ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການເອເຊຍຕາເວັນອອກແລະເຂດມະຫາສະໝຸດປາຊີຟິກ ເດີນທາງມາຢ້ຽມຢາມຫວຽດນາມ ແລະ ສປປ ລາວ ອີງຕາມຖະແຫຼງຂ່າວຂອງກະຊວງການຕ່າງປະເທດສະຫະລັດ.
ທ່ານແດນຽລ ໄຄຣເຕັນບຣິງ (Daniel J. Kritenbrink) ເດີນທາງມາຢ້ຽມຢາມຫວຽດນາມ ແລະ ສປປ ລາວ ແຕ່ວັນທີ 9 ຫາ 14 ຕຸລາ 2022. ການຢ້ຽມຢາມໃນຄັ້ງນີ້ ຈະໃຫ້ການຢືນຢັນອີກຄັ້ງນຶ່ງເຖິງຄວາມໝັ້ນໝາຍຂອງສະຫະລັດ ຕໍ່ສອງປະເທດພາຄີທີ່ສຳຄັນ ໃນເຂດເອເຊຍຕາເວັນອອກສຽງໃຕ້ ແລະຄວາມສຳຄັນ ໃນການເປັນຈຸດສູນກາງຂອງອາຊຽນ ກ່ອນກອງປະຊຸມສຸດຍອດທີ່ພົວພັນກັບສະມາຄົມອາຊຽນ ໃນເດືອນພະຈິກທີ່ຈະມາເຖິງນີ້.
ທີ່ນະຄອນຫຼວງຮາໂນ່ຍ ຖະແຫຼງຂ່າວກ່າວວ່າ ປະເທດຫວຽດນາມ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດໄຄຣເຕັນບຣິງ ຈະພົບປະກັບພວກເຈົ້າໜ້າທີ່ອະວຸໂສຂອງຫວຽດນາມ ເພື່ອປຶກສາຫາລືກ່ຽວກັບໂອກາດທີ່ຈະຂະຫຍາຍການເປັນພາຄີແບບກວມລວມຮອບດ້ານ ລະຫວ່າງສະຫະລັດກັບຫວຽດນາມ. ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດ ຍັງຈະໄດ້ໂອ້ລົມກັບພວກນັກສຶກສາ ທີ່ສະຖາບັນການທູດຫວຽດນາມ ແລະພົບປະກັບຄະນະສະມາຊິກເກົ່າຂອງພວກຜູ້ນຳຊາວໜຸ່ມ ໃນເຂດເອເຊຍຕາເວັນອອກສຽງໃຕ້.
ສ່ວນຢູ່ທີ່ວຽງຈັນ ສປປ ລາວນັ້ນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດໄຄຣເຕັນບຣິງ ແມ່ນເປັນຜູ້ນຳພາກອງປະຊຸມຮອບດ້ານສອງຝ່າຍສະຫະລັດ-ລາວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືຢ່າງໃກ້ຊິດ ແລະຊຸກຍູ້ໃຫ້ມີການພົວພັນແບບລົງເລິກ ກັບ ສປປ ລາວ ໃນຖານະເປັນປະທານຮ່ວມ ພາຄີແມ່ນ້ຳຂອງສະຫະລັດ ປະຈຳປີ 2022 ແລະການພົບປະກັບພວກເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດຂອງລາວ. ນອກນັ້ນ ທ່ານຍັງຈະໄດ້ພົບປະກັບເຈົ້າໜ້າທີ່ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ແລະຈະທຳການພົວພັນກັບຄະນະສິດເກົ່າ ຈາກໂຄງການແລກປ່ຽນ ຂອງກະຊວງການຕ່າງປະເທດສະຫະລັດ.
Assistant Secretary of State for East Asian and Pacific Affairs Daniel J. Kritenbrink will travel to Vietnam and Laos October 9-14. The visits will reaffirm the U.S. commitment to two important partners in Southeast Asia and the importance of ASEAN centrality ahead of the ASEAN-related Summits in November.
In Hanoi, Vietnam, Assistant Secretary Kritenbrink will meet with senior Vietnamese officials, to discuss opportunities to expand the U.S.-Vietnam Comprehensive Partnership. The Assistant Secretary will speak with students at the Diplomatic Academy of Vietnam and meet with alumni of the Young Southeast Asian Leaders Initiative.
In Vientiane, Laos, Assistant Secretary Kritenbrink will lead the U.S.-Laos Comprehensive Bilateral Dialogue to discuss closer U.S.-Laos cooperation and forge a deeper connection with Laos as the 2022 Mekong-U.S. Partnership co-chair and in meetings with officials from the Lao Ministry of Foreign Affairs. He will also meet officials from the Mekong River Commission and will engage with alumni of Department of State exchange programs.