ທ່ານ Truong Tan Sang ປະທານປະເທດຫວຽດນາມ ໄດ້ຖືກ
ເຊື້ອເຊີນມາຍັງວໍຊິງຕັນ ເພື່ອພົບປະກັບປະທານາທິບໍດີສະຫະ
ລັດ ທ່ານ ບາຣັກ ໂອບາມາ ໃນວັນທີ 25 ກໍລະກົດນີ້. ຂ່າວການ
ຢ້ຽມຢາມດັ່ງ ກ່າວນີ້ ມີຂຶ້ນໃນຂະນະການດໍາເນີນຄະດີທະນາຍ
ຄວາມຄົນນຶ່ງທີ່ຄັດຄ້ານ ລັດຖະບານ ເນັ້ນຢໍ້າໃຫ້ເຫັນເຖິງບັນ ຫາສິດທິມະນຸດຢູ່ໃນປະເທດຄອມມີວນີສແຫ່ງນີ້. Marianne
Brown ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບ ເລຶ່ອງນີ້ຈາກນະ
ຄອນຫຼວງຮາໂນ່ຍ ຊຶ່ງທອງປານຈະນໍາມາສະເໝີທ່ານ ໃນອັນ
ດັບຕໍ່ໄປ.
ທ່ານ Truong Tan Sang ປະມຸກຂອງປະເທດຫວຽດນາມ
ໄດ້ຖືກເຊື້ອເຊີນ ໃຫ້ມາ ພົບ ປະກັບ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຢູ່ທີ່ທໍານຽບຂາວ ຊຶ່ງເປັນການຢ້ຽມຢາມສະຫະລັດເທື່ອທໍາອິດ ຂອງປະມຸກຫວຽດນາມ
ຄົນນຶ່ງ ນັບຕັ້ງແຕ່ປີ 2007 ເປັນຕົ້ນມາ.
Carl Thayer ນັກວິເຄາະດ້ານການປ້ອງກັນ ແລະເປັນອາຈານສອນ ປະຈໍາມະຫາ ວິທະຍາໄລ New South Wales ໃນປະເທດອອສເຕຣເລຍ ເວົ້າວ່າ ເຖິງແມ່ນຫວຽດ ນາມໄດ້ພະຍາຍາມກົດດັນສະຫະລັດ ສໍາລັບການ ຢ້ຽມຢາມຄັ້ງນີ້ມາໄດ້ດົນກວ່ານຶ່ງປີ ແລ້ວກໍຕາມ ແຕ່ປະກົດວ່າການຕັດສິນໃຈອອກຄໍາເຊື້ອເຊີນ ໄດ້ມີຂຶ້ນໃນນາທີສຸດທ້າຍ.
ທ່ານ ເທເອີ ເວົ້າວ່າ: “ທ່ານ ຈອນ ແຄຣີ ໄດ້ມີກໍານົດວ່າຈະໄປຢ້ຽມຢາມຫວຽດ ນາມໃນເດືອນກໍລະກົດນີ້ ແຕ່ຂ້ອງຄາດ່ວນກັບຊີເຣຍ ແລະຝ່າຍ ຫວຽດນາມ
ກໍເວົ້າວ່າ ພວກເຂົາເຈົ້າຍັງບໍ່ໄດ້ຍິນຄໍາຕອບຫຍັງຈາກຝ່າຍອາ ເມຣິກາ ກໍຄືບໍ່ມີຫຍັງເກີດຂຶ້ນຢູ່ທາງນັ້ນ ແຕ່ໃນທັນທີທັນໃດ ກໍມີບາງສິ່ງ ບາງຢ່າງເກີດຂຶ້ນ. ຂ້າພະເຈົ້າຄິດວ່າສ່ວນນຶ່ງແມ່ນເປັນຍ້ອນການໄປຢ້ຽມ ຢາມຈີນຂອງປະທານ
Sang ຊຶ່ງມັນໄດ້ສ້າງບັນຍາກາດໃນທາງບວກ ຂຶ້ນຫຼາຍສົມຄວນ ສໍາລັບການ
ຢ້ຽມຢາມ.”
ທ່າທີການທູດຂອງຫວຽດນາມແມ່ນຮັກສາການສ້າງຄວາມສົມດຸນກັນຢ່າງລະມັດລະວັງ
ລະຫວ່າງສະຫະລັດກັບຈີນ ໂດຍສະເພາະໃນເລຶ່ອງທີ່ກ່ຽວກັບການອ້າງເອົາກໍາມະສິດ
ໃນເຂດນໍ້າແດນດິນ ໃນເຂດທະເລຈີນໃຕ້ຂອງ ຈີນນັ້ນ.
ໃນລະຫວ່າງການຢ້ຽມຢາມປັກກິ່ງຂອງທ່ານປະທານ Sang ເມື່ອເດືອນແລ້ວນີ້ ປະເທດ
ຄອມມີວນີສທັງສອງໄດ້ຕົກລົງກັນ ທີ່ຈະຕິດຕັ້ງໂທລະສັບ ສາຍກົງສຸກເສີນຂຶ້ນມາ ເພື່ອ
ຊ່ວຍແກ້ໄຂຢ່າງວ່ອງໄວ ບັນຫາຂັດແຍ້ງກັນເລື້ອງເຂດນໍ້າແດນດິນ ທີ່ໄດ້ເຮັດໃຫ້ຄວາມ
ສໍາພັນລະຫວ່າງທັງສອງປະເທດເຄ່ງຕຶງຂຶ້ນ ເປັນບາງຄັ້ງບາງຄາວນັ້ນ.
ສະຫະລັດ ເປັນພາຄີການຄ້າໃຫຍ່ອັນດັບສອງຂອງຫວຽດນາມ ຮອງລົງມາຈາກຈີນ ແລະ ທັງສອງປະເທດກໍໄດ້ເພີ່ມທະວີການເຈລະຈາລະຫວ່າງກອງ ທັບຕໍ່ກອງທັບກັນຂຶ້ນ ໃນໄລຍະບໍ່ເທົ່າໃດປີຜ່ານມານີ້. ແຕ່ກໍປະກົດວ່າ ຍັງມີຄວາມເຫັນແຕກຕ່າງກັນຢູ່ຕໍ່ມາ ກ່ຽວກັບການຄັດຄ້ານຂອງສະຫະລັດຕໍ່ ປະຫວັດດ້ານສິດທີມະນຸດຂອງຫວຽດນາມນັ້ນ.
ເມື່ອສອງອາທິດຜ່ານມາ ເຈົ້າໜ້າທີ່ຫວຽດນາມໄດ້ເລື່ອນການດໍາເນີນຄະດີທະນາຍຄວາມ
Le Quoc Quan ຜູ້ຄັດຄ້ານລັດຖະບານ ອອກໄປຢ່າງບໍ່ມີກໍານົດ. ທະນາຍ Quan ຜູ້ຂຽນຄວາມເຫັນລົງເວັບໄຊ້ທີ່ກ້າປາກກ້າເວົ້າ ເປັນນຶ່ງໃນບັນດາຜູ້ສະໜັບສະໜຸນດ້ານ
ສິດທິມະນຸດ ທີ່ແຂງຂັນຫ້າວຫັນ ທີ່ສຸດຂອງຫວຽດນາມ. ທ່ານ ເທເອີ ກ່າວວ່າ ປະເດັນ
ການເລື່ອນເວລາດໍາເນີນຄະດີດັ່ງກ່າວ ແລະການມາຢ້ຽມຢາມສະຫະລັດຂອງທ່ານປະທານ
Sang ອາດມີສ່ວນກ່ຽວຂ້ອງກັນ.
ທ່ານ ເທເອີ ເວົ້າວ່າ: “ມັນຈະເບິ່ງຄືວ່າ ການເລື່ອນເວລາການດໍາເນີນຄະດີ ກັບ ການໄປຢ້ຽມຢາມສະຫະລັດຂອງທ່ານປະທານ Sang ອາດກ່ຽວຂ້ອງ ກັນໄດ້.
ຂ້າພະເຈົ້າເດົາວ່າ ມັນໜ້າຈະເປັນດັ່ງນັ້ນ. ບາດແລ້ວ ຫຼັງຈາກນັ້ນ ຫວຽດນາມ ກໍມີໂອກາດທີ່ຈະຕັດສິນໃຈ ວ່າຈະເຮັດແນວໃດ.”
