ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ເຈົ້າໜ້າທີ່ ໃນນະຄອນວຽງຈັນ ຮຽກຮ້ອງ ໃຫ້ປະຊາຊົນ ຮ່ວມອະນຸລັກປ່າໄມ້


ພູຜາປ່າໄມ້ ຢູ່ໃນລາວ ກຳລັງຖືກຄຸກຄາມ ໂດຍພວກລັກລອບ ຄ້າໄມ້ເຖື່ອນ ແລະການຖາງປ່າເຮັດໄຮ່ ຂອງປະຊາຊົນລາວ ເຮັດໃຫ້ຄວາມໜາແໜ້ນຂອງປ່າໄມ້ ນັ້ນ ຫລຸດນ້ອຍຖອຍລົງ.

ອຳນາດ​ການ​ປົກຄອງ​ເຂດ​ນະຄອນຫຼວງ ​ວຽງ​ຈັນ ຮຽກຮ້ອງຂໍ​ໃຫ້​ປະຊາຊົນ ລາ​ວມີ
ສ່ວນຮ່ວມ​ໃນ​ການ​ອະນຸລັກປ່າ​ໄມ້​ໃຫ້ຫຼາຍ​ຂຶ້ນ ​ເພາະ​ໃນ​ເຂດ​ນະຄອນ​ວຽງ​ຈັນ​ຍັ​ງມີ​ປ່າ​
ໄມ້​ເຫຼືອ​ພຽງ 18 ​ເປີ​ເຊັນ​ເທົ່າ​ນັ້ນ.

ທ່ານ​ຫລ້າ​ສາຍ ນວນ​ທະ​ສິງ ຫົວໜ້າ​ພະ​ແນ​ກກະ​ສິກໍາ ​ແລະ​ປ່າ​ໄມ້​ເຂດ​ນະຄອນ​ວຽງ
​ຈັນ ຢືນຢັນ​ວ່າປ່າ​ສະຫງວນ​ແຫ່ງ​ຊາດ 2 ​ແຫ່ງ​ ໃນ​ເຂດ​ນະຄອນ​ຫຼວງວຽງ​ຈັນ ກໍ​ຄື​ເຂດ​
ປ່າ​ສະຫງວນ​ແຫ່ງ​ຊາດ​ພູ​ພະນັງ ​ແລະ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ພູ​ເຂົາ​ຄວາຍນັ້ນ ​ມີ
ພື້ີນທີ່ ທີ່ຢູ່​ໃນການ​ຄຸ້ມ​ຄອງຂອງ​ອຳ​ນາດ​ການ​ປົກຄອງ​ໃນ​ເຂດ​ນະຄອນ​ວຽງ​ຈັນ ຄິດ​
ເປັນ​ເນື້ອ​ທີ່​ລວມກວ້າງ​ກວ່າ 74,000 ​ເຮັກຕາ ຫາກ​ແຕ່​ຈາກ​ການ​ສະ​ຫຼວດ ​ແລະ​ເກັບ
​ກຳ​ຂໍ້​ມູນ​ໃນ​ພື້ນ​ທີ່ ​ເມື່ອ​ບໍ່​ນານ​ມາ​ນີ້ ພົບ​ວ່າ​ສະພາບ​ການ​ປົກ​ຫຸ້ມຂອງ​ປ່າ​ໄມ້​ໃນ​ເຂດ
ປ່າ​ສະຫງວນ​ແຫ່ງ​ຊາດ​ທັງ 2 ​ແຫ່ງ​ດັ່ງກ່າວ ຄິດ​ເປັນ​ພຽງ 18 ​ເປີ​ເຊັນ ​ເທົ່າ​ນັ້ນຂອງ​ພື້ນ
ທີ່​ທັງ​ໝົດ​ໃນ​ເຂດ​ນະຄອນ​ວຽງ​ຈັນ.

ພ້ອມ​ກັນ​ນີ້ ການ​ສຳ​ຫຼວດ ​ແລະ​ເກັບ​ກຳ​ຂໍ້​ມູນ​ໃນ​ພື້ນ​ທີ່​ດັ່ງກ່າວ ຍັງພົບ​ດ້ວຍ​ວ່າ​ເຂດ​ປ່າ​
ປ້ອງ​ກັນ​ທັງ 7 ​ແຫ່ງ​ໃນ​ເຂດ​ນະຄອນ​ວຽງ​ຈັນ ທີ່​ມີ​ເນື້ອ​ທີ່​ລວ​ມກັນ​ກວ້າງ​ກວ່າ 19,385
​ເຮັກຕາ​ນັ້ນ ກຳລັງ​ຖືກ​ບຸກລຸກ​ຢ່າງ​ກວ້າງຂວາງ​ໂດຍ​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ລາວ ​
ແລະ​ຕ່າງ​ຊາດທີ່​ໄດ້​ຮັບ​ອະນຸ​ຍາດສໍາ​ປະ​ທານ​ທີ່​ດິນ​ໃນ​ເຂດ ທີ່​ຕິດ​ຕໍ່​ກັບ​ເຂດ​ປ່າ​ສະ
ຫງວນ​ແຫ່ງ​ຊາດ ​ແລະ​ເຂດ​ປ່າ​ປ້ອງ​ກັນ​ດັ່ງກ່າວ ຊຶ່ງ​ເຮັດ​ໃຫ້ມີ​ຄວາ​ມຮຽກຮ້ອງ​ຕ້ອງການ
​ທີ່​ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ປະ​ຊາ​ຊົນ​ລາວ ທັງ​ໃນ​ການ​ເປັນ​ຫູ​ເປັນຕາ​ໃຫ້​ກັບ​ລັດຖະ
ບານ ​ແລະ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ອະນຸລັກ ​ແລະ​ຟື້ນ​ຟູ​ສະພາບ​ປ່າ​ໄມ້ໃຫ້​ມີ​ສະພາບ
​ການ​ປົກ​ຫຸ້ມ ​ເພີ້​ມຂຶ້ນ​ດ້ວຍ ດັ່ງ​ທີ່​ທ່ານ​ຫລ້າ​ສາຍ​ ໄດ້​ຖ​ະ​ແຫລ​ງຮຽກ​ຮ້ອງວ່າ.

“ສິ່ງ​ສຳຄັນ​ທີ່​ສຸດ​ນີ້​ ພວກ​ເຮົາ​ຈະ​ຕ້ອງໄດ້​ມີ​ການ​ເພີ້​ມ ຫຼື​ວ່າ​ຟື້ນ​ຟູ​ປ່າ​ຊຸດ​ໂຊມ​ນີ້​ໃຫ້​
ກາຍ​ເປັນປ່າ​ທີ່​ມີ​ຄວາມ​ອຸດົມສົມ​ບຸນ ອັນ​ທີ 2 ພວກ​ເຮົາ​ຈະ​ຕ້ອງ​ຂະຫຍາຍ​ເນື້ອ​ທີ່​ປູກ​
ໄມ້​ເປັນສິນຄ້າ​ໃຫ້​ຫຼາຍ​ຂຶ້ນ ​ໂດຍ​ນຳ​ໃຊ້​ດິນ​ຂອງ​ຄອບຄົວ ນິຕິ​ບຸກຄົນ​ທີ່​ຕິດ​ພັນ​ກັບ​
ການ​ປຸງ​ແຕ່ງໄມ້​ເປັນ​ສິນຄ້າ ປ້ອນ​ຕະຫຼາດພາຍ​ໃນ ​ແລະ​ການສົ່ງ​ອອກ ອັນ​ທີ​ 3 ​
ແມ່ນຂະຫຍາຍ​ເນື້ອທີ່​ສີຂຽວ ຕາມ​ສວນສາທາລະນະ ​ເຮືອ​ນຊານ​ຂອງ​ໃຜລາວ ​
ແລະ​ສຳນັກງານ​ຫ້ອງການອັນ​ທີ 4 ​ແມ່ນ​ປັບ​ປຸງ ​ແລະ​ຂະຫຍາຍ​ເສັ້ນທາງ​ສີຂຽວ​
ດ້ວຍ​ການ​ປູກ​ຕົ້​ນ​ໄມ້​ຕາມ 2 ຟາກທາງ ສ່ວນກາງ​ເສັ້ນທາງໃຫ້​ສວຍ​ງາມ ທຸກ​ເມືອງ
ທຸກ​ບ້ານ​ໃຫ້ມີ​ສວນສາທາ​ລະ​ນະ ​ມີ​ເສັ້ນ​ທາງ​ສີຂຽວ​ຂອງ​ຕົນ​ເອງ.”

ໂຄງການ ຢູ່ໃນເຂດເສດຖະກິດ ພິເສດ ຢູ່ນະຄອນ ວຽງຈັນ
ໂຄງການ ຢູ່ໃນເຂດເສດຖະກິດ ພິເສດ ຢູ່ນະຄອນ ວຽງຈັນ

ນອກຈາກ​ສະພາບ​ການ​ປົກຫຸ້ມ​ຂອງ​ປ່າ​ໄມ້ທີ່​ລົດ​ລົງ​ດັ່ງກ່າວ ນະຄອນ​ວຽງ​ຈັນ​ຍັງ​ຕ້ອງ
ປະ​ເຊີນບັນຫາພື້ນ​ທີ່​ກະສິກຳ​ລົດ​ລົງ​ຢ່າງຕໍ່​ເນື່ອງ​ໃນ​ລະຍະ 10 ປີ​ມາ​ນີ້​ອີກ​ດ້ວຍ ​ໂດຍ
​ມີສາ​ເຫດສຳຄັນມາ​ຈາກ​ການ​ຫັນປ່ຽນ​ທີ່​ດິນ​ໄປ​ນຳ​ໃຊ້​ໃນ​ພາກການ​ຜະລິດອື່ນຫຼາຍ​ຂຶ້ນ
​ເຊັ່ນ​ເຂດ​ເສດຖະ​ກິດ​ພິ​ເສດ ​ເຂດ​ເສດຖະກິດ​ສະ​ເພາະ ການ​ຂະ​ຫຍາຍ​ເຂດ​ຕົວ​ເມືອງ​
ພື່ອ​ພັດທະນາ​ໃຫ້​ເປັນ​ເຂດ​ທີ່ຢູ່​ອາ​ໄສ​ສຳ​ລັບ​ຮອງ​ຮັບ​ປະຊາຊົນ​ລາວ ​ແລະ​ຊາວ​ຕ່າງ
ຊາດ ທີ່​ເຂົ້າ​ມາ​ລົງ​ທຶນ ​ແລະ​ດຳ​ເນີ​ນທຸລະ​ກິດ​ໃນ​ນະຄອນ​ວຽງ​ຈັນ ​ເພີ້​ມຂຶ້ນຢ່າງ​ຕໍ່​
ເນື່ອງນັ້ນ.

