ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kaine ແລະ ທ່ານ Pence ໂຕ້ຖຽງກັນ ໃນການໂຕ້ວາທີ ຮອງປະທານາທິບໍດີ


Kaine and Pence Engage in Lively Debate That is Mostly About Trump
please wait

No media source currently available

0:00 0:02:37 0:00

ຜູ້ແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີ ສະຫະລັດ 2 ທ່ານ, ຄືທ່ານ Tim Kaine ຈາກພັກເດໂມແຄຣັດ ກັບ ທ່ານ Mike Pence ຈາກພັກຣີພັບບລີກັນ ໄດ້ພົບປະກັນໃນ ການໂຕ້ ວາທີພຽງຄັ້ງດຽວໃນຄໍ່າຄືນວັນອັງຄານວານນີ້ ທີ່ເມືອງ Farmville ລັດ ເວີຈິ ເນຍ. ທັງສອງ ທ່ານໄດ້ໃຊ້ເວລາສ່ວນໃຫຍ່ກ່າວໂຈມຕີຜູ້ລົງແຂ່ງຂັນເອົາຕຳແໜ່ງປະທາ ນາທິບໍດີຂອງຝ່າຍ ກົງກັນຂ້າມ, ຄືທ່ານນາງ Hillary Clinton ຈາກພັກເດໂມແຄຣັດ ກັບ ທ່ານ Donald Trump ຈາກພັກຣີພັບບລີກັນ, ດັ່ງພວກເຮົາຈະໄດ້ຍິນຕໍ່ໄປ ຈາກບົດລາຍ ງານ ຂອງນັກ ຂ່າວແຫ່ງຊາດວີໂອເອ Jim Malone ໃນນະຄອນຫຼວງວໍຊິງຕັນເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ມັນເປັນຊ່ວງເວລາທີ່ຫາໄດ້ຍາກທ່າມກາງແສງໄຟກາງເວທີ ສຳລັບຜູ້ແຂ່ງຂັນເອົາຕຳ ແໜ່ງຮອງປະທານາທິບໍດີສອງທ່ານຄື ສະມາຊິກສະພາສູງລັດເວີຈິເນຍສັງກັດພັກເດໂມ ແຄຣັດ ທ່ານ Tim Kaine ກັບ ຄູ່ແຂ່ງຂັນຂອງທ່ານຈາກພັກຣີພັບບລີກັນ, ຜູ້ປົກຄອງລັດ Indiana ທ່ານ Mike Pence.

ຫຼັງຈາກການຈັບມືກັນແບບສັນມິດແລ້ວ, ການໂຕ້ວາທີກໍໄດ້ປ່ຽນແປງໄປເປັນການໂຕ້ຖຽງ ກັນຢ່າງວ່ອງໄວ ໃນຂະນະທີ່ທ່ານ Kaine ໄດ້ຮຽກຮ້ອງໃຫ້ທ່ານ Pence ກ່າວປ້ອງກັນຄຳ ເວົ້າທີ່ເປັນບັນຫາຫຼາຍຄັ້ງຂອງຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກ ພັກຣີພັບບລີກັນທ່ານ Donald Trump.

ທ່ານ Tim Kaine ຜູ້ລົງແຂ່ງຂັນຈາກພັກເດໂມແຄຣັດ ກ່າວວ່າ “ໃນລະຫວ່າງການໂຄ ສະນາຫາສຽງຂອງເພິ່ນ ທ່ານ Donald Trump ໄດ້ເອີ້ນຊາວ ເມັກຊິກັນ ວ່າເປັນຜູ້ຂົ່ມ ຂືນຊຳເລົາ ແລະ ເປັນຄາດຕະກອນ. ທ່ານໄດ້ເອີ້ນແມ່ຍິງທັງຫຼາຍວ່າ ສົກກະປົກ, ໝູ, ໝາ, ເປັນຕາຂີ້ດຽດ. ແລະ ເພິ່ນໄດ້ກ່າວຄຳຂີ້ຕົວະທີ່ຂັດໃຈ ແລະ ອະຄະຕິວ່າປະທາ ນາທິບໍດີ ໂອບາມາ ບໍ່ແມ່ນຄົນສັນຊາດ ອາເມຣິກັນ.”

ຄຳເວົ້າດັ່ງກ່າວນັ້ນໄດ້ເຮັດໃຫ້ທ່ານ Mike Pence ມີຄຳຕອບທີ່ແຂງຂັນ.

