ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ກັບກຳປູເຈຍ ຮ່ວມກັນກົດດັນ ທາງການລາວ ກ່ຽວກັບ ເຂື່ອນໄຟຟ້າ ດອນສະຫົງ


ກອງ​ປະຊຸມ​ສຸດ​ຍອດ​ ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ ຄັ້ງທີ 2 ​​ເມື່ອ​ຕົ້ນ​ເດືອນ​​ເມສາ ຢູ່​ທີ່​ນະ​ຄອນ ​ໂຮຈີ​ມິນ.
ກອງ​ປະຊຸມ​ສຸດ​ຍອດ​ ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ ຄັ້ງທີ 2 ​​ເມື່ອ​ຕົ້ນ​ເດືອນ​​ເມສາ ຢູ່​ທີ່​ນະ​ຄອນ ​ໂຮຈີ​ມິນ.
ທາງ​ການ​ຫວຽດນາມ ກັບກຳປູ​ເຈຍ​ ຮ່ວມ​ກັນ ກົດ​ດັນ​ທາງ
​ການ​ລາວ ເພື່ອ ​ໃຫ້​ທຳ​ການ​ສຶກສາ ຢ່າງ​ຮ້ອບດ້ານ​ ໃນ​ການ​
ປ້ອງກັນ​ຜົນ​ກະທົບ​ ຈາກ​ການ​ກໍ່ສ້າງ​ ເຂື່ອນ​ດອນ​ສະ​ຫົງ ​
ເທິງ​ແມ່ນ້ຳຂອງ​ໃນ​ລາວ.

ການສະ​ແດງ​ທ່າ​ທີ​ກົດ​ດັນ​ ແລະຮຽກຮ້ອງ​ໃຫ້ ລັດຖະບານ​ລາວ
ທຳ​ການ​ສຶກສາຢ່າງຮ້ອບດ້ານ ​ເພື່ອ​ປ້ອງ​ກັນ​ບັນຫາ ຜົນ​ກະທົບ​
ຕໍ່​ສັງຄົມ ​ແລະ​ສະພາບ​ແວດ​ລ້ອມທຳ​ມະ​ຊາດ ຈາກ​ໂຄງການ​ກໍ່ສ້າງ​ເຂື່ອນໄຟຟ້າ​ດອນ​
ສະ​ຫົງ​ ເທິງ​ແມ່ນ້ຳຂອງ ​ໃນ​ເຂດ​ສີ່​ພັນ​ດອນ ຄອນ​ພະ​ເພັງ ທີ່​ເມືອງ​ໂຂງ ​ແຂວງ​ຈຳປາ​ສັກ
ຂອງ​ລາວ​ນັ້ນ ​ໄດ້​ມີ​ຂຶ້ນ ​ໃນ​ໂອກາດກອງ​ປະຊຸມ​ສຸດ​ຍອດ​ ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ
ຄັ້ງທີ 2 ເມື່ອ​ຕົ້ນ​ເດືອນເມສານີ້ ຢູ່​ທີ່​ນະ​ຄອນ ​ໂຮຈີ​ມິນ ຊິ​ຕີ້ ​ຂອງ​ຫວຽນາມ.

​ໂດ​ຍການ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ​ນີ້ ມີນາ​ຍຍົກ​ລັດຖະມົນຕີ​ຈາກ​ລາວ ກຳປູ​ເຈຍ ​ແລະຫວຽດນາມ ​ເຂົ້າຮ່ວມ​ຢ່າງ​ພ້ອມ​ໜ້າ ຈຶ່ງ​ຂາດ​ພຽງ​ນາຍ​ຍົກ​ລັດຖະມົນຕີ​ໄທ​
ເທົ່າ​ນັ້ນ ທີ່​ໄດ້​ມອບ​ໝາຍ​ໃຫ້ ຮອງ​ນາຍ​ຍົກ​ລັດຖະມົນຕີ ​ແລະ​ລັດຖະມົນຕີ​ວ່າການ
​ຕ່າງປະ​ເທດ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ແທນ ​ເນື່ອງ​ຈາກ​ຍັງ​ຜະ​ເຊີນ​ກັບ​ບັນ​ຫາ​ຂັດ​
ແຍ້​ງທາງ​ການ​ເມືອງພາຍ​ໃນ​ປະ​ເທດ​ຢູ່​ເລື້ອຍມາ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ກົດ​ດັນ​ແລະ​ຮຽກຮ້ອງ​ດັ່ງກ່າວ​ນີ້ ຂອງ​ນາຍ​ຍົກ​ລົດ​ຖະມົນຕີ ຫວຽດນາມ ​ແລະ​ກຳປູ​ເຈຍ ກໍ​ມີນ້ຳໜັກ​ພຽງພໍ​ສຳຫຼັບການ​ເຮັດ​ໃຫ້ ລັດຖະບານ​ລາວ
ຈະ​ຕ້ອງ​ມີ​ການ​ທົບ​ທວນ ​ແຜນການ​ກໍ່ສ້າງ​ເຂື່ອນດອນ​ສະ​ຫົງ ​ອີກ​ເທື່ອ​ໃໝ່ ​ໂດຍ​ສະ
​ເພາະ​ ແມ່ນ​ການທີ່​ຈະ​ຕ້ອງ​ ນຳ​ສະ​ເໜີ​ແຜນການ​ ເຂົ້າສູ່ຂັ້ນຕອນ​ ການພິຈາລະນາ
ຮ່ວມ​ກັນ​ລະຫວ່າງ​ພາຄີ ​ໃນຂໍ້​ຕົກລົງ​ຂອງ​ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ ວ່າ​ດ້ວຍ
​ການ​ໃຊ້​ປະ​ໂຫຍ​ດ ຈາກ​ນ້ຳຂອງ ທີ່​ລັດ​ຖະບານ​ລາວ ​ໄທ ກຳປູ​ເຈຍ ​ແລະ​ຫວຽດນາມ
​ໄດ້​ລົງ​ນາມ​ຮ່ວມ​ກັນ​ຢ່າງ​ເປັນ​ທາງ​ການ ນັບ​ແຕ່​ປີ 1995 ​ເປັນຕົ້ນມາ​ແລ້ວ.
ຮູບພາບ ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ດອນສະຫົງ
ຮູບພາບ ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ດອນສະຫົງ

ກ່ອນ​ໜ້າ​ນີ້ ທາງ​ການ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ​ໄດ້​ທຳ​
ການ​ສຶກສາ​ເພື່ອ​ປ້ອງ​ກັນ ຜົນ​ກະທົບ​ຕໍ່​ສັງຄົມ​ແລະ​ສະພາບ
​ແວດ​ລ້ອມ​ທຳ​ມະ​ຊາດ ຈາກ​ການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ
ຢ່າງ​ໄດ້​ມາດຕະຖານ​ສາກົນ​ແລ້ວ ນອກ​ຈາກ​ນີ້ ການ​ທີ່​ໂຄງ
ການ​ເຂື່ອນ​ດອນ​ສະ​ຫົງ ຈະ​ໃຊ້​ເນື້ອ​ທີ່​ພຽງ 100 ​ແມັດເທົ່າ​
ນັ້ນ ​ໃນ​ຂະນະ​ທີ່ເຂ​ດ ສີ່​ພັນ​ດອນ ຄອນ​ພະ​ເພັງ​ນັ້ນ ມີ​ພື້ນ​ທີ່
ກວ້າງ​ກວ່າ 10 ກິ​ໂລ​ແມັດ ຈຶ່ງ​ເຮັດ​ໃຫ້ ລັດຖະບານ​ລາວ
​ເຫັນ​ວ່າ ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ນຳ​ສະ​ເໜີ​ໂຄງການ​ ເຂົ້າສູ່​
ການ​ພິຈາລະນາຮ່ວມ​ກັນ​ຂອງ 4 ປະ​ເທດ​ພາຄີ​ແຕ່​ຢ່າງ​ໃດ
ຫາກ​ແຕ່​ວ່າ​ເມື່ອ​ຖືກ​ກົດ​ດັນ ຈາກ​ນາຍ​ຍົກ​ລົດ​ຖະມົນຕີ ຫວຽດນາມ ​ແລະ​ກຳປູ​ເຈຍ ​ໃນ
ຄັ້ງນີ້ ກໍ​ຍ່ອມ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ແຜນການ​ກໍ່​ສ້າງ​ເຂື່ອນ​ດອນ​ສະ​ຫົງ ຢ່າງຫຼີກ​ລ້ຽງ​ບໍ່​ໄດ້.

ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ລັດຖະບານ​ລາວ​ແລະ​ກຸ່ມ​ລົງ​ທຶນ ​ໃນ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ
ຈະ​ຕ້ອງ​ທຳ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບ​ໃນ​ທຸກ​ດ້ານ ຈົນ​ເປັນ​ທີ່​ຍອມຮັບ​
ຂອງ​ປະເທດ​ສະມາຊິກ ​ໃນ​ຄະນະ​ກຳມາ​ທິການ​ແມ່ນ້ຳຂອງດ້ວຍ​ກັນ​ຢ່າງ​ແທ້​ຈິງ ​ໂດຍ​
ເຖິງ​ແມ່ນ​ວ່າ ​ໃນ​ລະຍະ​ທີ່​ຜ່ານ​ມາ​ນີ້ ທາງ​ການ​ລາວ​ຈະໄດ້​ໃຫ້ການ​ຢືນຢັນ​ວ່າ​ໂຄງການ​
ເຂື່ອນ​ດອນ​ສະ​ຫົງ ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບແວດ​ລ້ອມ​ທຳ​ມະ​ຊາດ ທັງ​ກໍ​ຍັງ​ຈະ​
ສ້າງ​ຜົນ​ປະ​ໂຫຍ​ດ​ໄດ້​ຢ່າງ​ຄຸ້ມ​ຄ່າ​ກໍ​ຕາມ.

ດັ່ງ​ທີ່ ທ່ານ​ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ​ແລະ​ການ​
ລົງທຶນ ​ໄດ້​ໃຫ້ການ​ຢືນຢັນ ​ໃນ​ໂອກາດ​ທີ່​ໄດ້​ນຳພາ​ຄະນະ​ທູດ​ຕາ​ນຸທູດ​ ແລະ​ບັນດາ​ຜູ້
ຕ່າງໜ້າອົງການ​ສາກົນ ​ໃນ​ລາວ ລົງ​ໄປ​ຢ້ຽມຢາມ​ ແລະຮັບ​ຮູ້​ຂໍ້​ມູນ​ຢູ່​ເຂດ​ກໍ່ສ້າງ​ເຂື່ອນ​
ດອນ​ສະ​ຫົງ ​ໃນ​ເຂດ​ເມືອງ​ໂຂງ ​ແຂວງ​ຈຳປາ​ສັກ ເມື່ອ​ບໍ່​ນານ​ມາ​ນີ້ວ່າ:

“ພວກ​ເຮົາ​ຄິດ​ວ່າ​ປະ​ເທດ​ລາວ​ເຮົາ​ມີ​ທ່າແຮງ​ທາ​ງສັບພະ​ຍາ​ກອນ​ທຳ​ມະ​ຊາດ ​
ໂດຍ​ສະ​ເພາະ​ແມ່ນ​ເລື້ອງ ​ແມ່ນ້ຳລຳ​ເຊ ​ແລ້ວ​ກະຖື​ເອົາ​ວຽກ​ງານ​ ການ​ສ້າງ​
ເຂື່ອນໄຟຟ້າ​ນ້ຳຕົກ​ນີ້ ຈະ​ເປັນ​ເຂື່ອນ​ທີ່​ເປັນ​ມິດ ຕໍ່​ສິ່ງ​ແວດ​ລ້ອມຫຼາຍກວ່າ​
ການ​ນຳ​ໃຊ້​ພະ​ລັງກາ​ນດ້ານ​ອື່ນໆ ​ເຮົາ​ເຂົ້າ​ໃຈ​ວ່າ ຄັນ​ເຂື່ອນ​ດອນ​ສະ​ຫົງ​ນີ້​
ສຳ​ເລັດ ລັດຖະບານ​ລາວກໍຈະ​ໄດ້​ທຶນ​ປີ​ລະ​ ປະມານ 30 ຫາ 40 ລ້ານ​ໂດ​ລາ.”


ຊຶ່ງ​ໝາຍ​ຄວາມ​ວ່າ ຖ້າ​ຫາກ​ຄິດ​ໄລ່​ ໃນ​ຕະຫຼອດລະຍະ​ ສຳ​ປະທານ ​ໂຄງການ 25 ປີນັ້ນ
ກໍ​ຈະ​ເຮັດ​ໃຫ້ ລັດຖະບານ​ລາວ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ
ຄິດ​ເປັນ​ມູນ​ຄ່າ​ລວມ ລະຫວ່າງ 750 ລ້ານ​ ເຖິງ 1,000 ລ້ານໂດ​ລາ​ ​ໂດຍ​ລາຍ​ຮັບ​ດັ່ງ​
ກ່າວ​ນີ້ ກໍ​ຈະ​ຖືກ​ນຳໄປໃຊ້​ຈ່າຍ ເປັນ​ງົບປະມານ​ໃນ​ໂຄງການ​ພັດທະນາ​ຕ່າງໆ ທີ່​ມີ​ເປົ້າ
ໝາຍ​ ເພື່ອ​ການ​ລົບ​ລ້າງ ​ບັນຫາ​ຄວາມ​ຍາກຈົນ ຂອງ​ປະ​ຊາ​ຊົນ ​ໃນ​ເຂດ​ຊົນນະ​ບົດຂອງ​
ລາວ​ ເປັນ​ສຳ​ຄັນ​ນັ້ນ​ເອງ.
XS
SM
MD
LG