ທ່ານດານຽລ ກຣິເຕີນບຣິງຄ໌ ເອກອັກຄະລັດຖະທູດ ສະຫະລັດ ປະຈຳຫວຽດນາມ ໄດ້
ກ່າວຕໍ່ບັນດານັກຂ່າວ ໃນວັນຈັນວານນີ້ວ່າ ການຢ້ຽມຢາມຫວຽດນາມໂດຍກຳປັ່ນບັນ
ທຸກເຮືອບິນ USS Carl Vinson “ເປັນຂີດໝາຍ ທີ່ສຳຄັນຢ່າງຍິ່ງ ໃນຄວາມສຳພັນສອງຝ່າຍຂອງພວກເຮົາແລະສະແດງໃຫ້ເຫັນເຖິງການສະໜັບສະໜູນຂອງສະຫະລັດ
ເພື່ອໃຫ້ຫວຽດນາມ ມີຄວາມເຂັ້ມແຂງ ອຸດົມຮັ່ງມີແລະ ເປັນເອກກະລາດ.”
ສຳລັບພັນໂທ ຮຽນ ທຣິນ ຈາກຮາໂນ່ຍ ທີ່ໄດ້ຍົກຍ້າຍໄປຢູ່ໄຊງ່ອນ ຫລັງຈາກກຳລັງ
ຄອມມິວນິສໄດ້ຊະນະ ກອງທັບອານານິຄົມ ຂອງຝຣັ່ງໃນປີ 1954 ແລະປະເທດດັ່ງ
ກ່າວໄດ້ແບ່ງແຍກອອກຈາກກັນ.
ຄອບຄົວຂອງທ່ານທຣິນ ໄດ້ຫລົບໜີອີກເທື່ອນຶ່ງຫຼັງຈາກກຳລັງຫວຽດນາມເໜືອ ເຂົ້າ
ຄວບຄຸມໄຊງ່ອນ ໃນເດືອນເມສາ 1975 ໃນຂະນະທີ່ສະຫະລັດຖອນໂຕ ອອກຈາກ
ອັນທີ່ຮາໂນ່ຍຮ້ອງວ່າ “ສົງຄາມຕ້ານອາເມຣິກັນ ເພື່ອປົກປັກຮັກສາປະເທດຊາດ.”
ພໍ່ຂອງທ່ານທຣິນ ເປັນພັນໂທຢູ່ໃນກອງທັບສາທາລະນະລັດຫວຽດນາມ ທີ່ເປັນຜູ້ບັງ
ຄັບກອງພັນຢູ່ໄຊງ່ອນ ໄດ້ເອົາຄອບຄົວແປດຄົນລົງເຮຶຶອຫາປາ ທີ່ສາມາດບັນທຸກລູກ
ເຮືອໄດ້ 20 ຄົນ. ພ້ອມດ້ວຍບຸກຄົນອື່ນໆອີກ 180 ຄົນ ເຮືອລຳນີ້ ໄດ້ມຸ່ງໜ້າສູ່ທະເລ
ຈີນໃຕ້ ໄປຫາສິງກະໂປ.
ທ່ານທຣິນ ກ່າວວ່າແຕ່ວ່າ “ປະເທດເກາະດັ່ງກ່າວບໍ່ຮັບເອົາອົບພະຍົບໃນເວລານັ້ນ ແລະໄດ້ເຮັດໃຫ້ພວກເຮົາຕ້ອງມຸ່ງໜ້າອອກສູ່ທະເລຄືນ.”
ກອງທັບເຮືອສະຫະລັດ ໄດ້ກູ້ໄພເອົາທ້າວທຣິນ ອາຍຸ 2 ປີ ຄອບຄົວຂອງລາວ ແລະ “ອົບພະຍົບທາງເຮືອ” ຄົນອື່ນໆ ທີ່ທ່ານທຣິນ ໄດ້ກ່າວເພີ້ມອີກວ່າ ຄອບຄົວຂອງທ່ານ ໄດ້ໄປຕັ້ງຖິ່ນຖານໃນເມືອງແລນຊິງ ລັດມີຊິແກນ ແລະໄດ້ບັນລຸ “ຄວາມໄຝ່ຝັນຂອງອາເມຣິກັນ.”