ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການ​ພັກ​ດັນ ​ທາງ​ພັນ​ທຸ​ກຳ ເປັນ​ວິ​ທີ​ການໃໝ່ ໃນ​ການດັບ​ສູນ​ຍຸງ ຢ່າງ​ມີ​ປະ​ສິດທິ​ຜົນ​ສູງ


ແມ່​ຍິງຊາວເວ​ເນ​ຊູ​ເອ​ລາ ອູ້ມ​ລູກ​ສາວທີ່​ເປັນ​ໄຂ້​ມາ​ເລ​ເຣຍ​ໄວ້ ໃນ​ຂະ​ນະ​ທີ່​ຢູ່​ສູນ​ສຳ​ລັບ​ຄົນ​ເຂົ້າ​ເມືອງໃນ​ເມືອງ ກູ​ກູ​ຕາ ຢູ່​ຕາມ​ຊາຍ​ແດນ​ທີ່​ ຂອງ​ປະ​ເທດ​ໂຄ​ລອມ​ເບຍ ຕິດ​ກັບ​ປະ​ເທດ​ເວ​ເນ​ຊູ​ເອ​ລາ ​ໃນ​ວັນ​ທີ 16 ກໍ​ລະ​ກົດ 2018.
ແມ່​ຍິງຊາວເວ​ເນ​ຊູ​ເອ​ລາ ອູ້ມ​ລູກ​ສາວທີ່​ເປັນ​ໄຂ້​ມາ​ເລ​ເຣຍ​ໄວ້ ໃນ​ຂະ​ນະ​ທີ່​ຢູ່​ສູນ​ສຳ​ລັບ​ຄົນ​ເຂົ້າ​ເມືອງໃນ​ເມືອງ ກູ​ກູ​ຕາ ຢູ່​ຕາມ​ຊາຍ​ແດນ​ທີ່​ ຂອງ​ປະ​ເທດ​ໂຄ​ລອມ​ເບຍ ຕິດ​ກັບ​ປະ​ເທດ​ເວ​ເນ​ຊູ​ເອ​ລາ ​ໃນ​ວັນ​ທີ 16 ກໍ​ລະ​ກົດ 2018.

ພວກ​ນັກ​ວິ​ທະ​ຍາ​ສາດ​ສາ​ມາດ​ດັບ​ສູນ​ຍຸງທີ່​ມີ​ຈຳ​ນວນ​ຫລາຍ ຢູ່​ໃນ​ຫ້ອງ​ທົດ​ລອງໄດ້
ໂດຍ​ໃຊ້​ການຕັດ​ຕໍ່​ພັນ​ທຸ​ກຳທີ່​ເອີ້ນ​ວ່າ ການ​ພັກ​ດັນ​ທາງ​ພັນ​ທຸ​ກຳ. ວິ​ທີ​ການ​ດັ່ງ​ກ່າວ
ແມ່ນ​ປ້ອງ​ກັນ​ບໍ່​ໃຫ້​ຍຸງ​ໂຕ​ແມ່ ​ແຜ່​ພັນແລະ​ເຮັດ​ໃຫ້​ຍຸງ​ທັງ​ໝົດ​ສູນ​ຫາຍ​ໄປ. ພວກ​ນັກ
​ວິ​ທະ​ຍາ​ສາດ​ຫວັງ​ວ່າ ວິ​ທີ​ການດັ່ງ​ກ່າວຈະສາ​ມາດ​ປ່ຽນ​ຈາກ​ການ ​ໃຊ້​ຢູ່​ໃນ​ຫ້ອງ​ທົດ
​ລອງ ໄປ​ໃຊ້​ຢູ່​ໃນ​ໂລ​ກ​ຂ້າງນອກ​ຕົວ​ຈິງໄດ້ ເພື່ອ​ຈະດັບ​ສູນ​ຍຸງ ​ທີ່​ມີ​ຈຳ​ນວນ​ຫລວງ
​ຫລາຍ ທີ່​ນຳ​ເອົາ​ພະ​ຍາດ​ ເຊັ່ນ​ໄຂ້​ມາ​ເລ​ເຣຍ ຫລືໄຂ້​ຍຸງໄປແຜ່ຜາຍນັ້ນ ດັ່ງ​ທີ່​ເຮັນ​ຣີ
ຣີດ​ຈ໌​ແວ​ລ (Henry Ridgwell) ນັກ​ຂ່າວ​ວີ​ໂອ​ເອໄດ້ ລາຍ​ງານມາ ຊຶ່ງບົວ​ສະ​ຫວັນ
ຈະ​ນຳເອົາລາຍ​ລະ​ອຽດ ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.


ຍຸງ​ໄດ້​ນຳເອົາ​ພະ​ຍາດ​ໄຂ້​ມາ​ເລ​ເຣຍ ໄປແຜ່ຜາຍ ທີ່​ເຮັດ​ໃຫ້ປະ​ມານ 429,000 ຄົນ​ເສຍ​
ຊີ​ວິດ​ໃນ​ແຕ່​ລະ​ປີ, ຊຶ່ງ​ໃນນັ້ນລວມມີ ​ເດັກ​ນ້ອຍຫລາຍຄົນ. ສະ​ນັ້ນ ວິ​ທີ​ການ​ດັບ​ສູນ​ຍຸງ
ແບບໃໝ່ນີ້ ແມ່ນ​ເຮັດ​ໃຫ້​ຄົນ​ມີ​ຄວາມ​ສົນ​ໃຈ​ຫລາຍ.

ພວກ​ນັກ​ວິ​ທະ​ຍາ​ສາດຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ລອນດອນ ສາ​ມາດ​ທີ່​ຈະ​ດັບ​ສູນຍຸງທີ່ແຜ່
ພັນໄດ້ ຢູ່ໃນຫ້ອງທົດລອງ ໂດຍໃຊ້ວິທີການພັກດັນທາງພັນທຸກຳ. ສາດສະດາຈານ
ແອນເດຣຍ ຄຣິສແຊນຕີ ທີ່ເປັນຜູ້ຮ່ວມນຳພາການຄົ້ນຄວ້າດັ່ງກ່າວໃຫ້ຄຳເຫັນວ່າ:
"ວິ​ທີການ​ພັກ​ດັນ​ທາງ​ພັນ​ທຸ​ກຳນີ້ ເປັນ​ການ​ແກ້​ໄຂ​ບັນ​ຫາ​ທາງ​ເຕັກ​ນິກ ທີ່​ເຮັດ​ໃຫ້​ສາ​ມາດ
ດັດແກ້ພັນທຸກຳ ທີ່ຈະແຜ່ຜາຍຈາກຍຸງສອງ ສາມໂຕ ໄປຫາຍຸງທັງໝົດ ທຸກໂຕໄດ້.
"

ການ​ດັດ​ແກ້​ດັ່ງ​ກ່າວ ແມ່ນ​ກ່ຽວ​ພັນ​ກັບ​ການ​ສະ​ກັດ​ກັ້ນ ພັນ​ທຸ​ກຳ ທີ່ກໍານົດ​ການ ພັດ​ທະ​ນາ​
ການດ້ານການປະສົມພັນຂອງຍຸງໄດ້.

ສາດ​ສະ​ດາ​ຈານຄ​ຣິ​ສ​ແຊນ​ຕີ ອະ​ທິ​ບາຍ​ວ່າ "ສະ​ນັ້ນ ການ​ເຮັດ​ແບບນີ້ ຍຸງ​ໂຕ​ແມ່ ​ທີ່​ມີ​ພັນ
ທຸກຳ, ຖ້າເຮົາທຳລາຍພັນທຸກຳນີ້ແລ້ວ ມັນກໍຈະບໍ່ສາມາດ ພັດທະນາເຕີບໂຕເປັນຍຸງໂຕ
ແມ່ໄດ້, ແຕ່ [ໃນທາງກົງກັນຂ້າມ] ມັນພັດທະນາໃຫ້ກາຍເປັນຍຸງໂຕຜູ້ສ່ວນນຶ່ງ ແລະໂຕ
ແມ່ສ່ວນນຶ່ງ ຊຶ່ງພວກເຮົາເອີ້ນກັນວ່າ ‘ກະເທີຍ’. ຍຸງແຕ່ລະໂຕພວກນີ້ ບໍ່ສາມາດກັດໄດ້
ຊຶ່ງເປັນການດີຫລາຍ, ບໍ່ສາມາດອອກໄຂ່, ແລະເພາະສະນັ້ນ ມັນກໍບໍ່ສາມາດແຜ່ພັນໄດ້."

ການ​ທີ່ບໍ່​ສາ​ມາດ​ແຜ່​ພັນ​ໄດ້​ນັ້ນ ແມ່ນ​ແຜ່​ຜາຍ​ໄປ​ຫາ​ຍຸງ​ຫລາຍ​ໂຕ ແລະ​ຍຸງ​ທັງ​ໝົດ​ກໍ​ຈະ
ສູນພັນໄປພາຍໃນ 11 ລຸ້ນຂອງຍຸງ. ຄຳຖາມໃຫຍ່ໆ ກໍຄືວ່າ ຜົນສຳເລັດອັນນັ້ນ ສາມາດ
ທີ່ຈະເອົາໄປນຳໃຊ້ ຢູ່ນອກຫ້ອງທົດລອງໄດ້ຫລືບໍ່. ສາດ ສະດາຈານຄຣິສແຊນຕີ ກ່າວ
ເພີ້ມອີກວ່າ "ພວກ​ເຮົາ​ໄດ້​ເຮັດ​ແນວນັ້ນ ແລ້ວ, ພວກ​ເຮົາ​ໄດ້​ຍ້າຍຍຸງ ອອກ​ໄປ​ໄວ້​ບ່ອນ​ທີ່​
ມີຕາໜ່າງກັ້ນໄວ້ ໂດຍເຮັດໃຫ້ມັນເປັນຄືກັນກັບສະພາບແວດລ້ອມຂອງເຂດອາກາດ
ຮ້ອນຢ່າງສິ້ນເຊີງເລີຍ. ສະນັ້ນ ພາຍຫລັງ ທີ່ໄດ້ສໍາເລັດການເຮັດແບບນີ້ແລ້ວ, ໄລຍະນີ້
ກໍຍັງເປັນຊ່ວງທີ່ສໍາ ຄັນໃນການເກັບກໍາ ເອົາຂໍ້ມູນ ເພື່ອຈຸດປະສົງໃນການສ້າງກົດລະ
ບຽບ ເຊັ່ນ ລະບຽບ ກ່ຽວກັບຄວາມປອດໄພ, ສະຖຽນລະພາບ, ຄວາມສາມາດຂອງການ
ພັກດັນ ທາງພັນທຸກໍາ ເພື່ອຈະກ້າວໄປຫາຍຸງສາຍພັນຕ່າງໆ.”

ພວກນັກວິທະຍາສາດ ເວົ້າອີກວ່າ ການໃຫ້ການຄໍ້າປະກັນຕໍ່ປະຊາຊົນກ່ຽວກັບວິທີການທີ່
ມີອິດທິພົນສູງນີ້ ແມ່ນມີຜົນສູງເໜືອສິ່ງໃດທັງໝົດ. ມີການຄາດ ຫວັງວ່າ ວິທີການພັກດັນ
ທາງພັນທຸກໍານີ້ ຈະສາມາດນໍາອອກໄປທົດລອງໃຊ້ ຢູ່ໃນບ່ອນໂລ່ງເປີດແປນ ໄດ້ພາຍໃນ
5 ຫາ 10 ປີ ຂ້າງໜ້າ.

ເຄື່ອງມືໃໝ່ທີ່ໃຊ້ເພື່ອຕ້ານກັບໄຂ້ມາເລເຣຍ ແມ່ນມີຄວາມຕ້ອງການຢ່າງຮີບດ່ວນຫລາຍ
ໃນຂະນະທີ່ອົງການອະນາໄມໂລກເວົ້າວ່າ ຄວາມກ້າວໜ້າຂອງໂລກໃນການຕ້ານພະ
ຍາດດັ່ງກ່າວ ກໍາລັງຢຸດສະງັກລົງ.

ເບິ່ງວີ​ດີ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG