ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫວຽດນາມ ຮຽກຮ້ອງ ຄັ້ງຫຼ້າສຸດ ເອົາຄ່າ ຊົດເຊີຍ ຈາກຜູ້ຜະລິດ ສານສີສົ້ມ


ການປະຕິບັດງານ ເພື່ອທໍາຄວາມສະອາດ ໃນເນື້ອທີ່ ທີ່ຖືກໃຊ້ເພື່ອ ເກັບຮັກສາສານສີສົ້ມ ທີ່ເຫັນໃນພາບຖ່າຍ ຈາກເທິງເຮືອບິນ ທີ່ບິນຂຶ້ນຈາກເດີ່ນບິນ ນະຄອນດານັງ ຂອງຫວຽດນາມ.
ການປະຕິບັດງານ ເພື່ອທໍາຄວາມສະອາດ ໃນເນື້ອທີ່ ທີ່ຖືກໃຊ້ເພື່ອ ເກັບຮັກສາສານສີສົ້ມ ທີ່ເຫັນໃນພາບຖ່າຍ ຈາກເທິງເຮືອບິນ ທີ່ບິນຂຶ້ນຈາກເດີ່ນບິນ ນະຄອນດານັງ ຂອງຫວຽດນາມ.

ຫວຽດນາມກໍາລັງຮຽກຮ້ອງເອົາຄ່າຊົດເຊີຍຄວາມເສຍຫາຍ ຈາກພວກບໍລິສັດຜະ
ລິດສານສີສົ້ມຫລື Agent Orange ໃນສິ່ງທີ່ພວກນັກຊ່ຽວຊານອະທິບາຍວ່າ
ເປັນການກະທໍາອັນສຸດທ້າຍ ທີ່ຈະຊ່ວຍໃຫ້ພວກປະຊາຊົນທີ່ຍັງໄດ້ຮັບການເຈັບ
ປ່ວຍ ຫລືປະເຊີນກັບຄວາມພິການ ທີ່ມີສ່ວນກ່ຽວພັນກັບຢາຂ້າໃບໄມ້ທີ່ສະຫະລັດ
ໃຊ້ຢູ່ໃນປາງສົງຄາມໃນປະເທດດັ່ງກ່າວໃນ 5 ທົດສະວັດກ່ອນນັ້ນ.

ກະຊວງການຕ່າງປະເທດ ໃນນະຄອນຮາໂນ່ຍ ໃນວັນພະຫັດແລ້ວນີ້ ໄດ້ຮຽກ ຮ້ອງ
ໃຫ້ບໍລິສັດມອນແຊນໂຕ (Monsanto) ແລະບໍລິສັດອື່ນໆຂອງສະຫະລັດ ຊົດເຊີຍຄ່າ
ເສຍຫາຍໃຫ້ແກ່ຜູ້ໄດ້ຮັບເຄາະຮ້າຍຈາກ ສານສີສົ້ມ, ອີງຕາມລາຍງານຂອງອົງການ
ຂ່າວ VnExpress International ຂອງຫວຽດນາມ.

ຫວຽດນາມໄດ້ທໍາການຮຽກຮ້ອງດັ່ງກ່າວ ພາຍຫລັງຄະນະຕຸລາການຂອງສະຫະລັດ
ໄດ້ອອກຄໍາສັ່ງ ໃຫ້ບໍລິສັດມອນແຊນໂຕ (Monsanto) ຈ່າຍຄ່າເສຍຫາຍແກ່ຊາວ
ອາເມຣິກັນຄົນນຶ່ງ ທີ່ເປັນໂຣກມະເຮັງ ໂດຍອ້າງວ່າຍ້ອນຜູ້ກ່ຽວໄດ້ຖືກສໍາພັດກັບຢາ
ຂ້າພືດ ທີ່ຜະລິດໂດຍບໍລິສັດດຽວກັນນີ້.

ການຮຽກຮ້ອງ ຄັ້ງຫລ້າສຸດນີ້ ຂອງຫວຽດນາມ ແມ່ນໄດ້ຮັບຄວາມເຂັ້ມແຂງຂຶ້ນ ຍ້ອນ
ການອອກຄໍາສັ່ງ ຂອງຄະນະຕຸລາການດັ່ງກ່າວພາຍຫລັງທີ່ໄດ້ເສຍໄຊໄປ ໃນການ
ຟ້ອງຮ້ອງຊຸດນຶ່ງໃນປີ 2005 ໂດຍພົນລະເມືອງຫວຽດນາມ ທີ່ສະເໜີຕໍ່ຄະນະຕຸລາ
ການຂອງລັດຖະບານກາງຄະນະນຶ່ງ ໃນນະຄອນນິວຢອກ.

ລັດຖະບານຍັງຫວັງວ່າ ຈະຫລີກລ້ຽງການຍື່ນສຳນວນຟ້ອງຂຶ້ນສານໂລກ ທີ່ຈະເປັນ
ການຟ້ອງຮ້ອງກັນ ລະຫວ່າງປະເທດກັບປະເທດ ແທນທີ່ຈະແມ່ນ ແນໃສ່ບໍລິສັດ ແລະ
ການເຮັດເຊັ່ນນັ້ນ ມັນກໍອາດຈະກະທົບກະເທືອນເຖິງສາຍສໍາພັນທາງການເມືອງ ທີ່ມີ
ຄວາມໝັ້ນຄົງກັບສະຫະລັດ, ອີງຕາມຄໍາເວົ້າຂອງທ່ານຈຸງ ຫງວຽນ (Trung Nguyen), ຜູ້ອໍານວຍການສູນສຶກສາວຽກງານສາກົນ ທີ່ມະ ຫາວິທະຍາໄລສັງຄົມສາດ ແລະມະນຸດ
ສາດ ໃນນະຄອນໂຮ່ຈິມິນ.

"ຫວຽດນາມເຫັນວ່າຄໍາຕັດສິນຂອງສານ ຕໍ່ບໍລິສັດມອນແຊນໂຕ (Monsanto) ເປັນ
ການຕັ້ງມາດຕະຖານ ທາງກົດໝາຍ ໃນການຕັດສິນຄະດີຄັ້ງຕໍ່ໄປ ທີ່ມີໂອ ກາດຈະຊະ
ນະ ການກ່າວອ້າງໃນເມື່ອກ່ອນ ທີ່ເວົ້າວ່າຢາຂ້າພືດ ທີ່ຜະລິດໂດຍບໍລິສັດມອນແຊນໂຕ ແມ່ນບໍ່ມີຜົນເສຍຫາຍແຕ່ຢ່າງໃດນັ້ນຫລາຍກວ່າ," ນັ້ນຄື ຄໍາເວົ້າຂອງທ່ານເມີເຣ ຮາຍ
ເບີດທ໌ (Murray Hiebert), ຮອງອໍານວຍການໂຄງການຕາເວັນອອກສຽງໃຕ້ ຢູ່ໃນສູນ
ສຶກສາດ້ານຍຸດທະສາດ ແລະວຽກງານສາກົນໃນນະຄອນຫລວງ ວໍຊິງຕັນ. ທ່ານກ່າວ
ອີກວ່າ "ໃນເມື່ອກ່ອນ ການດໍາເນີນຄວາມພະຍາຍາມທາງກົດໝາຍ ທີ່ຈະເອົາສານໄດ
ອອກຊິນ ເຊື່ອມໂຍງໃສ່ກັບການມີຄວາມຜິດປົກກະຕິ ໃນເວລາເກີດມາ ແມ່ນບໍ່ສໍາເລັດ
ຜົນ ຢູ່ໃນສານຕ່າງໆຂອງສະຫະລັດ."

ເຮືອບິນຂອງກອງທັບສະຫະລັດ ໄດ້ໃຊ້ສານສີສົ້ມ ເພື່ອດັບສູນປ່າອັນຕຶບໜາຢູ່ໃນຫວຽດ
ນາມແລະເພື່ອໃຫ້ເຫັນທະຫານຂອງສັດຕູໃນໄລຍະແຕ່ປີ 1961 ຫາ 1971. ສານໄດ
ອອກຊິນ ທີ່ຍັງຕົກຄ້າງນັ້ນ ເຊື່ອກັນວ່າເປັນ "ປະເດັນທີ່ພາໃຫ້ ມີການສ່ຽງ" ຕໍ່ການມີບັນ
ຫາທາງສຸຂະພາບ, ອີງຕາມຄໍາເວົ້າຂອງທ່ານ ຊາລສ໌ ເບລີ (Charles Bailey) ຜູ້ຂຽນ
ປຶ້ມ “ຈາກການເປັນສັດຕູ ມາເປັນພາຄີກັນ-ຫວຽດນາມ, ສະຫະລັດ ແລະສານສີສົ້ມ”
ຫລື "From Enemies to Partners—Vietnam, the U.S. and Agent Orange."
ທ່ານເວົ້າວ່າປັດຈຸບັນນີ້ປະຊາຊົນຫວຽດນາມປະມານ 800,000 ໄດ້ຮັບການຊ່ວຍເຫລືອ
ໃນການປິ່ນປົວພະຍາດ ແລະການເປັນຄົນພິການ ຍ້ອນໄດ້ສໍາພັດ ກັບສານດັ່ງກ່າວ.

ລະບົບບໍາບັດນໍ້າເສຍສ່ວນນຶ່ງ ຢູ່ໃນໂຮງງານກັ່ນສານໄດອອກຊິນ ຢູ່ໃນຄ້າຍທະຫານຂອງສະຫະລັດ ໃນນະຄອນດານັ້ງ ຂອງຫວຽດນາມ (ພາບຖ່າຍໃນວັນທີ 19 ເມສາ, 2014)
ລະບົບບໍາບັດນໍ້າເສຍສ່ວນນຶ່ງ ຢູ່ໃນໂຮງງານກັ່ນສານໄດອອກຊິນ ຢູ່ໃນຄ້າຍທະຫານຂອງສະຫະລັດ ໃນນະຄອນດານັ້ງ ຂອງຫວຽດນາມ (ພາບຖ່າຍໃນວັນທີ 19 ເມສາ, 2014)

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG