ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຢ່າງກວ້າງຂວາງ ຊີ້ໃຫ້ເຫັນ ຄວາມໂມໂຫ ທີ່ຝັງແໜ້ນໃນ ຫວຽດນາມ


ພວກປະທ້ວງຖືປ້າຍ ເຊິ່ງອ່ານວ່າ "ຫ້າມບໍ່ໃຫ້ຈີນເຊົ່າດິນ ບໍ່ວ່າຈະຍາມໃດກໍຕາມ" ໃນລະຫວ່າງການປະທ້ວງ ຕໍ່ຮ່າງຍັດຕິ ກ່ຽວກັບ ເຂດເສດຖະກິດພິເສດ ໃນນະຄອນ ຮາໂນ່ຍ, ຫວຽດນາມ, 10 ມິຖຸນາ, 2018.
ພວກປະທ້ວງຖືປ້າຍ ເຊິ່ງອ່ານວ່າ "ຫ້າມບໍ່ໃຫ້ຈີນເຊົ່າດິນ ບໍ່ວ່າຈະຍາມໃດກໍຕາມ" ໃນລະຫວ່າງການປະທ້ວງ ຕໍ່ຮ່າງຍັດຕິ ກ່ຽວກັບ ເຂດເສດຖະກິດພິເສດ ໃນນະຄອນ ຮາໂນ່ຍ, ຫວຽດນາມ, 10 ມິຖຸນາ, 2018.

ການແຜ່ຂະຫຍາຍຂອງການປະທ້ວງຕາມທ້ອງຖະໜົນໃນ ຫວຽດນາມ ເດືອນນີ້ ໄດ້
ສະແດງໃຫ້ເຫັນ ເຖິງຄວາມຢ້ານກົວກ່ຽວກັບ ຈີນ ທີ່ມີຢູ່, ຄວາມເປັນຫ່ວງຕ່າງໆ ກ່ຽວ
ກັບ ສິດເສລີພາບໃນການປາກເວົ້າ ແລະ ການບໍ່ເຊື່ອຖືຕໍ່ຂະບວນການສ້າງກົດໝາຍ,
ອີງຕາມຄຳເວົ້າຂອງບັນດານັກວິເຄາະ.

ອົງການນິລະໂທດກຳສາກົນ ໄດ້ກ່າວວ່າ ການປະທ້ວງທີ່ມີຄວາມຮຸນແຮງເປັນບາງ
ຄັ້ງໄດ້ຂະຫຍາຍອອກໄປເຖິງ 10 ຕົວເມືອງ, ລວມທັງເມືອງທີ່ໃຫຍ່ທີ່ສຸດຂອງ ຫວຽດ
ນາມ ແລະ ໄດ້ດຶງດູດປະຊາຊົນປະມານ 30,000 ຄົນໃນວັນທີ 9 ແລະ 10 ມິຖຸນາທີ່
ຜ່ານມາ. ການປະທ້ວງຕ່າງໆເມື່ອວັນທີ 17 ມິຖຸນາທີ ໄດ້ເຮັດໃຫ້ມີຄົນອອກມາປະ
ທ້ວງຕື່ມອີກຫຼາຍພັນຄົນ. ຢ່າງໜ້ອຍ 150 ຄົນ ແມ່ນໄດ້ຖືກຄວບຄຸມຕົວ ໃນປະເທດ
ຄອມມູນິສ ດັ່ງກ່າວ ທີ່ບໍ່ຍອມຮັບການຄັດຄ້ານ ແລະ ຕຳຫຼວດໄດ້ທຳຮ້າຍຮ່າງກາຍ
ຜູ້ປະທ້ວງບາງຄົນ, ອີງຕາມອົງການນິລະໂທດກຳສາກົນ. ໜັງສືພິມ Tuoi Tre ຂອງ
ຫວຽດນາມ ໄດ້ລາຍງານວ່າ ປະຊາຊົນ 8 ຄົນໄດ້ຖືກຈັບກຸມ.

ພວກປະທ້ວງໃນທົ່ວປະເທດໄດ້ອອກມາຕອບໂຕ້ຕໍ່ກົດໝາຍສະພາແຫ່ງຊາດ ທີ່ຈະ
ອະນຸຍາດໃຫ້ນັກລົງທຶນຕ່າງປະເທດ ເຊົ່າທີ່ດິນໄດ້ດົນເຖິງ 99 ປີໃນເຂດເສດຖະກິດ
ພິເສດສາມແຫ່ງ. ເຂົາເຈົ້າຄົ້ນພົບວ່າ ພວກນັກລົງທຶນຈາກ ຈີນ, ເຊິ່ງແມ່ນຄູ່ແຂ່ງທາງ
ການເມືອງຂອງ ຫວຽດນາມ, ຈະເປັນຜູ້ເຊົ່າດິນ. ພວກປະທ້ວງຢູ່ເຂດໃນເມືອງກໍຍັງ
ໄດ້ຕິຕຽນກົດໝາຍຮັກສາຄວາມປອດໄພທາງຄອມພິວເຕີ ທີ່ຖືກຮັບຜ່ານໂດຍສະພາ
ແຫ່ງຊາດເມື່ອວັນທີ 12 ມິຖຸນາທີ່ຜ່ານມາ. ກົດໝາຍດັ່ງ ກ່າວຈະນຳໄປສູ່ກົດລະບຽບ
ຕ່າງໆທີ່ອະນຸດຍາດໃຫ້ຕຳຫຼວດ ກວດກາຕິດຕາມ ສິ່ງທີ່ປະຊາຊົນໄດ້ນຳອອກເຜີຍ
ແຜ່ ໃນໂລກອອນໄລນ໌ຢ່າງໃກ້ຊິດ.

ທ່ານ ຈຸງ ຫງວຽນ ອະທິການບໍດີພາກວິຊາພົວພັນສາກົນ ທີ່ມະຫາ ວິທະຍາໄລວິທະ
ຍາສາດສັງຄົມ ແລະ ມະນຸດສະທຳ ໂຮ ຈິ ມິ່ນ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ເຫດ
ຜົນພື້ນຖານຂອງການປະທ້ວງຕ່າງໆແມ່ນ ເຂົາເຈົ້າບໍ່ເຊື່ອໃຈລັດຖະບານ, ແລະ ເຂົາ
ເຈົ້າກໍບໍ່ເຊື່ອໃຈສະພາແຫ່ງຊາດ ຫຼື ເຂົາເຈົ້າບໍ່ເຊື່ອຖືໃນກົດໝາຍ.”

ສະພາແຫ່ງຊາດ, ເຊິ່ງແມ່ນສະຖານນິຕິບັນຍັດຂອງ ຫວຽດນາມ, ໄດ້ເລື່ອນການອອກ
ກົດໝາຍການເຊົ່າດິນ 99 ປີອອກໄປຈົນຮອດເດືອນຕຸລາ ສຳລັບຄວາມເປັນໄປໄດ້
ໃນການທົບທວນຄືນ. ແຕ່ພວກຜູ້ປະທ້ວງແມ່ນຍັງໂມໂຫຢູ່, ໃນຂະນະທີ່ເຂົາເຈົ້າບໍ່ຮູ້
ຜົນຂອງເດືອນຕຸລານັ້ນ. ໃນເມືອງຕ່າງໆ, ພວກປະທ້ວງໄດ້ອອກມາເວົ້າຕໍ່ຕ້ານກົດ
ໝາຍຮັກສາຄວາມປອດໄພທາງຄອມພິວເຕີ ໃນຂະນະທີ່ກົດລະບຽບສະເພາະເຈາະ
ຈົງ ກ່ຽວກັບ ສິ່ງທີ່ຖືກອະນຸຍາດໃຫ້ເອົາລົງທາງອອນໄລນ໌ ຈະມີອອກມາໃນປະມານ 6
ເດືອນຂ້າງໜ້າ.

ກົດໝາຍດັ່ງກ່າວ ອາດອະນຸຍາດໃຫ້ລັດຖະບານຂໍໃຫ້ຜູ້ສະໜອງການບໍລິການອິນເຕີ
ແນັດ ແບ່ງປັນຂໍ້ມູນ ກ່ຽວກັບ ສິ່ງທີ່ຜູ້ໃຊ້ທົ່ວໄປເວົ້າໃນໂລກອອນໄລນ໌, ອີງຕາມຄຳເວົ້າ
ຂອງເຈົ້າໜ້າທີ່ອົງການນິລະໂທດກຳສາກົນ. ທ່ານ ອາດຳ ແມັກຄາທີ ຫົວໜ້ານັກເສດ
ຖະສາດ ຈາກບໍລິ ສັດທີ່ປຶກສາດ້ານເສດຖະກິດແມ່ຂອງ ໃນນະຄອນຫຼວງ ຮາໂນ່ຍ
ກ່າວວ່າ ມັນອາດຂະຫຍາຍໄປເຖິງການຮ້ອງທຸກໃນແຕ່ລະວັນ ຂອງປະຊາຊົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG