ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫຼວດຫວຽດນາມ​ທັບ​ມ້າງ ການ​ໂຮມ​ຊຸມນຸມ​ປະ​ທ້ວງ ​ຕໍ່ຕ້ານ​ຈີນ (ສະໄລດ໌)


ຊາວຫວຽດນາມ ທີ່ເດີນຂະບວນປະທ້ວງ ຕໍ່ຕ້ານຈີນ ຢູ່ນະຄອນຫລວງຮາໂນຍ, ເມື່ອວັນທີ 9 ທັນວານີ້.
ຊາວຫວຽດນາມ ທີ່ເດີນຂະບວນປະທ້ວງ ຕໍ່ຕ້ານຈີນ ຢູ່ນະຄອນຫລວງຮາໂນຍ, ເມື່ອວັນທີ 9 ທັນວານີ້.
ຕໍາຫຼວດຫວຽດນາມ​ໄດ້ທັບ​ມ້າງ ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຕໍ່ຕ້ານ​ຈີນ​ກຸ່ມ​ນ້ອຍ​ໆ ໃຫ້​ສະຫຼາຍຕົວ ຢູ່​ໃນ​ສອງຫົວ​ເມືອງ​ໃຫຍ່ ​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ​ໄດ້​ກັກ​ຂັງ 22 ຄົນ.

ຕໍາຫຼວດທີ່​ນະຄອນຫຼວງ Hanoi ​ໄດ້​ປ່ອຍໃຫ້​ພວກ​ປະ​ທ້ວງປະມານ 200 ຄົນ ​ເດີນ​ຂະ​ບວນເປັນ​ເວລາ 30 ນາທີ ກ່ອນຈະ​ເຂົ້າ​ທັບ​ມ້າງ​ ​ແລະ​ຂົນ​ເອົາພວກ​ປະ​ທ້ວງ 22 ຄົນຂຶ້ນ ລົດ​ເມໄປ. ​ແລະ​ເຈົ້າໜ້າ​ທີ່ ​ໄດ້​ທັບ​ມ້າງ​ກຸ່ມ​ປະ​ທ້ວງ​ນ້ອຍ​ໆ ​ຄ້າຍຄື​ກັນ ​ຢູ່​ເມືອງ Ho Chi Minh ຊຶ່ງ​ເປັນ​ເມືອງ​ສູນ​ກາງ​ເສດຖະກິດ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ.

ການ​ເດີນ​ຂະ​ບວນປະ​ທ້ວງ​ທີ່​ບໍ່​ຄ່ອຍ​ເກີດ​ຂຶ້ນນັ້ນ ມີ​ຂຶ້ນຫຼັງຈາກ​ກະຊວງ​ຕ່າງ ປະ​ເທດ​ຈີນ​ໄດ້​ເຕືອນ​ຫວຽດນາມ​ເມື່ອ​ວັນ​ພະຫັດ​ຜ່ານ​ມາ​ນີ້ ​ ໃຫ້​ຢຸດ​ເຊົາທໍ​າ ການສໍາຫຼວດນໍ້າມັນ​ແລະ​ແກັສທໍາ​ມະ​ຊາດ
ແຕ່​ຜູ້​ດຽວຢູ່​ໃນເຂດທະ​ເລ​ຈີນ​ໃຕ້​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ ​ໃນ​ຂະນະທີ່ຂໍ້ຂັດ​ແຍ້​ງ​ກ່ຽວ​ກັບ​ດິນ​ແດນ​ໃນ​ທະ​ເລ​ທີ່​ມີ​ມາ​ດົນນານ​ຂອງສອງ​ປະ​ເທດ​ຄອມ​ມີ​ວນີສນີ້ ​ສືບ​ຕໍ່​ຮຸນ​ແຮງ​ຂຶ້ນ​ໄປ​ນັບ​ມື້​ນັ້ນ.

ກ່ອນ​ໜ້າ​ນີ້ ບໍລິສັດ​ສໍາຫຼວດນໍ້າມັນ​ແລະ​ແກັສທໍາ​ມະ​ຊາດ​ທີ່ເປັນຂອງລັດຫວຽດນາມ​ນັ້ນ ​ໄດ້​ກ່າວ​ຫາ​ກໍ່າ​ປັ່ນ​ຈີນ​ວ່າ​ ໄດ້​ຕັດ​ສາຍ​ເຄ​ເບິ້ນ ຂອງ​ກໍ່າ​ປັ່ນ​ລໍາ​ນຶ່ງ​ຂອງ​ຕົນ. ກະຊວງ​ຕ່າງປະ​ເທດ​ຫວຽດນາມ​ເອີ້ນ​ເຫດການ​ທີ່​ເກີດ​ຂຶ້ນນັ້ນ​ວ່າ “ການ​ລ່ວງ​ລະ​ເມີດ​ທີ່​ຮ້າຍ​ແຮງ​ທີ່​ສຸດ” ຕໍ່ ອະທິປະ​ໄຕຂອງ ຫວຽດນາມ.

ຫຼາຍປະ​ເທດ​ເພື່ອນ​ບ້ານ​ຂອງ​ຈີນ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ທ່າ​ທີ​ທີ່​ຮຸກ​ຮານ​ຫລາຍຂຶ້ນ​ນັບ​ມື້ ຂອງ​ຈີນ​ໃນ​ການ​ປ້ອງ​ກັນ​ການ​ອ້າງ​ເອົາ​ກໍາມະສິດຂອງ​ຕົນ ໃນ​ພື້ນ​ທີ່ທັງ​ໝົດ​ເກືອບ 3.5 ລ້ານ​
ກິ​ໂລ​ແມັດ​ມົນທົນ ຂອງ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ.

ທະ​ເລ​ຈີນ​ໃຕ້​ດັ່ງກ່າວ​ທີ່​ອຸດົມສົມບູນ​ດ້ວຍ​ນໍ້າມັນ ​ແ​ລະ​ແກັສທໍາ​ມະ​ຊາດ​ນີ້ ​ໄດ້​ຖືກ​ອ້າງ​ເອົາ​ເປັນ​ກໍາມະສິດ​ທັບ​ຊ້ອນ​ກັນ​ໂດຍ ຫວຽດນາມ ຟິລິບ​ປິນ ບູຣ​ໄນ ​ແລະ ມາເລ​ເຊຍ.

ລັດຖະບານ​ຈີນ​ໄດ້​ປະຕິ​ເສດ​ຄວາມ​ພະຍາ​ຍາ​ມ​ເພື່ອ​ແກ້​ໄຂ​ບັນຫາ​ຂໍ້​ຂັດ​ແຍ້​ງກັນ​ທີ່​ໃຊ້​ກົນ​ໄກ​ທີ່​ປະກອບ​ດ້ວຍຫຼາຍຝ່າຍ ​ເຊັ່ນສະມາຄົມ​ອາ​ຊ່ຽນເປັນ​ຕົ້ນ​. ຊຶ່ງແທນ​ການ​ກະທໍາ​ດັ່ງນັ້ນ ຈີນ​ຢາກ​ເຈລະຈາ​ກັນ​ນຶ່ງພຽງ​ຕໍ່​ນຶ່ງ ​ກັບ​ແຕ່ລະ ປະ​ເທດ​ທີ່​ອ້າງ​ເອົາ​ເປັນ​ກໍາມະສິດ​ນັ້ນ.



XS
SM
MD
LG