ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ສະເໜີໃຫ້ການ 'ຄໍ້າປະກັນ ຄວາມປອດໄພ' ໃຫ້ແກ່ເກົາຫຼີເໜືອ ຖ້າຍົກເລີກ ໂຄງການນິວເຄລຍ


ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຈັບມືກັບ ລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ທ່ານ ໄມ ພອມພຽວ ໃນ
ພາບນີ້ ທີ່ບໍ່ໄດ້ລະບຸວັນເວລາ ທີ່ໄດ້ຖືກເປີດເຜີຍ ເມື່ອວັນທີ 9 ພຶດສະພາ 2018 ໂດຍ ອົງການສູນກາງຂ່າວ KCNA ຂອງເກົາຫຼີເໜືອ ໃນນະຄອນຫຼວງ ພຽງຢາງ.
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຈັບມືກັບ ລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ທ່ານ ໄມ ພອມພຽວ ໃນ ພາບນີ້ ທີ່ບໍ່ໄດ້ລະບຸວັນເວລາ ທີ່ໄດ້ຖືກເປີດເຜີຍ ເມື່ອວັນທີ 9 ພຶດສະພາ 2018 ໂດຍ ອົງການສູນກາງຂ່າວ KCNA ຂອງເກົາຫຼີເໜືອ ໃນນະຄອນຫຼວງ ພຽງຢາງ.

ທ່ານ ໄມກ ພອມພຽວ ຣມຕ ຕ່າງປະເທດ ໄດ້ກ່າວໃນວັນອາທິດວານນີ້ວ່າ ຖ້າເກົາຫຼີ
ເໜືອ ຫາກຕົກລົງ ວ່າຈະລົບລ້າງທັງໝົດ ໂຄງການນິວເຄຼຍ ຂອງຕົນ ສຫຣ ກໍພ້ອມ
ແລ້ວ ທີ່ຈະ “ຄໍ້າປະກັນຄວາມປອດໄພ ໃຫ້” ແກ່ຣັດຖະບານພຽງຢາງ ແລະອະນຸຍາດ
ໃຫ້ບໍລິສັດເອກະຊົນອາເມລິກັນ ໄປລົງທຶນສ້າງແຜງໄຟຟ້າ ທີ່ຍັງບໍ່ຄົບຖ້ວນສົມບູນນັ້ນ.

ນັກການທູດຂັ້ນສູງທ່ານນີ້ ໄດ້ບອກອົງການຂ່າວສານ ຟັອກສ ວ່າ “ພວກເຮົາຈະຕ້ອງ
ໄດ້ຮັບປະກັນຄວາມປອດໄພ ໃຫ້ເຂົາເຈົ້າ ຢ່າງແນ່ນອນ, ທັງນີ້ ມັນແມ່ນ ການແລກ
ປ່ຽນກັນ ທີ່ໄດ້ຍືດເຍື້ອມາເປັນເວລານານ ເຖິງ 25 ປີແລ້ວ.”

Washington Preps for Trump-Kim Summit
please wait

No media source currently available

0:00 0:01:53 0:00

ທ່ານກ່າວວ່າ ຈົນກວ່າຈະຕົກມາເຖິງມື້ປະທານາທິບໍດີ ດໍໂນລ ທຣຳ ຂຶ້ນມາກຳຕຳແໜ່ງ
“ກ່ອນໜ້ານັ້ນ ບໍ່ໄດ້ມີປະທານາທິບໍດີຜູ້ໃດ ເຄີຍໄດ້ເອົາອາເມລິກາ ໄປຢູ່ໃນຖານະ
ທີ່ການນຳພາຂອງເກົາຫຼີເໜືອ ຈະຄິດວ່າ ນີ້ຈະເປັນໄປໄດ້ ຊຶ່ງເວົ້າແທ້ແລ້ວກໍແມ່ນ
ວ່າ ຊາວອາເມລິກັນຈະເຮັດແນວນີ້ແທ້ໆ ຊຶ່ງຈະນຳໄປສູ່ ບ່ອນທີ່ອາເມລິກາ ຈະບໍ່
ຕົກຢູ່ໃນຂັ້ນສ່ຽງຕໍ່ໄປອີກ ໂດຍລະບອບເກົາຫຼີເໜືອ. ນັ້ນແຫຼັະ ຄືຈຸດປະສົງ.”

ລຸນຫຼັງການພົບປະກັບຜູ້ນຳເກົາຫຼີເໜືອ ກິມຈົງອຶນ ທີ່ພຽງຢາງ ມາສອງຄັ້ງແລ້ວ ທ່ານ
ພອມພຽວ ກໍເວົ້າວ່າ ທ່ານ “ໝັ້ນໃຈ” ວ່າ ທ່ານ ກິມ ກໍມີຈຸດປະສົງອັນດຽວກັນກັບ
ຊາວອາເມລິກັນ.

ທ່ານ ພອມພຽວ ເວົ້າວ່າ ເປົ້າໝາຍຂອງກອງປະຊຸມສຸດຍອດ ໃນວັນທີ 12 ເດືອນມິຖຸນາ
ລະຫວ່າງທ່ານ ກິມ ກັບທ່ານ ທຣຳ ໃນສິງກະໂປ ແມ່ນເພື່ອ “ຈັດຕັ້ງຂີດໝາຍທີ່ວ່ານັ້ນ”
ບ່ອນທີ່ເງື່ອນໄຂຕ່າງໆ ສຳລັບການລົບລ້າງນິວເຄຼຍ ແລະຄວາມໝັ້ນໃຈອື່ນໆ ຈະຖືກ
ເຈລະຈາກັນ ແລະມ້ວນທ້າຍລົງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG