ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ສ່ວນໃຫຍ່ ເຫັນວ່າ ປະຊາທິປະໄຕ ຂອງພວກເຂົາເຈົ້າ ຢູ່ພາຍໃຕ້ ໄພຂົ່ມຂູ່ ອີງຕາມການຢັ່ງຫາງສຽງ


ພວກສະມາຊິກກອງກຳລັງພິທັກຊາດ ເດີນທາງໄປຮອດລັດຖະສະພາສະຫະ ຫຼັງຈາກຫຼາຍວັນ ທີ່ພວກສະໜັບສະໜຸນປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ພາກັນບຸກເຂົ້າໄປໃນລັດຖະສະພາ ຢູ່ໃນນະຄອນຫຼວງ ວໍຊິງຕັນ ດີ. ຊີ.
ພວກສະມາຊິກກອງກຳລັງພິທັກຊາດ ເດີນທາງໄປຮອດລັດຖະສະພາສະຫະ ຫຼັງຈາກຫຼາຍວັນ ທີ່ພວກສະໜັບສະໜຸນປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ພາກັນບຸກເຂົ້າໄປໃນລັດຖະສະພາ ຢູ່ໃນນະຄອນຫຼວງ ວໍຊິງຕັນ ດີ. ຊີ.

ເກືອບຮອດສາມສ່ວນສີ່ຂອງພວກປ່ອນບັດເລືອກຕັ້ງສະຫະລັດທັງຫຼາຍ ກ່າວວ່າ ປະຊາທິປະ ໄຕ ແມ່ນຢູ່ພາຍໃຕ້ໄພຂົ່ມຂູ່ ທ່າມກາງການໂຈມຕີທີ່ຮ້າຍແຮງໂດຍພວກອັນຕະພານ ຢູ່ລັດຖະສະພາສະຫະລັດ ອີງຕາມການຢັ່ງຫາງສຽງຄັ້ງໃໝ່ໂດຍມະຫາວິທະຍາໄລ ກວິນນີປີແອັກ (Quinnipiac University).

ການຢັ່ງຫາງສຽງທົ່ວປະເທດ ຂອງພວກໄປຈົນທະບຽນປ່ອນບັດສະຫະລັດ ໄດ້ຖືກເປີດເຜີຍໃນວັນຈັນວານນີ້ ພົບເຫັນວ່າ ພວກປ່ອນບັດທັງຈາກພັກຣີພັບບລີກັນ ແລະພັກເດໂມແຄຣັດ ຈຳນວນຫຼາຍເຊື່ອວ່າ ປະຊາທິປະໄຕ ແມ່ນຢູ່ພາຍໃຕ້ໄພຂົ່ມຂູ່ ໂດຍມີອັດຕາສະເລ່ຍ 77 ເປີເຊັນ ແລະ 76 ເປີເຊັນຕາມລຳດັບ. ສ່ວນພວກພັກອິດສະຫລະ ມີອັດຕາທີ່ຕ່ຳກວ່າໜ້ອຍນຶ່ງ ໂດຍມີຢູ່ 70 ເປີເຊັນທີ່ບໍ່ຄ່ອຍຢາກຈະເຫັນພ້ອມ.

ພວກປ່ອນບັດສ່ວນຫຼາຍ 56 ເປີເຊັນ ໄດ້ກ່າວວ່າ ພວກເຂົາຖືວ່າ ປະທານາທິ ບໍດີ ສະຫະລັດ ດໍໂນລ ທຣຳ ເປັນຜູ້ຮັບຜິດຊອບສຳລັບການບຸກເຂົ້າໄປໃນລັດ ຖະສະພາສະຫະລັດ ເມື່ອອາທິດແລ້ວນີ້ ໃນຂະນະດຽວກັນ ອີກ 42 ເປີເຊັນ ໄດ້ກ່າວວ່າ ພວກເຂົາບໍ່ໄດ້ຖືວ່າ ທ່ານທຣໍາ ເປັນຜູ້ຮັບຜິດຊອບ.

ທ່ານທຣຳ ໄດ້ຊຸກຍູ້ພວກສະໜັບສະໜຸນຂອງທ່ານຫຼາຍພັນຄົນໃຫ້ເດີນຂະບວນ ໄປຍັງລັດຖະສະພາ ໃນລະຫວ່າງການໂຮມຊຸມນຸມໃນວັນທີ 6 ມັງກອນຢູ່ໃກ້ໆກັບທຳນຽບຂາວ ເປັນບ່ອນທີ່ທ່ານໄດ້ເຮັດມາຫຼາຍອາທິດແລ້ວ ໂດຍໄດ້ກ່າວຫາຕ່າງໆນາໆທີ່ບໍ່ມີມູນຄວາມຈິງວ່າ ທ່ານໄດ້ຖືກສໍ້ໂກງໃນການເລືອກຕັ້ງຄືນໃໝ່ອີກນຶ່ງສະໄໝ. ຫຼັງຈາກທີ່ພວກສະໜັບສະໜຸນຂອງທ່ານ ໄດ້ບຸກເຂົ້າໄປລັດຖະສະພາ ທ່ານທຣຳ ໄດ້ຂຽນລົງໃນທວິດເຕີ້ ເພື່ອບອກພວກເຂົາ“ໃຫ້ຢູ່ແບບສັນຕິ” ແລະ “ສະໜັບສະໜຸນພວກເຈົ້າໜ້າທີ່ຕຳຫຼວດ ແລະພວກເຈົ້າໜ້າທີ່ປະຕິບັດກົດໝາຍຂອງພວກເຮົາ” ແຕ່ຍັງໄດ້ບອກພວກເຂົາ ໃນວີດີໂອ ວ່າ “ພວກເຮົາຮັກພວກເຈົ້າ ພວກເຈົ້າແມ່ນວິເສດແທ້ໆເລີຍ.”