​ໂດຍ​ທີ່​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ກໍ​ຄື​ພື້ນ​ທີ່​ປູກ​ເຂົ້າ​ໃນເຂດ​ນະຄອນ​ວຽງ​ຈັນ​ໄດ້ ​ລົດ​ລົງ​ຈາກ
72,160 ​ເຮັກຕາ​ໃນ​ປີ 2016 ​ເປັນ 71,990 ​ເຮັກຕາ​ໃນ​ປີ 2017 ​ແລະ​ຍັງ​ຈະ​ລົດລົງອີກ
​ຢ່າງ​ຕໍ່​ເນື່ອງ ຫາ​ກ​ແຕ່​ທາງ​ການ​ລາວ​ກໍ​ໝັ້ນ​ໃຈ​ວ່າຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ຜົນ​ຜະລິດ​ເຂົ້າ
​ເພື່ອການ​ບໍລິ​ໂພ​ກຢ່າງ​ພຽງພໍ​ໃນ​ເຂດ​ນະຄອນວຽງ​ຈັນ ຢ່າງ​ແນ່ນອນເນື່ອງ​ຈາກ​ຜົນ​ຜະ
ລິດ​ເຂົ້າ​ໃນ​ປັດຈຸບັນ​ຍັງ​ເກີນ​ລະດັບ​ການ​ບໍລິ​ໂພ​ກຄິດ​ເປັນ​ປະລິມານລວມ​ຖິງ 91,700
​ໂຕນ​ທີ່​ໄດ້​ສົ່ງ​ໄປ​ຂາຍ​ໃນ​ຕ່າງ​ແຂວງ ​ແລະ​ທີ່​ສຳຄັນ​ກໍ​ຄື​ທາງ​ການ​ລາວ​ຍັງ​ໄດ້​ແນ​ໃສ່​ໃຫ້
ການ​ສົ່ງ​ເສີມ​ການ​ຜະລິດ​ກະ​ສິກຳ​ປອດ​ສານ​ພິດ ຫຼືກະ​ສິກຳ​ສະອາດ​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ເປົ້າ​ໝາຍ​ທີ່ສຳຄັນ​ຂອງ​ການ​ພັດທະນາ​ການ​ຜະລິດດ້ານສະບຽງ​ອາ​ຫານ​ໃນ
​ນະຄອນ​ວຽງ​ຈັນ ນັບ​ຈາກ​ປັດຈຸບັນ​ໄປ​ເຖິງ​ປີ 2020 ກໍ​ຄື​ການ​ກ້າວ​ໄປ​ສູ່​ການ​ຜະລິດ​ທີ່
​ທັນ​ສ​ະໄໝດ້ວຍ​ການ​ນຳ​ໃຊ້​ເຄື່ອງກົນ​ຈັກທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ຜະລິດ​ກະ​ສິ​ກຳ​ຢ່າງ​
ກວ້້າງ​ຂວາງ ​ເ​ພື່ອ​ເປັນ​ການ​ເພີ້​ມປະສິດທິພາບ ການ​ຜະລິດ​ໃຫ້​ສູງ​ຂຶ້ນ ທັງ​ຍັງ​ຖື​ເປັນ​
ການ​ແກ້​ໄຂ​ບັນຫາ​ຂາດ​ແຄນ​ແຮງ​ງານ​ໃນພາກ​ກະ​ສິ​ກຳ ດ້ວຍການ​ນຳ​ໃຊ້​ເຄື່ອງ​ກົນຈັກ
ເພີ້​ມຂຶ້ນ ​ເພື່ອລົດ​ຈຳນວນ​ກຳລັງ​ແຮງ​ງາ​ນ​ໃນ​ການ​ກະ​ສິ​ກຳ​ໃຫ້​ໄດ້​ປີ​ລະ 10 ​ເປີ​ເຊັນ ຊຶ່ງ
​ກໍ​ຈະ​ເປັນ​ຜົນ​ເຮັດໃຫ້ກຳລັງ​ແຮງ​ງານ​ໃນ​ພາກ​ກະ​ສິ​ກໍາ ໃນ​ນະຄອນ​ວຽງຈັນ ລົດ​ລົງ​ລະ
ຫວ່າງ 40 ຫາ 50 ເປີ​ເຊັນ ຂອງ​ກຳລັງ​ແຮງ​ງານ​ທັງ​ໝົ​ດ​ພາຍໃນ​ປີ 2020 ດັ່ງກ່າວ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG