ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສຫລ ແລະອົງການ OAS ປະນາມສານສູງສຸດ ເວເນຊູເອລາ


ຜູ້ສະໜັບສະໜຸນຝ່າຍຄ້ານ ຖືທຸງເວເນຊູເອລາ ແລະ ປ້າຍທີ່ຂຽນວ່າ "ບໍ່ໃຫ້ມີຜະເດັດການຕໍ່ໄປອີກແລ້ວ" ໃນຕອນທີ່ເຂົ້າຮ່ວມການຊຸມນຸມ ປະທ້ວງ ຕ້ານລັດຖະບານ ຂອງ​ທ່ານ Nicolas Maduro ໃນນະຄອນຫລວງ Caracas, ວັນທີ 30 ມີນາ 2017.
ຜູ້ສະໜັບສະໜຸນຝ່າຍຄ້ານ ຖືທຸງເວເນຊູເອລາ ແລະ ປ້າຍທີ່ຂຽນວ່າ "ບໍ່ໃຫ້ມີຜະເດັດການຕໍ່ໄປອີກແລ້ວ" ໃນຕອນທີ່ເຂົ້າຮ່ວມການຊຸມນຸມ ປະທ້ວງ ຕ້ານລັດຖະບານ ຂອງ​ທ່ານ Nicolas Maduro ໃນນະຄອນຫລວງ Caracas, ວັນທີ 30 ມີນາ 2017.

ຄໍາຕັດສິນ​ຂອງ​ສານ​ສູງ​ສຸດເວ​ເນ​ຊູ​ເອລາ ​ທີ່​ມີ​ຂຶ້ນ​ໃນ​ຕອນແລງວັນ​ພຸດ​ທີ່​ຜ່ານ​ມານີ້
ວ່າ​ຈະ​ເຂົ້າ​ຄຸ້ມ​ຄອງສະພາແຫ່ງ​ຊາດທີ່ຢູ່ພາຍ​ໃຕ້​ການ​ຄວບຄຸມຂອງ​ຝ່າຍ​ຄ້ານນັ້ນ ເຮັດ
ໃຫ້ເກີດ​ຄວາມ​ໂກດເຄືອງ​ໂດຍບັນດາ​ປະ​ເທດ​ເພື່ອນ​ບ້ານຢູ່​ໃນ​ຊີກ​ໂລກດຽວ​ກັນ ຊຶ່ງ
ຮວມມີ​ສະຫະລັດ, ເມັກ​ຊິ​ໂກ, ​ເປຣູ​ ແລະ​ອາ​ເຈັນ​ຕິນາ ​ປະນາມ​ມາດ​ຕະການ​ດັ່ງກ່າວ​
ວ່າ ​ເປັນ​ໄພ​ຂົ່ມຂູ່​ຕໍ່ປະຊາທິປະ​ໄຕ.

ທ່ານ Luis Amalgro, ​ເລຂາ​ທິການ​ໃຫຍ່ ​ຂອງ​ອົງການ​ປະ​ເທດ​ໃນ​ທະ​ວີບ​ອາ​ເມຣິກາ
ກ່າວ​ຫາ​ລັດຖະບານສັງຄົມ​ນິຍົມເວ​ເນ​ຊູ​ເອລາ ທີ່​ນໍາພາ​ໂດຍ​ທ່ານ Nicolas Maduro
ວ່າ​ພະຍາຍາມ​ທີ່​ຈະ​ເຮັດ “ລັດຖະປະຫານເພື່ອ​ສ້າງ​ຄວາມ​ເສຍ​ຫາຍ” ຕໍ່ສະພາຂອງ​ຕົນ.
ທ່ານ​ໄດ້​ຮຽກ​ໃຫ້ ​ສະພາຖາວອນ​ປະ​ຈໍາ​ອົງການ​ດັ່ງກ່າວເປີດ​ປະຊຸມສຸກ​ເສີນ, ​ໃນ​ເວ
ລາ​ພຽງ​ແຕ່​ສອງ​ມື້ ພາຍຫລັງ​ທີ່​ທ່ານ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ສະ​ໄໝວິສາມັນກ່ຽວ
ກັບເວ​ເນ​ຊູ​ເອລາທີ່​ນະຄອນຫລວງ​ວໍ​ຊິງ​ຕັນ.

ຢູ່​ໃນຖະ​ແຫລ​ງການ​ຂອງ​ຕົນ​ນັ້ນ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ປະນາມ
​ສານເວ​ເນ​ຊູ​ເອລາວ່າ​ຍາດ​ຊີງ​ເອົາ​ອໍານາດ​ຈາກ​ສະພາ​ແຫ່ງ​ຊາດ​ທີ່​ໄດ້​ຮັບ​ການ​ເລືອກ​
ຕັ້ງ ​ແບບປະຊາທິປະ​ໄຕ​. ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຖື​ວ່າ ​ການ​ເຮັດ​ແນວ​ນັ້ນ ​ແມ່ນ​ການຖອຍຫລັງທາງ​ດ້ານປະຊາທິປະ​ໄຕ.​”

​ເປຣູ​ໄດ້​ຮຽກເອົາເອກ​ອັກຄະ​ລັດຖະທູດ​ຂອງ​ຕົນກັບຄືນປະ​ເທດ ​ໃນ​ວັນ​ພະຫັດ​ວານ​ນີ້
​ເພື່ອ​ເປັນ​ການ​ປະ​ທ້ວງ​ຕໍ່ຄໍາ​ຕັດສິນດັ່ງກ່າວ ​ແລະ​ປະ​ເທດ​ຕ່າງໆ ຊຶ່ງ​ລວມມີ ເມັກ​ຊິ​ໂກ,
​ໂຄລອມ​ເບຍ, ອາ​ເຈັນ​ຕິ​ນາ, ​ແລະ​ຊີເລ ກໍ​ໄດ້​ປະນາມ​ສານ​ສູງສຸດ​ຂອງເວ​ເນ​ຊູ​ເອລາ​
ເຊັ່ນ​ກັນ.

ຢູ່​ໃນ​ການ​ຕັດສິນ​ຫລາຍໆອັນພ້ອມ​ກັນ​ນັ້ນ ສານ​ດັ່ງກ່າວ​ໄດ້​ຕໍາໜິ​ສະພາ​ແຫ່ງ​ຊາດວ່າ
ໃນ​ອັນ​ທີ່​ສານ​ເອີ້ນວ່າ “ບໍ່ນັບຖື ​ແລະ​ເຮັດ​ໃຫ້​ຂັ້ນຕອນ​ດໍາ​ເນີນ​ການ​ຕ່າງໆ ຂອງ​ຕົນ
ຂາດ​ຄວາມ​ສັກສິດ​.” ສານ​ຍັງເວົ້າອີກ​ວ່າ ​ຕາບ​ໃດ​ທີ່​ສະພາບ​ການ​ດັ່ງກ່າວ ຍັງ​ມີ​ຢູ່
“ອົງການ​ດ້ານ​ລັດຖະທໍາ​ມະນູນ​ແຫ່ງ​ນີ້ ຈະ​ຮັບປະກັນ​ວ່າ ອໍານາດ​ຂອງ​ລັດຖະສະພາ​
ໄດ້​ຖືກ​ດໍານ​ເນີນການ​ໂດຍ​ກົງ ​ໂດຍ​ຫ້ອງການ​ນີ້ ຫລື ອົງການ​ທີ່​ຫ້ອງການ​ນີ້​ຕັ້ງ​ໄວ້ເພື່ອ​ຮັບປະກັນການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ.”

ທ່ານ Julio Borges ຜູ້​ນໍາສະພາ​ແຫ່ງ​ຊາດ​ ໄດ້​ກ່າວ​ຕໍ່​ອົງການ​ຂ່າວ ​ເອພີວ່າ “ປັດຈຸ​ບັນ
ທ່ານ Maduro ເປັນສະພາ​ແຫ່ງ​ຊາດ”. ທ່ານ​ກ່າວ​ອີກ​ວ່າ “​ມັນ​ເປັນ​ສິ່ງ​ນຶ່ງ​ທີ່​ຈະພະຍາ
ຍາມ ແລະ​ສ້າງ​ລະບົບ​ຜະ​ເດັດ​ການ ​ແລະ​ສ້າງ​ຫ້ອງການ​ອີກ​ອັນ​ນຶ່ງ​ ​ເພື່ອ​ເຮັດ​ໃຫ້ວົງ​ຈອນ​ຄົບຖ້ວນ​ສົມບູນຂຶ້ນ.”

ຄໍາ​ຕັດສິນ​ຂອງ​ສານ​ໄດ້​ມີ​ຂຶ້ນ ພາຍຫລັງ​ທີ່​ມີ​ກອງ​ປະ​ຊຸມນັດ​ພິ​ເສດຂອງ​ອົງການ OAS
​ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ​ໂດຍ​ໄດ້​ຮຽກ​ເອົາ​ບັນດາ​ນັກ​ການ​ທູດປະ​ເທດ​ຕ່າງໆ
ມາ​ປະຊຸມຢູ່​ນະຄອນຫລວງ​ວໍ​ຊິ​ງຕັນ ​ເພື່ອ​ປຶກສາ​ຫາລື​ກັນ​ວ່າ​ຈະ​ແກ້​ໄຂວິ​ກິດ​ການ​ທາງ
​ການ​ເມືອງ​ທີ່​ແກ່ຍາວ​ມາ​ແຕ່​ດົນ​ນານ​ຂອງເວ​ເນ​ຊູ​ເອລາ​ຊຶ່ງ ຕັ້ງຢູ່​ໃນ​ທະວີບອາ​ເມຣິກາໃຕ້ດັ່ງກ່າວ​ນີ້ ​ໄດ້​ແນວ​ໃດ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG