ນະຄອນ ໂຮຈິມິ່ນ ແມ່ນກຳລັງສ້າງລະບົບຂົນສົ່ງລົດເມດ່ວນ, ດ້ວຍຄວາມຫວັງທີ່ຈະແຍກສາທາລະນະຂອງ ຫວຽດນາມ ອອກຈາກລາຍການທາງເລືອກຂອງການຂົນສົ່ງທີ່ມີຄວາມຊັບຊ້ອນຂຶ້ນຂອງເຂົາເຈົ້າ.
ບັນດາປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນໄດ້ຍົກຍ້ອງລົດຕັກຊີ, ລົດຈັກຕັກຊີ ຫຼື Uber ຂອງເອເຊຍຕາເວັນອອກສຽງໃຕ້ຊື່ວ່າ Grab. ບາງຄົນແມ່ນສາມາດທີ່ຈະຊື້ລົດໃຫຍ່, ແລະ ໃຊ້ບໍລິການລົດສາມລໍ້ນັກທ່ອງທ່ຽວເປັນບາງຄັ້ງ. Grab ໄດ້ຖືກໃຊ້ເພື່ອສະໜອງການບໍລິການໃຊ້ລົດຮ່ວມກັນ, ແລະ ທຸລະກິດອີກອັນນຶ່ງຊື່ວ່າ, GoDee, ຈະຊ່ອຍໃຫ້ລູກຄ້າຈອງບ່ອນທີ່ມີລາຄາຖືກ ໃນການໃຊ້ລົດຕູ້ຮ່ວມກັນໃນໄລຍະເວລາປົກກະຕິ.
ລັດຖະບານຢາກໃຫ້ປະຊາຊົນໃຊ້ການບໍລິການຂົນສົ່ງສາທາລະນະຫຼາຍຂຶ້ນ, ແຕ່ການສ້າງທາງລົດໄຟໃຕ້ດິນໃນນະຄອນຫຼວງ ຮາໂນ່ຍ ແລະ ໂຮຈິມິ່ນ ແມ່ນໄດ້ຖືກເລື່ອນເວລາອອກໄປຊ້ຳແລ້ວຊ້ຳອີກ, ແລະ ລົດເມແບບດັ້ງເດີມແມ່ນຊ້າ ແລະ ບໍ່ສາມາດຄາດເດົາໄດ້, ເຊິ່ງໄດ້ນຳໄປສູ່ການລິເລີ່ມຂອງການດຳເນີນການຄັ້ງໃໝ່ນີ້.
ພາຍໃຕ້ລະບົບໃໝ່, ນະຄອນ ໂຮ່ຈິມິ່ນ ຈະສ້າງເສັ້ນທາງທີ່ຖືກກຳນົດໃຫ້ລົດເມໄຟຟ້າໂດຍສະເພາະ, ສ່ວນນຶ່ງດ້ວຍການປັບປຸ່ງໃໝ່ຂອງເສັ້ນທາງໃນປັດຈຸບັນ ແລະ ສ່ວນນຶ່ງດ້ວຍການເພີ່ນເສັ້ນທາງຕ່າງໆໃສ່ບ່ອນອື່ນ. ລົດເມທັງຫຼາຍຄາດວ່າຈະຊ່ວຍຜູ້ສັນຈອນປະຢັດເວລາ ດ້ວຍການຫຼີກລ່ຽງລົດຢູ່ທ້ອງຖະໜົນ ແລະ ແລ່ນເປັນປະຈຳກວ່າລົດເມແບບດັ້ງເດີມ. ບັນດາເຈົ້າໜ້າທີ່, ຜູ້ທີ່ບໍ່ໄດ້ບອກເວລາສຳລັບການເປີດຕົວລະບົບໃໝ່ນັ້ນ, ໄດ້ກ່າວວ່າ ລະບົບໃໝ່ດັ່ງກ່າວ ຈະຫຼຸດຜ່ອນລົດຕິດ ແລະ ຄວັນພິດ. ເຂົາເຈົ້າຫວັງວ່າລະບົບໃໝ່ຈະດຶງດູດບັນດາຜູ້ບໍລິການໃໝ່, ເຊັ່ນພະນັກງານຫ້ອງການ, ນອກຈາກພວກນັກຮຽນ ແລະ ກຳມະກອນ ຜູ້ທີ່ໃຊ້ການຂົນສົ່ງມວນຊົນໃນປັດຈຸບັນນີ້.
ຜູ້ສັງເກດການບາງຄົນບໍ່ແນ່ໃຈວ່າ ເມືອງດັ່ງກ່າວຈະສາມາດຈ່າຍລາຄາ 137 ລ້ານໂດລານັ້ນໄດ້ບໍ່, ແຕ່ລະບົບທີ່ວ່ານັ້ນແມ່ນຄວນທີ່ຈະເລັ່ງການສັນຈອນ ດ້ວຍການສະໜອງສ່ວນນຶ່ງຂອງຖະຫນົນໃນເມືອງນັ້ນໃຫ້ລົດເມສາທາລະນະ.
ທ່ານ ອີໂວ ຊີເບີ, ເອກອັກຄະລັດຖະທູດ ສວິເຊີແລນ ປະຈຳ ຫວຽດນາມ ໄດ້ກ່າວວ່າ “ໂຄງການດັ່ງກ່າວຈະສະແດງໃຫ້ເຫັນເສດຖະກິດ, ສິ່ງແວດລ້ອມ ແລະ ຜົນປະໂຫຍດສັງຄົມທີ່ດີຂຶ້ນ, ແລະ ນຳທາງການພັດທະນາເຂດຕົວເມືອງໄປສູ່ຂະບວນການທີ່ຍືນຍົງກວ່າເກົ່າໃນເມືອງ ໂຮ່ຈິມິ່ນ.” ລັດຖະບານຂອງທານໄດ້ໃຫ້ທຶນຊ່ວຍເຫຼືອສ່ວນນຶ່ງສຳລັບລົບຂົນສົ່ງດັ່ງກ່າວນັ້ນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Ho Chi Minh City is building a bus rapid transit system, in hopes of weaning Vietnam's public away from their increasingly complex menu of transport choices.
Residents can hail cabs, motorbike taxis, or the Uber of Southeast Asia, Grab. Some can afford cars, and the occasional tourist hires a cyclo pedicab. Grab used to offer a carpool service, and another business, GoDee, lets customers book a cheap spot in a shared van at regular intervals.
The government wants people to use more public transportation, but Hanoi and Ho Chi Minh City subway construction has been repeatedly delayed, and conventional buses are slow and unpredictable, which has led to the initiation of the new effort.
Under the new system, Ho Chi Minh City would create dedicated lanes for electric buses, partly by renovating current roads and partly by adding lanes elsewhere. The buses are expected to save commuters time by bypassing traffic cars and running more frequently than conventional buses. Officials, who did not give a date for the system's debut, said the new system would reduce traffic and pollution. They hope the new system will attract new riders, such as office workers,in addition to the students and blue-collar workers who now use mass transit.
Some observers are not sure the city can afford the $137 million price tag, but the system is supposed to speed transport by dedicating parts of city streets to public buses.
"The project will demonstrate considerable economic, environmental and social benefits, and guide urban development toward more sustainable patterns in Ho Chi Minh City," Ivo Sieber, Switzerland's ambassador-designate to Vietnam, said. His government is funding part of a grant for the transit system.