ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ສະ​ຫະ​ລັດ ແລະ​ ໂລກຮຽກ​ຮ້ອງ​ໃຫ້​ທຸກຝ່າຍ​ທີ່​ຂັດ​ແຍ້ງ​ກັນໃນ ​ຊູ​ດານ ຍຸ​ຕິ​ການ​ສູ້​ລົບ​ກັນ


ມີ​ຄວັນໄຟ​ພຸ້ງ​ຂຶ້ນໃຫ້​ເຫັນ​ຫລັງ​ຈາກ​ມີ​ການ​ໂຈມ​ຕີຢູ່​ນະ​ຄອນ​ຫລວງ​ຄາ​ຣ໌​ທູມຂອງ​ຊູ​ດານ, ວັນ​ທີ 16 ເມ​ສາ, 2023
ມີ​ຄວັນໄຟ​ພຸ້ງ​ຂຶ້ນໃຫ້​ເຫັນ​ຫລັງ​ຈາກ​ມີ​ການ​ໂຈມ​ຕີຢູ່​ນະ​ຄອນ​ຫລວງ​ຄາ​ຣ໌​ທູມຂອງ​ຊູ​ດານ, ວັນ​ທີ 16 ເມ​ສາ, 2023

ເຈົ້າໜ້າທີ່ສະຫະລັດ ໃນລັດຖະສະພາ ແລະທຳນຽບຂາວ ໃນວັນອັງຄານວານນີ້ ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ສູ້ລົບກັນຂອງຊູດານຢຸດ​ລົງ ຫລັງຈາກມີການ ປະທະກັນເປັນເວລາ 4 ມື້ໃນນະຄອນຫຼວງ, ແຕ່ພວກນັກວິເຄາະກ່າວວ່າ ອຳນາດຕໍ່​ລອງຂອງວໍຊິງຕັນ ຕໍ່ລັດ​ຖະ​ບານ ຄາ​ຣ໌​ທູມ ​ອາດ​ຈະມີຈຳກັດ.

ການ​ສູ້​ລົບກັນ​ຢູ່​ນະ​ຄອນຫຼວງ ​ຄາ​ຣ໌​ທູມ ໄດ້​ເກີດ​ຂຶ້ນ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຊູ​ດານ ຫລື SAF ແລະທະ​ຫານ​ຂອງກອງກຳ​ລັງສະ​ໜັບ​ສະ​ໜູນ​ວ່ອງ​ໄວ ຫລື RSF. ຜູ້ນໍາຂອງພວກເຂົາ ກໍ​ຄື ຫົວຫນ້າຂອງ SAF ນາຍພົນອັບ​ແດ​ລ ແຟດ​ຕາ ອາ​ລ-ເບີ​ຮານ (Abdel Fattah al-Burhan) ແລະຫົວຫນ້າຂອງ RSF ນາຍພົນໂມ​ຮຳ​ເມດ ແຮມ​ດານ ​ດາ​ກາໂລ (Mohamed Hamdan Dagalo) ທີ່ຄົນຮູ້ຈັກກັນດີໃນນາມ ເຮ​ເມັດ​ຕີ (Hemedti) ໄດ້ເຂົ້າຮ່ວມກອງກໍາລັງທີ່ຈະເຮັດລັດຖະປະຫານໃນປີ 2021 ທີ່ເຮັດ​ໃຫ້ປະເທດກັບ​ຄືນໄປສູ່ການປົກຄອງຂອງທະຫານອີກ. ນັບ​ຕັ້ງ​ແຕ່​ນັ້ນມາ ທັງ​ສອງ​ຄົນ​ໄດ້​ຫັນ​ໜ້າມາ​ສູ້​ກັນ, ທ່າມກາງ​ການ​ໂຕ້​ແຍ້ງກັນ​ກ່ຽວ​ກັບ​ການ​ແບ່ງ​ປັນ​ອຳນາດ​ໃນ​ລັດຖະບານ​ຊຸດ​ໃໝ່.

​ໃນ​ວັນ​ອັງຄານ​ວານ​ນີ້, ​ໂຄສົກ​ທຳນຽບຂາວ, ທ່ານ​ນາງ​ແຄ​ຣິນ ຊັອງ-ປີ​ແອ (Karine Jean-Pierre) ກ່າວຢ້ຳ​ຄຳຮຽກຮ້ອງ​ຂອງຫົວ​ໜ້າ​ນັກ​ການ​ທູດສະຫະລັດ ​ແລະ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທຳນຽບຂາວຄືນ​ອີກ ເພື່ອ​ໃຫ້​ມີ​ການ​ຢຸດ​ຍິງ​ໂດຍ​ໄວ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ.

