ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພັກ​ຝ່າຍການ​ເມືອງ ໃນເວ​ເນ​ຊູ​ເອ​ລາ ​ເປີດ​ການ​ເຈ​ລະ​ຈາ ທີ່ເກາະ ​ບາ​ບາ​ໂດ​ສ


ຜູ້​ນຳ​ສະ​ພາ​ແຫ່ງ​ຊາດ ແລະ​ຜູ້​ນຳຝ່າຍ​ຄ້ານ ທ່ານ​ຮວນ ກົວ​ອີ​ໂດ.
ຜູ້​ນຳ​ສະ​ພາ​ແຫ່ງ​ຊາດ ແລະ​ຜູ້​ນຳຝ່າຍ​ຄ້ານ ທ່ານ​ຮວນ ກົວ​ອີ​ໂດ.

ບັນ​ດາ​ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ຂອງປະ​ທາ​ນາ​ທິ​ບໍ​ດີ ​ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂກ​ລັ​ສ ມາ​ດູ​ໂຣ
ແລະ​ຝ່າຍ​ຄ້ານ​ທີ່​ນຳ​ພາ​ໂດຍ ຜູ້​ນຳ​ສະ​ພາ​ແຫ່ງ​ຊາດ ທ່ານ​ຮວນ ກົວ​ອີ​ໂດ ກຳ​ລັງ​ຢູ່​ເກາະ
​ບາບາ​ໂດ​ສ ເພື່ອ​ເປີດ​ການ​ເຈ​ລະ​ຈາ ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ ຈະ​ຊອກ​ຫາ​ການ​ແກ້​ໄຂ​ວິ​
ກິດການ ທາງ​ດ້ານການ​ເມືອງຢູ່​ໃນ​ເວ​ເນ​ຊູ​ເອ​ລາ.

​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ກຸ່ມ​ການ​ເມືອງ ທີ່ໄກ່​ເກ່ຍ​ໂດຍ​ປະ​ເທດນໍ​ເວ ໄດ້​ເລີ້ມ​ໃນຕົ້​ນ
ປີ​ນີ້​ ທີ່​ນະ​ຄອນອັອ​ສ​ໂລ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ນໍ​ເວ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ​ທັງ​ສອງ​ຝ່າຍ​ “ໄດ້ ກ່າວຢ້ຳ
ເຖິງ​ຄວາມ​ເຕັມ​ໃຈເພື່ອ​ຫາ​ທາງ​ສ້າງ​ຄວາມກ້າວ​ໜ້າ​ໃນ​ການຕົກ​ລົງກັນ ແລະ​ແກ້​ໄຂ​ລັດ
​ຖະ​ທຳ​ມະນູນ ​ໂດຍ​ຈະ​ເພັ່ງ​ເລັງໃສ່​ຄວາມ​ຢູ່​ດີ​ເປັນ​ສຸກ​ຂອງ​ປະ​ຊາ​ຊົນເວ​ເນ​ຊູ​ເອ​ລາ.”

ໂຄ​ສົກ​ຄົນ​ນຶ່ງ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນິ​ໂອ ກູ​ເຕ​ເ​ຣັ​ສ
ກ່າວ​ວ່າ “ການ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ ແມ່ນ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຮີບ​ດ່ວນ​ເພື່ອ​ຈະ​ກ້າວ​ໄປ​
ສູ່​ການ​ແກ້​ໄຂ​ດ້ວຍສັນ​ຕິ​ວິ​ທີ​ຕໍ່ວິ​ກິດ​ການ” ແລະ​ໄດ້​ຮຽ​ກ​ຮ້ອງ​ໃຫ້​ທັງ​ສອງ​ຝ່າຍ “ສືບ​ຕໍ່​
ໃຫ້ຄວາມ​ໝັ້ນ​ໝາຍ​ຢ່າງ​ເຕັມ​ທີ່​ໃນຄວາມ​ພະ​ຍາ​ຍາມ​ເຫຼົ່າ​ນີ້​ເພື່ອຜົນ​ປະ​ໂຫຍດ​ຂອງ
ປະ​ຊາ​ຊົນ​ເວ​ເນ​ຊູ​ເອ​ລາ.”

ເວ​ເນ​ຊູ​ເອ​ລາ​ຕົກ​ຢູ່​ວິ​ກິດ​ການ​ທາງ​ດ້ານເສດ​ຖະ​ກິດ ແລະ​ການ​ປະ​ເຊີນ​ໜ້າ​ທາງດ້ານ​
ການ​ເມືອງ ​ລະ​ຫວ່າງລັດ​ຖະ​ບານທ່ານ​ມາ​ດູ​ໂຣ ແລະ​ຜູ້​ນຳ​ຝ່າຍ​ຄ້ານທ່ານ​ກົວ​ອີ​ໂດ ຜູ້​
ທີ່​ໄດ້​ປະ​ກາດ​ຕົນ​ເອງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ. ທ່ານ​ກົວ​ອີ​ໂດໄດ້​ຮັບ​ການ​ໜູນ​ຫຼັງ​ໂດຍ​
ສະຫ​ະ​ລັດ ແລະປະ​ເທດ​ອື່ນໆ​ອີກຫຼາຍ​ສິບ​ປະ​ເທດ​.

ຊາວ​ເວ​ເນ​ຊູ​ເອ​ລາ​ຫຼາຍ​ລ້ານ​ຄົນ ໄດ້ພາ​ກັນຫລົບ​ໜີຈາກ​ປະ​ເທດ​ຂອງ​ເຂົາ​ເຈົ້າ ເພາະ
​ຄວາມ​ວຸ້ນ​ວາຍ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.


Representatives of the government of Venezuelan President Nicolas Maduro and the opposition led by National Assembly leader Juan Guaido are in Barbados holding talks in an attempt to find a solution to the political crisis in Venezuela.

The talks between the two factions, which are being mediated by Norway, started earlier this year in Oslo.

Norway's Foreign Affairs ministry said in a statement the two sides have "reiterated their willingness to advance in the search for an agreed-upon and constitutional solution, focused on the well-being of the Venezuelan people."

A spokesman for U.N. Secretary-General Antonio Guterres said a "negotiated agreement is urgently needed to reach a peaceful resolution to the crisis" and urged the two sides "to remain fully committed to these efforts for the benefit of the Venezuelan people."

Venezuela is caught in an economic catastrophe and a political standoff between the Maduro government and opposition leader Guaido who has declared himself president. Guaido is backed by the U.S. and dozens of other countries.

Millions of Venezuelans have fled their country because of the ongoing upheaval.

XS
SM
MD
LG