ຈໍານວນລະເບີດແລະລະເບີດຝັງດິນ ທີ່ມີລາຍງານວ່າ ຖືກພົບ
ເຫັນຢູ່ໃນພາກກາງຫວຽດນາມ ໄດ້ມີຫລາຍຂຶ້ນໃນບໍ່ເທົ່າໃດປີ
ຜ່ານມານີ້ ໃນຂະນະທີ່ ມີການສະສາງເກັບກູ້ລະເບີດຈາກດິນ
ດອນທີ່ຖືກກະທົບນັ້ນເພີ່ມຫຼາຍຂຶ້ນເພື່ອການພັດທະນາ. ຫຼາຍ
ຄົນຮູ້ດີເຖິງອັນຕະລາຍ ແຕ່ອຸບັດເຫດລະເບີດ ແຕກກໍຍັງສືບຕໍ່ ເອົາຊີວິດຜູ້ຄົນໄປຢູ່ເລື້ອຍໆ. Marianne Brown ຜູ້ສື່ຂ່າວວີ
ໂອເອ ມີລາຍງານຈາກແຂວງກວາງຈີ ຊຶ່ງທອງປານຈະນໍາມາ
ສະເໜີທ່ານ.
ເກືອນສີ່ສິບປີ ຫຼັງຈາກສົງຄາມຫວຽດນາມໄດ້ສິ້ນສຸດລົງ ກໍຍັງ
ມີລະເບີດທີ່ບໍ່ທັນແຕກ ຫຼື UXO ປະມານ 600,000 ໂຕນ ຕົກ
ຄ້າງຢູ່ໃນພື້ນດິນ. ທາງການຫວຽດນາມເວົ້າວ່າລູກປືນຄົກ ລະ
ເບີດລູກຫວ່ານ ລະເບີດໃຫຍ່ ແລະລະເບີດມືເຫຼົ່ານັ້ນໄດ້ສັງຫານ ຫຼືບໍ່ກໍເຮັດໃຫ້ໄດ້ຮັບ ບາດເຈັບໄປ ປະມານ 100,000 ຄົນ ນັບຕັ້ງແຕ່ສົງຄາມໄດ້ສິ້ນສຸດລົງ.
ນຶ່ງໃນຫລາຍໆແຂວງທີ່ມີລູກລະເບີດບໍ່ທັນແຕກຫຼາຍກວ່າໝູ່ ແມ່ນແຂວງກວາງຈີ ທີ່ຕັ້ງ ຢູ່ໃຕ້ເຂດປອດທະຫານເກົ່າ ແລະເປັນບ່ອນທີ່ມີການສູ້ລົບກັນຢ່າງດຸເດືອດຫຼາຍໆບັ້ນ.
ເຖິງແມ່ນບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານ ຫຼື NGO ໄດ້ປະຕິບັດການເກັບກູ້ລະ ເບີດບໍ່ທັນແຕກ ຢູ່ໃນແຂວງດັ່ງກ່າວມາໄດ້ 10 ກວ່າປີແລ້ວກໍຕາມ ການພັດທະນາທີ່ ດິນເພີ່ມຂຶ້ນ ບວກກັບລະບົບການລາຍງານທີ່ດີຂຶ້ນ ເຮັດໃຫ້ມີການພົບເຫັນລະເບີດບໍ່ ທັນແຕກເພີ່ມຂຶ້ນໄປອີກ ໃນໄລຍະຊຸມປີຜ່ານມານີ້.
Henk Liebenberg ຜູ້ຈັດການຝ່າຍປະຕິບັດການດ້ານເທັກນິກຂອງກຸ່ມ ໃຫ້ຄໍາປຶກສາ ດ້ານລະເບີດຝັງດິນ ຫຼືທີ່ຮູ້ກັນໃນຊື່ຫຍໍ້ວ່າ MAG ໃນແຂວງກວາງຈີ ກ່າວວ່າ ໃນປີ 2009 MAG ໄດ້ທໍາລາຍລະເບີດບໍ່ທັນແຕກ ປະມານ 7,500 ລູກ ແຕ່ໃນປີ 2012 ປີ ຜ່ານມານີ້ ໄດ້ທໍາລາຍຫຼາຍກວ່າ 17,000 ລູກ.
ທ່ານ ລີເບັນເບີກ ເວົ້າວ່າ: “ໃນເດືອນມັງກອນຜ່ານມານີ້ ພວກເຮົາໄດ້ໄປຍັງ
ໝູ່ບ້ານແຫ່ງນຶ່ງ ບ່ອນທີ່ທີມປະສານງານກັບປະຊາຄົມຂອງພວກເຮົາ ທໍາ
ງານຢູ່ ແລະພວກເຮົາໄດ້ພົບອາວຸດນ້ອຍເກືອບ 50 ໜ່ວຍ ຢູ່ບ່ອນທີ່ພວກ
ຄົນທ້ອງຖິ່ນເວົ້າວ່າ ບາງເທື່ອກໍປະມານ 500, 600 ແມັດຫ່າງຈາກບ່ອນ
ທີ່ພວກເຂົາເຈົ້າ ອາໄສຢູ່ ບ່ອນທີ່ພວກເຂົາເຈົ້າເຮັດວຽກຢູ່ໃນປ່າ.”
ເວລານີ້ ບັນດາກຸ່ມເກັບກູ້ລະເບີດບໍ່ທັນແຕກ ມີໂທລະສັບສາຍຕົງສໍາລັບ ໃຫ້ພວກຊາວ ບ້ານຊາວເມືອງໂທຫາພວກເຈົ້າໜ້າທີ່ ເວລາໃດພວກເຂົາເຈົ້າ ພົບເຫັນອາວຸດຕ່າງໆ ຈາກປາງສົງຄາມ. ນອກນີ້ແລ້ວ ເຈົ້າໜ້າທີ່ປະສານງານກັບປະຊາຄົມ ຍັງພາກັນໄປຫາ
ແຕ່ລະບ້ານເຮືອນເພື່ອເກັບກໍາຂໍ້ມູນໂດຍກົງ ຊຶ່ງທ່ານລີເບັນເບີກ ເວົ້າວ່າ ນີ້ກໍເປັນເຫດ
ຜົນນຶ່ງ ທີ່ພາໃຫ້ມີລາຍງານພົບເຫັນລະເບີດບໍ່ທັນແຕກ ເພີ່ມຫຼາຍຂຶ້ນ.
ເມື່ອເດືອນຜ່ານມາ ມີກຸ່ມນຶ່ງທີ່ຊື່ວ່າ Project Renew ໄດ້ຖືກເອີ້ນໃຫ້ໄປທໍາລາຍປືນຄົກ
ຂອງຝຣັ່ງ ແລະລະເບີດມືຂອງສະຫະລັດລູກນຶ່ງ ຢູ່ຫ່າງບໍ່ເທົ່າໃດແມັດຈາກໂຮງຮຽນອະ
ນຸບານແຫ່ງນຶ່ງ.
Ngo Xuan Hien ເຈົ້າໜ້າທີ່ກິດກະການພັດທະນາແລະສາທາລະນະ ທີ່ໄດ້ໄປຍັງ ສະຖານທີ່ດັ່ງກ່າວ ເວົ້າວ່າ:
“ເຮົາສາມາດເຫັນໄດ້ວ່າ ລະເບີດ 40 ມ.ມ. ລູກນັ້ນຖືກຫ້າງໄວ້ແລ້ວ
ໄດ້ຖືກຍິງແລ້ວ ແຕ່ບໍ່ທັນແຕກ ສະນັ້ນໂມງຍັງແລ່ນຢູ່ ພ້ອມທີ່ຈະ ລະເບີດໄດ້ທຸກເວລາ.”
ທ່ານຫຽນເວົ້າອີກວ່າ ພື້ນທີ່ດັ່ງກ່າວເປັນທີ່ຮູ້ກັນດີວ່າ ເປັນບ່ອນທີ່ມີລະເບີດບໍ່ທັນແຕກ ຢາຍຊະຊາຍ ຢ່າງຫຼວງຫຼາຍ. ທ່ານຫຽນເວົ້າຕໍ່ໄປວ່າ:
“ປະມານສອງຫລັກຈາກບ່ອນນີ້ ແມ່ນປ້ອມຫລົບໄພ ກວາງຈີ ມີຊື່ສຽງວ່າ
ເປັນບ່ອນທີ່ມີການສູ້ລົບກັນຢ່າງດຸເດືອດ ໃນປີ 1972. ສະນັ້ນ ມັນຖື
ເປັນເລຶ່ອງທໍາມະດາຫຼາຍ ທີ່ຈະເຫັນ UXO ຍັງຕົກຢາຍຊະຊາຍ ຢູ່ທົ່ວ
ພື້ນທີ່ດັ່ງກ່າວ.”
ທີມງານໄດ້ກັ້ນບໍລິເວນນັ້ນເປັນເຂດຫ້າມເຂົ້າ ແລະໄດ້ໃຊ້ໂທລະໂຄ່ງປະກາດຕັກເຕືອນ ພວກຊາວບ້ານຊາວເມືອງ ໃຫ້ຢູ່ຫ່າງໆອອກໄປ.
ລະເບີດບໍ່ທັນແຕກທີ່ຖືກພົບເຫັນ ບໍ່ໄດ້ຖືກເຮັດໃຫ້ແຕກຂຶ້ນ
ພາຍໃຕ້ສະພາບ ການທີ່ຖືກ ຄວບຄຸມແບບນີ້ທັງໝົດ. ລະ
ເບີດບາງລູກໄດ້ແຕກຂຶ້ນເວລາພວກ ຊາວນາຊາວສວນ
ໄປແຕະຕ້ອງຖືກມັນ ເວລາພວກເຂົາເຈົ້າເຮັດນາເຮັດສວນ.
Nguyen Ngoc Thu ອາຍຸ 48 ປີ ອາໄສຢູ່ຕູບນ້ອຍເກົ່າໆ
ໃນໝູ່ບ້ານ ນ້ອຍໆແຫ່ງນຶ່ງ. ໃນປີ 1995 ລາວກໍາລັງຫຼົກ
ຫຍ້າອອກຈາກສວນມັນຕົ້ນ ຂອງລາວ ເວລາຈົກຂອງລາວ
ໄປຖືກລະເບີດລູກນຶ່ງ ແລະລະເບີດໄດ້ແຕກຂຶ້ນຖືກຂາຂວາ
ຂາດ. ເວລານີ້ລາວຍ່າງ ດ້ວຍຂາປອມເກົ່າໆ. ລາວເວົ້າວ່າ
ມັນຫາເງິນລໍາບາກຫຼາຍ ເພື່ອລ້ຽງເມຍກັບລູກສາວສອງຄົນ.
ຖູເວົ້າວ່າ ລາວມີລາຍໄດ້ໜ້ອຍຫຼາຍ ແລະໄດ້ລົງທະບຽນເປັນຄອບຄົວທຸກຈົນໃນແຂວງ ກວາງຈີນັ້ນ ຊຶ່ງໝາຍຄວາມວ່າລາວມີລາຍໄດ້ປະມານ 19 ໂດລາຕໍ່ເດືອນ.
ບາງຄົນກໍພາກັນໄປຊອກຫາລະເບີດບໍ່ທັນແຕກ ຢ່າງຈົງໃຈເພື່ອເອົາເຫຼັກເສດໄປຂາຍ ບາງເທື່ອກໍສ່ຽງຕາຍ ແກະເອົາວັດຖຸລະເບີດຢູ່ທາງໃນບັ້ງ ໄປຂາຍໃຫ້ພວກຊາວປະມົງ ຫຼືພວກລະເບີດດິນ.
ແຕ່ ທ່ານ Le Van Minh ເຈົ້າໜ້າທີ່ປະສານງານກັບປະຊາຄົມອາວຸໂສ ຂອງ MAG ເວົ້າວ່າ ຈໍານວນນາຍໜ້າຊື້ເຫຼັກເສດໄດ້ຫຼຸດລົງໃນບໍ່ເທົ່າໃດ ປີຜ່ານມານີ້ ຍ້ອນວ່າເສດ ຖະກິດໄດ້ຊັກຊ້າລົງ ຊຶ່ງສົ່ງຜົນກະທົບຕໍ່ອຸດສາ ຫະກໍາກໍ່ສ້າງ.
ນາຍ Nguyen Van Hung ອາຍຸ 25 ປີ ຊ່ວຍຄອບຄົວຂາຍເຫຼັກເສດມາໄດ້ 30 ປີກວ່າ.
ທ້າວ ຮຸງ ເວົ້າວ່າ ລາຄາເຫຼັກເສດໄດ້ຫຼຸດລົງ ໃນໄລຍະສອງປີຜ່ານມານີ້ ຈາກກິໂລນຶ່ງ 7,000 ດົງ ຫຼືປະມານ 33 ເຊັນ ມາເປັນ 5,000 ດົງ ໃນປີນີ້.
ພວກກຸ່ມເກັບກູ້ລະເບີດບໍ່ທັນແຕກ ສ່ວນໃຫຍ່ແມ່ນຈະສຸມວຽກງານຂອງເຂົາເຈົ້າ ຢູ່ໃນ ແຂວງກວາງຈີ ເຖິງແມ່ນຈະມີກິດຈະກໍາບາງຢ່າງຢູ່ແຂວງ ໃກ້ຄຽງກໍຕາມ. ລະດັບຄວາມ ຕື່ນຕົວກ່ຽວກັບລະເບີດ UXO ນີ້ ຍັງບໍ່ສູງ ເທົ່າທີ່ຄວນຢູ່ໃນເຂດອື່ນໆຂອງປະເທດ ແລະ ຜົນຮັບກໍແມ່ນສາມາດຮ້າຍແຮງເຖິງຕາຍໄດ້. ໃນທ້າຍປີຜ່ານມານີ້ ອຸບັດເຫດລະເບີດບໍ່ ທັນແຕກສອງ ບັ້ນ ໄດ້ເອົາຊີວິດເດັກນ້ອຍໄປ ຫ້າຄົນ.
ທັງສະຫະລັດແລະຫວຽດນາມ ຍັງບໍ່ໄດ້ເຊັນສົນທິສັນຍາຫ້າມລະເບີດຕໍ່ຕ້ານບຸກຄົນຂອງ
ປີ 1997 ຫຼືສົນທິສັນຍາກ່ຽວກັບລະເບີດລູກຫວ່ານ ປີ 2008 ນັ້ນເທື່ອ. ຊຶ່ງບັນດາຊ່ຽວຊານ
ເວົ້າວ່າ ຫວຽດນາມບໍ່ຍອມເຊັນ ກໍເພາະຢາກສະຫງວນຮັກສາທົ່ງລະເບີດຝັງດິນຂອງຕົນ
ຢູ່ໃນພາກເໜືອຂອງປະເທດ ໄວ້ເພື່ອໃຫ້ເປັນເຂດກັນຊົນຕ້ານຈີນແຕ່ຫວຽດນາມກໍກໍາລັງ
ທໍາຄວາມກ້າວໜ້າ ໃນການເຈລະຈາຕໍ່ຮອງກ່ຽວກັບສົນທິສັນຍາຕໍ່ຕ້ານລະເບີດລູກຫວ່ານ.
ສໍາລັບຊາວຫວຽດນາມທໍາມະດາສາມັນແລ້ວ ໄພຂົ່ມຂູ່ຂອງມູນເຊື້ອສົງຄາມ ທີ່ລີ້ຊ່ອນຢູ່ນີ້ ກໍເບິ່ງຊົງວ່າຈະເອົາຊີວິດຜູ້ຄົນໄປອີກຫຼາຍລ້ານຄົນ ຕະຫຼອດຫຼາຍເຊັ່ນຄົນໃນອະນາຄົດ.
ສະໄລດ໌ກ່ຽວກັບຂ່າວນີ້: