ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫວຽດນາມ ແມ່ນເດີນຕາມຮອຍ ແຜນຍຸດທະສາດການ​ເສດຖະກິດ​ຂອງຈີນ


ພວກພະນັກງານເຮັດຈັກລົດຂອງໂຮງງານອຸດສາຫະກຳ
ລົດຟອດ-ຫວຽດນາມ ທາງພາກເໜືອຫວຽດນາມ ແຂວງ ຮາຍ ດວງ ຂ້າງນອກຮາໂນຍ, 27 ມິຖຸນາ 2014.
ພວກພະນັກງານເຮັດຈັກລົດຂອງໂຮງງານອຸດສາຫະກຳ ລົດຟອດ-ຫວຽດນາມ ທາງພາກເໜືອຫວຽດນາມ ແຂວງ ຮາຍ ດວງ ຂ້າງນອກຮາໂນຍ, 27 ມິຖຸນາ 2014.

ຫວຽດນາມ​ ​ໄດ້ຮຽນ​ແບບ​ຈີນ ​ໃນ​ການຂະຫຍາຍ​ການ​ເສດຖະກິດ​ຂອງ​ຕົນ ​ແລະເດີນ​ຕາມ​
ຫຼັງ​ພວກ​ປະ​ເທດ​ເພື່ອນ​ບ້ານ​ ທີ່​ໃຫຍ່​ກວ່າ​ນັ້ນ ພຽງ​ແຕ່ ປະມານ 1 ທົດ​ສະ​ວັດ​ເທົ່າ​ນັ້ນ,
ດັ່ງທີ່​ພວກ​ນັກ​ຊ່ຽວຊານ ​ໄດ້​ກ່າວ​ໄປ.

ປະ​ເທດຄອມ​ມຸຍນິດ ທັງ​ສອງ ຜ່ານ​ທາງ​ການ​ແຂງ​ຂັນ​ທາງ​ການ​ເມືອງ ​ໄດ້​ສ້າງສາ​ຄວບ
​ຄຸມການ​ເສດຖະກິດ​ ໂດຍ​ລັດຖະບານ ​ໃສ່ໜ້າ​ວຽກ​ຕ່າງໆ ຜ່ານ​ທາງ​ວຽກ​ງານ​ດ້ານອຸດ​
ສະຫະກຳສົ່ງ​ອອກ.

ຈີນ ​ໄດ້​ເປີດ​ຄວາມ​ພະຍາຍາມ ​ໃນ​ການ​ລົງທຶນ​ຕ່າງປະ​ເທດ ​ໃນ​ປີ 1978 ​ ຊຶ່ງຫ​ວຽດນາມ
ກໍ​ໄດ້​ເລີ້ມຕົ້ນ ​ໃນ 10 ປີ ຕໍ່​ມາ. ປັດຈຸບັນ​ນີ້ ຫວຽດນາມ​ ​ທີ່ມີສະພາບ​ເຕັມ​ໄປດ້ວຍ​ການ​
ສໍ້​ລາດ​ບັງ​ຫຼວງ ສະພາບ​ລົດ​ຕິດ ​ແລະ​ບັນດາ​ບໍລິສັດ​ ທີ່​ດຳ​ເນີນ​ການ​ໂດຍ​ລັດຖະບານ​ນັ້ນ​
ແມ່ນ​ຕົກ​ຕ່ຳລົງ ​ໃນ​ຂະນະ​ທີ່​ຊົນ​ຊັ້ນ​ກາງມີເພີ້​ມຂຶ້ນ​ ຊຶ່ງ​ທັງ​ໝົດ​ແມ່ນແບບ​ແຜນ​ການ​ພັດທະ
ນາ​ຂອງ​ຈີນ.

​ໃນ​ສັນຍານ​ທີ່​ຫຼ້າ​ສຸດ ​ຂອງ​ການ​ຄ້າຍ​ຄື​ກັນ​ນັ້ນ, ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້ກວດກາ
​ເບິ່ງ ​ເພື່ອ​ໃຫ້​ດຳ​ເນີນ​ການ​ໃນ​ເຂດ​ເສດຖະກິດ ​ໃນ 3 ​ເຂດ ຊຶ່ງ​ມັນ​ອາດ​ມີ​ໂອກາດ​ຮັບ​ຜ່ານ​
ໄດ້​ໃນ​ເດືອນ​ໜ້າ​ນີ້. ​ເຂດ​ພິ​ເສດ​ທີ່​ວ່າ​ນີ້ ​ແມ່ນ​ສະ​ເໜີ​ໃຫ້ຍົກ​ເວັ້ນພາສີ​ແລະ​ການ​ເຊົ່າ​ທີ່​ດິນ
ສຳລັບ​ພວກ​ນັກ​ລົງ​ທຶນ​ໃສ່​ອຸດສາຫະກຳ​ຕ່າງປະ​ເທດ ຊຶ່ງ​ແວັບ

​ໄ​ຊຕ໌ຂ່າວ​ຂອງ​ຫວຽດນາມ ກໍ​ຄື VnExpress International ​ໄດ້​ລະບຸ​ໄວ້.

ຈີນ ​ໄດ້​ສ້າງຕັ້ງ​ 4 ເຂດ​ພິ​ເສດ ​ໃນ​ປີ 1979 ​ເພື່ອ​ດຶງ​ດູດ​ເອົາພວກ​ນັກ​ລົງ​ທຶນຕ່າງປະ​ເທດ.
ຕອນ​ນີ້ ​ແມ່ນ​ມີ 32 ເຂດແລ້ວ.

​ທ່ານ ຊົງ​ ເຊັງ ​ວູນ ນັກ​ເສດຖະສາດ​ຂອງ​ທະນາຄານ​ເອກ​ກະ​ຊົນ ທີ່​ເປັນ​ສາຂາ​ຂອງ
ທະນາຄານ CIMB ຂອງ​ຈີນ​ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ ​ມັນ​ເປັນຄວາມ​ຕັ້ງ​ໃຈ ຫຼື​ບໍ່, ​
ແຕ່​ວ່າ ​ເບິ່ງ​ຄື​ວ່າ ມັນ​ໄດ້​ເຄັດ​ລັບ​ມາຈາກປື້​ມຂອງ​ພັກ​ຄອມ​ມຸຍນິດຈີນ,”

ທ່ານ ຊົງ ກ່າວ​ວ່າ ​ “ຫວຽດນາມ ກໍ​ມີພັກ​ຄອມ​ມຸຍນິດ, ສະ​ນັ້ນ​ຂ້າພະ​ເຈົ້າ​ຄິດ​ວ່າ
ມັນ​ແມ່ນແບບ​ທີ່​ຈີນ​ກະທຳ, ບາງ​ທີ ພວກ​ເຮົາ ກໍຈະ​ດັດ​ແປງ​ໃຫ້​ເຂົ້າ​ກັບ​ສະຖານະ
ການ​ໃນ​ຫວຽດນາມ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກແຮງງານ ໂຮງານຫຍິບຜ້າ TAL ໃນແຂວງຫວິນ ຟຸກ, ຫວຽດນາ, 23 ພຶດສະພາ 2017.
ພວກແຮງງານ ໂຮງານຫຍິບຜ້າ TAL ໃນແຂວງຫວິນ ຟຸກ, ຫວຽດນາ, 23 ພຶດສະພາ 2017.

XS
SM
MD
LG