ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດກັບຈີນສົນທະນາກັນ ເລື່ອງສິດທິມະນຸດ


ລັດຖະມົນຕີຊ່ວຍການຕ່າງປະເທດສະຫະລັດ Michael Posner, ຮັບຜິດຊອບເລື່ອງ ປະຊາທິປະໃຕ ແລະສິດທິມະນຸດ
ລັດຖະມົນຕີຊ່ວຍການຕ່າງປະເທດສະຫະລັດ Michael Posner, ຮັບຜິດຊອບເລື່ອງ ປະຊາທິປະໃຕ ແລະສິດທິມະນຸດ

ສະຫະລັດໄດ້ໃຊ້ເວລາສອງມື້ ຍົກເອົາບັນຫາຄວາມເປັນ ຫ່ວງດ້ານສິດທິມະນຸດ ຂຶ້ນ​ມາໂອ້ລົ​ມກັບຈີນ ຊຶ່ງມີໂຮມທັງ​ເລື່ອງເສລີ ພາບທາງສາສະໜາ ສິດທິດ້ານແຮງງານ ເສລີພາບໃນການສະແດງ ຄວາມຄິດຄວາມເຫັນ ການ​ປົກຄອງ​ດ້ວຍຕົວບົດກົດໝາຍ ການຈຳ ​ແນ​ກເຊື້ອຊາດຜິວພັນ ແລະ ການຮ່ວມມືແບບຫລາຍຝ່າຍ ເປັນຕົ້ນ ​ໃນ​ກອງ​ປະຊຸມທີ່​ເອິ້ນ​ວ່າ ການໂອ້ລົມສົນທະນາດ້ານສິດທິມະນຸດລະຫວ່າງ ສະຫະລັດແລະຈີນ ເທື່ອທຳອິດ ພາຍໃຕ້ລັດຖະບານໂອບາມາ ຊຶ່ງໄດ້ ມີ​ການຕົກລົງກັນ​ກ່ຽວ​ກັບ​ກອງ​ປະຊຸມ​ນີ້ ໃນຕອນ​ທີ່ປະທານາທິບໍດີໂອບາມາ ພົບປະກັນກັບປະທານາທິບໍດີ ຈີນ ທ່ານຫູຈິນ​ເຖົາ ທີ່ນະຄອນ​ຫລວງປັກກິ່ງ ເມື່ອເດືອນພະຈິກ ປີ 2009 ນັ້ນ. ທ່ານ Michael Posner ລັດຖະມົນຕີຊ່ວຍວ່າການ ຕ່າງປະເທດ ສະຫະລັດ ຮັບຜິດ ຊອບກິດຈະການປະຊາທິປະໄຕ ສິດທິມະນຸດ ແລະແຮງງານ ໄດ້ເປັນ​ຜູ້ນຳພາຄະນະ​ຜູ້​ແທນ​ຂອງ​ສະຫະລັດ ​ໃນ​ກອງ​ປະຊຸມຄັ້ງນີ້ ຊຶ່ງຖືວ່າ ເປັນກົນໄກສຳລັບ​ໃຫ້ທັງສອງປະເທດ ​ໄດ້ສຸມຄວາມ​ສົນ​ໃຈໃສ່ຂົງ​ເຂດ ຄວາມເປັນຫ່ວງດ້ານສະ​ເພາະຕ່າງໆ ທີ່ພົວພັນກັບສິດທິມະນຸດ. ຄະນະຜູ້​ແທນຂອງສອງປະເທດໄດ້ໃຊ້ເວລານຶ່ງມື້ ສົນທະນາ​ກັນໃນ ກອງປະຊຸມຄົບຄະນະຫລາຍ​ນັດ ຊຶ່ງແຕ່ລະນັດກໍໄດ້ຍົກເອົາບັນຫາທີ່​ໂດດ​ເດ່​ນ​ເລື່ອງ​ໃດ​ເລື່ອງ​ນື່ງໂດຍສະເພາະ ຂື້ນມາ​ເວົ້າ ແລະ​ໃຊ້​ເວລາ ອີກມື້ນຶ່ງນັ້ນ ພາກັນອອກໄປຢ້ຽມຢາມສະຖານທີ່ກ່ຽວຂ້ອງຕ່າງໆ.

ລັດຖະມົນຕີຊ່ວຍຕ່າງປະເທດ Posner ໄດ້ກ່າ​ວເຖິງການສົນທະນາ ຫາລືກັນຄັ້ງນີ້ວ່າ “ເປັນ​ໄປແບບເປີດເຜີຍ ກົງໄປກົງມາແລະແບບສ້າງ ສັນ” ໂດຍໃຫ້ຂໍ້ສັງເກດວ່າ ມີຫລາຍພາກສ່ວນທີ່ປະເທດທັງສອງ ບໍ່ເຫັນພ້ອມນຳກັນ. ຢ່າງໃດກໍຕາມ ທ່ານ Posner ກ່າວວ່າ “ມີ ຮ່ອງຮອຍຂອງ ຄວາມສຳພັນທີ່ແໜ້ນແຟ້ນຫລາຍຂື້ນ. ນັ້ນກໍຄືວ່າ ພວກ ເຮົາສາມາດທີ່ຈະສົນທະນາກັນ ກ່ຽວກັບຄວາມເຫັນແຕກຕ່າງກັນຂອງ ພວກເຮົາ​ໄດ້ ​ ໃນ​ລັກສະນະ​ທີ່ກົງ​ໄປ​ກົງ​ມາ ແລະລະອຽດຖີ່​ຖ້ວນ.”

ໃນການໃຫ້ສຳພາດຕໍ່ສື່ມວນຊົນ ລຸນຫລັງກອງ​ປະຊຸມ​ສົນທະນາ​ກັນນັ້ນ ລັດຖະມົນຕີຊ່ວຍຕ່າງປະເທດ Posner ໄດ້ເນັ້ນເຖິງປະເດັນທີ່ສຳຄັນ ຂອງການສົນທະນາຫາລື ຫລາຍປະເດັນດ້ວຍກັນ ຊຶ່ງໂຮມທັງເສລີ ພາບໃນການສະແດງຄວາມຄິດຄວາມເຫັນ ໂດຍສະເພາະທາງອິນເຕີແນັທ ແລະບົດບາດຂອງພວກທະນາຍຄວາມ ທີ່​ຕໍ່ສູ້​ຄະດີເພື່ອ​ຜົນປະ​ໂຫຍ​ດຂອງມະຫາຊົນ. ນອກນັ້ນແລ້ວ ທ່ານ Posner ຍັງໄດ້ຍົກ ເອົາກໍລະນີ ດ້ານສິດທິມະນຸດຂອງສ່ວນບຸກຄົນຂື້ນມາສົນທະນາ ໂຮມ ທັງກໍລະນີຂອງນັກຂຽນແລະນັກເຄຶ່ອນໄຫວ ຫລິວ ຊ້ຽວໂບ ແລະກໍລະນີຂອງ ທະນາຍຄວາມດ້ານສິດທິມະນຸດ ກາວ ຊີເຊິ່ງ. ທ່ານ Posner ລັດຖະມົນຕີຊ່ວຍຕ່າງປະເທດສະຫະລັດ ໄດ້ຖະແຫລງມາ​ກ່ອນ​ແລ້ວວ່າ “ມັນເປັນສິ່ງສຳຄັນ ທີ່ພວກເຮົາຈະຕ້ອງ​ໄດ້ຍົກຂຶ້ນ​ມາ​ເວົ້າຊ້ຳ​ແລ້ວ​ຊ້ຳອີກ​ແລະ​ຢ່າງ​ເປີດ​ເຜີຍ ຄວາມເປັນຫ່ວງຂອງພວກ​ເຮົາ ກ່ຽວກັບພວກ ນັກເຄຶ່ອນໄຫວດ້ານສິດທິມະນຸດ ທີ່ກຳລັງຖືກກົດ​ຂີ່ຢູ່ໃນ ປະເທດຈີນນັ້ນ.

ສະຫະລັດແມ່ນມີຄວາມໝັ້ນໝາຍຕໍ່ການ​ສົ່ງ​ເສີມສິດທິມະນຸດຢູ່​ໃນ​ທົ່ວ ໂລກ ໂຮມທັງປະ​ເທດຈີນນຳ. ທ່ານລັດຖະມົນຕີຊ່ວຍຕ່າງປະເທດ Posner ກ່າວຕື່ມວ່າ ທ່ານ​ເຫັນວ່າ ກອງ​ປະຊຸມສົນທະນາດ້ານສິດທິ ມະນຸດລະຫວ່າງສະຫະລັດແລະຈີນນັ້ນ ເປັນການປູພື້ນຖານ ສຳລັບ​ໃຫ້ທ່ານໄດ້ສືບຕໍ່ທຳ​ການສົນທະນາກັນກັບ​ຝ່າຍ​ຈີນ ແລະສຳລັບ​ໃຫ້​ກອງ​ປະຊຸມເຫລົ່ານີ້ ກາຍມາເປັນ​ແນວທາງທີ່ມີຂຶ້ນ​ເປັນ​ປະຈຳຫລາຍຂື້ນ ເພື່ອທີ່ພວກເຮົາຈະສາມາດ ແລກປ່ຽນຄວາມຄິດຄວາມເຫັນ ແລະ ຄວາມເປັນຫ່ວງຕ່າງໆ ລະຫວ່າງກັນແລະກັນ ແລະຊອກຫາຊ່ອງທາງ ເພື່ອຮ່ວມມືກັນ. ທ່ານພອສເນີ​ໃຫ້​ຂໍ້​ສັງ​ເກດເຊ່ນ​ກັນວ່າ ສະຫະລັດ ແລະຈີນນັ້ນ ຈະສືບຕໍ່ທຳການປຶກສາຫາລືກັນດ້ານສິດທິມະນຸດຢ່າງ ເປັນປະຈຳ ແລະ​ໃນ​ລະດັບ​ສູງ ໂດຍຜ່ານ ທາງການທູດດ້ານອື່ນໆນຳ.

XS
SM
MD
LG