ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂຄງການ ສະຖາບັນ ຂົງຈື້ ເຮັດໃຫ້ ປັນຍາຊົນ ຫວຽດນາມ ກັງວົນ


ພວກເດັກນ້ອຍນັກຮຽນ ໂບກທຸງຊາດຫວຽດນາມ ແລະຈີນ ກ່ອນພິທິຕ້ອນຮັບ ນາຍົກຈີນ ທ່ານ Li Keqiang ທີນຳນຽບ ປະທານປະເທດຫວຽດນາມ ໃນກຸງຮາໂນ່ຍ (13 ຕຸລາ 2013)
ພວກເດັກນ້ອຍນັກຮຽນ ໂບກທຸງຊາດຫວຽດນາມ ແລະຈີນ ກ່ອນພິທິຕ້ອນຮັບ ນາຍົກຈີນ ທ່ານ Li Keqiang ທີນຳນຽບ ປະທານປະເທດຫວຽດນາມ ໃນກຸງຮາໂນ່ຍ (13 ຕຸລາ 2013)
ແຜນການທີ່ຈະສ້າງຕັ້ງອົງການນຶ່ງຂຶ້ນ ເພື່ອຊຸກຍູ້ສົ່ງເສີມພາສາ
ແລະວັດທະນະທຳຈີນຢູ່ໃນຫວຽດນາມ ພວມໄດ້ຮັບການຕຳໜິ
ຕິຕຽນ ຈາກພວກປັນຍາຊົນ ຊາວຫວຽດນາມ ທີ່ເວົ້າວ່າ ປັກກິ່ງ
ກຳລັງພະຍາຍາມ ທີ່ຈະຮຸກຮານຫວຽດນາມດ້ວຍການໃຊ້ອຸດົມ
ການ.

ຂໍ້ຕົກລົງ ເພື່ອສ້າງສະຖາບັນຂົງຈື້ ທີ່ນະຄອນຫຼວງຮາໂນ່ຍ ໄດ້ ບັນລຸກັນໃນລະຫວ່າງການໄປຢ້ຽມຢາມຫວຽດນາມຂອງນາຍົກ
ລັດຖະມົນຕີຈີນ ທ່ານ Li Keqiang ໃນເດືອນນີ້.

ແຕ່ແຜນການດັ່ງກ່າວ ໄດ້ກໍ່ໃຫ້ເກີດມີການອະພິປາຍກັນຢ່າງ
ເຜັດຮ້ອນທາງຕາໜ່າງສື່ສັງຄົມ ຢູ່ໃນຫວຽດນາມ.

ດຣ. Nguyen Nha ນັກຊ່ຽວຊານ ກ່ຽວກັບຄວາມສຳພັນ ລະຫວ່າງຈີນແລະຫວຽດນາມ
ກ່າວຕໍ່ວີໂອເອພະແນກພາສາຫວຽດນາມວ່າ ປັກກິ່ງຕ້ອງການທີ່ຈະຫຍາຍອິດທິພົນຂອງ ຕົນໂດຍໃຊ້ວັດທະນະທຳ.

ດຣ. Nguyen Nha ເວົ້າວ່າ “ໃນລະຫວ່າງການປະຕິວັດວັດທະນະທຳນັ້ນ ຈີນໄດ້ ທັບມ້າງລັດທິຂົງຈື້ ແລະເວລານີ້ ຊໍ້າພັດຕ້ອງການຢາກຈະຮື້ຟື້ນ ເພື່ອຈະໃຫ້ມີ
ອິດທິພົນຕໍ່ບັນດາປະເທດເພື່ອນບ້ານແລະພວກທີ່ຕົກທີ່ເປັນເປົ້າໝາຍ. ການ ເຄື່ອນໄຫວທີ່ວ່ານີ້ ບໍ່ໄດ້ໃຫ້ຜົນປະໂຫຍດຫຍັງແກ່ຫວຽດນາມເລີຍ.”


ດຣ. Nguyen Nha ກ່າວວ່າ ຈີນໄດ້ປະສົບຄວາມສຳເລັດໃນການເສີມຂະຫຍາຍອຳນາດ
ຂອງຕົນຢູ່ໃນຫວຽດນາມກ່ຽວກັບເລື່ອງເສດຖະກິດໃນຂະນະທີ່ຕະຫຼາດຫວຽດນາມເຕັມໄປ
ດ້ວຍຜະລິດຕະພັນຂອງຈີນ ແລະຫວຽດນາມ ໄດ້ຂາດດຸນການຄ້າ ເປັນຈຳນວນຫຼວງຫຼາຍ
ກັບຈີນ ຊຶ່ງເປັນປະເທດເພື່ອນບ້ານ ທີ່ຂ້ອນຂ້າງໃຫຍ່ນັ້ນ.
XS
SM
MD
LG