ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜນຜັງການພັດທະນາ ຕົວເມືອງ ໃນເຂດນະຄອນຫຼວງ ວຽງຈັນ ຈະກະທົບຕໍ່ທີ່ດິນຂອງປະຊາຊົນ ລາວ ທີ່ຢູ່ໃນເຂດ 288 ບ້ານໃນ 7 ເມືອງ


ຕົວຢ່າງເມືອງໃໝ່ ນອງທາ, ໃນໂຄງການຮ່ວມມືລະຫວ່າງ ລາວ-ຫວຽດນາມ.
ຕົວຢ່າງເມືອງໃໝ່ ນອງທາ, ໃນໂຄງການຮ່ວມມືລະຫວ່າງ ລາວ-ຫວຽດນາມ.

ແຜນຜັງການພັດທະນາຕົວເມືອງໃນເຂດນະຄອນຫຼວງວຽງຈັນ ຈະກະທົບຕໍ່ທີ່ດິນຂອງປະຊາຊົນ ລາວ ທີ່ຢູ່ໃນເຂດ 288 ບ້ານໃນ 7 ເມືອງ ໂດຍຄິດເປັນພື້ນທີ່ລວມເຖິງ 61,600 ເຮັກຕາ ທີ່ຈະຕ້ອງຖືກເວນຄືນ.


ທ່ານ ບຸນປອນ ສີສຸລາດ ປະທານຄະນະກຳມາທິການເສດຖະກິດ, ເທັກໂນໂລຈີ ແລະ ສິ່ງແວດ ລ້ອມ ສະພາແຫ່ງຊາດ ລາວ ຖະແຫຼງວ່າການຈັດຕັ້ງປະຕິບັດແຜນຜັງການພັດທະນາເຂດຕົວເມືອງສະບັບທີ 3 ຂອງເຂດນະຄອນຫຼວງວຽງຈັນ ຊຶ່ງປະກອບມີ 79 ໂຄງການບູລິມະສິດ ອັນເຮັດໃຫ້ຈະຕ້ອງເວນຄືນເອົາທີ່ດິນຂອງປະຊາຊົນ ຄິດເປັນພື້ນທີ່ລວມເຖິງ 61,600 ເຮັກຕາທີ່ຢູ່ໃນ 288 ບ້ານໃນເຂດເມືອງຈັນທະບູລີ, ສີສັດຕະນາກ, ໄຊເສດຖາ, ສີໂຄດຕະບອງ, ຫາດຊາຍຟອງ, ນາຊາຍທອງ ແລະ ໄຊທານີນັ້ນຍ່ອມບໍ່ແມ່ນເລື່ອງງ່າຍ ເພາະນອກຈາກຈະຕ້ອງເຈລະຈາກັບປະຊາຊົນ ກ່ຽວກັບ ຄ່າຊົດເຊີຍທີ່ດິນຈະເວນຄືນແລ້ວ ກໍຍັງຈະຕ້ອງຈັດສັນທີ່ດິນ ແລະ ທີ່ຢູ່ອາໄສໃໝ່ທີ່ປະຊາຊົນໃຫ້ການຍອມຮັບອີກດ້ວຍ.

ສ່ວນທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງວຽງຈັນ ຖະແຫຼງວ່າໃນປັດຈຸບັນນີ້ຍັງມີການຂັດແຍ້ງ ກ່ຽວກັບ ການເວນຄືນທີ່ດິນຫຼາຍກວ່າ 4,000 ກໍລະນີທີ່ຕົກລົງກັນຍັງບໍ່ທັນໄດ້ລະ ຫວ່າງບັນດາຜູ້ລົງທຶນໃນໂຄງການຕ່າງໆກັບປະຊາຊົນໃນເຂດນະຄອນຫຼວງວຽງຈັນ ໂດຍມີສາ ເຫດທີ່ສຳຄັນມາຈາກການປະເມີນລາຄາທີ່ດິນ ແລະ ສິ່ງປູກສ້າງທີ່ຈະເວນຄືນນັ້ນບໍ່ສອດຄ່ອງກັບສະພາບການຕົວຈິງ ກໍຄືໃນຂະນະທີ່ປະຊາຊົນເຫັນວ່າມີການປະເມີນລາຄາທີ່ຕໍ່າກວ່າລາຄາຊື້-ຂາຍທີ່ເປັນຈິງນັ້ນ ທາງຝ່າຍຜູ້ລົງທຶນກໍຢືນຢັນວ່າໄດ້ປະຕິບັດຕາມລະບຽບກົດໝາຍຢ່າງຄົບຖ້ວນແລ້ວ ຈຶ່ງເຮັດໃຫ້ເກີດຂໍ້ຂັດແຍ້ງ ແລະ ຍັງຕົກລົງກັນບໍ່ໄດ້ທັງ 4,000 ກວ່າກໍລະນີຈົນເຖິງປັດຈຸບັນ ດັ່ງທີ່ທ່ານ ສິນລະວົງ ຢືນຢັນວ່າ

“ນຶ່ງການຊົດເຊີຍ ການທົດແທນຜູ້ທີ່ຖືກຜົນກະທົບທາງທີ່ດິນກະມີກົດໝາຍໝົດແລ້ວ ອັນທີ 2 ກະມີດຳລັດເລກທີ 84 ຂອງນາຍົກ ແຕ່ບັນຫາກົດໝາຍກັບບັນຫາດຳລັດຂອງນາຍົກນີ້ ມັນມີບັນຫາບ່ອນວ່ານຶ່ງລະແມ່ນມັນຖືກ ລາຄາລັດປະກາດນີ້ ອັນນີ້ເວົ້າຊັດເຈນໃນທົ່ວສັງຄົມວຽງຈັນ ແລະ ທົ່ວປະເທດລະຄັນມັນຖືກລະແມ່ນຜູ້ຢາກໄດ້ລະແມ່ນບໍ່ພໍໃຈ ກະບໍ່ໝາຍເຖິງວ່າບໍ່ໃຫ້ພວກເຮົາເບິ່ງຢູ່ ໃນຫຼາຍໂຄງການ ບໍ່ແມ່ນປະຊາຊົນບໍ່ຢາກໃຫ້ດິນ ແຕ່ມັນຖືກ ຈັ່ງຊັ້ນລະເຮົາສິແກ້ແນວໃດ ສາເຫດວ່າໃຫ້ມັນແພງຫັ້ນນະ ມັນບໍ່ທັນມີທາງອອກ.”

ກໍລະນີນຶ່ງທີ່ຊັດເຈນຄືການເວນຄືນທີ່ດິນສຳລັບໂຄງການທາງລົດໄຟ ລາວ-ຈີນ ທີ່ກະທົບຕໍ່ປະຊາ ຊົນ 4,411 ຄອບຄົວຢູ່ໃນແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ໂດຍມີທີ່ດິນທີ່ຕ້ອງເວນຄືນ 3,832 ເຮັກຕາ, ສິ່ງປູກສ້າງ 3,346 ຫຼັງ ແລະ ຕົ້ນໝາກໄມ້ຕ່າງໆເກືອບ 1 ລ້ານຕົ້ນ ທັງນີ້ກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນໃນ ລາວ ລາຍງານວ່າມີການທົດແທນຕໍ່າກວ່າຄວາມເປັນຈິງເຖິງ 10 ເທົ່າ ເຊັ່ນທີ່ດິນຢູ່ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ທີ່ມີລາຄາສະເລ່ຍ 1.3 ລ້ານກີບ ຫາກແຕ່ໄດ້ມີການປະເມີນຄ່າທົດແທນຕົວຈິງໃນອັດຕາສະເລ່ຍພຽງແຕ່ 137,000 ກີບຕໍ່ຕາແມັດເທົ່ານັ້ນ ຊຶ່ງເມື່ອສົມທົບກັບການພັດທະນາທີ່ດິນທີ່ບໍ່ມີແຜນການທີ່ຊັດເຈນ ກໍຍັງກະທົບຕໍ່ສິ່ງແວດລ້ອມທຳມະຊາດອີກດ້ວຍ ດັ່ງເຈົ້າໜ້າທີ່ແລກປ່ຽນຂໍ້ມູນດ້ານທີ່ດິນຢືນຢັນວ່າ

“ຢູ່ໃນແຜນກໍໄດ້ກຳນົດວ່າຈະອະນຸລັກ-ຮັກສາບັນດາບຶງ, ບັນດາໜອງເນາະ ແຕ່ໃນທາງປະຕິບັດຕົວຈິງນີ້ຄຸ້ມຄອງບໍ່ໄດ້ດີ, ປັດຈຸບັນເຮົາຖົມໝົດແລ້ວໜອງເປັນຕົ້ນໜອງບອນບໍ່,​ ໜອງຈັນບໍ່, ໜອງທາບໍ່ ຫຼືວ່າໜອງອື່ນໆ ແຫຼະໄດ້ຍິນແຕ່ຊື່ດຽວນີ້ ແລ້ວລູກ-ຫຼານກະສິຖາມວ່າເປັນຫຍັງບ້ານນີ້ຈຶ່ງຊື່ວ່າໜອງບອນ, ໜອງຈັນ, ແຕ່ສຸດທ້າຍບໍ່ມີໜອງແລ້ວ ກະຍ້ອນວ່າເຮົາຄຸ້ມຄອງບໍ່ດີ.”

ທາງດ້ານເຈົ້າໜ້າທີ່ຂອງກະຊວງແຜນການ ແລະ ການລົງທຶນຢືນຢັນວ່າ ການອະນຸຍາດສຳປະທານໂຄງການລົງທຶນຂະໜາດໃຫຍ່ໃຫ້ກັບບໍລິສັດເອກະຊົນ ລາວ ແລະ ຕ່າງຊາດທີ່ເຮັດໃຫ້ມີການເວນຄືນທີ່ດິນຂອງປະຊາຊົນ ເພື່ອສົ່ງມອບໃຫ້ບັນດາບໍລິສັດຜູ້ລົງທຶນນັ້ນ ໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ ລາວ ຢ່າງກວ້າງຂວາງໃນປັດຈຸບັນ ເພາະການເວນຄືນທີ່ດິນຂອງປະຊາຊົນ ລາວ ດັ່ງກ່າວໄດ້ມີການຈັດຕັ້ງປະຕິບັດບໍ່ໂປ່ງໃສ ໂດຍສະເພາະແມ່ນການທີ່ພະນັກງານລັດ ໄດ້ໃຊ້ອຳນາດບັງຄັບເອົາທີ່ດິນຂອງປະຊາຊົນ ແລະ ຈ່າຍຄ່າຊົດເຊີຍຕໍ່າກວ່າຄວາມເປັນຈິງນັ້ນຍັງເຮັດໃຫ້ປະຊາຊົນ ລາວ ມີຊີວິດການເປັນຢູ່ທີ່ຍາກລຳບາກຫຼາຍຂຶ້ນ ທັງນີ້ທາງການ ລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ບໍລິສັດຕ່າງຊາດທັງໝົດ 1,758 ໂຄງການທີ່ມີພື້ນທີ່ລວມກວ້າງກວ່າ 11 ລ້ານເຮັກຕາໃນປັດຈຸບັນນີ້.

XS
SM
MD
LG