ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫວຽດ​ນາມ​ ​ຫາ​ທາງ​ຫຼີກ​ລ່ຽງ​ ​ການ​ໂຕ້​ແຍ້ງ ດ້ານ​ການ​ຄ້າ​ ກັບ ສະ​ຫະ​ລັດ


ແມ່​ຍິງ​ຄົນ​ນຶ່ງ​ເຮັດ​ວຽກ​​ຕັດຫ​ຍິບ​ ຢູ່​ບໍ​ລິ​ສັດ Maxport ໃນ​ນະຄອ​ນຫຼວງ​ຮາ​ໂນ່ຍ ປະ​ເທດ​ຫວຽດ​ນາມ ວັນ​ທີ 15 ພຶດ​ສະ​ພາ 2019.
ແມ່​ຍິງ​ຄົນ​ນຶ່ງ​ເຮັດ​ວຽກ​​ຕັດຫ​ຍິບ​ ຢູ່​ບໍ​ລິ​ສັດ Maxport ໃນ​ນະຄອ​ນຫຼວງ​ຮາ​ໂນ່ຍ ປະ​ເທດ​ຫວຽດ​ນາມ ວັນ​ທີ 15 ພຶດ​ສະ​ພາ 2019.

ລັດ​ຖະ​ບານ​ສະ​ຫະ​ລັດ ​ໄດ້​ຕົກ​ລົງໃນ​ອາ​ທິດ​ນີ້ ທີ່ຈະ​ມອບ​ກຳ​ປັ່ນ​ຍາມ​ຝັ່ງ​ອີກລຳ​ນຶ່ງໃຫ້
​ແກ່​ຫວຽດ​ນ​າມ ເພື່ອ​ໃຫ້​ປະ​ເທດ​ ໃນ​ເຂດ​ເອ​ເຊຍ​ອາ​ຄະ​ເນດັ່ງ​ກ່າວ ສາ​ມາດ​ເພີ້ມ​ປ້ອງ
​ກັນ​ຕົນ​ເອງ​ຕໍ່ຕ້ານ​ຈີນ. ແຕ່​ຢູ່​ເບຶ້ອງ​ຫຼັງ​ການ​ເຄື່ອນ​ໄຫວ​ນັ້ນ ຫວຽດ​ນາມແລະ​ສະ​ຫະ​ລັດ
ກຳ​ລັງ​ດິ້ນ​ລົນ​ ກ່ຽວ​ກັບ​ການ​ການ​ຂາດ​ດຸນ​ການ​ຄ້າ ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ​ຊຶ່ງໄດ້​ສ້າງ​ຄວ​າມ
​ເປັນ​ຫ່ວງ​ໃຫ້​ແກ່​ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ.

ລັດ​ຖະ​ບານ​ສະ​ຫລັດ​ໄດ້​ຕ້ອງ​ຕິນັບ​ແຕ່​ເດືອນ​ມິ​ຖຸ​ນາ​ຜ່ານ​ມານີ້ວ່າ ​ອາ​ເມ​ຣິ​ກັນໄດ້​ຊື້​ຜະ
​ລິດ​ຕະ​ພັນ​ສິນ​ຄ້າ​ຂອງຫວຽດ​ນາມ​ຫຼາຍກວ່າເມື່ອປຽບ​ທຽບ​ໃສ່ກັບອັນ​ທີ່​ຜູ້​ບໍ​ລິ​ໂພກ​ຊາວ​
ຫວຽດ​ນາມ​ຊື້​ຈາກ​ສະ​ຫະ​ລັດ.

