ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດກ່າວວ່າ ນັກທຸລະກິດຫວຽດນາມ ຖືກໂທດປະຫານຊີວິດ ໃນຄະດີສໍ້ໂກງຄັ້ງໃຫຍ່ ເຊິ່ງໄດ້ຍ້າຍເງິນ ອອກໄປຕ່າງປະເທດຢ່າງຜິດກົດໝາຍ


ນັກທຸລະກິດດ້ານ​ອະ​ສັງ​ຫາ​ລິ​ມະ​ຊັບຂອງ​ຫວຽດນາມ ນາງ ເຈື່ອງ ມີ ລານ.
ນັກທຸລະກິດດ້ານ​ອະ​ສັງ​ຫາ​ລິ​ມະ​ຊັບຂອງ​ຫວຽດນາມ ນາງ ເຈື່ອງ ມີ ລານ.

ນັກທຸລະກິດດ້ານ​ອະ​ສັງ​ຫາ​ລິ​ມະ​ຊັບຂອງ​ຫວຽດນາມ ນາງ ເຈື່ອງ ມີ ລານ (Truong My Lan) ​ທີ່ໄດ້​ຖືກ​ຕັດສິນ​ປະຫານ​ຊີວິດ​ໃນ​ຄະດີ​ສໍ້​ໂກງ​ເງິນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ, ​ທີ່ໄດ້​ໂອນ​ເງິນ​ໄປ​ຕ່າງປະ​ເທດ​ຢ່າງ​ຜິດ​ກົດໝາຍ, ​ອີງຕາມ ການລະບຸຂອງຕໍາຫຼວດ, ໂດຍ​ສື່​ມວນ​ຊົນ​ຂອງ​ລັດ​ ໄດ້ລາຍ​ງານ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ມີການເຄື່ອນຍ້າຍເງິນຈຳນວນ 4.5 ຕື້​ໂດ​ລາ​, ອີງຕາມອົງການຂ່າວ Reuters.

ຕຳຫຼວດ​ກ່າວ​ໃນ​ຕອນ​ແລງ​ວັນ​ພຸດ​ວານ​ນີ້​ວ່າ ການ​ສືບສວນ​ກ່ຽວ​ກັບ​ການ​ໂອນ​ເງິນ ​ແລະ​ການ​ຟອກ​ເງິນ​ນັ້ນ​ໄດ້​ສຳ​ເລັດ​ແລ້ວ, ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຕື່ມ​ອີກ.

ສື່​ມວນ​ຊົນ​ຂອງ​ລັດ​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ນາງ ລານ ​ໄດ້​ໂອນ​ເງິນ 1.5 ຕື້​ໂດ​ລາ​ ​ອອກ​ຈາກ​ຫວຽດນາມ​ຢ່າງ​ຜິດ​ກົດໝາຍ ​ແລະ​ໄດ້​ເຄື່ອນຍ້າຍເງິນ 3 ຕື້​ໂດ​ລາ ເຂົ້າມາໃນປະເທດ. ບົດ​ລາຍ​ງານ​ບໍ່​ໄດ້​ລະບຸ​ວ່າ​ປະ​ເທດ​ໃດ​ເປັນ​ຜູ້​ຮັບ ຫຼື​ແຫຼ່ງທີ່ມາຂອງ​ເງິນ​ນັ້ນ.

ໃນເດືອນເມສາ, ສານ ໄດ້ຕັດສິນປະຫານຊີວິດ ນາງ ລານ ສໍາລັບບົດບາດ ຂອງນາງ ໃນການລັກເອົາເງິນຫຼາຍກວ່າ 12 ຕື້ໂດລາ ຈາກທະນາຄານການ ຄ້າຫຸ້ນສ່ວນ Saigon ຫຼື SCB, ເຊິ່ງນາງໄດ້ຄວບຄຸມຢ່າງມີປະສິດຕິພາບ ໂດຍຜ່ານຕົວແທນຫລາຍສິບຄົນ, ເຖິງແມ່ນວ່າກົດລະບຽບ ຈະຈໍາກັດການຖືຫຸ້ນ ຈຳນວນຫຼາຍ ໃນກຸ່ມຜູ້ໃຫ້ກູ້ຍືມຢ່າງເຄັ່ງຄັດກໍຕາມ.

SCB ບໍ່​ໄດ້​ຕອບ​ສະ​ໜອງ​ໃນ​ທັນ​ທີ ​ຕໍ່​ການ​ຮ້ອງ​ຂໍ​ຄວາມ​ເຫັນ​ ໃນ​ວັນ​ພະ​ຫັດ​ມື້​ນີ້ ແລະບໍ່​ສາ​ມາດ​ຕິດ​ຕໍ່​ ​ຜູ້​ຕາງ​ໜ້າ​ດ້ານ​ກົດ​ໝາຍ​ຂອງ ນາງ ລານ ໄດ້.

ໜັງສືພິມ ແທັງນຽນ (Thanh Nien) ​ໄດ້​ລາຍ​ງານ​ໃນ​ວັນ​ພະຫັດມື້​ນີ້​ວ່າ ນາງ ລານ ຍັງ​ໄດ້ຖືກ​ກ່າວ​ຫາ​ວ່າ​ຟອກ​ເງິນ 445.7 ຕື້​ດົ້ງ, ​ໃນ​ນັ້ນ​ມີ​ເງິນ​ທີ່​ນາງ ​ແລະ ​ຜູ້​ສົມ​ຮູ້​ຮ່ວມ​ຄິດ​ ​ລັກ​ເອົາ​ຈາກ SCB ແລະ ຈາກການອອກພັນທະບັດທີ່ຜິດ ກົດໝາຍຂອງນາງ.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

Vietnam real estate tycoon Truong My Lan, sentenced to death in the country's largest-ever financial fraud case, had illegally transferred money abroad, according to police, with state media on Thursday reporting $4.5 billion had been moved.

Police said late on Wednesday an investigation into those transfers and money laundering has been completed, but gave no further details.

State media said on Thursday that Lan had illegally transferred $1.5 billion out of Vietnam and moved $3 billion into the country. The reports did not specify which countries were the recipients or origins of that money.

A court in April sentenced Lan to death for her role in siphoning off more than $12 billion from Saigon Joint Stock Commercial Bank (SCB), which she effectively controlled through dozens of proxies, despite rules strictly limiting large shareholding in lenders.

SCB did not immediately respond to a request for comment on Thursday and Lan's legal representatives could not be reached.

Lan is also accused of laundering 445.7 trillion dong, including the money she and her accomplices siphoned off from SCB and from her illegal bond issuance, Thanh Nien newspaper reported on Thursday.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG