ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດເສດຖະກິດພິເສດທັງ 5 ແຫ່ງໃນເຂດນະຄອນວຽງຈັນ ໄດ້ຮັບເງິນລົງທຶນຈາກຕ່າງປະເທດ 2,800 ລ້ານໂດລາ ແລ້ວ


ບຶງທາດຫຼວງ ເປັນເຂດເສດຖະກິດພິເສດ ຊຶ່ງບໍລິສັດຈີນ ໄດ້ລົງທຶນກໍ່ສ້າງຕືກທີ່ພັກອາໄສຫຼາຍຊັ້ນ ທີ່ເອີ້ນວ່າ ຄອນໂດ, ສວນຫຼິ້ນນ້ຳ ແລະຮ້ານຊັບພະສິນຄ້າ.
ບຶງທາດຫຼວງ ເປັນເຂດເສດຖະກິດພິເສດ ຊຶ່ງບໍລິສັດຈີນ ໄດ້ລົງທຶນກໍ່ສ້າງຕືກທີ່ພັກອາໄສຫຼາຍຊັ້ນ ທີ່ເອີ້ນວ່າ ຄອນໂດ, ສວນຫຼິ້ນນ້ຳ ແລະຮ້ານຊັບພະສິນຄ້າ.

ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນເຂດເສດຖະກິດພິເສດທັງ 5 ແຫ່ງໃນເຂດນະຄອນວຽງຈັນ ໄດ້ນຳເງິນທຶນຕົວຈິງເຂົ້າມາໃນລາວ ແລ້ວ 2,800 ລ້ານໂດລາ ຊຶ່ງຄິດເປັນ 46 ເປີເຊັນ ເທົ່ານັ້ນຂອງມູນຄ່າທັງໝົດ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນວຽງຈັນ ຖະແຫລງວ່າ ໃນປັດຈຸບັນນີ້ ມີບໍລິສັດຈາກຕ່າງປະເທດ 178 ລາຍທີ່ໄດ້ຈົດທະບຽນລົງທຶນ ຢູ່ໃນເຂດເສດຖະກິດພິເສດທັງ 5 ແຫ່ງໃນເຂດນະຄອນວຽງຈັນ ກໍຄື ເຂດເສດຖະກິດພິເສດບຶງທາດຫຼວງ ເຂດຫລ່ອງແຖ່ງ ວຽງຈັນ ເຂດດົງໂພສີ ເຂດພັດທະນາກວມລວມໄຊເສດຖາ ແລະເຂດໂລຈິສຕິກ (Logistic) ນະຄອນວຽງຈັນ ນັ້ນ ໂດຍມີມູນຄ່າການລົງທຶນລວມເກີນກວ່າ 6,000 ລ້ານໂດລາ ແຕ່ວ່າ ໄດ້ນຳເງິນທຶນຕົວຈິງເຂົ້າມາໃນລາວ ແລ້ວ 2,800 ລ້ານໂດລາ ຫຼືຄິດເປັນ 46 ເປີເຊັນເທົ່ານັ້ນຂອງມູນຄ່າການລົງທຶນທັງໝົດ.

ແຕ່ຢ່າງໃດກໍຕາມ ການລົງທຶນຂອງບໍລິສັດຕ່າງຊາດດັ່ງກ່າວ ກໍໄດ້ມີການຈ້າງງານແລ້ວ 5,969 ຄົນໃນນີ້ ເປັນແຮງງານລາວ ເຖິງ 4,726 ຄົນ ແລະໃນປີ 2022 ນີ້ ກໍຍັງຈະມີການຈ້າງງານເພີ້ມຂຶ້ນ 6,000 ຄົນ ກັບອີກກວ່າ 10,000 ຄົນ ໃນປີ 2023 ສ່ວນເສດຖະກິດລາວ ກໍມີລາຍຮັບຈາກຄ່າສຳປະທານທີ່ດິນກັບພັນທະ ແລະຄ່າທຳນຽມຕ່າງໆ ຫຼາຍກວ່າ 186 ຕື້ກີບ ໃນປີ 2021 ດັ່ງນັ້ນ ຈຶ່ງຖືເປັນພາກການລົງທຶນທີ່ສົ່ງຜົນດີຕໍ່ການພັດທະນາລາວ ໃນຫຼາຍດ້ານດ້ວຍກັນ ເຊັ່ນການສົ່ງສິນຄ້າອອກເພື່ອສ້າງລາຍຮັບດ້ານເງິນຕາຕ່າງປະເທດ ການຈ້າງງານເພີ້ມຂຶ້ນນັບມື້ ແລະການຖ່າຍທອດເທັກໂນໂລຈີ ເພື່ອການພັດທະນາດ້ານຄຸນນະພາບຝີມືແຮງງານລາວ ເປັນຕົ້ນ ດັ່ງທີ່ ທ່ານທະນົງໄຊ ໄດ້ໃຫ້ການຢືນຢັນວ່າ:

“ຜົນປະໂຫຍດສ່ວນຫຼາຍໃນການສົ່ງອອກນີ້ ກະສິແມ່ນການນຳເອົາເງິນຕາຕ່າງ ປະເທດເຂົ້າມາໃນ ສປປ ລາວ ອັນນີ້ ກະເປັນທ່າແຮງນຶ່ງ ທີ່ພວກເຮົາສິຊ່ອຍໃຫ້ກັບປະເທດຂອງພວກເຮົາ ນີ້ແມ່ນສົມດຸນກ່ຽວກັບການຄ້າ ອັນທີ 2 ນີ້ ແມ່ນກ່ຽວກັບການຈ້າງງານ ຫຼືວ່າ ການເຮັດວຽກງານທຳ ນີ້ເນາະ ການຈ້າງງານນັບມື້ນັບສິເພີ້ມຂຶ້ນ ໂຕນີ້ເປັນທ່າແຮງນຶ່ງທີ່ຈະຊ່ອຍໃຫ້ພວກເຮົານີ້ສາມາດສ້າງວຽກເຮັດງານທຳ ອັນທີ 3 ນີ້ກໍແມ່ນການຖ່າຍທອດເທັກໂນໂລຈີ ລະດັບສູງໃຫ້ກັບຄົນລາວເຮົາ ມີທັກສະ ຫຼືວ່າ ມີຄວາມສາມາດໃນການເຮັດວຽກກ່ຽວກັບອຸດສາ ຫະກຳ.”

ທ່ານທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນວຽງຈັນ
ທ່ານທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນວຽງຈັນ

ແຕ່ຢ່າງໃດກໍຕາມ ນະຄອນວຽງຈັນ ກໍເປັນເຂດທີ່ມີການຂາດດຸນການຄ້າຕ່າງ ປະເທດຫຼາຍທີ່ສຸດໃນລາວ ຊຶ່ງມີສາເຫດມາຈາກການນຳເຂົ້າລົດຍົນ ແລະນ້ຳ ມັນເປັນສຳຄັນ ໂດຍນະຄອນວຽງຈັນຂາດດຸນການຄ້າຕ່າງປະເທດຫຼາຍກວ່າ 400 ລ້ານໂດລາ ໃນປີ 2021 ທີ່ຜ່ານມາ ທັງຍັງຄາດວ່າ ຈະເພີ້ມຂຶ້ນເປັນຫຼາຍກວ່າ 700 ລ້ານໃນປີ 2022 ນີ້ ອັນເປັນຜົນຈາກລາຄານ້ຳມັນທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ຂະນະທີ່ການຊົມໃຊ້ນ້ຳມັນ ໃນນະຄອນວຽງຈັນ ກໍຄືທົ່ວປະເທດລາວ ນັ້ນບໍ່ໄດ້ລົດລົງແຕ່ຢ່າງໃດ.

ພາຍໃຕ້ສະພາບການດັ່ງກ່າວ ທີ່ສົມທົບກັບການລະບາດໄວຣັສໂຄວິດ-19 ຍ່ອມຈະສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດໃນນະຄອນວຽງຈັນ ຢ່າງຫຼີກລ່່ຽງບໍ່ໄດ້ ທັງນີ້ ທາງການລາວ ໄດ້ວາງເປົ້າໝາຍການເຕີບໂຕທາງເສດ ຖະກິດຂອງນະຄອນວຽງຈັນ ໄວ້ທີ່ລະດັບ 8 ເປີເຊັນ ໃນຊ່ວງປີ 2021-2025 ແຕ່ໃນປີ 2021 ເສດຖະກິດຂອງນະຄອນວຽງຈັນ ຂະຫຍາຍຕົວເພີ້ມຂຶ້ນທີ່ລະດັບ 6 ເປີເຊັນເທົ່ານັ້ນ ທັງຍັງເປັນການຂະຫຍາຍຕົວທີ່ລົດລົງຈາກປີ 2020 ທີ່ເສດຖະກິດໃນນະຄອນວຽງຈັນໄດ້ຂະຫຍາຍຕົວເພີ້ມຂຶ້ນ 6.4 ເປີເຊັນ ແລະເຮັດໃຫ້ມູນຄ່າຜະລິດຕະພັນລວມ (GDP) ສະເລ່ຍເປັນລາຍຮັບຂອງປະຊາຊົນລາວ ໃນເຂດນະຄອນວຽງຈັນໄດ້ທີ່ລະດັບ 6,064 ໂດລາຕໍ່ຄົນຕໍ່ປີ ຊຶ່ງຕ່ຳກວ່າ ເປົ້າໝາຍທີ່ວາງໄວ້ທີ່ລະດັບ 6,120 ໂດລາຕໍ່ຄົນຕໍ່ປີ.

ສ່ວນທ່ານອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນວຽງຈັນ ຖະແຫລງຍອມຮັບວ່າ ການເຕີບໂຕທາງເສດຖະກິດຂອງນະຄອນວຽງຈັນ ໃນປີ 2022 ຈະບໍ່ເປັນໄປຕາມເປົ້າໝາຍວາງໄວ້ ໂດຍມີສາເຫດທີ່ສຳຄັນມາຈາກການລະ ບາດໄວຣັສໂຄວິດ-19 ຊຶ່ງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ພາກທຸລະກິດການຄ້າ ການລົງທຶນແລະພາກບໍລິການ ໃນນະຄອນວຽງຈັນ ໂດຍເຫັນໄດ້ຈາກບັນດາຫົວໜ່ວຍທຸລະກິດ 1,541 ລາຍ ທີ່ໄດ້ແຈ້ງວ່າ ບໍ່ມີລາຍຮັບຈາກການດຳ ເນີນທຸລະກິດເລີຍ ນັບແຕ່ເດືອນມັງກອນ 2021 ເປັນຕົ້ນມາ ໃນນີ້ ກໍມີເຖິງ 245 ລາຍທີ່ໄດ້ຮັບຜົນກະທົບເຖິງຂັ້ນທີ່ຕ້ອງໄດ້ຢຸດກິດຈະການ ອັນຖືເປັນປັດໄຈສຳຄັນທີ່ເຮັດໃຫ້ຕ້ອງປັບລົດເປົ້າໝາຍການເຕີບໂຕທາງເສດຖະກິດ ຈາກ 7 – 8 ເປີເຊັນ ລົງມາເປັນ 5.3 ເປີເຊັນ ໃນປີນີ້ ສ່ວນການສຳຫຼວດຫຼ້າສຸດກໍຍັງພົລວ່າ ທຸລະກິດພາກບໍລິການໃນນະຄອນວຽງຈັນ ທີ່ຖືກກະທົບຈາກການລະບາດໄວຣັສໂຄວິດ-19 ນັ້ນ ຄິດເປັນສັດສ່ວນເກີນກວ່າ 80 ເປີເຊັນ ຂອງຈຳນວນຫົວໜ່ວຍທຸລະກິດທັງໝົດ.

XS
SM
MD
LG