ຫວຽດ​ນາມໄດ້ກາງ​ຕໍ່​ຢ່າງໜັກ ​ໃສ່ພະ​ລິດ​ຕະ​ພັນ​ການ​ສົ່ງ​ອອກໃນ​ການເຮັດ​ໃຫ້​ເສດ​ຖະ​
ກິດ​ຂອງ​ຕົນເຕີບ​ໂຕ ທີ່​ຫຼາຍກວ່າ 6 ເປີ​ເຊັນ​ຕໍ່​ປີ. ການ​ຂາດ​ດຸນປະ​ມານ 40 ພັນ​ລ້ານ​ໂດ​
ລາໃນ​ປີ 2018 ຊຶ່ງ​ຫ້ອງ​ການ​ສຳ​ຫຼວດສຳ​ມະ​ໂນ​ສະ​ຫະ​ລັດ​ຮ້ອງວ່າໃຫຍ່​ສຸດເປັນ​ອັນ​ດັບ​
5 ລະ​ຫວ່າງ​ສະ​ຫະ​ລັດ ແລະ​ປະ​ເທດ​ອື່ນໆນັ້ນ.

ການ​ຫັນ​ເຫດ ໃນ​ການສົ່ງ​ອອກ​ຜ​ະ​ລິດ​ຕະ​ພັນ​ຈາກ​ຈີນ ຊຶ່ງ​ໃນ​ເວ​ລາ​ນີ້​ໄດ້​ຖືກ​ເກັບ​ພາ​ສີ
ໂດຍ​ສະ​ຫະ​ລັດ ໄປ​ຫາ​ຫວຽດ​ນາມນັ້ນ ໄດ້​ສົ່ງ​ຄວາມ​ເປັນ​ຫ່ວງ​ໂດຍ​ສະ​ເພາະ ໃຫ້​ແກ່​ວໍ
ຊິງ​ຕັນ ອີງ​ຕາມ​ບັນ​ດາ​ນັກ​ວິ​ເຄາະທີ່​ໄດ້​ກ່າວໄວ້.

ທ່ານ​ຣາ​ຈີບ ບິ​ສວາ ຫົວ​ໜ້າ​ນັກ​ເສດ​ຖະ​ກິດ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ ຂອງ​ບໍ​ລິ​ສັດ​ຄົ້ນ​ຄວ້າ
ການ​ຕະ​ຫຼາດ IHS Markit ກ່າວ​ວ່າ "ຄວາມ​ເປັນ​ຫ່ວງ​ ຂອງ​ຝ່າຍ​ຫວຽດ​ນາມ ​ກໍ​ຄື​ວ່​າ
ສະ​ຫະ​ລັດ​ອາດ​ຈະ​ເວົ້າ​ວ່າ ໂອ​ເຄ ພວກ​ເຮົາ​ຈະ​ເກັບ​ພາ​ສີ ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ
ນັ້ນ​ຄື​ຄວາມ​ຢ້ານ​ກົວ."

ທ່ານ​ກ່າວ​ຕື່ມ​ວ່າ "ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຂົາ​ເຈົ້າ​ອາດ​ຈະ​ຫຼີກ​ລ່ຽງ​ວິ​ທີ​ການ​ທີ່​ສ່ຽງ
ດັ່ງ​ກ່າວ ໂດຍ​ທຳ​ການ​ຊື້​ເພີ້ມ​ຂຶ້ນ​ສິນ​ຄ້າ​ຕົ້ນ​ທຶນ​ໃຫຍ່ໆ​ຈາກ​ສະ​ຫະ​ລັດ."

The U.S. government agreed this week to give another coast guard vessel to Vietnam so the Southeast Asian country can increase its defense against China. But behind that move, Vietnam and the United States are struggling over a growing trade deficit that has alarmed U.S. officials.

The U.S. government has complained since June that Americans buy more Vietnamese-produced goods compared to what Vietnamese consumers take from the United States.

Vietnam relies heavily on export manufacturing for its economic growth of more than 6% per year. The deficit reached about $40 billion in 2018, which the U.S. Census Bureau calls the fifth largest between the United States and another country.

The diversion of export manufacturing from China, now saddled by U.S. tariffs, to Vietnam particularly alarms Washington, analysts say.

XS
SM
MD
LG