ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ຊອກ​ຫາ ​ການ​ເຫັນ​ພ້ອມ ກັບ ສ​ຫລ ໂດຍການ​ເກັບ​ພາ​ສີ ​ຕໍ່​ສິນ​ຄ້າ​ຂາ​ເຂົ້າ​ຂອງ​ຈີນ


ຫີບ​ບັນ​ທຸດ​ສີນ​ຄ້າ​ຈີນ ແລະ Cosco ກຳ​ລັງ​ຂົນ​ໃສ່ກຳ​ປັ່ນ ຢູ່​ທ່າ​ເຮືອ ໃນ​ນະ​ຄອນ​ໂຮ່​ຈີ​ມິນ ​​ປະ​ເທດຫວຽດ​ນາ​ມ ວັນ​ທີ ​ 27 ກໍ​ລະ​ກົດ 2018.
ຫີບ​ບັນ​ທຸດ​ສີນ​ຄ້າ​ຈີນ ແລະ Cosco ກຳ​ລັງ​ຂົນ​ໃສ່ກຳ​ປັ່ນ ຢູ່​ທ່າ​ເຮືອ ໃນ​ນະ​ຄອນ​ໂຮ່​ຈີ​ມິນ ​​ປະ​ເທດຫວຽດ​ນາ​ມ ວັນ​ທີ ​ 27 ກໍ​ລະ​ກົດ 2018.

ຫວຽດ​ນ​າມ​ໄດ້​ວາງ​ມາ​ດ​ຕະ​ການ​ເກັບພາ​ສີ​ຕໍ່​ຕ້ານ​ການ​ທຸ້​ມ​ສິນ​ຄ້າ​ບາງ​ຊະ​ນິດ​ຂອງ​ຈີນ
ທີ່​ບໍ່​ໄດ້​ມີ​ການ​ເກັບ​ພາ​ສີ​ໂດຍ​ສະ​ຫະ​ລັດ ໃນ​ການ​ຜິດ​ຂ້ອງ​ຕ້ອງ​ຖຽງ​ທາ​ງດ້ານ​ການ​ຄ້າ​
ກັບ​ປັກ​ກິ່ງ.

ກະ​ຊວງອຸດ​ສາ​ຫະ​ກຳແລະ​ການ​ຄ້າ ຂອງ​ປະ​ເທດ​ເອ​ເຊຍ​ອາ​ຄະ​ເນ​ດັ່ງ​ກ່າວ ໄດ້​ຕັດ​ສິນ
​ໃຈ ​ຫຼັງ​ຈາກໄດ້ທົບ​ທວນ​ມາ​ເປັນ​ເວ​ລາ 5 ເດືອນ ເພື່ອ​ວາງ​ມາດ​ຕະ​ການເກັບ​ພາ​ສີຊົ່ວ
​ຄາວ​ຕໍ່ຕ້ານ​ການ​ທຸ້ມ​ສິນ​ຄ້າ 2.46 ເປີ​ເຊັນ ຫາ 35.58 ເປີ​ເຊັນຕໍ່​ບັນ​ດາຜະ​ລິດ​ຕະ​ພັນ
ທີີ່​ເປັນ​ອາ​ລູ​ມີ​ນຽມ​ຫຼາຍ​ຢ່າງທີ່​ເຮັດ​ມາ​ແຕ່​ຈີນ ເລີ້ມມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ 5 ມິ​ຖຸ​ນາ​
ຜ່ານ​ມາ

ຫວຽດ​ນາມ​ ແມ່ນ​ນຶ່ງ​ໃນບັນ​ດາປະ​ເທດທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍ​ທີ່​ສຸດ​ ຈາກ ບັນ
​ຫາ​ຂັດ​ແຍ້ງ​ທາງ​ດ້ານ​ການ​ຄ້າ ລະ​ຫວ່​ວາງ​ຈີນ​ກັບ​ສະ​ຫະ​ລັດ ເພາະ​ວ່າ​ການ​ເກັບ​ພາ​ສີ​
ຕ່ຳ​ຕໍ່ບັນ​ດາ​ຜູ້​ສົ່ງ​ອອກ ທີ່​ຕັ້ງ​ຢູ່​ໃນ​ປະ​ເທດ​ຈີນ ​ຈຶ່ງ​ສວ​ຍ​ໃຊ້​ປະ​ເທດ​ດັ່ງກ່າວ​ສຳ​ລັບການ
ຜະ​ລິດ​ໃນ​ການ​ສົ່ງ​ອອກ​ມາ​ສູ່​ສະ​ຫະ​ລັດ.

ແຕ່​ວ່າ​ບັນ​ດາ​ໂຮງ​ງານ​ຜະ​ລິດຈຳ​ນວນ​ນຶ່ງພຽງ​ແຕ່ຕິດ​ປ້າຍ​ຜະ​ລິດ​ຕະ​ພັນ​ເຮັດ​ຢູ່​ໃນ
​ປະ​ເທດ​ຈີນ​ວ່າ “ເຮັດ​ຢູ່ໃນ​ຫຽວດ​ນາມ” ເພື່ອ​ສົ່ງ​ຂ້າມ​ເຂົ້າ​ມາຍັງ​ສະ​ຫະ​ລັດ.

​ການ​ເກັບພາ​ສີ​ຕໍ່​ຕ້ານ​ການ​ທຸ້​ມ​ສິນ​ຄ້າ​ຂອງ​ຫວຽດ​ນາມ ແມ່ນ “ການ​ຕອບ​ໂຕ້​ທີ່​ມີ​ປະ​
ສິດ​ທິ​ຜົນ​ຂອງຝ່າຍ​ຫວຽດ​ນາ​ມ​ ​ເມື່ອ​ເວົ້າ​ເຖິງການ​ເກັບ​ພາ​ສີ​ທາງ​ອ້ອມ​ຂອງ ກະ​ຊວງ​
ການ​ຄ້າສະ​ຫະ​ລັດ ຕໍ່​ຕ້ານ​ການ​ສົ່ງ​ອອກອາ​ລູ​ມີ​ນຽມ​ຈາກ​ຫວຽດ​ນາມ” ອີງ​ຕາມຫ້ອງ​
ຄົ້ນ​ຄວ້າ​ດ້ານຕະ​ຫຼາດ​ການ​ເງິນ​ຂອງ SSI ​ທີ່​ຕັ້ງ​ຢູ່​ນະ​ຄອນ​ຮ່າ​ໂນ່ຍ ​ໄດ້ກ່າວ​ຢູ່​ໃນ​ບັນ​
ທຶກ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ.

ບັນທຶກດັ່ງ​ກ່າວ​ຮ້ອງ​ການ​ເກັບ​ພາ​ສີ​ວ່າ “ເປັນ​ການ​ເຄື່ອນ​ໄຫວ​ທີ່​ກ້າ​ຫານ ສຳ​ລັບ​
ຫວຽດ​ນາມ​ໃນ​ການ​ອອກ​ກົດ​ໝາຍນີ້” ໃນ​ນາມ​ທີ່​ເປັນ “ປະ​ເທດ​ທີ່​ພຸ່ງ​ພົ້ນ​ໃໝ່ໃນ
ຖາ​ນະ​ປະ​ເທດຢູ່​ໃນ​ຂົງ​ເຂດ ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃຫຍ່​ທີ່​ສຸດຈາກ​ສົງ​ຄາມ​ກາ​ນ​
ຄ້າ ​ລະ​ຫວ່າງຈີນ​ກັບ​ສະ​ຫະ​ລັດ.”

ອ່ານ​ຂ່າວ​ຂີ້​ເພີ້ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG