ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ຈະ​ໄດ້​ຮັບ​ ຜົນ​ປະ​ໂຫຍດ​ແນວ​ໃດ ຈາກ​ການ​ເປັນ​ເຈົ້າ​ພາບ​ ຈັດ​ກອງ​ປະ​ຊຸມ​ສຸດຍອດ ສະ​ຫະ​ລັດ - ເກົາຫຼີ​ເໜືອ


ປ​ະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ຂວາ, ພົບ​ປະ​ກັບ​ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ຢູ່​ເກາະ ເຊັນ​ໂຕ​ຊາ, ປະ​ເທດ ສິງ​ກະ​ໂປ. 12 ມິ​ຖຸ​ນາ, 2018.
ປ​ະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ຂວາ, ພົບ​ປະ​ກັບ​ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ຢູ່​ເກາະ ເຊັນ​ໂຕ​ຊາ, ປະ​ເທດ ສິງ​ກະ​ໂປ. 12 ມິ​ຖຸ​ນາ, 2018.

ໃນ​ເວ​ລາ​ທີ່​ປະ​ເທດ ສິງ​ກະ​ໂປ ໄດ້​ເປັນ​ເຈົ້າ​ພາບ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ກາຍ ສຳ​ລັບ​ກອງ​
ປະຊຸມສຸດຍອດລະຫວ່າງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບຜູ້ນຳເກົາ
ຫຼີເໜືອ ທ່ານ ກິມ ຈົງ ອຶນ ນັ້ນ, ນັກທຸລະກິດໃນນະຄອນລັດແຫ່ງນັ້ນ ໄດ້ສ້າງລາຍໄດ້
ຈາກສິນຄ້າ ທີ່ກ່ຽວຂ້ອງກັບກອງປະຊຸມສຸດຍອດດັ່ງກ່າວນັ້ນ ແລະ ງານຕ່າງຫາກ. ນັກ
ຂ່າວປະມານ 2,500 ຄົນໄດ້ເດີນທາງໄປທີ່ນັ້ນ, ແລະ ນາຍົກລັດຖະມົນຕີ ສິງກະໂປ
ທ່ານ ຫຼີ ຊຽນ ລຸງ ໄດ້ກ່າວເນັ້ນວ່າ ກອງປະຊຸມສຸດຍອດດັ່ງກ່າວ ຈະສົ່ງເສີມພາບພົດ
ປະເທດຂອງທ່ານໃນຕ່າງປະເທດ.

ຕອນນີ້ ຫວຽດ​ນາມ, ໃນ​ຖາ​ນະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ​ສອງ​ລະ​
ຫວ່າງທ່ານ ກິມ ກັບທ່ານ ທຣຳ ທີ່ມີກຳນົດຈັດຂຶ້ນ ໃນວັນທີ 27 ຫາ 28 ກຸມພານີ້,
ຄວນຄາດຫວັງ ທີ່ຈະໄດ້ຫຼາຍກວ່າຍິ່ງກວ່ານັ້ນ, ອີງຕາມບັນດານັກຊ່ຽວຊານຂອງປະ
ເທດ.

ກອງ​ປະ​ຊຸມ​ສຸດຍອດ​ໃນ​ນະ​ຄອນຫຼວງ ຮາ​ໂນ່ຍ, ທີ່ເບິ່ງ​ຄື​ວ່າ​ຈະ​ຄວບ​ຄຸມ​ຄວາມ​ເປັນ​
ຫ່ວງຕ່າງໆຂອງ ສະຫະລັດ ກ່ຽວກັບ ການພັດທະນາອາວຸດຂອງ ເກົາຫຼີເໜືອນັ້ນ,
ຈະເຮັດໃຫ້ ຫວຽດນາມ ໄດ້ຮັບຄວາມເຄົາລົບຄັ້ງໃໝ່ ຈາກທັງປະເທດລະບອບປະ
ຊາທິປະໄຕ ແລະ ຄອມມູນິສ, ເປັນການດີສຳລັບນະໂຍບາຍ ຕ່າງປະເທດທີ່ພົວພັນ
ຫຼາຍຝ່າຍຂອງເຂົາເຈົ້າ ແລະ ຊື່ສຽງໃນການເປັນປະເທດທີ່ທຸກຄົນຄິດຫາ ສຳລັບ
ການເຮັດທຸລະກິດ ລວມທັງງານໃຫຍ່ລະດັບສາກົນ.

ທ່ານ ຄາ​ລ ເທ​ເຢີ, ອາ​ຈານ​ທີ່​ກະ​ສຽນ​ແລ້ວ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ນິວ ຊາວ​ທ໌ ເວ​ລ​ສ໌
ຂອງປະເທດ ອອສເຕຣເລຍ ໄດ້ກ່າວວ່າ “ຜູ້ມີສ່ວນຮ່ວມທຸກໆຝ່າຍຄື, ເກົາຫຼີເໜືອ,
ສະຫະລັດ, ຈີນ ແລະ ເກົາຫຼີໃຕ້, ເຊື່ອວ່າ ຫວຽດນາມ ຈະເປັນເຈົ້າພາບທີ່ເປັນກາງ.”
ຈີນ ໄດ້ໜູນຫຼັງ ເກົາຫຼີເໜືອ, ເຊິ່ງລັດຖະບານ ສະຫະລັດ ຢ້ານວ່າ ກຳລັງພັດທະນາ
ອາວຸດນິວເຄລຍນັ້ນ.

ທ່ານ​ໄດ້​ກ່າວ​ວ່າ “ຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ ຈະ​ເປັນ​ການ​ຄ້ຳ​ປະ​ກັນ​ຄວາມ​ຖືກ
ຕ້ອງອີກຄັ້ງ ກ່ຽວກັບນະໂຍບາຍຕ່າງປະເທດຂອງເຂົາເຈົ້າ ແລະ ການມີສາຍພົວພັນ
ຫຼາຍຝ່າຍຂອງເຂົາເຈົ້າ ແລະ ເປັນເພື່ອນທີ່ໄວ້ໃຈໄດ້ສຳລັບທຸກຄົນ. ຫວຽດນາມ ຈະ
ໄດ້ຮັບຜົນປະໂຫຍດຈາກອິດທິພົນທີ່ເຂົາເຈົ້າໄດ້ມາ ໃນຖານະເປັນເຈົ້າພາບ ຈັດ
ກອງປະຊຸມສຸດຍອດຄັ້ງນີ້ສອງນີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG