ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຕີບໂຕທາງເສດຖະກິດ ໃນນະຄອນຫຼວງ ວຽງຈັນ ຈະບໍ່ເປັນໄປຕາມແຜນການ ທີ່ວາງໄວ້ໃນຊ່ວງປີ 2021-2025


ພາບຕົວເມືອງນະຄອນຫຼວງວຽງຈັນ.
ພາບຕົວເມືອງນະຄອນຫຼວງວຽງຈັນ.

ການເຕີບໂຕທາງເສດຖະກິດໃນນະຄອນຫຼວງວຽງຈັນ ຈະບໍ່ເປັນໄປຕາມແຜນການທີ່ວາງໄວ້ໃນຊ່ວງປີ 2021-2025 ເພາະວ່າຕ້ອງໄດ້ໃຊ້ເງິນທຶນຈຳນວນຫຼາຍ ເພື່ອຟື້ນຟູຜົນກະທົບຈາກໄວຣັສ COVID-19.

ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງເຂດນະຄອນຫຼວງວຽງຈັນ ຖະແຫຼງວ່າແຜນການພັດທະນາເສດຖະກິດຂອງເຂດນະຄອນຫຼວງວຽງຈັນ ໃນໄລຍະປີ 2021-2025 ໄດ້ວາງຄາດໝາຍການເຕີບ ໂຕທາງເສດຖະກິດໄວ້ທີ່ອັດຕາສະເລ່ຍ 7 ເປີເຊັນ ຫາ 8 ເປີເຊັນຕໍ່ປີ ຫາກແຕ່ວ່າດ້ວຍຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ຈຶ່ງເຮັດໃຫ້ເປັນການຍາກທີ່ຈະສາມາດບັນລຸເປົ້າ ໝາຍດັ່ງກ່າວໄດ້ຈິງ ໂດຍສະເພາະໃນປີ 2021 ຍັງຈະຕ້ອງໄດ້ນຳໃຊ້ເງິນທຶນຈຳນວນຫຼາຍເພື່ອຟື້ນຟູພາກທຸລະກິດ ແລະ ການຜະລິດຕ່າງໆທີ່ຖືກກະທົບຈາກການລະບາດຂອງໄວຣັສ COVID-19 ດ້ວຍນັ້ນ ຈຶ່ງຄາດວ່າເສດຖະກິດຂອງເຂດນະຄອນຫຼວງວຽງຈັນ ຈະຂະຫຍາຍຕົວເພີ່ມຂຶ້ນໄດ້ບໍ່ເກີນ 6.5 ເປີເຊັນເທົ່ານັ້ນ ໃນປີ 2021 ດັ່ງທີ່ທ່ານ ພູໂຂງ ໄດ້ໃຫ້ການຢືນຢັນວ່າ

“ການເຕີບໂຕເສດຖະກິດ 2021 ຂອງນະຄອນຫຼວງວຽງຈັນນີ້ ຈະມີຄວາມສາມາດເຕີບໂຕເປັນຄາດໝາຍສູ້ຊົນຢູ່ໃນລະດັບ 6.5 ເປີເຊັນ ເພາະວ່າອີງໃສ່ເລື່ອງທ່າແຮງຕ່າງໆໃນແຜນ 5 ປີເຮົາໄດ້ຄາດວ່າປະມານ 7 ເປີເຊັນ ຫາ 8 ເປີເຊັນໂດຍສະເລ່ຍ ແຕ່ວ່າເລີ່ມປີທຳອິດຂອງແຜນ 5 ປີນີ້ເຮົາບໍ່ສາມາດຈະໄດ້ໃນລະດັບນັ້ນ ມັນຈະໄດ້ໃນລະດັບແຕ່ 6.5 ເປີເຊັນເພາະວ່າປີ 2020 ນີ້ເຮົາບັນລຸໄດ້ 6.4 ເປີເຊັນ ຄາດວ່າປີ 2021 ນີ້ເຮົາຈະບືນໃສ່ປະມານ 6.5 ເປີເຊັນ ມີຄວາມເປັນໄປໄດ້.”

ໃນປີ 2020 ທາງການລາວໄດ້ວາງຄາດໝາຍການເຕີມໂຕທາງເສດຖະກິດຂອງນະຄອນວຽງຈັນ ໄວທີ່ອັດຕາສະເລ່ຍ 9.5 ເປີເຊັນທຽບໃສ່ປີ 2019 ຊຶ່ງຖ້າຫາກສາມາດຈັດຕັ້ງປະຕິບັດໄດ້ຈິງ ກໍຈະເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນ ລາວ ໃນນະຄອນຫຼວງວຽງຈັນເພີ່ມຂຶ້ນເປັນ 6,120 ໂດລາຕໍ່ຄົນໃນປີ 2020 ແຕ່ເມື່ອເສດຖະກິດຂະຫຍາຍຕົວພຽງ 6.4 ເປີເຊັນ ຈຶ່ງເຮັດໃຫ້ປະຊາຊົນໃນນະຄອນຫຼວງ ວຽງຈັນ ມີລາຍໄດ້ສະເລ່ຍພຽງ 6,064 ໂດລາຕໍ່ຄົນໃນປີ 2020. ສ່ວນປີ 2019 ເສດຖະກິດຂອງນະຄອນຫຼວງວຽງຈັນ ຂະຫຍາຍຕົວເພີ່ມຂຶ້ນ 9.58 ເປີເຊັນ ທຽບໃສ່ປີ 2018 ໂດຍມີຍອດຜະລິດຕະພັນລວມ (GDP) ເກີນກວ່າ 48,895 ຕື້ກີບ ພາກອຸດສາຫະກຳກວມເອົາ 50.28 ເປີເຊັນ, ພາກບໍລິການກວມເອົາ 34.43 ເປີເຊັນ ແລະ ພາກກະສິກຳກວມເອົາ 15.29 ເປີເຊັນຂອງ GDP ຕາມລຳດັບ.

ທັງນີ້ການລະບາດຂອງໄວຣັສ COVID-19 ເຮັດໃຫ້ລັດຖະບານລາວ ຕ້ອງປິດດ່ານຊາຍແດນໃນທົ່ວປະເທດ ນັບແຕ່ເດືອນເມສາ 2020 ເປັນຕົ້ນມາ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ທຸລະກິດ ການຄ້າ ການລົງທຶນໃນທົ່ວປະເທດ ໂດຍສະເພາະແມ່ນເຂດນະຄອນວຽງຈັນ ທີ່ມີມູນຄ່າທາງເສດ ຖະກິດສູງທີ່ສຸດໃນລາວນັ້ນ ກໍຍ່ອມຈະໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ໂດຍຈາກການສຳຫຼວດພົບວ່າ ຫົວໜ່ວຍທຸລະກິດໃນພາກບໍລິການທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ COVID-19 ຄິດເປັນ 62 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດ ສ່ວນພາກອຸດ ສາຫະກຳແລະກະສິກຳໄດ້ຮັບຜົນກະທົບ 32 ເປີເຊັນ ແລະ 6​ ເປີເຊັນ ຕາມລຳດັບ.

ຍິ່ງໄປກວ່ານັ້ນ ການໃຊ້ຈ່າຍງົບປະມານທີ່ບໍ່ມີປະສິດທິພາບ ແລະ ມີການທຸຈະລິດຢ່າງກວ້າງຂວາງດ້ວຍນັ້ນ ກໍຄືສາເຫດສຳຄັນທີ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການພັດທະນາຕ່າງໆບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ແລະ ເຮັດໃຫ້ລັດຖະບານເສຍຫາຍຢ່າງຫຼວງຫຼາຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າ

“ກົດໝາຍເລີ່ມເຂັ້ມແຂງ ປະຊາຊົນເລີ່ມນັບຖືກົດໝາຍ ຜູ້ປະກອບການ 2 ແສນກວ່າລາຍ ນັບຖືກົດໝາຍ ເງິນຖືກເຂົ້າມາລັດ ແລະ ເສຍຢູ່ກາງທາງຍ້ອນໜ່ວຍງານຂອງລັດເອົາເງິນໄປຝາກທະນາ ຄານລັດ ແລະ ເອົາໄປປັນກັນເຂົ້າຖົງຕົນເອງ ເຫຼືອໜ້ອຍນຶ່ງສົ່ງເຂົ້າລັດ ຄັນເປັນແນວນີ້ເສດຖະກິດຂອງປະເທດຂະຫຍາຍຕົວຂຶ້ນ ປະຊາຊົນຜູ້ປະກອບການ ເສຍອາກອນພາສີໃຫ້ລັດຢ່າງເອົາໃຈໃສ່ ລາຍຮັບເຂົ້າງົບປະມານລັດຖະບານໜ້ອຍນຶ່ງ ກໍສະແດງວ່າລັດຖະບານເຮົານີ້ທຸກລົງ ພະນັກງານຮັ່ງຂຶ້ນ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນຄະນະກວດສອບແຫ່ງລັດຢືນຢັນວ່າ ການກໍ່ສ້າງຖະຫນົນໃນເຂດນະ ຄອນຫຼວງວຽງຈັນ ປະເຊີນກັບບັນຫາຊັກຊ້າໃນທຸກໂຄງການທີ່ບັນດາບໍລິສັດເອກະຊົນເປັນພາກ ສ່ວນທີ່ອອກທຶນໃຫ້ກ່ອນ ເປັນຕົ້ນແມ່ນໂຄງການກໍ່ສ້າງຖະໜົນຈາກ 3 ແຍກບ້ານບໍ່ໂອ ໄປຫາບ້ານສີຖານໃຕ້ ທີ່ລົງມືກໍ່ສ້າງນັບແຕ່ປີ 2015 ເປັນຕົ້ນມາ ຈົນເຖິງປັດຈຸບັນ ກໍປາກົດວ່າມີຄວາມຄືບໜ້າບໍ່ເຖິງ 70 ເປີເຊັນ ເພາະບໍລິສັດຂາດເງິນທຶນໝຸນວຽນເຊັ່ນດຽວກັນກັບໂຄງການກໍ່ສ້າງຖະໜົນ T5 ກັບໂຄງການກໍ່ສ້າງຖະໜົນ T6 ຊຶ່ງຍັງບໍ່ມີຄວາມຊັດເຈນວ່າບໍລິສັດຜູ້ໄດ້ຮັບສຳປະທານຈະສາມາດຫາເງິນທຶນເພື່ອການກໍ່ສ້າງຕໍ່ໄປໄດ້ເມື່ອໃດ ທັງການກໍ່ສ້າງຍັງບໍ່ໄດ້ມາດຕະຖານຕາມແບບທີ່ກຳນົດໄວ້ອີກດ້ວຍ.

XS
SM
MD
LG