ການທົດລອງຢາວັກຊິນປ້ອງກັນເຊື້ອເອັສໄອວີ (HIV) ຊຶ່ງເປັນເຊື້ອໄວຣັສທີ່ພາໃຫ້ເປັນໂລກເອດສ໌ ໃນຄັ້ງຫລ້າສຸດນີ້ ໄດ້ຖືກງົດໄວ້ເສຍກ່ອນ ເມື່ອຜົນອອກມາສະແດງໃຫ້ເຫັນວ່າ ມັນໃຊ້ການບໍ່ໄດ້.
ສະຖານບັນດ້ານສາທາລະນະສຸດແຫ່ງຊາດຂອງສະຫະລັດ (NIH) ທີ່ຕັ້ງຢູ່ໃນລັດແມຣີແລນ ໄດ້ປະກາດໃນວັນຈັນວານນີ້ວ່າ ຕົນໄດ້ຍຸຕິການສຶກສາຄົ້ນຄວ້າ ກ່ຽວກັບຢາ HVTN 702 ຢູ່ໃນປະເທດອາຟຣິກາໃຕ້ໄວ້ ພາຍຫລັງທີ່ໄດ້ຮັບຄຳແນະນຳຈາກຂໍ້ມູນຂອງອົງການອິດສະຫລະ ແລະກຳມະການດ້ານການເຝົ້າຕິດຕາມຄວາມປອດໄພແລ້ວ.
ການສຶກສາຄົ້ນຄວ້ານັ້ນ ຍັງຖືກເອີ້ນວ່າ ຢູແຮມໂບ (Uhambo) ຊຶ່ງໝາຍຄວາມວ່າການເດີນທາງ ຫລື ເສັ້ນທາງເດີນຢູ່ໃນພາສາຊູລູ (Zulu) ໄດ້ເອົາອາສາສະໝັກທີ່ເປັນຄົນບໍ່ມີການຕິດເຊື້ອໄວຣັສເອັສໄອວີ (HIV) 5,407 ຄົນມາ ລົງທະບຽນ ຢູ່ໃນ 14 ຈຸດ ຢູ່ທົ່ວປະເທດອາຟຣິກາໃຕ້ ທີ່ເລີ້ມຕົ້ນຂຶ້ນໃນປີ 2016. ພວກເຂົ້າຮ່ວມໃນການຄົ້ນຄວ້າດັ່ງກ່າວເປັນຜູ້ຊາຍ ແລະແມ່ຍິງທີ່ມີເພດສຳພັນເປັນປະຈຳ ທີ່ມີອາຍຸລະຫວ່າງ 18 ຫາ 35 ປີ ທີ່ຖືກເລືອກເອົາແບບບໍ່ມີການກຳນົດໃຫ້ຮັບການສັກຢາ 6 ຄັ້ງ ໂດຍເປັນລະບົບຢາວັກຊິນທີ່ໃຊ້ຢູ່ໃນການທົດລອງດັ່ງກ່າວ ຫລືບໍ່ກໍເປັນຢາປອມ.
ຢູ່ໃນໄລຍະ 18 ເດືອນ ຊຶ່ງເປັນເວລາພຽງພໍທີ່ຈະເຮັດໃຫ້ລະບົບຢາວັກຊິນ ກະຕຸ້ນໃຫ້ເກີດພູມຕ້ານທານເພື່ອຕອບໂຕ້ກັບພະຍາດໄດ້ນັ້ນ ແມ່ນມີການຕິດເຊື້ອໄວຣັສເອສໄອວີ (HIV) ຢູ່ 129 ລາຍ ຢູ່ໃນບັນດາຄົນທີ່ໄດ້ຮັບການສັກຢາປອມ. ຜົນການຄົ້ນພົບໄດ້ສະແດງໃຫ້ເຫັນວ່າ ບໍ່ມີຫລັກຖານພິສູດທີ່ສຳຄັນວ່າ ການສັກຢາປ້ອງກັນພະຍາດເຮັດໃຫ້ອັດຕາຄົນຕິດເຊື້ອພະຍາດຫລຸດລົງ ຫລື ເພີ້ມຂຶ້ນແຕ່ຢ່າງໃດ.