ທ່ານ Mike Pence ຈາກພັກຣີພັບບລີກັນ ກ່າວວ່າ “ຄຳເວົ້າຂອງທ່ານ Trump ຍັງບໍ່ ຮ້າຍແຮງຮອດສ່ວນໜຶ່ງຂອງຄຳດູຖືກທີ່ທ່ານນາງ Hillary Clinton ໄດ້ຍົກຂຶ້ນມາ ເມື່ອ ເພິ່ນກ່າວວ່າ ເຄິ່ງໜຶ່ງຂອງຜູ້ສະໜັບສະໜູນຂອງພວກເຮົາແມ່ນພວກແບ່ງແຍກ ແລະ ເພິ່ນໄດ້ກ່າວວ່າພວກເຂົາເຈົ້າບໍ່ສາມາດແກ້ໄຂປັບປຸງໄດ້.”

ໃນຕະຫຼອດການໂຕ້ວາທີກັນນັ້ນ, ທັງສອງທ່ານໄດ້ລົບກວນການກ່າວຂອງກັນ ແລະ ກັນ, ແຕ່ສຳລັບເວລາສ່ວນໃຫຍ່ ພວກທ່ານກໍສະຫງົບອາລົມຂອງຕົນໄວ້ເຊັ່ນກັນ.

ທ່ານ Pence ແລະ ທ່ານ Kaine ໄດ້ປະທະກັນກ່ຽວກັບ ນະໂຍບາຍການຕ່າງປະເທດ, ໂດຍທ່ານ Pence ກ່າວຫາວ່າ ສະຫະລັດ ມີສະພາບອ່ອນແອລົງກວ່າເກົ່າພາຍໃຕ້ການ ນຳພາຂອງປະທານາທິບໍດີ ບາຣັກ ໂອບາມາ.

ທ່ານ Mike Pence ກ່າວວ່າ “ຫຼັງຈາກໄດ້ເດີນທາງຫຼາຍລ້ານກິໂລແມັດ ໃນຖານະລັດ ຖະມົນຕີການຕ່າງປະເທດຂອງພວກເຮົາ ແລະ ຫຼັງຈາກໄດ້ເປັນຜູ້ສ້າງນະໂຍບາຍ ການຕ່າງປະເທດຂອງລັດຖະບານນີ້ແລ້ວ, ປະເທດ ອາເມຣິກາ ໃນປະຈຸບັນນີ້ແມ່ນມີ ຄວາມປອດໄພໜ້ອຍລົງກວ່າເກົ່າ.”

ສຳລັບທ່ານ Kaine ທ່ານໄດ້ເພັ່ງເລັງໃສ່ຂໍ້ສະເໜີນະໂຍບາຍການຕ່າງປະເທດຂອງທ່ານ Trump ລວມມີນະໂຍບາຍ ກ່ຽວກັບ ອາວຸດນິວເຄລຍ.

ທ່ານ Tim Kaine ກ່າວວ່າ “ທ່ານ Donald Trump ເຊື່ອວ່າ ໂລກຂອງພວກເຮົາຈະມີ ຄວາມປອດໄພກວ່າ ຖ້າຫຼາຍປະເທດມີອາວຸດນິວເຄລຍ. ເພິ່ນໄດ້ກ່າວວ່າປະເທດ ຊາອູດີ ອາເຣເບຍ ກໍຄວນມີ, ຍີ່ປຸ່ນ ກໍຄວນມີ, ແລະ ເກົາຫຼີໃຕ້ ກໍຄວນມີ.”

ທ່ານ Kaine ໄດ້ຊີ້ເຖິງການປະຕິເສດທີ່ຈະເປີດເຜີຍການເສຍພາສີຂອງທ່ານ Trump ແລະ ການເປີດເຜີຍເມື່ອບໍ່ດົນມານີ້ ກ່ຽວກັບ ການສູນເສຍທຸລະກິດຂອງສະມາຊິກ ພັກຣີ ພັບບລີກັນຄົນນີ້ໃນຊຸມປີ 1990.

ທ່ານ Tim Kaine ກ່າວວ່າ “ຜູ້ປົກຄອງລັດ ທ່ານ Pence ຕ້ອງໃຫ້ທ່ານ Donald Trump ເສຍພາສີຂອງເພ່ິນ ເພື່ອສະແດງໃຫ້ເຫັນວ່າເພິ່ນມີຄຸນສົມບັດພໍທີ່ຈະເປັນ ຮອງປະທານາທິບໍດີ. ທ່ານ Donald Trump ຕ້ອງເອົາການເສຍພາສີຂອງເພິ່ນອອກ ມາໃຫ້ປະຊາຊົນ ອາເມຣິກັນເຫັນ ເພື່ອຈະແຈ້ງໃຫ້ຊາບວ່າ ເພິ່ນ ເໝາະສົມທີ່ຈະໄດ້ ເປັນປະທານາທິບໍດີ."

ທ່ານ Pence ໄດ້ພະຍາຍາມທີ່ຈະປ່ຽນບັນຫາເສຍພາສີ ໃຫ້ເປັນຄວາມໄດ້ປຽບສຳລັບ ທ່ານ Trump.

ທ່ານ Mike Pence ກ່າວວ່າ “ທ່ານ Donald Trump ແມ່ນນັກທຸລະກິດ, ບໍ່ແມ່ນອາ ຊີບນັກການເມືອງ. ແທ້ຈິງແລ້ວທ່ານເປັນຄົນສ້າງທຸລະກິດ. ການເສຍພາສີພວກນັ້ນ ທີ່ມີອອກມາສູ່ສາທາລະນະໃນສັບປະດານີ້ໄດ້ສະແດງໃຫ້ເຫັນວ່າ ທ່ານໄດ້ປະເຊີນ ໜ້າກັບໄລຍະເວລາທີ່ຫຍຸ້ງຍາກພໍສົມຄວນໃນປະມານ 20 ປີທີ່ຜ່ານມາ.”

ທັງສອງທ່ານໄດ້ກ່າວປະທະກັນ ກ່ຽວກັບ ລັດທິກໍ່ການຮ້າຍ, ບັນຫາຄົນເຂົ້າເມືອງ, ສາຍ ພົວພັນກັບ ຣັດເຊຍ ແລະ ເສດຖະກິດ.

ຕາມປະຫວັດສາດແລ້ວແມ່ນວ່າ, ການໂຕ້ວາທີຂອງຜູ້ສະໝັກເປັນຮອງປະທານາທິບໍດີ ເຄີຍມີຜົນກະທົບພຽງໜ້ອຍດຽວ ກ່ຽວກັບ ຜົນທີ່ອອກມາສຳລັບການເລືອກຕັ້ງປະທານາ ທິບໍດີ ແລະ ການໂຕ້ວາທີຄັ້ງທີ 2 ລະຫວ່າງທ່ານນາງ Clinton ກັບ ທ່ານ Trump ຈະມີ ຂຶ້ນພາຍໃນອີກພຽງ 5 ມື້ຂ້າງໜ້າ.

[[The two U.S. vice presidential contenders, Democrat Tim Kaine and Republican Mike Pence, met in their only debate Tuesday in Farmville, Virginia.Both men spent most of the time attacking the presidential candidates of the other party, Democrat Hillary Clinton and Republican Donald Trump, as we hear from VOA National correspondent Jim Malone in Washington.]]

((NARRATOR))
It was a rare moment in the spotlight for the two vice presidential contenders, Democrat and Virginia Senator Tim Kaine and his Republican opponent, Indiana Governor Mike Pence.

After a friendly handshake, the debate quickly turned contentious as Kaine urged Pence to defend a series of controversial remarks made by Republican presidential nominee Donald Trump.

((TIM KAINE, DEMOCRATIC CANDIDATE))
"Donald Trump during this campaign has called Mexicans rapists and criminals.He's called women slobs, pigs, dogs, disgusting. // And he perpetrated this outrageous and bigoted lie that President Obama is not a U.S. citizen."

((NARRATOR))
That brought a strong response from Mike Pence.

((MIKE PENCE, REPUBLICAN CANDIDATE))
"He still wouldn't have a fraction of the insults that Hillary Clinton leveled when she said that half of our supporters were a basket of deplorables' and she said they were irredeemable."

((NARRATOR))
Throughout the debate, the two men frequently interrupted one another, but for the most part they also kept their cool.

Pence and Kaine clashed over foreign policy, with Pence alleging that the U.S. has grown weaker under the leadership of President Barack Obama.

((MIKE PENCE, REPUBLICAN CANDIDATE))
"After traveling millions of miles as our secretary of state and after being the architect of the foreign policy of this administration, America is less safe today."

((NARRATOR))
For his part Kaine took aim at some of Trump's foreign policy proposals including on nuclear policy.

((TIM KAINE, DEMOCRATIC CANDIDATE))
"Donald Trump believes that the world will be safer if more nations have nuclear weapons.He said Saudi Arabia should get them, Japan should get them, (South) Korea should get them."

((NARRATOR))
Kaine pointed to Trump's refusal to release his tax returns and recent revelations about the Republican's business losses in the 1990's.

((TIM KAINE, DEMOCRATIC CANDIDATE))
"Governor Pence had to give Donald Trump his tax returns to show he was qualified to be vice president.Donald Trump must give the American public his tax returns to show that he is qualified to be president."

((NARRATOR))
Pence tried to turn the tax issue to Trump's advantage.

((MIKE PENCE, REPUBLICAN CANDIDATE))
"Donald Trump is a businessman, not a career politician.He actually built a business.Those tax returns that came out publicly this week showed that he faced some pretty tough times some 20 years ago."

((NARRATOR))
The two men fought over terrorism, immigration, relations with Russia and the economy.

Historically, vice presidential debates have had little impact on the outcome of presidential elections and the second Clinton-Trump debate comes in only five days.

XS
SM
MD
LG