ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ນໍາອະວຸໂສທາງການເມືອງ ໄດ້ເຂົ້າມາຄວບຄຸມປະເທດ ທີ່ລະບົບເສດຖະກິດພັງທະລາຍ ໃນສຣີລັງກາ


ຢູ່ໃນຮູບທີ່ແຈກຢາຍໂດຍທໍານຽບປະທານາທິບໍດີສຣີລັງການີ້, ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ທ່ານຣານີລ ວິກເກຣມາຊິງເກ ເຊັນເອກະສານລຸນຫຼັງທີ່ທ່ານໄດ້ສາບານຕົນເຂົ້າຮັບຕໍາແໜ່ງ, ນະຄອນຫຼວງໂຄລອມໂບ, ປະເທດສຣີລັງກາ, ເມື່ອວັນທີ 21 ກໍລະກົດ 2022.
ຢູ່ໃນຮູບທີ່ແຈກຢາຍໂດຍທໍານຽບປະທານາທິບໍດີສຣີລັງການີ້, ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ທ່ານຣານີລ ວິກເກຣມາຊິງເກ ເຊັນເອກະສານລຸນຫຼັງທີ່ທ່ານໄດ້ສາບານຕົນເຂົ້າຮັບຕໍາແໜ່ງ, ນະຄອນຫຼວງໂຄລອມໂບ, ປະເທດສຣີລັງກາ, ເມື່ອວັນທີ 21 ກໍລະກົດ 2022.

ທ່ານຣານີລ ວິກເກຣມາຊິງເກ, ເຊິ່ງເປັນອະດີດນາຍົກລັດຖະມົນຕີ ແລະອະດີດນັກການເມືອງອາວຸໂສ ໄດ້ໃຫ້ຄໍາໝັ້ນວ່າ ຈະຈັດຕັ້ງລັດຖະບານ ທີ່ປະ​ກອບ​ດ້ວຍທຸກພັກຝ່າຍ ເພື່ອ​ໃຫ້ສາມາດໄດ້​ຮັບເງິນຊ່ວຍເຫຼືອຫຼາຍ​ພັນລ້ານ ຈາກກອງທຶນລະຫວ່າງປະເທດ ຫຼື IMF ລຸນຫຼັງທີ່ໄດ້ສາບານຕົນເຂົ້າຮັບຕໍາແໜ່ງປະທານາທິບໍດີສຣີລັງກາ. ແຕ່ການແຕ່ງ​ຕັ້ງ​ໃຫ້​ເຂົ້າ​ຮັບໜ້າທີ່ຄັ້ງທໍາອິດຂອງທ່ານ ກໍໄດ້ເຮັດໃຫ້ຜູ້ປະທ້ວງບໍ່ພໍໃຈຍິ່ງຂຶ້ນ. ລຸກ ຮັນທ໌ (Luke Hunt), ມີລາຍງານຈາກນະຄອນຫຼວງໂຄລອມໂບ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ປະເທດສຣີລັງກາ ໄດ້ຮັບການທົດສອບຢ່າງໜັກໂດຍຜູ້ປະທ້ວງທີ່ເບື່ອໜ່າຍກັບພາວະໄພເງິນເຟີ້ຢ່າງຮຸນແຮງ ແລະການຕໍ່ຄິວຍາວສໍາລັບໃສ່ນໍ້າມັນເປັນໄລຍະທາງ 2 ຫາ 3 ກິໂລແມັດ ດ້ວຍຈໍານວນຜູ້ຂັບຂີ່ລົດຈັກ ແລະຄົນຂັບລົດສາມລໍ້ຫຼາຍພັນຄົນ ທີ່ຖືກບັງຄັບໃຫ້ຕ້ອງນອນ​ລໍ​ຖ້າເປັນເວລາຫຼາຍໆມື້.

ມີການອອກບັດປັນສ່ວນເພື່ອແຈກຢາຍນໍ້າມັນເຊື້ອໄຟ, ແຕ່ການສະໜອງຕ່າງໆທາງດ້ານການແພດແມ່ນຍັງຄົງບໍ່ພຽງພໍ​ ແລະທ່ານໝໍກໍໄດ້ມີການເຕືອນວ່າ ປະ ຊາຊົນອາດຈະເສຍຊີວິດໄດ້ຈາກສະຖານະການທີ່ຊຸດໂຊມລົງ.

ມີການຕ້ອງຕິຢ່າງກວ້າງຂວາງຕໍ່ປະທານາທິບໍດີທີ່ຖືກຂັບໄລ່ອອກຈາກ​ຕຳ​ແໜ່ງ ເຊິ່ງໄດ້ໜີອອກນອກປະເທດໄປແລ້ວ. ທ່ານໂກຕາບາຢາ ຣາຈາພັກສາ ໄດ້ລາອອກຈາກຕໍາແໜ່ງຂອງທ່ານໃນປະເທດສິງກະໂປ ລຸນຫຼັງຜູ້ປະທ້ວງຫຼາຍພັນຄົນພາກັນເດີນຂະບວນປະທ້ວງຢູ່ທີ່ທໍານຽບປະທານາທິບໍດີ ໂດຍພວກເຂົາເຈົ້າຍັງໄດ້ພາກັນລອຍນໍ້າ ຢູ່ໃນສະອາບ​ນ້ຳຂອງທໍານຽບປະທານາທິບໍດີນໍາອີກດ້ວຍ.

ຄອບຄົວຂອງທ່ານ ຣາຈາພັກສາ ໄດ້ປົກຄອງປະເທດມາເປັນເວລາ 17 ປີ.
ທ່ານກາເນຊານ ວິກນາຈະຣາ (Ganeshan Wignarjara), ຜູ້ຮ່ວມງານອະວຸໂສ ປະຈໍາສະຖາບັນການສຶກສາເອເຊຍຕາເວັນອອກສ່ຽງໃຕ້ ແຫ່ງມະຫາວິທະ ຍາໄລແຫ່ງຊາດສິງກະໂປກ່າວວ່າ ສະຖານະການທີ່ຮຸນແຮງຂອງສຣີລັງກາ ແມ່ນເກີດຈາກການບໍລິຫານຈັດການທີ່ບໍ່ຖືກຕ້ອງ ແລະການສໍ້ລາດບັງຫຼວງ, ເຊິ່ງທ່ານໄດ້ກ່າວວ່າ:

“ການຂະຫຍາຍໂຕຂອງລະບົບເສດຖະກິດແມ່ນຕິດ -4 ຫາ -6 ເປີເຊັນ ໃນປີ 2022, ແລະໄພເງິນເຟີ້ຢູ່ລະຫວ່າງ 50 ຫາ 70 ເປີເຊັນ ພາຍໃນປີນີ້, ເຊິ່ງເຮັດ​ໃຫ້ມີຄົນທຸກຍາກ 3 ສ່ວນ 4 ​ຂອງ​ນຶ່ງລ້ານຄົນ ທີ່ໄດ້​ເກີດ​ຈາກວິກິດການດັ່ງກ່າວນີ້.”

Veteran Politician Takes Control of Sri Lanka’s Battered Economy
please wait

No media source currently available

0:00 0:03:18 0:00

ທ່ານວິກນາຈະຣາ ຍັງໄດ້ເວົ້າ​ວ່າ ຂໍ້ກ່າວຫາທີ່ວ່າ ຈີນ ເປັນຜູ້ວາງກັບດັກໜີ້ນີ້ ແມ່ນເປັນຄໍາເວົ້າທີ່ເກີນຄວາມເປັນຈິງ, ໂດຍທ່ານໄດ້ກ່າວວ່າ ປັກກິ່ງແມ່ນຢູ່ໃນອັນດັບທີສາມໃນຈໍານວນຜູ້ໃຫ້ເງິນກູ້ຢືມແກ່ປະເທດສຣີລັງກາ ຮອງຈາກຍີ່ປຸ່ນ ແລະທະນາຄານພັດທະນາເອເຊຍ ຫຼື ADB.

ທ່ານກາເນຊານ ວິກນາຈະຣາ ກ່າວວ່າ:

“ຈີນ ໄດ້ໃຫ້ເງິນກູ້ແກ່ປະເທດສຣີລັງກາຈໍານວນ 13 ຕື້ 200 ລ້ານໂດລານັບຕັ້ງແຕ່ປີ 2006 ເປັນຕົ້ນມາສໍາລັບໂຄງການຕ່າງໆທາງດ້ານພື້ນຖານໂຄງລ່າງ, ເຊິ່ງໂຄງການຕ່າງໆເຫຼົ່ານີ້ມີຜົນອອກມາຫຼາຍໆຢ່າງປະສົມກັນເຊັ່ນວ່າ ບາງອັນກໍດີ ແລະບາງອັນກໍບໍ່ດີ, ເຊິ່ງພາລະໜີ້ສິນທັງໝົດມີປະມານ 7 ຕື້ 600 ລ້ານໂດລາ. ອັນຊີ້ໃຫ້ເຫັນເຖິງໜີ້ສິນຂອງປະເທດຈີນທີ່ເພີ້ມຂຶ້ນ ແຕ່ບໍ່ໄດ້ຊີ້ບອກວ່າ ປະເທດສຣີລັງກາ ແມ່ນຕົກຢູ່ໃນກັບດັກໜີ້ຂອງຈີນແລ້ວ.”

ທ່ານ ວິກເກຣມາຊິງເກ ເຄີຍໄດ້ໃຫ້ສັນຍາວ່າຈະຈັດຕັ້ງລັດຖະບານທຸກພັກຝ່າຍໃນ​ຄວາມ​ພະ​ຍາ​ຍາມ​ເພື່ອແກ້ໄຂວິກິດການ, ແຕ່ໃນທາງກົງກັນຂ້າມ ທ່ານວິກເກຣມາຊິງເກ ຊໍ້າພັດຊຸກຍູ້ພັນທະມິດທີ່ໃກ້ຊິດທັງຫຼາຍຂອງປະທານາທິບໍດີທີ່ຖືກຂັບໄລ່ ທ່ານໂກຕາບາຢາ ຣາຈາພັກສາ ​ໃຫ້ເຂົ້າດໍາລົງຕໍາແໜ່ງໃນ​ລັດ​ຖະ​ບານ​ຂອງ​ທ່ານແທນ.

ເຊິ່ງລວມເຖິງ​ອະ​ດີດລັດຖະມົນຕີກະຊວງພາຍໃນ ແລະອະດີດເພື່ອນຮ່ວມຫ້ອງຮຽນຂອງທ່ານຣາຈາພັກສາ ທ່ານດີເນສ ກູນາວາເດນາ (Dinesh Gunawardena), ໂດຍໄດ້ຮັບການແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ.

ຜູ້ປະທ້ວງພາກັນບໍ່ພໍໃຈຕໍ່ການແຕ່ງຕັ້ງໜ້າທີ່ດັ່ງກ່າວມານັ້ນ, ແລະໃນຕອນເຊົ້າຂອງວັນສຸກແລ້ວນີ້ກອງກໍາລັງຂອງຕໍາຫຼວດ ແລະທະຫານໄດ້ເລີ້ມຕົ້ນທັບມ້າງຄ້າຍພັກຊົ່ວຄາວທີ່ສ້າງຂຶ້ນຢູ່ດ້ານນອກຂອງທໍານຽບປະທານາທິບໍດີ, ອັນໄດ້ສົ່ງຜົນໃຫ້ເກີດມີການປະທະກັນກັບຜູ້ປະທ້ວງຈໍານວນຫຼາຍ ເຊິ່ງໄດ້ຊຸກຍູ້ໃຫ້ກຸ່ມ​ປົກ​ປ້ອງສິດທິມະນຸດອອກມາສະແດງຄວາມບໍ່ພໍໃຈ.

ຜູ້ປະທ້ວງ ແລະຜູ້ກວດສອບຊາວສຣີລັງກາກ່າວວ່າ ຈໍານວນເງິນຫຼາຍພັນລ້ານໂດລາ ໄດ້ຖືກດູດເຂົ້າໄປໃນທະນາຄານທີ່ຢູ່ນອກປະເທດ ໂດຍເປັນບັນຊີທີ່ພົວພັນກັບທ່ານ ຣາຈາພັກສາ, ອັນໄດ້ສົ່ງຜົນເຮັດໃຫ້ມີການຮຽກຮ້ອງ ໃຫ້ມີໂຄງການກວດສອບຄືນກ່ຽວກັບຊັບສິນ ແລະຄວາມຮັ່ງມີຂອງຄອບຄົວຣາຈາພັກສາ ຢ່າງເປັນອິດສະຫຼະ, ເຖິງແມ່ນວ່າຈະໃຊ້ເວລາຫຼາຍປີກໍຕາມ. ແຕ່ສະມາຊິກຄອບຄົວ ຣາຈາພັກສາ ໄດ້ໂຕ້ແຍ້ງ ຕໍ່ຂໍ້ກ່າວຫາດັ່ງກ່າວ.

ພະນັກງານການແພດຖືແຜ່ນໃບປິວ ແລະຮ້ອງຄໍາຂ້ວນຕໍ່ຕ້ານປະທານາທິບໍດີ ຣານີລ ວິກເກຣມາຊິງເກ, ໃນລະຫວ່າງການປະທ້ວງຢູ່ໃນນະຄອນຫຼວງໂຄລອມໂບ, ເມື່ອວັນທີ 23 ກໍລະກົດ 2022.
ພະນັກງານການແພດຖືແຜ່ນໃບປິວ ແລະຮ້ອງຄໍາຂ້ວນຕໍ່ຕ້ານປະທານາທິບໍດີ ຣານີລ ວິກເກຣມາຊິງເກ, ໃນລະຫວ່າງການປະທ້ວງຢູ່ໃນນະຄອນຫຼວງໂຄລອມໂບ, ເມື່ອວັນທີ 23 ກໍລະກົດ 2022.

Former prime minister and veteran politician Ranil Wickremesinghe has promised to form an all-party government capable of securing a multibillion-dollar International Monetary Fund bailout after being sworn in as president of Sri Lanka. But his first appointments have only angered protesters further. Luke Hunt reports from Colombo.

Sri Lanka has been sorely tested by protesters fed up with hyperinflation and fuel lines stretching for two to three kilometers, with motorists and thousands of tuk-tuk drivers forced to sleep out for days on end.

Ration cards have been introduced for fuel distribution but medical supplies remain in short supply, and doctors have warned that people could die as the situation worsens.

That has been widely blamed on the ousted president who fled the country. Gotabaya Rajapaksa resigned his office from Singapore after hundreds of thousands of protesters marched on the presidential palace where they even swam in the president’s pool.

His family had ruled Sri Lanka for 17 years.

Ganeshan Wignarjara, a senior fellow at the Institute of South Asian Studies at the National University of Singapore, says Sri Lanka’s drastic plight is due to mismanagement and corruption.

Ganeshan Wignarjara, Institute of South Asian Studies (male in English)

“Growth is at -4 to –6% in 2022, and inflation is between 50 and 70% this year and there is three-quarters of a million poor people that has been created through this crisis.”

Wignajara also says accusations that China had laid a debt trap were exaggerated, saying that Beijing is ranked third among Sri Lanka’s lenders behind Japan and the Asian Development Bank.

Ganeshan Wignarjara, Institute of South Asian Studies (male in English)

“China gave Sri Lanka $13.2 billion since 2006 for infrastructure projects. These projects have had mixed results; some good projects some bad projects. The total debt burden is something like $7.6 billion. It suggests a rising debt to China but does not indicate that Sri Lanka is yet in a Chinese debt trap.”

Wickremesinghe had promised to form an all-party government in a bid to solve the crisis but instead he has promoted close allies of ousted President Gotabaya Rajapaksa to his cabinet.

That includes the former home minister and former Rajapaksa school classmate Dinesh Gunawardena who has been named prime minister.

Protesters were upset by the appointment and on Friday morning police and army soldiers began forcibly dismantling their tent camp, erected outside the presidential complex, resulting in clashes with protestors and prompting an outcry from human rights groups.

Protesters and Sri Lankan investigators have claimed that billions of dollars have been siphoned off into offshore bank accounts by associates of the Rajapaksas, leading to calls for an independent investigation into the family’s wealth and an asset recovery program, although that could take years. Members of the Rajapaksa family dispute the charge.

XS
SM
MD
LG