ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົດ​ໝາຍ​ ຫວຽດ​ນາມ ໃຫ້​ສິດ​ຜູ້​ເຄາະ​ຮ້າຍ ມີ​ທະ​ນາຍ​ຄວາມ ສູ້​ຄະ​ດີ


​ໃນຂະ​ນະ​ທີ່ ​ຫວຽດ​ນາມ ດຳ​ເນີນ​ຄວາມ​ກ້າວ​ໜ້າ​ຫລຸດ​ຜ່ອນ​ຄວາມ​ທຸ​ກ​ຍາກ ແຕ່​ຢູ່​ໃນ​ເຂດ​ຊົນ​ນະ​ບົດ​ຍັງ​ເປັນ​ແຫຼ່ງ​ກາ​ນ​ຄ້າ​ມະ​ນຸດ.
​ໃນຂະ​ນະ​ທີ່ ​ຫວຽດ​ນາມ ດຳ​ເນີນ​ຄວາມ​ກ້າວ​ໜ້າ​ຫລຸດ​ຜ່ອນ​ຄວາມ​ທຸ​ກ​ຍາກ ແຕ່​ຢູ່​ໃນ​ເຂດ​ຊົນ​ນະ​ບົດ​ຍັງ​ເປັນ​ແຫຼ່ງ​ກາ​ນ​ຄ້າ​ມະ​ນຸດ.

ເປັນເລື່ອງ​ທີ່​ຂ້ອນ​ຂ້າງທຳ​ມະ​ດາ​ທີ່ ​ຄົນ​ຜູ້​ຖືກ​ກ່າວ​ຫາ ກ່ຽວ​ກັບ ອ​າດ​ຊະ​ຍາ​ກຳ ຈະ​ມີ​ສິດ
​ຕໍ່​ການ​ມີ​ທະ​ນາຍ​ຄວາມ, ແຕ່​ວ່າ​ຜູ້​ເຄາະ​ຮ້າຍ​ຂອງ​ອາດ​ຊະ​ຍາ​ກຳທີ່​ວ່ານັ້ນ​ເດ? ຄຳ​ຖາມ
​ນີ້​ໄດ້ຖືກ​ຍົກ​ຂຶ້ນ​ມາ​ຢູ່​ໃນ ​ຫວຽດ​ນາມ ເຊິ່ງ​ຕອນນີ້​ໄດ້​ຕອບມັນ​ດ້ວຍ​ກົດ​ລະ​ບຽບ​ຂໍ້ນຶ່​ງ​ທີ່
ຮັບປະ​ກັນ​ວ່າບັນ​ດາ​ຜູ້​ເຄາະ​ຮ້າຍ ທີ່ມີ​ສິດທີ່​ຈະ​ໄດ້​ຮັບ​ຜູ້ຕາງ​ໜ້າ​ດ້ານ​ກົດ​ໝາຍ. ນີ້​ອາດ
ຍັງ​ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ບັນ​ຫາ​ການ​ຄ້າ​ມະ​ນຸດ​ຢູ່​ໃນ​ ຫວຽດ​ນາມ ດ້ວຍ.

ກົດ​ລະ​ບ​ຽບ ຂໍ້​ທີ 46 ສົມ​ຄວນ​ທີ່​ເປັນ​ປະ​ໂຫຍດ​ໂດຍ​ສະ​ເພາະ ສຳລັບ​ບັນ​ດາ​ຜູ້​ເຄາະ​
ຮ້າຍ ຂອງ​ການ​ຄ້າ​ມະ​ນຸດ ແລະ​ ການລ່ວງ​ລະ​ເມີດ ອີງ​ຕາມ​ມູນ​ນິ​ທິ​ບ​ລູ ດ​ຣາ​ກອນ
(Blue Dragon Foundation) ຂອງ​ພ​ວກ​ເດັກ​ນ້ອຍ ຊຶ່ງ​ເຮັດ​ວຽກ​ກ່ຽວ​ກັບ ບັນ​ຫາ​
ເຫຼົ່ານີ້ ແລະ​ເຮັດ​ວຽກ​ກັບ​ລັດ​ຖະ​ບານ​ກ່ຽວ​ກັບ​ຂໍ້​ດັ່ງ​ກ່າວ. ການ​ສົນ​ທະ​ນາ​ ກ່ຽວ​ກັບ ​ກົດ
​ລະ​ບຽບ​ໄດ້​ດຳ​ເນີນຕໍ່​ໄປ ແຕ່​ເຂົາ​ເຈົ້າ​ໄດ້ມີ​ຄວາມ​ເຄັ່ງ​ຄັດຂຶ້ນກວ່າ​ເກົ່າ​ໃນ​ຕອນນີ້ ​ທີ່​
ການ​ຕາຍ​ຂອງ​ຊາວ​ຫວຽດ​ນາມ 39 ຄົນ ຢູ່​ໃນ​ລົດ​ຕູ້​ເຢັນ​ບັນ​ທຸກ​ໃນ​ອັງ​ກິດນັ້ນ​ ໄດ້​ໃຫ້​
ຄວາມ​ສຳ​ຄັນ ກ່ຽວ​ກັບ ​ການ​ຄ້າ​ມະ​ນຸດ.

ຄວາມ​ສຳ​ຄັນຂອງ​ການ​ປ່ຽນ​ແປງ​ກົດ​ໝາຍ ກໍ​ຄື​ຫຼຸດ​ຜ່ອນ​ຄວາມ​ສັບ​ສົນ​ໃດໆ​ກ່ຽວ​ກັບ
​ວ່າ ບັນ​ດາ​ຜູ້​ເຄາະ​ຮ້າຍຈະ​ສາ​ມາດ​ມີ​ທະ​ນາຍ​ຄວ​າມ​ ທີ່​ປ​າ​ກົດ​ໂຕ​ກັບ​ເຂົາ​ເຈົ້າ ຫຼືບໍ່.

ທ່ານ​ໄມ​ເກີ​ລ ໂບ​ຣ​ໂຊ​ສ​ກີ ຜູ້​ກໍ່​ຕັ້ງ ແລະເຈົ້າ​ໜ້າ​ທີ່​ຫົວ​ໜ້າ​ບໍ​ລິ​ຫານ ບ​ລູແດ​ຣກອນ ​ໄດ້
ກ່າວ​ຢູ່​ຂໍ້​ຄວາມ​ທາງ​ອີ​ແມ​ລ​ວ່າ “ໃນ​ຂະ​ນະ​ທີ່​ກົ​ດ​ໝາຍ​ເອງ​ຍັງ​ຕ້ອງ​ການ​ປັບປຸງເຮັດ
ວຽກ​ອີກ​ຈຳ​ນວນ​ນຶ່ງ ຂໍ້​ລະ​ບຽບ​ດັ່ງ​ກ່າວ​ຈະ​ຄ້ຳ​ປະ​ກັນ​ວ່າ ບັນ​ດາ​ຜູ້​ເຄາ​ະ​ຮ້າຍ​ຂອງ​
ການ​ຄ້າ​ມະ​ນຸດ, ການ​ລ່ວງ​ລະ​ເມີດ ແລະ​ອ​າ​ຊະ​ຍາ​ກຳ​ອື່ນ​ໆນັ້ນ​ຕ້ອງ​ມີ​ພື້ນ​ຖານ​ປ້ອງ​
ກັນ​ດ້​ານ​ກົດ​ໝາຍ. ຍິ່ງ​ໄປ​ກວ່າ​ນັ້ນ ການ​ແນະ​ນຳ ​ຂ​ອງ​ຂໍ້​ຄວາມ​ຄ້ຳ​ປະ​ກັນ​ວ່າ ການ
​ເຮັດ​ວຽກ​ທາງ​ການ​ໃດໆຢູ່​ໃນຂະ​ແໜ່ງການດັ່ງ​ກ່າວ ຕ້ອງຮູ້​ເຖິງ​ບົດ​ບາດ​ຂອງ​ການ
​ປືກ​ສາ​ດ້ານ​ກົດ​ໝາຍ ​ແກ່ບັນ​ດາ​ຜູ້​ເຄາະ​ຮ້​າຍອ​າດ​ຊະ​ຍາ​ກຳ.”

ກໍ່​ຕັ້ງ​ໃນ​ປີ 2003 ບ​ລູ ດ​ຣາ​ກອນ ມີ​ຫ້ອງ​ການ​ຢູ່​ນະ​ຄອນ​ຮາ​ໂນ່ຍ ແລະ​ໂດຍ​ສະ​ເພາະ
​ເຈາະ​ຈົງ​ໃສ່​ພວກ​ເດັກ​ນ້ອຍ​ທີ່​ຢູ່​ຕາມ​ຖະ​ໜົນ ແລະ​ຊາວ​ໜຸ່ມ​ອື່ນໆ ຜູ້​ທີ່​ອາດ​ເປັນ​ອັນ
​ຕະ​ລາຍ​ຕໍ່​ການ​ທຳ​ຮ້າຍ ຮວມ​ທັງ​ການ​ຄ້າ​ທາງ​ເພດ.

ການ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ພົວ​ພັນ​ໂດຍ​ກົງ​ກັບ​ຂ່າວ​ໃນ​ເດືອນ​ຕຸ​ລາ ທີ່​ຕຳ​ຫຼວດ​
ອັງ​ກິດ​ໄດ້​ພົບ​ເຫັນ 39 ຄົນ​ ຢູ່ໃນ​ຕູ້​ລົດ​ບັນ​ທຸກ ຜູ້​ທີ່​ເຂົາ​ເຈົ້າ​ເຊື່ອ​ວ່າຫາຍ​ໃຈ​ບໍ່​ໄດ້​ຈົນ
​ຕາຍ ຫຼັງ​ຈາກ​ໄດ້​ຖືກລັກ​ລອບ​ມາຈາກ​ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຕາຍ​ເຫຼົ່າ
​ນັ້ນໄດ​ເພີ້ມ​ລະ​ດັບ​ຄວາມ​ລະ​ມັດ​ລະ​ວັງ​ແກ່​ສາ​ທາ​ລະ​ນະ ກ່ຽວ​ກັບ​ການ​ຄ້າ​ມະ​ນຸດ
​ໂດຍ​ທ​ຫົ່ວ​ໄປ.

It is fairly common that a person accused of a crime has the right to an attorney, but what about the victim of the alleged crime? This question was raised in Vietnam, which has now answered it with a regulation that guarantees victims the right to legal representation. This could also have a direct effect on the problem of human trafficking in Vietnam.

The regulation, Circular 46, should be particularly beneficial for victims of trafficking and abuse, according to the Blue Dragon Children's Foundation, which works on those issues and worked with the government on the circular. Discussions around the regulation have been ongoing, but they take on heightened significance now that the deaths of 39 Vietnamese in a refrigerated truck in Britain have put a spotlight on human trafficking.

The significance of the legal change is to decrease any confusion over whether victims can have their attorneys present with them.

“While the law itself still needs some work, this circular ensures that victims of trafficking, abuse, and every other crime have this basic legal protection,” Michael Brosowski, the founder and chief executive officer of Blue Dragon, said in an emailed note. “Even more, the introduction of the circular ensures that every official working in the sector knows the role of legal counsel for victims of crimes.”

Before the circular took effect in October, the issue was that police could be in the middle of investigating an alleged crime, but they would not be sure of what legal status or legal role a victim might have in the process. The circular makes clear that victims and their attorneys can be involved, so that police do not have to worry about whether they are following proper procedure by involving them. The circular gives them a clear document they can point to throughout the investigation.

Issued by the Ministry of Public Security, the regulation lays out the official procedures victims and their attorneys should take, including registering with authorities, filling out required documentation, and presenting identification. This should give them a clear legal status in the investigation.

Founded in 2003, Blue Dragon is based in Hanoi and focuses particularly on street children and other young people who may be vulnerable to abuse, including sex trafficking.

Their work is not directly related to the news in October that British police found 39 people in a container truck, who they believe suffocated to death after being trafficked from Vietnam. However those deaths have increased the level of public awareness about human trafficking in general.

XS
SM
MD
LG