ຕຳຫຼວດເວເນຊູເອລາ ໄດ້ໃຊ້ແກັສນ້ຳຕາທັບມ້າງພວກເດີນຂະບວນຕໍ່ຕ້ານລັດຖະບານ
ໃນນະຄອນຫຼວງກາຣາກັສ ທີ່ຮຽກຮ້ອງໃຫ້ມີຂຶ້ນໂດຍຜູ້ນຳພັກຝ່າຍຄ້ານ ທ່ານຮວນ ກົວ
ອີໂດ ໃນວັນອັງຄານວານນີ້.
ພວກປະທ້ວງຫຼາຍພັນຄົນໄດ້ເຕົ້າໂຮມກັນໃນນະຄອນຫຼວງເວເນຊູເອລາ ເພື່ອເດີນຂະ
ບວນໄປຫາສະພາແຫ່ງຊາດ ທີ່ໄດ້ເຂົ້າຄວບຄຸມໃນເດືອນມັງກອນຜ່ານມາໂດຍບັນດາ
ສະມາຊິກສະພາ ພັກສັງຄົມນິຍົມ ທີ່ເປັນພັກລັດຖະບານ ຂອງປະທານາທິບໍດີນິໂກລັສ
ມາດູໂຣ. ການເດີນຂະບວນໄດ້ກ້າວໄປໜ້າພຽງບໍ່ເທົ່າໃດຮ່ອມ ກ່ອນເສັ້ນທາງຂອງເຂົາ
ເຈົ້າ ໄດ້ຖືກກີດກັ້ນໂດຍຕຳຫຼວດປາບຈະລາຈົນ. ພວກປະທ້ວງຈຳນວນນຶ່ງໄດ້ແກວ່ງ
ກ້ອນຫີນໃສ່ຕຳຫຼວດ.
ບໍ່ດົນຫຼັງຈາກການເດີນຂະບວນ ປະສົບກັບຄວາມລົ້ມແຫຼວ ພວກເຈົ້າໜ້າທີ່ພ້ອມດ້ວຍ
ກຳລັງຕຳຫຼວດພິເສດ ໄດ້ບຸມຖະຫລົ່ມໂຮງແຮມກາຣາກັສ ແລະຈັບກຸມບັນດາສະມາຊິກ
ສະພາຝ່າຍຄ້ານສາມທ່ານ ທີ່ຢູ່ທີ່ນັ້ນ. ສອງຄົນໄດ້ຖືກປ່ອຍໂຕຕໍ່ມາ ແຕ່ຜູ້ທີ່ສາມ ທ່ານ
ເຣັນໂຊ ປຣີໂຕ ຍັງຖືກກັກຂັງໄວ້ຢູ່.
ທ່ານກົວອີໂດ ໄດ້ຈັດຕັ້ງການເດີນປະທ້ວງໃນຄວາມພະຍາຍາມ ເຮັດໃຫ້ການປະທ້ວງ
ຢູ່ຕາມຖະໜົນກັບຄືນມາໃໝ່ ໃນການຕໍ່ຕ້ານປະທານາທິບໍດີມາດູໂຣ ທີ່ໄດ້ລະເບີດຂຶ້ນ
ໃນປີ 2019 ຫຼັງຈາກໄດ້ໃຊ້ຕຳແໜ່ງຂອງທ່ານ ໃນນາມປະທານສະພາແຫ່ງຊາດ ເພື່ອ
ປະກາດຕົນເອງເປັນປະທານາທິບໍດີໄລຍະຂ້າມຜ່ານຂອງເວເນຊູເອລາ ຢ່າງຖືກຕ້ອງ
ຕາມກົດໝາຍ ໂດຍອ້າງວ່າການເລືອກຕັ້ງຄືນໃໝ່ ຂອງທ່ານມາດູໂຣ ປີກ່ອນນັ້ນ ບໍ່ຖືກຕ້ອງຕາມກົດໝາຍ. ສະຫະລັດ ແລະເກືອບ 60 ປະເທດ ໄດ້ຮັບຮູ້ທ່ານກົວອີໂດ ເປັນຜູ້
ນຳຂອງປະເທດທີ່ຖືກຕ້ອງຕາມກົດໝາຍ ແຕ່ວ່າ ທ່ານມາດູໂຣ ຍັງກຳອຳນາດຢູ່ຕໍ່ໄປ.
ຊາວເວເນຊູເອລາ ຫຼາຍກວ່າສີ່ລ້ານຄົນໄດ້ພາກັນຫລົບໜີຈາກປະເທດທີ່ອຸດົມຮັ່ງມີດ້ວຍ
ນ້ຳມັນ ໃນຂະນະທີ່ປະເທດດັ່ງກ່າວໄດ້ກາຍຈາກປະເທດຮັ່ງມີເປັນປະເທດທີ່ມີເສດຖະ
ກິດຕົກຕ່ຳ ເຕັມໄປດ້ວຍຄວາມທຸກຈົນ ແລະເງິນເຟີ້ທີ່ຮ້າຍແຮງ.
ການປະທ້ວງໄດ້ຈັດຂຶ້ນວັນດຽວກັນ ໃນຂະນະທີ່ທ່ານນາງມີແຊລ ບາເຈີແລັຕ ກຳມາທິ
ການສິດທິມະນຸດສະຫະປະຊາຊາດ ໄດ້ປະນາມລັດຖະບານທ່ານມາດູໂຣ ຢູ່ໃນລາຍງານ
ສະບັບນຶ່ງ ທີ່ນຳສະເໜີຕໍ່ສະພາສິດທິມະນຸດສະຫະປະຊາຊາດ ໃນວັນອັງຄານວານນີ້.
ທ່ານນາງບາເຈີແລັຕ ໄດ້ກ່າວຕໍ່ສະພາວ່າ ຝ່າຍຄ້ານຂອງລັດຖະບານທ່ານມາດູໂຣ ໂດຍ
ສະເພາະຕົກຢູ່ໃນບ່ອນນັ່ງລຳບາກ ແລະຢູ່ໃນສະພາບທີ່ເປັນອັນຕະລາຍ.
Venezuelan police used tear gas to break up an anti-government demonstration in Caracas called for by opposition leader Juan Guaido Tuesday.
Thousands of protesters gathered in the Venezuelan capital to march on the National Assembly, which was taken over in January by lawmakers of President Nicolas Maduro's ruling Socialist Party. The marchers advanced only a few blocks before their path was blocked by riot police. Some of the protesters responded by hurling stones at the police.
Shortly after the failed march, officers with a special police unit raided a Caracas hotel and arrested three opposition lawmakers who were staying there. Two of them were later released, but a third, Renzo Prieto, remained in custody.
Guaido organized the march in an effort to revive the street protests against President Maduro that erupted in 2019 after he used his post as president of the National Assembly to declare himself Venezuela's legitimate interim president, claiming that Maduro's re-election the year before was illegitimate. The United States and nearly 60 other countries have recognized Guaido as the country's rightful leader, but Maduro continues to cling to power.
More than four million Venezuelans have fled the oil-rich country as it has slid from prosperity into economic ruin, complete with rising poverty and soaring inflation.
The protests were held on the same day as Michele Bachelet, the United Nations human rights commissioner, denounced Maduro's government in a scathing report to the U.N. Human Rights Council Tuesday. Bachelet told the council that opponents of the Maduro government are in a particularly difficult and dangerous situation.