​ແຕ່​ວ່າ, ​ເມື່ອ​ຖືກ​ຖາມ​ຈາກ​ວີ​ໂອ​ເອ, ທ່ານນາງ ຊັອງ-ປີ​ແອ ​ໄດ້​ປະຕິ​ເສດ​ທີ່​ຈະ​ບອກ​ວ່າ ​ມັນ​ຈະ​ມີຜົນຕາມ​ມາ​ແນວ​ໃດ ຖ້າ​ຫາກ​ບັນດາ​ຝ່າຍທີ່​ຕໍ່ສູ້ກັນບໍ່​ຍອມຟັງ.

ທ່ານນາງກ່າວວ່າ "ເບິ່ງ​ນິ, ທ່ານຮູ້, ພວກເຮົາໄດ້​ເວົ້າ​ຢ່າງຊັດເຈນຫຼາຍ ແລ້ວ ກ່ຽວກັບຄວາມສໍາຄັນຂອງການຫຼຸດຜ່ອນຄວາມຮ້າຍແຮງລົງ" "ແລະ​ທ່ານ​ກໍເຄີຍໄດ້ ຍິນລັດຖະມົນຕີກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນເວົ້າແລ້ວ ກ່ຽວກັບເລື່ອງນີ້. ທ່ານກໍໄດ້ຍິນເພື່ອນຮ່ວມງານຂອງຂ້າ​ພະ​ເຈົ້າຈາກສະ​ພາ​ຄວາມ​ໝັ້ນ​ຄົງເວົ້າ ກ່ຽວ​ກັບເລື່ອງນີ້ແລ້ວເຊັ່ນກັນ. ແລະສະນັ້ນຫລະ ຂ້າ​ພະ​ເຈົ້າຈະບໍ່ເວົ້າ​ຫຍັງໄປ ຫລາຍເກີນກວ່າສິ່ງທີ່ພວກເພິ່ນ​ໄດ້ເວົ້າໄປ​ແລ້ວ."​

US, World Urge Sudan Combatants to Stop Fighting
please wait

No media source currently available

0:00 0:02:46 0:00

ກ່ອນ​ໜ້າ​ນັ້ນ ໃນ​ວັນ​ດຽວ​ກັນ, ທ່ານບ​ລິງ​ເຄັນ​ໄດ້​ກ່າວ​ຈາກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ກຸ່ມ 7 ​ປະ​ເທດ​ໃນ​ຍີ່ປຸ່ນ ໂດຍກ່າວ​ວ່າ ທ່ານ​ໄດ້​ສົ່ງ​ສານ​ເຖິງ​ຜູ້ນຳ​ທັງ​ສອງຄົນແລ້ວ.

ທ່ານກ່າວວ່າ "ຕອນເຊົ້າມື້ນີ້, ຂ້າພະເຈົ້າໄດ້ໂທ​ລະ​ສັບຫານາຍພົນເບີນ​ຮານ ແລະ ເຮ​ເມດ​ຕີແລ້ວ, ຮຽກຮ້ອງໃຫ້ພວກເຂົາເຈົ້າຕົກລົງເຫັນດີນຳ​ກັນໃນສັນຍາຢຸດຍິງເປັນ​ເວ​ລາ 24 ຊົ່ວໂມງເພື່ອໃຫ້ຊາວຊູດານສາ​ມາ​ດ​ກັບ​ຄືນໄປຫາຄອບຄົວຂອງເຂົາເຈົ້າ ຢ່າງ ປອດໄພ ແລະໄດ້ຮັບເຄື່ອງບັນເທົາທຸກທີ່ເຂົາ​ເຈົ້າຕ້ອງການຫລາຍ​ທີ່​ສຸດນັ້ນ​,".

ບັນດາສະມາຊິກສະພາສະຫະລັດ ທີ່ຄຸ້ນເຄີຍກັບທະວີບດັ່ງ​ກ່າວ​ເວົ້າວ່າຄວາມ​ສ່ຽງແມ່ນຍັງສູງຢູ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG