ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການທຸ​ລະ​ກິດໃນ​ຫວ​ຽດ​ນາມ ​ແມ່ນ​ກຳ​ລັງ​ຂະ​ຫຍາຍ​ຕົວອອກຢ່າງໃຫຍ່


ຊາຍ​ຜູ້​ນຶ່ງ​ນັບ​ເງິນ​ຂອງ​ລາວ ທີ່​ຖອນ​ອອກ​ຈາກ​ຕູ້ ATM ​ທີ່​ສູນ​ກາງ​ໃຫຍ່ ຂອງ​ທະ​ນາ​ຄານ​ລົງ​ທຶນ​ແລະພັດ​ທະ​ນາຂອງ​ຫວຽດ​ນາມ​ໃນ​ນະ​ຄອນ​ຫຼວງຮ່າ​ໂນ່ຍ.
ຊາຍ​ຜູ້​ນຶ່ງ​ນັບ​ເງິນ​ຂອງ​ລາວ ທີ່​ຖອນ​ອອກ​ຈາກ​ຕູ້ ATM ​ທີ່​ສູນ​ກາງ​ໃຫຍ່ ຂອງ​ທະ​ນາ​ຄານ​ລົງ​ທຶນ​ແລະພັດ​ທະ​ນາຂອງ​ຫວຽດ​ນາມ​ໃນ​ນະ​ຄອນ​ຫຼວງຮ່າ​ໂນ່ຍ.

ບໍ​ລິ​ສັດຕ່າງປະເທດໄດ້ພາກັນຫຼັ່ງໄຫຼເຂົ້າໄປໃນວຽດນາມ.​ ​ໃນຕົ້ນປີນີ້ ນຶ່ງໃນຈຳນວນ​
ບໍ​ລິ​ສັດ​ທີ່ໃຫຍ່ທີ່ສຸດຂອງໂລກ ຄືວໍເບີກ ພິງກັສ(Warburg Pincus) ໄດ້​ເຂົ້າ​ໄປ​ປະ​ກອບ
ສ່ວນໃນ​ທຸ​ລະ​ກິດ​ຫວຽດ​ນາມ ເຮັດໃຫ້ການລົງທຶນທັງໝົດຢູ່ໃນປະເທດກາຍເປັນ​ສູງ
ກວ່າ 1 ພັນລ້ານໂດລາ.

ບໍ​ລິ​ສັດ​ຍວດຍານ​ພາ​ຫະ​ນະ ​ເຊັ່ນ JAC Motors ຂອງ​ຈີນ, ເຊັ່ນດຽວກັນ​ກັບ Kamaz
ຊຶ່ງ​ແມ່ນ​ບໍ​ລິ​ສັດ​ຜະ​ລິດ​ລົດ​ບັນ​ທຸກ ໃນ​ຣັດ​ເຊຍ ໄດ້​ຫັນ​ໜ້າໄປ​ສູ່​

ຫວຽ​ດ​ນາມ. ປະ​ເທດ​ຕາ​ເວັນ​ອອກ​ສຽງ​ໃຕ້​ແຫ່ງ​ນີ້ ໄດ້ເຫັນ​ເງິນລຸລັ່ງ​ເຂົ້າມາຈາກ​ທົ່ວ​ທຸກ
​ມູ​ມ​ໂ​ລກ, ບໍ່​ວ່າ​ຈະ​ເປັນ ບໍ​ລິ​ສັດ Gojek ຂອງ​ອິນ​ໂດ​ເນຍ​ເຊຍ ຫຼື ບໍ​ລິ​ສັດ​ສື່​ສານ
Ooredoo ຂອງ​ປະ​ເທດ​ກາ​ຕາ​ຣ໌ ກໍຕາມ.

ດ້ວຍ​ສົງ​ຄາມ​ທາງການຄ້າ ໃນ​ທົ່ວເຂດ​ປາ​ຊິ​ຟິກ ແລະການ​ຢ້ານ​ກົວ​ວ່າ​ລະ​ດັບດອກ​ເບ້ຍ ຈະສູງຂຶ້ນ​ໃນ​ຕະ​ຫຼາດກໍຕາມ, ແຕ່​ສ່ວນ​ໃຫຍ່ຂອງ​ເອ​ເຊຍ​ແມ່ນເບິ່ງບໍ່ເຂົ້າທີ່. ສະ​ນັ້ນ
ເປັນ​ຫຍັງ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ປະ​ເທດ​ຄອມ​ມຸຍ​ນິ​ດ ​ແຫ່ງ​ນີ້ ຈຶ່ງເປັນຈຸດ​ເດັ່ນ.

​ພະ​ນັກ​ງານ​ທະ​ນາ​ຄານກວດ​ສອບທະ​ນະ​ບັດ​ດົງ ໃນ​ທະ​ນາ​ຄານ ທີ່​ເມືອງວິນ​ເຢັນ, ຫວຽດ​ນາມ, 19 ສິງ​ຫາ 2015.
​ພະ​ນັກ​ງານ​ທະ​ນາ​ຄານກວດ​ສອບທະ​ນະ​ບັດ​ດົງ ໃນ​ທະ​ນາ​ຄານ ທີ່​ເມືອງວິນ​ເຢັນ, ຫວຽດ​ນາມ, 19 ສິງ​ຫາ 2015.

ຜົນ​ຜະ​ລິດ​ລວມພາຍ​ໃນຂອງ​ປະ​ເທດ ແມ່ນ​ຄາດ​ວ່າ​ຈະ​ຂະ​ຫຍາຍ​ຕົວອອກສູ່ 7 ເປີ​ເຊັນ
ໃນ​ປີ​ນີ້. ລະ​ດັບ​ເງິນ​ຕາ​ແລະ​ເງິນ​ເຟີ້ ແມ່ນ​ທຸ່ນ​ທ່ຽງ. ການ​ສົ່ງ​ອອກ​ສິນ​ຄ້າ​ແມ່ນ​ມີ​ການ​
ຂະ​ຫຍາຍ​ຕົວ, ການ​ອຸດ​ສາ​ຫະ​ກຳ, ການ​ລົງທຶນ​ໂດຍ​ກົງ​ຂອງ​ວຽດນາມ ສະ​ແດງ​ໃຫ້​
ເຫັນ​ວ່າ​ລື່ນ​ ​ບັນ​ດາ​ສະ​ມາ​ຊິກ 10 ປະ​ເທດອາ​ຊຽນດ້ວຍກັນ.

“ຫວຽດ​ນາມ​ແມ່ນ​ເບິ່ງ​ຄື​ວ່າ ຍັງ​ຈະ​ເປັນ​ປະ​ເທດ​ທີ່​ຂະ​ຫຍາຍ​ຕົວ​ທາງ​ດ້ານ​ເສດ​ຖະ​ກິດ​
ໄວ​ທີ່ສຸດ​ຂອງ​ການ​ເສດ​ຖະ​ກິດ​ອາ​ຊຽນ ໃນ​ປີ 2018 ແລະ2019, ພໍໆ​ກັນ​ກັບ​ປີ 2017,”

ຊຶ່ງ​ທ່ານ ຈີ​ດູ ນາ​ຣາ​ຢາ​ນັນ ນັກ​ເສດ​ຖະ​ສາດ​ເອ​ເຊຍ​ທີ່​ທະ​ນາ​ຄານ​ສ​ແຕນ​ດາດ​ຣ໌ ຊາ​ຣ໌​ເຕີ​ (Standard Chartered) ໄດ້​ກ່າວ​ໄວ້ ແລະ​ກ່າວ​ເພີ້​ມ​ຕື່ມ​ວ່າ “ພວກ​ເຮົາ​ຍັງ​ຢູ່​ໃນ​ທ່າ​ບວກ
ກ່ຽວ​ກັບ​ການ​ຂະ​ຫຍາຍ​ຕົວ​ລະ​ດັບ​ກາງ​ຂອງ​ຫວຽດ​ນາມ ເຂົ້າ​ໃນ​ກິດ​ຈະ​ກຳ​ການ​ຜະ​ລິດ
​ດ້ານ​ອຸດ​ສາ​ຫະ​ກຳ, ດ້ວຍວ່າ FDI ໄດ້ເຂົ້າ​ຮ່ວມໃນອຸດ​ສາ​ຫະ​ກຳ​ອິເລັກໂຕຣນິກ ຍັງ​ຢືນ
ເປັນ​ຫຼັກ​ຢ່າງ​ແຂງ​ຂັນຢູ່ຕາມເດີມ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ເລ​ຂາ​ທິ​ການໃຫຍ່ພັກ​ຄອມ​ມຸຍ​ນິດ ຫວຽດ​ນາມ ທ່ານ ຫງຽນ ຟູ ທ​ຣວງ ໃຫ້​ການ​ຖະ​ແຫຼງ​ການ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຮາ​ວານ​ນາ, ຄິວ​ບາ, 29 ມີ​ນາ 2018.
ເລ​ຂາ​ທິ​ການໃຫຍ່ພັກ​ຄອມ​ມຸຍ​ນິດ ຫວຽດ​ນາມ ທ່ານ ຫງຽນ ຟູ ທ​ຣວງ ໃຫ້​ການ​ຖະ​ແຫຼງ​ການ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຮາ​ວານ​ນາ, ຄິວ​ບາ, 29 ມີ​ນາ 2018.

XS
SM
MD
LG