ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ Chavez ມີເນື້ອງອກມະເຮັງ ປົ່ງຄືນມາໃໝ່

An Ethiopian Orthodox Christian priest holds a holy book for women to kiss at Deir El Sultan in the Church of the Holy Sepulcher, traditionally believed by many to be the site of the crucifixion and burial of Jesus Christ, during Palm Sunday services in Jerusalem's Old city.

ທ່ານ Hugo Chavez ປະທາ​ນ​າທິບໍດີ Venezuela ​ໄດ້​ປະກາດ​ວ່າ ​ໂຣກມະ​ເຮັງຂອງ​ທ່ານ​ໄດ້ກັບ​ຄືນ​ມາ​ອີກ.

ທ່ານ Chavez ​ ກ່າວ​ເມື່ອ​ຕອນ​ບ່າຍ​ວັນ​ເສົາ​ວານ​ນີ້​ວ່າ ທ່ານ​ກໍາລັງ​ຈະ​ເດີນທາງ​ໄປ​ຄິວ​ບາ ​ເພື່ອ​ຜ່າຕັດ​ເອົາ​ເນື້ອ​ເຍື່ອ ທີ່​ເປັນ​ມະ​ເຮັງ​ອອກ.

ຜູ້​ນໍາ​ຂອງ​ປະ​ເທດ​ໃນ​ເຂດ​ອ​ະ​ເມ​ຣິກາ​ໃຕ້​ທ່ານ​ນີ້ ທີ່​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ປະທານາ​ທິບໍດີ​ອີກສະ​ໄໝນຶ່ງ​ເມື່ອເດືອນ​ຕຸລາ​ຜ່ານ​ມາ ​ໄດ້​ປະກາດ​ໃຫ້​ຊາບ​ ກ່ຽວ​ກັບ​ສຸຂະພາບ​ໃນປັດຈຸບັນ​ຂອງ​ທ່ານ ​ທາງ​ທີ​ວີ. ທ່ານ​ Chavez ເວົ້າ ​ວ່າ ຖ້າ​ຫາກ​ສຸ​ຂະພາບ​ຂອງ​ທ່ານ​ຊຸດ​ໂຊມ​ລົງ​ໄປ​ກວ່າ​ນີ້​ອີກ ທ່ານ​ຢາກ​ໃຫ້​ ຮອງ​ປະທານາທິບໍດີ Nocolas Maduro ​ເປັນ​ຜູ້​ສືບ​ຕໍາ​ແໜ່​ງ​ແທນ​ທ່ານ.

ປະທານາທິບໍດີ Chavez ຈະ​ກັບ​ຄືນ​ໄປ​ຄິວບາ​ໃນ​ວັນ​ອາທິດມື້​ນີ້ ບ່ອນ​ທີ່ ​ທ່ານ​ໄດ້​ໄປ​ກວດ​ສຸຂະພາບ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ແລະ​ພົບ​ວ່າ ​ເຊື້ອ​ມະ​ເຮັງໃນ​ຮ່າງ​ກາຍ​ທ່ານ ​ໄດ້​ກັບ​ຄືນ​ມາ​ອີກ.

ປະທານາ​ທິບໍດີ Chavez ​ໄວ 58 ປີ ​ໄດ້ຜ່ານ​ການ​ຜ່າຕັດ​ສອງ​ຄັ້ງ​ໃນ​ຄິວ​ບາ​ເພື່ອເອົາ​ເນື້ອ​ງອກ​ອອກ​ຈາກ​ກະດູກ​ງ່າມ​ກົ້ນ. ນອກ​ນີ້​ທ່ານ Chavez ​ໄດ້​ຮັບການບໍາບັດ​ດ້ວຍ​ຢາ​ເຄມີ ​ຫລື Chemotherapy ​ແລະ​ສາຍ​ແສງ ລັງສີນໍາ. ປະທາ​ນາ​ບໍດີ Chavez ບໍ່​ໄດ້​ເປີດ​ເຜີຍໃຫ້​ຊາບ​ກ່ຽວກັບປະ​ເພດແລະ​ຄວາມ​ຮ້າຍແຮງ ຂອງໂຣກມະ​ເຮັງ​ທີ່​ທ່ານ​ເປັນ.
XS
SM
MD
LG