ພວກປ່ອນບັດໂດຍສ່ວນໃຫຍ່ 52 ເປີເຊັນ ຕໍ່ 42 ເປີເຊັນ ໄດ້ກ່າວວ່າ ທ່ານ ທຣຳ ຄວນຖືກປົດອອກຈາກຕຳແໜ່ງ ກ່ອນທີ່ທ່ານຈະອອກໄປ ຈາກທຳນຽບຂາວ ໃນວັນທີ 20 ມັງກອນນີ້. ເຖິງຢ່າງໃດກໍຕາມ ເມື່ອໄຈ້ແຍກອອກເປັນແຕ່ລະພັກການເມືອງແລ້ວ ພວກທີ່ສັງກັດພັກຣີພັບບລີກັນໂດຍສ່ວນໃຫຍ່ 87 ເປີ ເຊັນ ຄິດວ່າ ທ່ານທຣຳ ບໍ່ຄວນຖືກປົດອອກຈາກຕຳແໜ່ງ ໃນຂະນະດຽວກັນ ພວກທີ່ສັງກັດພັກເດໂມແຄຣັດໂດຍສ່ວນໃຫຍ່ 89 ເປີເຊັນເຊື່ອວ່າ ທ່ານທຣຳ ຄວນຖືກປົດ. ສ່ວນພວກທີ່ສັງກັດພັກອິດສະຫລະ ແມ່ນແຍກກັນເປັນສອງກຸ່ມເທົ່າກັນ ໂດຍ 55 ເປີເຊັນເຫັນພ້ອມນຳການປົດ ແລະອີກ 43 ເປີເຊັນ ບໍ່ເຫັນພ້ອມນຳ.

ພວກປ່ອນບັດທັງຫຼາຍ ກໍຍັງໄດ້ແບ່ງແຍກກັນຕາມພັກການເມືອງ ກ່ຽວກັບວ່າ ມີການສໍ້ໂກງໃນການປ່ອນບັດເລືອກຕັ້ງປະທານາທິບໍດີທີ່ແຜ່ຫຼາຍ ຫຼືບໍ່ນັ້ນ ດັ່ງ ທີ່ ທ່ານທຣຳ ໄດ້ກ່າວອ້າງ. ພວກສັງກັດພັກຣີພັບບລີກັນ 73 ເປີເຊັນຕໍ່ 21 ເປີເຊັນ ໄດ້ກ່າວວ່າ ມັນມີການສໍ້ໂກງຄະແນນ ໃນການປ່ອນບັດຢ່າງແຜ່ຫຼາຍ ໃນຂະນະດຽວກັນ ພວກສັງກັດພັກເດໂມແຄຣັດ 93 ເປີເຊັນ ຕໍ່ 5 ເປີເຊັນ ໄດ້ກ່າວວ່າ ມັນບໍ່ມີ. ສ່ວນພວກສັງກັດພັກອິດສະຫລະ 60 ເປີເຊັນຕໍ່ 30 ເປີເຊັນ ໄດ້ກ່າວວ່າ ພວກເຂົາເຈົ້າບໍ່ເຊື່ອວ່າມັນມີການສໍ້ໂກງການປ່ອນບັດຢ່າງແຜ່ຫຼາຍ.

ພວກປ່ອນບັດທັງຫຼາຍ ບໍ່ລົງລອຍກັນໃນເລື້ອງທີ່ພວກເຂົາເຫັນວ່າ ການບຸກເຂົ້າໄປລັດຖະສະພານັ້ນ ເປັນການພະຍາຍາມກໍ່ລັດຖະປະຫານຫຼືບໍ່. ສີ່ສິບເຈັດ ເປີ ເຊັນໄດ້ກ່າວວ່າ ພວກເຂົາເຈົ້າຄິດວ່າ ມັນເປັນການພະຍາຍາມກໍ່ລັດຖະປະຫານ ອີກ 43 ເປີເຊັນ ໄດ້ກ່າວວ່າ ພວກເຂົາເຈົ້າບໍ່ໄດ້ເຮັດ ແລະອີກ 10 ເປີເຊັນໄດ້ ກ່າວວ່າ ບໍ່ແນ່ໃຈ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG