ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ມາດູໂຣ ຖິ້ມໂທດໃສ່ ສະຫະລັດ, ໂຄລົມເບຍ ສຳລັບການພະຍາຍາມ ລອບສັງຫານເພິ່ນ.


ປະທານາທິບໍດີ ເວເນຊູເອລາວ ທ່ານ ນິໂຄລັສ ມາດູໂຣ ສະແດງປະຕິກິລິຍາ ໃນລະຫວ່າງງານແຫ່ງນຶ່ງທີ່ຖືກລົບກວນ, ເຊິ່ງຖືກລາຍງານວ່າ ເປັນລະເບີດຈາກເຮືອບິນບໍ່ມີຄົນຂັບ, ໃນພາບຈຶ້ງທີ່ຖືກຖ່າຍຈາກວິດີໂອຂອງລັດຖະບານ. ນະຄອນຫຼວງ ຄາຣາຄັສ, ປະເທດ ເວເນຊູເອລາ. 4 ສິງຫາ, 2018.
ປະທານາທິບໍດີ ເວເນຊູເອລາວ ທ່ານ ນິໂຄລັສ ມາດູໂຣ ສະແດງປະຕິກິລິຍາ ໃນລະຫວ່າງງານແຫ່ງນຶ່ງທີ່ຖືກລົບກວນ, ເຊິ່ງຖືກລາຍງານວ່າ ເປັນລະເບີດຈາກເຮືອບິນບໍ່ມີຄົນຂັບ, ໃນພາບຈຶ້ງທີ່ຖືກຖ່າຍຈາກວິດີໂອຂອງລັດຖະບານ. ນະຄອນຫຼວງ ຄາຣາຄັສ, ປະເທດ ເວເນຊູເອລາ. 4 ສິງຫາ, 2018.

ປະທານາທິບໍດີ ເວເນຊູເອ ທ່ານ ນິໂຄລັສ ມາດູໂຣ ກ່າວວ່າ ທ່ານໄດ້ລອດຊີວິດຈາກ
ການພະຍາຍາມລອບສັງຫານ ທີ່ປະກອບມີເຮືອບິນບໍ່ມີຄົນຂັບຕິດລະເບີດ ແລະ ໄດ້
ຖິ້ມໂທດໃສ່ ສະຫະລັດ ກັບປະເທດ ໂຄລົມເບຍ ສຳລັບໂຈມຕີທີ່ຖືກກ່າວຫານັ້ນ.

ໃນການກ່າວຄຳປາໄສອອກໂທລະພາບ ໃນຕອນແລງວັນເສົາວານນີ້, ທ່ານ ມາດູໂຣ
ໄດ້ເວົ້າວ່າ “ທຸກຢ່າງແມ່ນຊີ້” ໄປທາງຜູ້ວາງແຜນຂອງພວກສະໜັບສະໜູນປີກຂວາ
ກຸ່ມທີ່ທ່ານອ້າງວ່າ ໄດ້ເກີດມາຈາກປະ ເທດ ໂຄລົມເບຍ ທີ່ຢູ່ໃກ້ຄຽງນັ້ນ. ທ່ານໄດ້ກ່າວ
ວ່າ ພະເຈົ້າ, ປະຊາ ຊົນ ແລະ ກອງກຳລັງຕິດອາວຸດຂອງປະເທດ ໄດ້ຊ່ວຍທ່ານ ຈາກ
ການຖືກຂ້າຕາຍ.

ທ່ານ ມາດູໂຣ ກ່າວວ່າ “ເຮືອບິນບໍ່ມີຄົນຂັບນັ້ນ ໄດ້ບິນມາທາງຂ້າ ພະເຈົ້າ ແຕ່ມັນມີ
ຄວາມຮັກທີ່ເປັນສິ່ງຄຸ້ມຄອງຮັກສາທ່ານໄວ້. ຂ້າພະ ເຈົ້າໝັ້ນໃນວ່າ ຂ້າພະເຈົ້າຈະມີຊີ
ວິດໄປອີກຫຼາຍໆປີ.”

ທ່ານໄດ້ກ່າວເພີ່ມເຕີມວ່າ ທ່ານບໍ່ມີຄວາມສົງໄສເລີຍວ່າ ຄົນທີ່ມີຊື່ວ່າ ຮວນ ມານູແອລ
ຊານຕົສ (ເຊິ່ງແມ່ນປະທານາທິບໍດີຂອງ ໂຄລົມເບຍ ນັ້ນ) ແມ່ນຜູ້ຢູ່ເບື້ອງຫຼັງຂອງການ
ໂຈມຕີນີ້.” ອົງການຂ່າວ ຝຣັ່ງ ໄດ້ກ່າວຢໍ້າຄຳເວົ້າຂອງແຫຼ່ງຂ່າວແຫ່ງນຶ່ງໃນລັດຖະບານ
ໂຄລົມເບຍ ວ່າ ການກ່າວຫາໃສ່ປະທານາທິບໍດີ ຊານຕົສ ແມ່ນ “ບໍ່ມີມູນຖານ.”

