ເມື່ອວັນທີ່ 18 ທັນວາ ປີ 1972 ເຮືອບິນຖິ້ມລະເບີດ B-52 ຂອງ
ອະເມຣິກາຝຸງນຶ່ງ ໄດ້ບິນມຸ້ງໜ້າໄປສູ່ຮາໂນ່ຍແລະໄຮຟອງ ເມືອງ ທ່າທາງພາກເໜືອຂອງຫວຽດ ນາມ ໃນອັນທີ່ເປັນຈຸດເລີ່ມຕົ້ນ
ຂອງການຖິ້ມລະເບີດທາງອາກາດ ທີ່ວ່າໃຫຍ່ທີ່ສຸດໃນສົງຄາມ
ຫວຽດນາມ. ການຖິ້ມລະ ເບີດທາງການອາກາດດັ່ງກ່າວ ຊຶ່ງມີ
ຂຶ້ນພາຍໃຕ້ລັດຖະບານຂອງທ່ານ Richard Nixon ປະທານາ
ທິບໍດີສະຫະລັດ ໄດ້ເລີ່ມຕົ້ນຂຶ້ນຫຼັງຈາກການເຈລະຈາສັນຕິພາບ
ທີ່ນະຄອນຫຼວງປາຣີ ຕົກຢູ່ໃນສະພາບບໍ່ໄປບໍ່ມາ. ການໂຈມຕີ
ທາງອາກາດຢ່າງໜັກໜ່ວງຄັ້ງນັ້ນ ດໍາເນີນໄປເກືອບສອງອາທິດ ທີ່ຍັງຜົນໃຫ້ພົນລະເຮືອນຊາວຫວຽດນາມເສຍຊີວິດໄປ ຫຼາຍ
ກວ່າ 1,600 ຄົນ.
ໃນເວລາປະມານ 10 ໂມງແລງ ຂອງວັນທີ 26 ເດືອນທັນວາ
ປີ 1972 ທີ່ເອີ້ນວ່າ Boxing Day ຫລືວັນຊົກມວຍນັ້ນ ຢູ່ຖະໜົນ Kham Thien ຂອງ ນະຄອນຫຼວງຮາໂນ່ຍ ປະຊາຊົນເກືອບ 300 ຄົນເສຍຊີວິດ. Nguyen Van Cau ຊຶ່ງເວລານີ້ມີ ອາຍຸ 81 ປີ ເລົ່າວ່າ ລາວກໍາລັງເຮັດການຢູ່ ໃນລະຫວ່າງການຖິ້ມລະເບີດ ພໍລາວກັບເມືອເຮືອນຕອນທ່ຽງຄືນ ກໍເຫັນບ້ານຂອງຕົນພັງພິນາດ ເມຍແລະລູກຊາຍ
ຂອງ ລາວຄົນນຶ່ງເສຍຊີວິດ.
ພໍ່ຕູ້ Cau ເວົ້າວ່າ ພໍມາເຖິງບ້ານ ລາວເຫັນຮ່າງກາຍຂອງເມຍພຽງເຄິ່ງດຽວ ເມຍລາວ
ໃສ່ເສື້ອຍືດສີແດງ. ສ່ວນລູກຊາຍຂອງລາວນັ້ນ ຊີ້ນສ່ວນອັນດຽວຂອງລູກຊາຍ ທີ່ຍັງເປັນ
ທ່ອນຢູ່ ກໍແມ່ນຂາ ຊຶ່ງລາວຈື່ໄດ້ ເພາະມີແປ້ວຢູ່ຂາຍ້ອນ ອຸບັດເຫດຖືກນໍ້າຮ້ອນລວກເມື່ອ ປີໃໝ່ຜ່ານມາ.
Do Thi Vien ມີອາຍຸໄດ້ 20 ປີ ໃນເວລານັ້ນ. ນາງເວົ້າວ່າ ປົກກະຕິແລ້ວ ຖະໜົນ Kham Thien ຈະມີຄົນອັ່ງອໍໄປມາບໍ່ຂາດສາຍ ຍ້ອນວ່າ ມັນຢູ່ໃກ້ສະຖານີລົດໄຟ. ພວກຄົນທີ່ອາໄສຢູ່ແຖວນັ້ນບໍ່ເຊື່ອວ່າ ສະຫະລັດຈະແນເປົ້າໝາຍໃສ່ບ່ອນຫັ້ນ ເພາະວ່າເປັນຄຸ້ມຄົນຢູ່
ອາໄສເປັນສ່ວນໃຫຍ່. ຫຼາຍໆຄົນໄດ້ກັບຄືນໄປ ເພື່ອສະຫຼອງວັນຄຣີສມາສ ແລະຫາລາຍ
ໄດ້ ສໍາລັບບຸນປີໃໝ່ຫວຽດນາມ ຫຼືບຸນເຕດ. ເຖິງແມ່ນວ່າຖະໜົນ Kham Thien ໄດ້ກາຍ
ເປັນຖະໜົນທີ່ຫັກເພພັງ ຫຼັງຈາກຖືກລະເບີດທໍາລາຍໄປແລ້ວກໍຕາມ ແຕ່ຫຼາຍໆຄົນກໍບໍ່
ຍອມໜີອອກໄປຢູ່ບ່ອນອື່ນ.
ນາງ ໂດ ເວົ້າວ່າ: “ຫຼັງຈາກການຖິ້ມລະເບີດ ເວລາດຽວທີ່ລາວຢ້ານກົວຫຼາຍທີ່ສຸດ ກໍຄື ເວລາລາວໄປໂຕ່ງເອົານໍ້າປະປາ ເພາະວ່າມັນຢູ່ໃກ້ບ່ອນຂຸມຫລົບໄພ ທີ່ຖືກຖິ້ມລະເບີດ
ໃສ່ ແລະມີຫຼາຍຄົນເສຍຊີວິດໄປຢູ່ບ່ອນຫັ້ນ.
40 ປີຕໍ່ມາ ຄະນະນັກຟ້ອນແລະນັກຮ້ອງທັງຫຼາຍ ຢູ່ທົ່ວນະຄອນຫຼວງຮາໂນ່ຍ ພາກັນ ເຝິກຊ້ອມສໍາລັບສະແດງໃນງານລະນຶກເຖິງວັນດັ່ງກ່າວ. ນັກລົບເກົ່າສົງຄາມຫວຽດນາມ Chuck Searcy ເວົ້າວ່າ ວັນຄົບຮອບ ດັ່ງກ່າວນີ້ຖືວ່າເປັນໂອກາດອັນດີງາມແກ່ເຍົາວະ ຊົນຫວຽດນາມ ເພື່ອຈະໄດ້ຈົດຈໍາຄວາມພິລາດອາດຫານຂອງພໍ່ແມ່ຂອງພວກເຂົາເຈົ້າ ແຕ່ທ່ານ Chuck Searcy ເວົ້າວ່າ ຍັງຈະຕ້ອງໄດ້ປະຕິບັດການຫຼາຍຕື່ມອີກຢູ່ ເພື່ອຊ່ວຍ
ພິທັກປົກປ້ອງປະຊາຊົນໃນເວລານີ້ ໄວ້ຈາກໄພຂົ່ມຂູ່ຂອງຄວາມຕາຍແລະການບາດເຈັບ ຍ້ອນລະເບີດແລະລະເບີດຝັງດິນ ທີ່ຕົກຄ້າງມາຈາກສົງຄາມນັ້ນ.
ທ່ານ Searcy ເປັນຜູ້ຮ່ວມຈັດຕັ້ງອົງການ Project Renew ຫຼືໂຄງການ ສ້າງສັນຄືນໃໝ່ ຊຶ່ງເປັນອົງການທີ່ທຸ່ມເທເພື່ອຊ່ວຍເຫຼືອປະຊາຄົມຕ່າງໆໃນ ເຂດພາກກາງຫວຽດນາມ ຈັດການກູ້ລະເບີດຝັງດິນ. ທ່ານກ່າວວ່າກະຊວງ ປ້ອງກັນປະເທດຫວຽດນາມມັກເວົ້າຢູ່ ເລື້ອຍໆວ່າ ມັນຈະໃຊ້ເວລາອີກຮ້ອຍ ປີແລະເງິນຫຼາຍພັນລ້ານໂດລາ ຈຶ່ງຈະເກັບກູ້ລະ ເບີດທີ່ບໍ່ທັນແຕກນີ້ໃຫ້ໝົດ ສິ້ນໄປໄດ້ ແຕ່ທ່ານ Searcy ເວົ້າວ່າ ຄໍາເວົ້ານັ້ນຕ້ອງໄດ້ປ່ຽນ.
ທ່ານ Searcy ເວົ້າວ່າ: “ມັນຈະບໍ່ໃຊ້ເວລາ 100 ປີ ຫລື 1000 ປີດອກ ຍ້ອນວ່າ
ມັນບໍ່ມີວັນຈະເຮັດໄດ້ ແລະກໍຈະບໍ່ຈໍາເປັນຕ້ອງໄດ້ເຮັດ. ວັດຖຸທີ່ວ່າເປັນອັນຕະ ລາຍແທ້ໆນັ້ນ ເຮົາສາມາດແກ້ໄຂມັນໄດ້ ແລະວິທີການທີ່ຕ້ອງໄດ້ເຮັດ ເພື່ອຈັດ ການກັບບັນຫາເຫຼົ່ານັ້ນ ບວກກັບການສິດສອນພວກເດັກນ້ອຍ ແລະຜູ້ໃຫຍ່ ເຖິງ
ວິທີການທີ່ປອດໄພ ແລະວິທີລາຍງານໃຫ້ທາງການຊາບ ເວລາພົບເຫັນລະເບີດ ທີ່ບໍ່ທັນແຕກນັ້ນ.”
ອິງຕາມ ໂຄງການ Project Renew ວັດຖຸລະເບີດ 15 ລ້ານໂຕນທີ່ນໍາໃຊ້ໂດຍສະຫະລັດ ໃນປາງສົງຄາມຫວຽດນາມນັ້ນ ມີ 10 ເປີເຊັນທີ່ບໍ່ແຕກ ເວລາຕົກລົງສູ່ພື້ນດິນ. ຕະຫລອດໄລຍະເວລາຫລາຍສິບປີ ນັບແຕ່ນັ້ນມາ ພວກລະເບີດເຫລົ່ານັ້ນອັນມີທັງລະເບີດລູກຫວ່ານ ລະເບີດຝັງດິນ ລະເບີດມື ແລະວັດຖຸລະເບີດອື່ນໆທີ່ໃຊ້ໃນສົງຄາມນັ້ນ ໄດ້ເຮັດໃຫ້ມີຜູ້ບາດ ເຈັບລົ້ມຕາຍໄປແລ້ວ ຫລາຍກ່ວານຶ່ງແສນຄົນ.
ເມື່ອບໍ່ດົນມານີ້ ມີເດັກນ້ອຍສີ່ຄົນເສຍຊີວິດທີ່ແຂວງ Vinh Long ທາງ ພາກໃຕ້ຂອງ ຫວຽດນາມ ເວລາລູກປືນຄົກລູກນຶ່ງທີ່ຫຼົງເຫຼືອມາແຕ່ບາງສົງຄາມ ໄດ້ລະເບີດຂຶ້ນຢູ່ໃນໝູ່ ບ້ານ ຂອງພວກເຂົາເຈົ້າ ຍັງຜົນໃຫ້ເດັກນ້ອຍ ອີກສອງຄົນ ແລະຜູ້ຊາຍສາມຄົນ ໄດ້ຮັບ ບາດເຈັບ.
ແຂວງ ກວາງ ຈີ ບ່ອນທີ່ໂຄງການ Project Renew ປະຕິບັດ
ງານຢູ່ນັ້ນ ເປັນເຂດທີ່ຖືກ ຖິ້ມລະເບີດໃສ່ຫຼາຍທີ່ສຸດໃນປາງສົງ
ຄາມ. ທ່ານ Searcy ກ່າວຕໍ່ໄປວ່າ ຫລາຍກ່ວາ 80 ເປີເຊັນ
ຂອງພື້ນທີ່ທັງໝົດຂອງແຂວງ ແມ່ນຍັງມີລະເບີດບໍ່ທັນແຕກ
ຢາຍຊະຊາຍຢູ່ເຕັມ ສົມທຽບກັບ ພຽງ 20 ເປີເຊັນ ໃນເຂດອື່ນໆ
ໃນທົ່ວປະເທດ.
ທ່ານ Searcy ກ່າວອີກວ່າ “ກ່ອນພວກເຮົາເລີ່ມໂຄງການນີ້
ໄດ້ມີການຍອມຮັບເອົາຄວາມເປັນໄປໄດ້ທີ່ໜ້າເສົ້າໃຈ ທີ່ວ່າ
ປະຊາຊົນຍັງຈະສືບຕໍ່ ເສຍຊີວິດແລະໄດ້ຮັບບາດເຈັບ ຍ້ອນລະເບີດແລະລະເບີດ ຝັງດິນທີ່ຍັງບໍ່ທັນແຕກນັ້ນຢູ່. ແບບວ່າ ມັນເປັນຄວາມຈິງຂອງຊີວິດ. ພວກເຂົາເຈົ້າ ໂຊກບໍ່ດີ ທີ່ອາໄສຢູ່ໃນເຂດນັ້ນຂອງປະເທດ ບ່ອນທີ່ຖືກຖິ້ມລະເບີດໃສ່ ຢ່າງໜັກ ໜ່ວງທີ່ສຸດໃນປາງສົງຄາມ. ແຕ່ຕະຫຼອດໄລຍະຫຼາຍປີຜ່ານມາ ທີ່ພວກເຮົາໄດ້ຊຸກຍູ້ ສົ່ງເສີມການສຶກສາປະຊາຊົນໃຫ້ມີຄວາມຮູ້ກ່ຽວກັບບັນຫານີ້ ຊຸກຍູ້ໃຫ້ມີຄວາມຕື່ນ ໂຕກ່ຽວກັບອັນຕະລາຍຂອງລະເບີດຝັງດິນ ແລະສິດສອນພວກເດັກນ້ອຍແລະຜູ້
ໃຫຍ່ ໃຫ້ຮູ້ວ່າມີຫຼາຍໆວິທີທີ່ເຮັດໃຫ້ພວກເຂົາເຈົ້າປອດໄພໄດ້ ແລະພວກເຂົາເຈົ້າ ສາມາດຫຼີກລ່ຽງອຸບັດເຫດ ແລະການໄດ້ ຮັບບາດເຈັບ ຫຼືການເສຍຊີວິດໄດ້.”
ນັບຕັ້ງແຕ່ໂຄງການ Project Renew ໄດ້ເລີ່ມຕົ້ນຂຶ້ນມາ ເມື່ອສິບກວ່າປີຜ່ານມາແລ້ວນັ້ນ ຈໍານວນອຸບັດເຫດໄດ້ຫລຸດລົງຈາກປະມານ 50 ເທື່ອຕໍ່ປີ ມາເປັນ 10 ເທື່ອ.
ທ່ານ Searcy ກ່າວຕໍ່ໄປວ່າ ຕົວແບບຂອງໂຄງການແມ່ນໄດ້ໃຊ້ສະຖາບັນຕ່າງໆຂອງ ຫວຽດນາມທີ່ມີຢູ່ແລ້ວ ເຊັ່ນສະຫະພັນແມ່ຍິງ ສະຫະພັນເຍົາວະຊົນ ແລະພະແນກບໍລິ ການສຸຂະພາບເປັນຕົ້ນ. ນອກນີ້ ທາງໂຄງການຍັງຮ່ວມມືກັບກອງທັບ ເພື່ອຈະໄດ້ຂະ ຫຍາຍໄປຍັງແຂວງອື່ນໆໄດ້ງ່າຍ. ໃນ ຕອນນີ້ ມີບໍ່ເທົ່າໃດແຂວງທີ່ມີຄວາມສາມາດຈັດ ການກັບບັນຫາລະເບີດທີ່ບໍ່ທັນແຕກນີ້ ໄດ້.
ໃນຂະນະທີ່ຫວຽດນາມສະເຫຼີມສະຫຼອງວັນຄົບຮອບເຫດການຖິ້ມລະເບີດທີ່ຮ້າຍແຮງ
ທີ່ສຸດໃນປະຫວັດສາດຂອງປະເທດນັ້ນ ທ່ານ Searcy ເວົ້າວ່າ ມັນເປັນໂອກາດດີ ທີ່
ໄດ້ເຮັດໃຫ້ມີການຕື່ນຕົວຫຼາຍຂຶ້ນ ກ່ຽວກັບໄພຂົ່ມຂູ່ເຖິງຕາຍຂອງລະເບີດບໍ່ທັນແຕກ
ທີ່ປະຊາຊົນໃນທົ່ວປະເທດດໍາລົງຊີວິດຢູ່ກັບມັນ ໃນແຕ່ລະມື້ນັ້ນ. ທ່ານກ່າວມ້ວນທ້າຍ
ວ່າ ເລຶ່ອງນີ້ແມ່ນໄດ້ປ່ອຍໃຫ້ເປັນແບບນີ້ ມາດົນເກີນໄປແລ້ວ ແຕ່ມັນກໍບໍ່ສາຍເກີນແກ້.