ການທົດລອງຢາວັກຊິນຢູ່ໃນອາຟຣິກາໃຕ້ດັ່ງກ່າວ ແມ່ນອີງໃສ່ການທົດລອງໃນຄັ້ງກ່ອນຢູ່ໃນໄທ, ຊຶ່ງເປັນການທົດລອງປິ່ນປົວຢາ RV144, ຊຶ່ງເປັນຢາວັກຊິນຊະນິດດຽວເທົ່ານັ້ນ ທີ່ໄດ້ສະແດງໃຫ້ເຫັນວ່າມີຜົນສຳເລັດໃນລະດັບນຶ່ງ ເທົ່າທີ່ເຄີຍເຫັນມາຢູ່ໃນການປ້ອງກັນເຊື້ອໄວຣັສເອັສໄອວີ (HIV). ບັນດານັກວິທະຍາສາດເວົ້າວ່າ ພວກເພິ່ນຈະສືບຕໍ່ສຶກສາເບິ່ງຜົນການທົດລອງຂອງຢາວັກຊິນ HVTN 702 ເພື່ອຢາກຮູ້ວ່າຕົວຢາທີ່ມີຄວາມແຮງໃນລະດັບຕ່ຳຢູ່ໃນໄທ ບໍ່ສາມາດໃຊ້ຜົນໄດ້ຢູ່ໃນອາຟຣິກາໃຕ້. ພວກນັກຄົ້ນຄວ້າ ເວົ້າວ່າ ບໍ່ມີຄວາມເປັນຫ່ວງໃນດ້ານຄວາມປອດໄພ ກ່ຽວກັບຢາວັກຊິນທີ່ວ່ານີ້.
ພວກນັກຊ່ຽວຊານໄດ້ສະແດງຄວາມຜິດຫວັງອອກມາທີ່ໄດ້ຕັດສິນໃຈຍຸຕິການທົດລອງຢາວັກຊິນດັ່ງກ່າວ ຢູ່ໃນອາຟຣິກາໃຕ້ລົງ.
"ເຖິງແມ່ນວ່າ ອັນນີ້ເປັນການຖອຍຫລັງຢ່າງໃຫຍ່ຫລວງຢູ່ໃນດ້ານນີ້ ກໍຕາມ, ພວກເຮົາຕ້ອງສືບຕໍ່ຊອກຫາຢາວັກຊິນໃນການປ້ອງກັນພະຍາດ. ອັດຕາຄົນຕິດ ເຊື້ອໄວຣັສເອັສໄອວີ (HIV) ທີ່ບໍ່ຫລຸດໜ້ອຍຖອຍລົງສືບຕໍ່ໄປຢູ່ໃນຂົງເຂດນີ້ ຄວນຈະກະຕຸນເຮັດໃຫ້ເກີດຄວາມຮີບຮ້ອນ, ການເອົາໃຈໃສ່ລະດັບໂລກ ແລະການລົງທຶນເພື່ອຊອກຫາຢາກັນພະຍາດ," ນັ້ນຄືຄຳເວົ້າຂອງທ່ານນາງ ລິນດາ-ເກລ ເບກເຄີ (Linda-Gail Bekker), ອະດີດປະທານຂອງສະມາຄົມໂລກເອດສ໌ ສາກົນ ແລະປະທານຂອງກຸ່ມທີ່ປຶກສາດ້ານທຸລະກິດ.
"ຢາວັກຊິນປ້ອງກັນເຊື້ອໄວຣັສເອັສໄອວີ (HIV) ຊະນິດນຶ່ງ ແມ່ນຈຳເປັນເພື່ອໃຫ້ການລະບາດຂອງພະຍາດໃນລະດັບໂລກສິ້ນສຸດລົງໄດ້ ແລະພວກເຮົາຫວັງວ່າຢາວັກຊິນທີ່ເອົາມາທົດລອງນີ້ ຈະໃຊ້ການໄດ້. ເປັນໜ້າເສຍດາຍທີ່ມັນໃຊ້ການບໍ່ໄດ້" ນັ້ນຄຳຄຳເຫັນຂອງທ່ານ Anthony Fauci, ອຳນວຍການຂອງສະຖາບັນການພູມແພ້ ແລະພະຍາດຕິດແປດແຫ່ງຊາດ ຊຶ່ງເປັນສ່ວນນຶ່ງຂອງ NIH.