ທ່ານ ມາດູໂຣ ກ່າວວ່າ ການສືບສວນສອບສວນເບື້ອງຕົ້ນ “ໄດ້ລະບຸວ່າ ຜູ້ຊ່ວຍເຫຼືອ
ທາງການເງິນຂອງເຂົາເຈົ້າ ແມ່ນອາໄສຢູ່ໃນ ສະຫະລັດ ໃນລັດຟລໍຣິດາ. ຂ້າພະເຈົ້າ
ຫວັງວ່າປະທານາທິບໍດີ ດໍໂນລ ທຣຳ ແມ່ນພ້ອມແລ້ວ ທີ່ຈະຕໍ່ສູ້ກັບກຸ່ມກໍ່ການຮ້າຍ
ພວກນີ້.”

ຜູ້ນຳ ເວເນຊູເອລາ ກ່າວວ່າ ຜູ້ກະທຳຜິດຫຼາຍຄົນ ແມ່ນໄດ້ຖືກຈັບ, ແຕ່ທ່ານບໍ່ໄດ້ໃຫ້
ລະລາຍອະອຽດເພີ່ມເຕີມ.

ໃນຂະນະທີ່ທ່ານ ມາດູໂຣ ກຳລັງເວົ້າ ກ່ຽວກັບ ເສດຖະກິດຂອງ ເວເນຊູເອລາ ໃນງານ
ແຫ່ງນຶ່ງນັ້ນ, ພາບຈາກໂທລະພາບ ໄດ້ສະແດງໃຫ້ເຫັນທ່ານ ມາດູໂຣ ແລະ ຄົນອື່ນໆ
ຕື່ນສະດຸ້ງຂຶ້ນ ຫຼັງຈາກໄດ້ຍິນສຽງຂອງລະເບີດແຕກຫຼາຍຄັ້ງ. ຫຼັງຈາກນັ້ນບໍ່ດົນ, ວິດີ
ໂອກໍໄດ້ສະແດງໃຫ້ເຫັນທະຫານແຕກອອກຈາກແຖວ ແລະ ແລ່ນໜີຊອກຫາສິ່ງກຳ
ບັງ.

ເວເນຊູເອລາ ໄດ້ປະສົບຄວາມວຸ້ນວາຍໃນຫຼາຍປີທີ່ຜ່ານມາ. ຄັ້ງນຶ່ງເຄີຍເປັນນຶ່ງໃນ
ບັນດາປະເທດ ອາເມຣິກາ ລາຕິນ ທີ່ຮັ່ງມີທີ່ສຸດນັ້ນ, ຫຼັງຈາກຫຼາຍປີຂອງການປົກຄອງ
ທີ່ອ່ອນແອ ແລະ ນະໂຍບາຍສັງຄົມຕ່າງໆທີ່ໄດ້ຮັບຄວາມລົ້ມແຫຼວ ໄດ້ເຮັດໃຫ້ຄວາມ
ໝັ້ນຄົງຂອງປະເທດຊຸດໂຊມລົງ ຈົນສົ່ງຜົນ ເຮັດໃຫ້ສັງຄົມມີຄວາມຂັດແຍ້ງກັນ ແລະ
ມູນຄ່າຂອງເງິນກໍໄດ້ຫຼຸດລົງຢ່າງວ່ອງໄວ.

ທ່ານ ມາດູໂຣ ໄດ້ຖືກເລືອກຂຶ້ນດຳລົງຕຳແໜ່ງສະໄໝໃໝ່ອີກ 6 ປີໃນເດືອນພຶດສະພາ
ທີ່ຜ່ານມາ ດ້ວຍຜົນຄະແນນທີ່ຖືກກ່າວປະນາມຢ່າງກວ້າງຂວາງ ໂດຍຝ່າຍຄ້ານ ແລະ
ບັນດາຜູ້ສັງເກດການສາກົນວ່າ ບໍ່ຖືກຕ້ອງຕາມກົດໝາຍ ແລະ ເຕັມໄປດ້ວຍຄວາມບໍ່
ສະຫງົບ.

In a televised speech late Saturday, Maduro said "everything points" to a right-wing plot he claims originated in neighboring Colombia. He said God, the people and the country's armed forces saved him from being killed.

"That drone was coming for me but there was a shield of love," Maduro said. "I am sure I will live for many more years."

He added that he has "no doubt that the name (Colombian President) Juan Manuel Santos is behind this attack."The French news agency (AFP) quotes a source in the Colombian government as saying the charge against President Santos are "without foundation."

Maduro said initial investigations "indicate that various of those financing it live in the United States, in the state of Florida. I hope that President Donald Trump is ready to fight these terrorist groups."

The Venezuelan leader said several perpetrators were caught, but he did not provide further details.

While Maduro was speaking about Venezuela's economy at the event, television images showed Maduro and others looking startled after the sound of multiple explosions could be heard.A moment later, the video showed soldiers breaking ranks and scurrying for cover.

Venezuela has been in turmoil for several years.Once one of Latin America's wealthiest countries, years of poor governing and failed social policies have eroded the nation's stability resulting in social strife and runaway inflation.

Maduro was elected in May to a new six-year term in a result widely denounced by the opposition and international observers as illegitimate and rife with irregularities.

XS
SM
MD
LG