໜ້າ​ໃຫ້​ບໍ​ລິ​ສັດຕ່າງໆ​ເຊັ່ນ Lenovo, ສົນ​ທະ​ນາອອນ​ລາຍ ແລະ eBay.

ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ ເປັນ​ຂົງ​ເຂດ​ທີ່​ມີ​ຄວາມ​ເປັນ​ຫ່ວງເພີ້ມ​ຂຶ້ນ ​ສຳ​ລັບ​ຫວຽດ​ນາມ ບ່ອນ​ທີ່​ມັກ​ໃຊ້​ເຄື່ອງ solfware ທີ່​ລັກ​ຂະ​ໂມຍ​ມາ ທີ່​ເຮັດ​ໃຫ້​ຄອມ​ພິວ​ເຕີ​ເປັນ​ອັນ​ຕະ​ລາຍສຳ​ລັບ​ການ​ໂຈມ​ຕີ. ​ກຸ່ມວິນກ​ຣຸບ (Vingroup) ກ່າວ​ວ່າ ຕົນ​ໄດ້​ຮັ​ບ​ການ​ຢັ້ງ​ຢືນແລ້ວ​ສຳ​ລັບ​ສາ​ຂາ​ນຶ່ງ​ຂອງ​ຫຼາຍໆ​ສາ​ຂາ ຄືການ​ບໍ​ລິ​ການບໍ​ລິ​ສັດ ຄວາມ​ປອດ​ໄພ​ອິນ​ເຕີ​ແນັດ VinCSS ຈຳ​ກັດ.

ທ່ານ​ຫງວຽນ ພີ ຄາ (Nguyen Phi Kha) ຜູ້​ອຳ​ນວຍ​ການ​ ດ້ານ​ການ​ຄົ້ນ​ຄວ້າ ແລະ​ພັດ​ທະ​ນາ ຢູ່​ບໍ​ລິ​ສັດ VinCCS ກ່າວ​ວ່າ “ຜົນ​ສຳ​ເລັດ​ຂອງ​ບໍ​ລິ​ສັດ VinSS ດັ່ງ​ກ່າ​ວ​ນີ້ ຈະ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ໃນ​ການ​ປ້ອງ​ກັນ​ກິດ​ຈະ​ການ​ຕ່າງໆ​ຂອງ​ລະ​ບົບ​ຄວາມ​ປອດ​ໄພ​ໃໝ່ຢູ່​ໃນ​ຫວຽດ​ນາມ.”

Vietnam's largest conglomerate, Vingroup, has added cybersecurity to its services, expanding a business that already stretches from real estate to cars to shopping malls.

The business announced last week it obtained an international certification for the technology it uses to verify online user logins. The certification comes from the Fast IDentity Online (FIDO) Alliance, a trade group whose board members represent the likes of Lenovo, the LINE chat application and eBay.

Cybersecurity is a growing area of concern for Vietnam, where common use of pirated software makes computers vulnerable to cyberattack. Vingroup said it obtained certification for one of its many subsidiaries, the VinCSS Internet Security Services Limited Liability Company.

“This success of VinCSS will make a big change in defense activities of modern network security in Vietnam,” Nguyen Phi Kha, director of research and development at VinCSS, said.

XS
SM
MD
LG