ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການ ໂອກາດ ຂອງ USAID ສະເຫຼີມສະຫຼອງການພັດທະນາແບບມີສ່ວນຮ່ວມສຳລັບຄົນພິການ


ສະຫະລັດ ອາເມລິກາມີຄວາມມຸ້ງໝັ້ນທີ່ ຈະໃຫ້ການສະໜັບສະໜູນດ້ານການພັດທະນາແບບມີ ສ່ວນຮ່ວມສຳລັບຄົນທີ່ ມີຄວາມພິການໃນ ສປປ ລາວ
ສະຫະລັດ ອາເມລິກາມີຄວາມມຸ້ງໝັ້ນທີ່ ຈະໃຫ້ການສະໜັບສະໜູນດ້ານການພັດທະນາແບບມີ ສ່ວນຮ່ວມສຳລັບຄົນທີ່ ມີຄວາມພິການໃນ ສປປ ລາວ

ລະຫວ່າງວັນທີ 11-13 ຕຸລາ 2023, ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ, ທ່ານ ດຣ ເຄວິນ ສະມິດ ຕາງໜ້າຈາກ ອົງການ USAID ປະຈຳ ສປປ ລາວ, ແລະ ທ່ານ ແສງອາລຸນ ຫຼວງຣາຊ ຮອງຫົວໜ້າກົມນະໂຍບາຍ ຕໍ່ຜູ້ມີ ຜົນງານ, ພິການ ແລະ ຜູ້ອາຍຸສູງ, ຮອງຫົວໜ້າກອງເລຂາ ຄະນະກຳມະການ ແຫ່ງຊາດ ເພື່ອຄົນພິການ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮ່ວມກັນສະເຫຼີມສະຫຼອງຜົນສຳເລັດ ຂອງ ໂຄງການ ໂອກາດ ໄລຍະທີ I. ເຊິ່ງໃນພິທີດັ່ງກ່າວໄດ້ມີຜູ້ໄດ້ຮັບທຶນຍ່ອຍ ແລະ ຜູ້ມີສ່ວນກ່ຽວຂ້ອງຫຼາຍກວ່າ 150 ຄົນເຂົ້າຮ່ວມ ແລະ ໄດ້ແລກປ່ຽນປະສົບການ ແລະ ຜົນສຳເລັດ ຂອງ ໂຄງການ ໂອກາດ ແລະ ຜົນໄດ້ຮັບໃນການສົ່ງເສີມຄວາມເປັນອິດສະຫຼະ ແລະ ຄວາມສາມາດດ້ານໜ້າທີ່ການ ຂອງຄົນທີ່ມີ ຄວາມພິການ ຜ່ານການ ເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ສັງຄົມທີ່ມີຄຸນນະພາບຢ່າງເທົ່າ ທຽມກັນ ໃນ ສປປ ລາວ.

ທ່ານ ດຣ ເຄວິນ ສະມິດ ກ່າວວ່າ: ສະຫະລັດ ອາເມລິກາມີຄວາມມຸ້ງໝັ້ນທີ່ ຈະໃຫ້ການສະໜັບສະໜູນດ້ານການພັດທະນາແບບມີ ສ່ວນຮ່ວມສຳລັບຄົນທີ່ ມີຄວາມພິການໃນ ສປປ ລາວ ແລະ ຮັບຮູ້ເຖິງຄວາມຕ້ອງການຂອງການ ສົ່ງເສີມການດໍາລົງຊີວິດແບບ ອິດສະຫຼະ ແລະ ຄວາມສາມາດດ້ານໜ້າທີ່ການ ຂອງ ຄົນທີ່ມີຄວາມພິການ ລວມທັງຜູ້ລອດຊີວິດຈາກລະເບີດບໍ່ທັນແຕກທີ່ຕົກ ຄ້າງ. ພວກເຮົາຍັງຄົງທຸ້ມເທໃນການຮ່ວມມື ແລະ ໃຫ້ການສະໜັບສະໜູນທາງ ດ້ານສຸຂະພາບ, ການສົ່ງເສີມທາງດ້ານເສດຖະກິດ ແລະ ຂະແໜງວຽກງານ ຄົນທີ່ມີຄວາມພິການໃນປະເທດ. ນອກຈາກນັ້ນ, ພວກເຮົາຫວັງເປັນຢ່າງຍິ່ງທີ່ຈະໄດ້ສືບຕໍ່ໃຫ້ການສະໜັບ ສະໜູນໃນອະນາຄົດ. ທ່ານ ດຣ ເຄວິນ ສະມິດ ສະແດງຄວາມຂອບໃຈມາຍັງ ລັດຖະບານແຫ່ງ ສປປ ລາວ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ແລະ ກ່າວຕື່ມວ່າ: ພວກເຮົາ ຫວັງເປັນຢ່າງຍິ່ງທີ່ຈະໄດ້ເສີມຂະຫຍາຍການຮ່ວມມື ເພື່ອຍົກລະດັບຊີວິດການ ເປັນຢູ່ຂອງຄົນທີ່ມີຄວາມພິການ, ຊ່ວຍເຫຼືອເຂົາເຈົ້າໃຫ້ກາຍເປັນສະມາຊິກທີ່ ມີຄຸນນະພາບໃນສັງຄົມ ພ້ອມທັງ ເອື້ອອຳນວຍໃຫ້ເຂົາເຈົ້າມີສ່ວນຮ່ວມໃນວາ ລະດ້ານການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ.

ທ່ານ ແສງອາລຸນ ຫຼວງຣາຊ ໄດ້ໃຫ້ຄວາມສຳຄັນກ່ຽວກັບການເສີມຂະຫຍາຍດ້ານການຊ່ວຍເຫຼືອທີ່ມີມາດົນນານຫຼາຍທົດສະຫວັດ ຈາກ ອົງການ USAID ໃນດ້ານການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ. ທ່ານ ແສງອາລຸນ ຫຼວງຣາຊ ໄດ້ກ່າວວ່າ: ຜົນສຳເລັດຂອງໂຄງການແມ່ນສາມາດນໍາໃຊ້ເປັນຕົ້ນແບບໃຫ້ຄົນອື່ນໄດ້ປະຕິບັດຕາມ ແລະ ເປັນເຄື່ອງເຕືອນໃຈວ່າ ການເຮັດວຽກ ເພື່ອໃຫ້ທຸກຄົນມີສ່ວນຮ່ວມນັ້ນ ແມ່ນຄວາມພະຍາຍາມຢ່າງຕໍ່ເນື່ອງ ທີ່ຕ້ອງການໃຫ້ທຸກພາກສ່ວນມີສ່ວນຮ່ວມ. ພວກເຮົາຂໍຂອບໃຈມາຍັງ ໂຄງການ ໂອກາດ ເພື່ອສະໜັບສະໜູນການພັດທະນາແບບມີສ່ວນຮ່ວມຂອງຄົນພິການຢູ່ ສປປ ລາວ ທີ່ພະຍາຍາມເຮັດວຽກຮ່ວມກັບບັນດາກະຊວງທີ່ກ່ຽວຂ້ອງ ເພື່ອປັບປຸງຊີວິດການເປັນຢູ່ຂອງຄົນທີ່ມີຄວາມພິການໃຫ້ດີຂຶ້ນ.

ໂອກາດ ແມ່ນໂຄງການໄລຍະຫົກປີທີ່ໄດ້ຮັບທຶນສະໜັບສະໜູນຈາກ ອົງການພັດທະນາສາກົນ ປະເທດ ສະຫະລັດ ອາເມລິກາ (USAID) ຈັດຕັ້ງປະຕິບັດໂດຍ ອົງການເວີລດ໌ເອດຢູເຄຊັນ ປະຈຳລາວ ແລະ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ. ໂຄງການມີບົດບາດສຳຄັນໃນການສົ່ງເສີມຂີດຄວາມສາມາດດ້ານໜ້າທີ່ການຂອງຄົນທີ່ມີຄວາມພິການ ໃນ ສປປ ລາວ. ນອກຈາກນັ້ນ, ໂຄງການຍັງຊ່ວຍແກ້ໄຂການແບ່ງແຍກທາງເສດຖະກິດ - ສັງຄົມທີ່ຄົນພິການພວມປະເຊີນ ຊຶ່ງພວກເຂົາມັກພົບພໍ້ກັບສິ່ງກີດຂວາງໃນການເຂົ້າເຖິງການບໍລິການ ແລະ ການເຂົ້າຮ່ວມກິດຈະກຳຕ່າງໆທາງສັງຄົມ.

ໂຄງການ ໂອກາດ ໄດ້ບັນລຸຜົນສຳເລັດຫຼາຍໃນການປັບປຸງຊີວິດການເປັນຢູ່ຂອງຄົນທີ່ມີຄວາມພິການ. ໂຄງການສະໜັບສະ ໜູນບັນດານະໂຍບາຍດ້ານການພັດທະນາແບບມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ແລະ ການປະຕິບັດຕ່າງໆໃນຫຼາຍ ຂະແໜງການ ປະກອບມີ ສຸຂະພາບ, ການສຶກສາ ແລະ ການປົກປ້ອງທາງສັງຄົມ. ນອກຈາກນີ້, ໂຄງການຍັງເສີມສ້າງຂີດຄວາມ ສາມາດໃຫ້ແກ່ ຄູ່ຮ່ວມງານຂັ້ນທ້ອງຖິ່ນສຳລັບສະໜອງການບໍລິການແບບມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ລວມທັງ ການແພດຟື້ນຟູໜ້າທີ່ການ, ເຄື່ອງຄ້ຳຊູ - ຊ່ວຍຊູ ແລະ ການສຶກສາຮຽນຮ່ວມ. ຜົນຂອງຄວາມພະຍາຍາມເຫຼົ່ານີ້ຊ່ວຍເພີ່ມການ ເຂົ້າເຖິງການບໍລິການຕ່າງໆສຳລັບຄົນທີ່ມີຄວາມພິການ ແລະ ຊ່ວຍເຫຼືອເຂົາເຈົ້າໃຫ້ສາມາດເຂົ້າຮ່ວມໃນດ້ານເສດຖະກິດຂອງລາວ.

ເພື່ອຮັບຮູ້ ແລະ ສະເຫຼີມສະຫຼອງຜົນສຳເລັດ ແລະ ຜົນໄດ້ຮັບ ຂອງ ໂຄງການ ຈິ່ງມີການຈັດງານຄັ້ງນີ້ຂຶ້ນ ເພື່ອເນັ້ນໃສ່ການຮ່ວມມື ທີ່ປະສົບຜົນສຳເລັດ ລະຫວ່າງ ໂຄງການ ໂອກາດ ກັບບັນດາຄູ່ຮ່ວມງານ ລວມທັງ ພາກລັດ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ເຮັດວຽກຮ່ວມກັນ ເພື່ອສັງຄົມທີ່ມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ແລະ ການປັບປຸງການບໍລິການດ້ານການແພດ ຟື້ນຟູໜ້າທີ່ການ ສຳລັບທຸກຄົນ. ງານດັ່ງກ່າວນີ້ມີຈຸດປະສົງໃນການແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິ ບັດກິດຈະກຳຕ່າງໆ ໂດຍເນັ້ນໃສ່ລຶບລ້າງ ຫຼື ຫຼຸດຜ່ອນສິ່ງກີດຂວາງຕ່າງໆ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ໂຄງການ ໂອກາດ ແຕ່ຍັງຮັບຮູ້ກ່ຽວກັບສິ່ງທ້າທາຍທີ່ຄົນພິການພວມປະເຊີນ. ນອກຈາກນີ້, ງານດັ່ງກ່າວຍັງເນັ້ນໃສ່ຄວາມສຳຄັນຂອງການສືບຕໍ່ສ້າງ ສະພາບແວດລ້ອມທີ່ພວກເຂົາສາມາດເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ສັງຄົມ ພ້ອມທັງ ເຂົ້າຮ່ວມກິດຈະກຳຕ່າງໆທາງ ສັງຄົມໄດ້ຢ່າງເທົ່່າທຽມກັນ.

ງານສະເຫຼີມສະຫຼອງດັ່ງກ່າວແມ່ນເນັ້ນໃສ່ການສ້າງແຮງບັນດານໃຈ ສຳລັບສຸມຄວາມພະຍາຍາມໃສ່ໃນການປັບປຸງຊີວິດ ການເປັນຢູ່ຂອງຄົນທີ່ມີຄວາມພິການ ແລະ ສົ່ງເສີມການມີສ່ວນຮ່ວມຂອງພວກເຂົາໃນສັງຄົມ ຊຶ່ງເປັນການເນັ້ນວ່າ ທຸກຄົນແມ່ນມີບົດບາດໃນການລຶບລ້າງສິ່ງກີດຂວາງເພື່ອສ້າງສັງຄົມທີ່ມີສ່ວນຮ່ວມຫຼາຍຂຶ້ນ. ໂຄງການ ໂອກາດ ເຊື່ອວ່າ ຖ້າມີນະໂຍບາຍ, ລະບົບ ແລະ ການຮ່ວມມືທີ່ຖືກຕ້ອງແມ່ນມີຄວາມເປັນໄປໄດ້ໃນການສົ່ງເສີມຄວາມສາມາດດ້ານໜ້າ ທີ່ການຂອງຄົນທີ່ມີຄວາມພິການ ແລະ ຮັບປະກັນວ່າ ພວກເຂົາສາມາດເຂົ້າເຖິງການບໍລິການທາງດ້ານສຸຂະພາບ, ເສດຖະກິດ ແລະ ສັງຄົມທີ່ມີຄຸນນະພາບຢ່າງເທົ່າທຽມກັນ.

ຈົນເຖິງປັດຈຸບັນ, ໂຄງການ ໂອກາດ ໄດ້ປັບປຸງຊີວິດການເປັນຢູ່ຂອງຄົນດ້ອຍໂອກາດຫຼາຍກວ່າ 29,000 ຄົນ ລວມທັງ ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ 176 ຄົນ, ຝຶກອົບຮົມໃຫ້ແກ່ ຜູ້ສະໜອງການບໍລິການ 5,417 ຄົນ, ສ້າງຄວາມເຂັ້ມແຂງໃຫ້ແກ່ 832 ອົງການຈັດຕັ້ງຕ່າງໆ, ຊ່ວຍເຫຼືອ 8,788 ຄົນ ໃຫ້ໄດ້ຮັບການບໍລິການດ້ານສຸຂະພາບ ແລະ ການແພດຟື້ນຟູໜ້າທີ່ການ. ນອກຈາກນີ້, ໂຄງການ ໂອກາດ ຍັງໄດ້ສະໜອງເຄື່ອງຄ້ຳຊູ-ຊ່ວຍຊູຂັ້ນພື້ນຖານຫຼາຍກວ່າ 13,000 ລາຍການ ລວມທັງ ໄມ້ຄ້ຳເທົ້າ ແລະ ລໍ້ເລື່ອນໃຫ້ແກ່ ກະຊວງສາທາລະນະສຸກ. ຄົນທີ່ມີຄວາມພິການຫຼາຍກວ່າ 2,000 ຄົນ ພ້ອມດ້ວຍຄອບຄົວຂອງເຂົາເຈົ້າໄດ້ຮັບເຄື່ອງຄໍ້າຊູ-ຊ່ວຍຊູພິເສດທີ່ສະໜັບສະໜູນ ໂດຍ ອົງການ USAID ແລະ ສະໜັບສະ ໜູນກິດຈະກຳສ້າງລາຍຮັບ ຊຶ່ງປັດຈຸບັນຫຼາຍກວ່າ 175 ຄົນ ແມ່ນໄດ້ປະກອບວິຊາຊີບ ເພື່ອສ້າງລາຍຮັບໃຫ້ຕົນເອງເປັນຄັ້ງທຳອິດ.

XS
SM
MD
LG