ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫວຽດນາມ ອາດຈະກາຍ ເປັນຜູ້ສົ່ງເຂົ້າ ອອກຂາຍ ອັນດັບນຶ່ງຂອງໂລກ (ສະໄລດ໌ ກັບ ວີດີໂອລາວ/ອັງກິດ)


Vietnam Could Become World's Biggest Rice Exporter
please wait

No media source currently available

0:00 0:03:10 0:00
ລິງໂດຍກົງ

ເບິ່ງວີດີໂອລາຍງານນີ້ ເປັນພາສາອັງກິດ

ປີ​ນີ້ ຫວຽດນາ​ມອາດ​ຈະລໍ້າ​ໜ້າ​ໄທ ​ຂຶ້ນມາເປັນ​ຜູ້​ສົ່ງ​ເຂົ້າອອກ
ຂາຍ ລາຍ​ໃຫຍ່​ທີ່​ສຸດຂອງ​ໂລກ. ​ແລະ​ສໍາລັບ​ໄລຍະ​ຍາວ​ແລ້ວ
ຫວຽດນາມ​ກໍາລັງ​ເພີ່ມ​ຄຸນ​ນະພາ​ບ​ເຂົ້າຂອງ​ຕົນ ຂຶ້ນ​ໄປ​ເລື້ອຍໆ
​ແລະ​ມີ​ແຜນການ​ຈະ​ເຂົ້າ​ໄປ​ຕີ​ຕະຫຼາດ​ໃນ​ຈີນ.

ຫວຽດນາມ ທີ່ຈັດ​ຢູ່​ໃນ​ອັນ​ດັບ​ສອງ​ຂອງຜູ້​ສົ່ງ​ເຂົ້າອອກຂາຍ​
ຫລາຍ​ທີ່​ສຸດ​ ມາ​ເປັນ​ເວລາ​ດົນ​ນານນັ້ນ ຄາດ​ວ່າຈະ​ສົ່ງ​ເຂົ້າ
ອອກຈໍາໜ່າຍ ປະມານ​ເຈັດ​ລ້ານ​ໂຕນ​ໃນ​ປີ​ນີ້ ຂະນະ​ດຽວ​ກັນ​
ກໍມີ​ການປະ​ເມີນວ່າ​ ໄທ​ຈະ​ສົ່ງ​ອອກ​ປະມານຫົກ​ໂຕນ​ເຄິ່ງ.

ຫວງຽນ ວັນ​ ດອນ ຜູ້​ອໍາ​ນວຍ​ການ​ໃຫຍ່​ບໍລິສັດ​ສົ່ງ​ອອກ​ເຂົ້າ Viet Hung ກ່າວ​ວ່າ ​ມາ​ຮອດ​ດຽວ​ນີ້ ຫວຽດນາມ​ຍັງ​ນໍ​າໜ້າ​ຢູ່ ຍ້ອນ​ນະ​ໂຍບາຍຂອງ​ໄທ ທີ່​ຮັບປະກັນ​ລາຄາ​ເຂົ້າສູງ​ ແກ່​ຊາວນາ​ຂອງຕົນ.

ທ່ານ​ຫວງຽນກ່າວ​ວ່າ: “ເຫດຜົນ​ກໍ​​ແມ່ນ ຍ້ອນ​ໂຄງການ​ສະ​ສົມ​ແລະ​ເໝົາ​ຊື້​ເຂົ້າ​ເພື່ອ​ສົ່ງ​ເສີມພວກຊາວນາໄທ. ບັດ​ນີ້​ ມັນ​ກໍ​ເລີຍ​ຍາກ​ທີ່​ຈະ​ແຂ່ງ​ລາຄາ​ຂາຍ​ກັນ ຊຶ່ງ​ປັດຈຸບັນ​ນີ້ ຫວຽດນາມ​ຕ້ອງ​ແຂ່ງຂັນ​ກັບ​ອິນ​ເດຍ ປາ​ກີ​ສຖານ ​ແລະ​ມຽນມາຢ່າງ​ໜັກ ສ່ວນ​ໃຫຍ່​ແມ່ນ​ອິນ​ເດຍ.”

ຜົນ​ເກັບ​ກ່ຽວ​ເຂົ້າບໍ່ໄດ້ດີ ​ຢູ່​ໃນ​ພາກ​ໃຕ້​ຂອງ​ຈີນ ​ໄດ້​ຊ່ວຍ​ເພີ່ມ​ຄວາມ​ຮຽກຮ້ອງ​ຕ້ອງການ​ເຂົ້າຂອງຫວຽດນາມ ​ແລະເຮັດ​ໃຫ້​ຈີນ​ເປັນ​ຜູ້​ຊື້​ເຂົ້າຫລາຍ​ທີ່​ສຸດ​ຈາກຫວຽດນາມ ​ໃນປີ​ນີ້
ມາ​ຮອດ​ປັດຈຸບັນ.

ທ່ານ​ຫວງຽນ​ເວົ້າ​ວ່າ: “ປີ​ນີ້​ ທາງ​ບໍລິສັດ​ຂ້ອຍໄດ້ສົ່ງ​ເຂົ້າ​ໄປ​ຈີນ​ຫຼາຍ​ສົມຄວນ ຄື​ໃນ​​ໄລຍະບໍ່ໃດ​ປີຜ່ານມາ​ນີ້ ຈີນ​ຊື້ເຂົ້າ ບໍ່​ຫຼາຍ​ປານ​ໃດ ສ່ວນ​ໃຫຍ່ກໍ​ແມ່ນນໍາ​ເຂົ້າ ໂດຍ​
ຜ່ານ​
ຊ່ອງ​ທາງທີ່​ບໍ່​ເປັນ​ທາງ​ການ. ຕົກ​ມາ​ປີ​ນີ້ ຈີນເລິ່ມນໍາ​ເຂົ້າ ​ແບບຜ່ານ​ຂັ້ນ​ຕອນ​
ທາງ​ການ
​ແລ​ະກໍຊື້​ປະລິມານ​ຫຼາຍ​ບາດ​ດຽວ​ຢ່າງໄວ. ປີ​ນີ້​ ຫວຽດນາມ​ອາດ​ສົ່ງ​ອອກ​ເຂົ້າ ​ຫຼາຍ​ກວ່າສອງ​ລ້ານໂຕນ​ໄປ​​ໃຫ້ຈີນ ຊຶ່ງນັ້ນ​ໝາຍ​ຄວາມ​ວ່າ​ ບັດ​ນີ້ ຈີນ​ເປັນ​ ຕະຫຼາດ​ຮັບ​ຊື້​ເຂົ້າ​ລາຍ​ສໍາຄັນ​ແລ້ວ.”

​ເຂົ້າຫວຽດນາມ​ມີ​ຄຸນ​ນະພາ​ບຕໍ່າ​ກວ່າ​ເຂົ້າ​ໄທ ​ແລະ​ປົກກະຕິ​ແລ້ວ ​ກໍບໍ່​ຄ່ອຍ​ຈະ​ແຂ່ງ​ຂັນກັນ ​ຢູ່​ໃນ​ຕະຫຼາດ​ດຽວ​ກັນ.

​ແຕ່​ເຈົ້າໜ້າ​ທີ່​ຫວຽດນາມ​ກ່າວ​ວ່າ ການ​ລົດ​ຕໍ່າລົງ​ຂອງ​ປະລິມານເຂົ້າ​ທີ່​ໄທ ສົ່ງ​ອອກຂາຍ​ນັ້ນ ອາດ​ຍັງ​ຊ່ວຍສ້າງ​ໂອກາດ​ອັນ​ດີ​ໃຫ້​ຢູ່.

Huynh Cong Minh ​ເປັນຮອງ​ຜູ້​ອໍາ​ນວຍການ​ກົມ​ພັດທະນາ​ການ​ກະ​ເສດ​ແລະຊົນນະບົດ ທີ່​ແຂວງ ຕຽນ ຊານ.

ທ່ານ​ຮວິນ​ກ່າວ​ວ່າ: “ມັນ​ກໍ​ບໍ່ເປັນ​ໂອກາດ​ອັນໃຫຍ່​ໂຕ​ປານ​ໃດ​ດອກ​ ​ແຕ່​ມັນ​ເປັນ​ໂອກາດ​ໄລຍະ​ຍາວ​ ເພື່ອ​ຊ່ວຍ​ຫວຽດນາມ​ປ່ຽນ​ແປງ​ໂຄງ​ສ້າງເມັດ​ເຂົ້າ ຂອງ​ຕົນ​ເປັນ​ແຕ່ລະຂັ້ນ​ໄປ ​ເພື່ອ​ເສີມ​ຂະຫຍາຍ​ພາກ​ສ່ວນ​ເຂົ້າທີ່​ມີຄຸນ​ນະ ພາ​ບສູງ​ ​ເພື່ອ​ໃຫ້​ພຽງພໍ​ກັບ​ຄວາມ
ຮຽກຮ້ອງ​ຕ້ອງການ​ຂອງ​ທັງ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ແລະ​ຕະຫຼາດ​ສົ່ງ​ອອກ​ ໃນ​
ອີກ
ສອງ​ສາມ​ປີ​ຕໍ່ໜ້າ​ນີ້.”



​ເຈົ້າໜ້າ​ທີ່​ກ່າວ​ວ່າ ປະມານ 45 ​ເປີ​ເຊັນ​ຂອງ​ພື້ນ​ທີ່​ໃນ​ແຂວງ ຕຽນ ຈານ ​ແມ່ນ​ປູກ​ເຂົ້າທີ່​ມີ​ຄຸນ​ນະພາ​ບສູງ​ກວ່າ ແຕ່​ພວກ​ເຂົາ​ເຈົ້າ​ມີ​ແຜນການ​ຈະ​ຄ່ອຍໆຂະຫຍາຍ​ພື້ນ​ທີ່​ອອກ​ໄປອີກ ​ແລະເຂົ້າຫາ​ຕະຫຼາດ​ໃໝ່.

ບາດກ້າວ​ດັ່ງກ່າວ​ນີ້ ກໍ​ແມ່ນຈະຊ່ວຍ​ຊາວນາ​ແລະ​ກໍາມະກອນ​ຫຼາຍໆ​ຄົນ​ຂອງຫວຽດນາມ​ໄດ້.

ຊາວນາ Nguyen Ngoc Phan ​ໄດ້​ປູກ​ເຂົ້າຄຸນ​ນະພາ​ບສູງ​ມາ​ໄດ້​ຫ້າ​ປີແລ້ວ. ລາວ​ກ່າວ​ວ່າ​ ມັນໄດ້​ເພີ້​ມລາຍ​ໄດ້​ຂອງ​ລາວຫຼາຍ​ຂຶ້ນ.

ງ໊ອກ ຟານ ​ເວົ້າ​ວ່າ: “​ໃນ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ຂ້ອຍ​ປູກ​ເຂົ້າຄຸນ​ນະພາ​ບສູງ​ຕາມ​ຄໍາ​ແນະ​ນໍາ​ຂອງ​ລັດ ​ແລະ​ເຈົ້າໜ້າ​ທີ່ທ້ອງ​ຖິ່ນ. ຖ້າ​ພວກ​ເຮົາ​ປູກ​ເຂົ້າ​ຄຸນ​ນະພາ​ບສູງ​ ພວກ​ເຮົາ​ກໍ​ໄດ້​ລາຄາ​ດີ. ຂ້ອຍ​ມີພື້ນ​ທີ່ຢູ່ນຶ່ງ​ເຮັກ​ຕ້າ ສະ​ນັ້ນ​ ​ຂ້ອຍ​ຈຶ່ງໃຊ້​ປູກ​ເຂົ້າຄຸນ​ນະພາ​ບສູງ​ທັງ​ໝົດ.”

ບັນດາ​ຜູ້​ຢູ່​ພາຍ​ໃນ​ວົງ​ການ​ເຂົ້າຫວຽດນາມ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຈະ​ຍິນ​ດີ ຖ້າ​ຈະໄດ້ເປັນ​ຜູ້​ສົ່ງ​ອອກ​ອັນ​ດັບ​ນຶ່ງ ​ແຕ່​ວ່າ​ພວກ​ເຂົາ​ເຈົ້າຈະ​ຄອງ​ຕໍາ​ແໜ່​ງ ດັ່ງກ່າວ​ໄວ້​ໄດ້​ຫຼື​ບໍ່​ນັ້ນ ກໍ​ຂຶ້ນຢູ່​ກັບ​ດິນ​ຟ້າ​ອາກາດ​ແລະ​ຄວາມ​ຮຽກຮ້ອງ ​ຕ້ອງການ​ຂອງ​ໂລກ.

​ແລະ​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ເປັນ​ຫ່ວງ​ນໍາ​ການຜະລິດ​ເຂົ້າ ທີ່​ມີ​ຄຸນ​ນະພາ​ບສູງ​ກວ່າ ​ເພື່ອ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ໃນ​ອະນາຄົດຂອງພວກ​ຜູ້ ບໍລິ​ໂພ​ກທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດນັ້ນ ​ຫຼາຍ​ກວ່າສະຖານະ​ພາບ​ການ​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າ ອັນ​ດັບ​ນຶ່ງ​ຂອງ​ໂລກ.

ເບິ່ງວີດີໂອ ລາຍງານນີ້ ເປັນພາສາລາວ:
XS
SM
MD
LG