ທະນາຍ Quan ໄວສີ່ສິບເອັດປີ ໄດ້ຂຽນເລຶ່ອງລົງໃນເວັບໄຊ້ ແລະກໍໄດ້ ປະກອບສ່ວນ ໃນການເດີນຂະບວນປະທ້ວງຈີນຫຼາຍໆບັ້ນ ໃນນະຄອນຫຼວງ ຮາໂນ່ຍ. ສື່ມວນຊົນຕ່າງ ປະເທດມັກຈະເອົາຄວາມເວົ້າຂອງຜູ້ກ່ຽວໃນເລື້ອງ ບັນຫາສິດທິມະນຸດຢູ່ຫວຽດນາມ ໄປເວົ້າຢູ່ເລື້ອຍໆ.
ໃນປີ 2006 ທະນາຍ Quan ໄດ້ໃຊ້ເວລາຢູ່ວໍຊິງຕັນດີຊີ ເປັນເວລາ 5 ເດືອນ ທໍາການ ຄົ້ນຄວ້າດ້ານສັງຄົມພົນລະເຣືອນ ພາຍໃຕ້ທຶນຂອງອົງການ National Endown ment for Democracy. ຜູ້ກ່ຽວຖືກຈັບກຸມ ຫຼັງຈາກ ກັບຄືນເມືອຫວຽດນາມໄດ້ສີ່ມື້ ແລະກໍໄດ້ຖືກປ່ອຍຕົວ ໃນຫຼາຍເດືອນຕໍ່ມາ.
ກ່ອນຖືກຈັບກຸມໃນເດືອນທັນວາຜ່ານມານັ້ນ ທະນາຍ Quan ໄດ້ຈົ່ມທຸກວ່າ ຕໍາຫຼວດ ທໍາການກໍ່ກວນຮາວີລາວແລະຄອບຄົວ ຫຼາຍຂຶ້ນເລື້ອຍໆ.
ທະນາຍ Quan ຖືກກ່າວຫາວ່າ ຫຼີກລ່ຽງພາສີ ອັນເປັນຂໍ້ຫາທີ່ພາໃຫ້ຖືກ ລົງໂທດຈໍາຄຸກ ຮອດເຈັດປີໄດ້. ອົງການສິ້ງຊອມສິດທິມະນຸດ Human Rights Watch ເອີ້ນຂໍ້ຫາ ດັ່ງ ກ່າວນັ້ນວ່າ ເປັນຂໍ້ຫາທີ່ເສກສັນປັ້ນແຕ່ງຂຶ້ນ.
Le Dinh Quan ນ້ອງຊາຍຂອງລາວ ກໍຖືກຈັບກຸມໃນເດືອນຕຸລາປີຜ່ານມາ ໃນຂໍ້ຫາ ແບບດຽວກັນ.
((ສຽງ))
ເມື່ອຄືນວັນອາທິດ ທີ 10 ເດືອນນີ້ ຢູ່ນະຄອນຫຼວງຮາໂນ່ຍ ປະຊາຊົນ ຫຼາຍຮ້ອຍຄົນ ພາກັນໄປໂຮມຊຸມນຸມໄຕ້ທຽນໄຂ ເພື່ອສະແດງການສະໜັບ ສະໜຸນ ຕໍ່ທະນາຍ Quan ຊຶ່ງໃນຈໍານວນນັ້ນ ກໍມີແມ່ Nguyen Thi Tram ຂອງຜູ້ກ່ຽວ ເຂົ້າຮ່ວມນໍາ.
((ສຽງ..))
ນາງ Tram ເວົ້າວ່າ ເຈົ້າໜ້າທີ່ຫວຽດນາມຍັງບໍ່ໄດ້ອະນຸຍາດໃຫ້ນາງໄປຢ້ຽມ ຫຼືໂອ້ລົມ ກັບລູກຊາຍສອງຄົນເລີຍ ນັບຕັ້ງແຕ່ພວກເຂົາເຈົ້າຖືກກັກຂັງ ເປັນຕົ້ນມາ.
ຄາດວ່າ ເລື້ອງການຄ້າແລະບັນຫາຂໍ້ຂັດແຍ້ງກັນໃນເຂດທະເລຈີນໃຕ້ ຈະເປັນຫົວຂໍ້
ປະຊຸມອັນດັບສູງສຸດ ຢູ່ວໍຊິງຕັນ. ແຕ່ເຖິງຢ່າງໃດ ທັງສອງ ຝ່າຍກໍບໍ່ສາມາດທີ່ຈະຫຼີກລ່ຽງ
ບໍ່ເວົ້າເຖິງເລື້ອງສິດທິມະນຸດ ທີ່ເປັນບັນຫາ ບໍ່ລົງຮອຍກັນນັ້ນໄດ້.