ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ພອມ​ພຽວ: ສະ​ຫະ​ລັດ ຍິນ​ດີ ເຈ​ລະ​ຈາ​ກັບ ອີ​ຣ່ານ "ໂດຍບໍ່​ມີ​ເງື່ອນ​ໄຂ​ລ່ວງ​ໜ້າ"


Pompeo:US 'Ready' for Conversation With Iran
please wait

No media source currently available

0:00 0:02:42 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ຂ່າ​ວນີ້.

ສະ​ຫະ​ລັດ ໄດ້​ມີ​ຄວາມ​ເຕັມ​ໃຈ​ທີ່​ຈະ​ຈັດ​ການ​ເຈ​ລະ​ຈາ​ແບບບໍ່​ມີ​ເງື່ອນ​ໄຂ​ກັບ ອີ​ຣ່ານ
ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງສອງປະເທດ, ອີງຕາມການກ່າວຂອງລັດຖະມົນ
ຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໃນວັນອາທິດວານນີ້, ແຕ່ລັດຖະບານ ເຕ
ຫະຣານ ໄດ້ສະແດງໃຫ້ເຫັນຄວາມຫວັງພຽງເລັກນ້ອຍສຳລັບການເຈລະຈາຄັ້ງໃໝ່.

ທ່ານ ພອມ​ພຽວ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ປະ​ເທດ ສວິດ​ເຊີ​ແລນ ວ່າ
“ພວກເຮົາໄດ້ກຽມພ້ອມທີ່ຈະເຂົ້າຮ່ວມ ໃນການສົນທະນາໂດຍບໍ່ມີເງື່ອນໄຂລ່ວງໜ້າ.
ພວກເຮົາພ້ອມແລ້ວທີ່ຈະນັ່ງລົມກັບເຂົາເຈົ້າ.” ແຕ່ທູດລະດັບສູງ ສະຫະລັດ ໄດ້ກ່າວຕື່ມ
ວ່າ “ຄວາມພະຍາຍາມຂອງ ອາເມຣິກາ ທີ່ຈະຕ່າວປີ້ນການປະຕິບັດການມຸ່ງຮ້າຍຂອງ
ປະເທດສາທາລະນະລັດ ອິສລາມ, ກອງກຳລັງປະຕິວັດນີ້, ແມ່ນຈະສືບຕໍ່ໄປ.”

ທ່ານ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ “ໄດ້​ກຽມ​ພ້ອມ​ຢ່າງ​ແນ່ນອນ ​ທີ່​ຈະ​ທຳ​ການ​ສົນ​ທະ​ນາ​ນັ້ນ
ເມື່ອ ອີຣ່ານ ສາມາດພິສູດໃຫ້ເຫັນວ່າ ເຂົາເຈົ້າຢາກຈະປະພຶດຄືກັບປະເທດທຳມະ
ດາ.”

ແຕ່​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ອີ​ຣ່ານ ທ່ານ ໂມ​ຮຳ​ມັດ ຈາ​ວາດ ຈາ​ຣິ​ຟ ໄດ້​ກ່າວ​ໃນ​ການ
ສຳພາດກັບເຄືອຂ່າຍຂ່າວ ABC ໃນ ສະຫະລັດ ວ່າ ການເຈລະຈາຄັ້ງໃໝ່ກັບ ວໍຊິງຕັນ
ແມ່ນເບິ່ງຄືວ່າ “ຈະບໍ່ເກີດຂຶ້ນ.”

ທ່ານ ຊາ​ຣິ​ຟ ໄດ້​ກ່າວ​ຕື່ມ​ວ່າ, ການ​ເຈ​ລະ​ຈາ​ແມ່ນ​ການ​ສືບ​ຕໍ່​ຂັ້ນ​ຕອນການ​ກົດ​ດັນ, ສິ່ງ​
ນີ້ອາດໄດ້ຜົນໃນຕະຫຼາດຫະສັງຫາລິມະຊັບ. ແຕ່ມັນບໍ່ໄດ້ຜົນໃນການເຮັດຂໍ້ຕົກລົງກັບ
ອີຣ່ານ.”

ທ່ານ​ໄດ້​ເອີ້ນ​ການ​ເຈ​ລະ​ຈາ​ກັບ ສະ​ຫະ​ລັດ, ເຊິ່ງ ສະ​ຫະລັດ ໄດ້​ເຫັ​ນ​ພ້ອມ​ກັບ​ຂໍ້​ຕົກ​ລົງ​
ສາກົນປີ 2015 ເພື່ອຫຼຸດຜ່ອນຄວາມຕ້ອງການຂອງ ເຕຫະຣ່ານ ເຊິ່ງປະທານາທິບໍດີ
ດໍໂນລ ທຣຳ ໄດ້ຍົກເລີກມັນ, ແມ່ນບໍ່ມີຜົນໃນແງ່ບວກ ແລະ ບໍ່ໄດ້ເຮັດໃຫ້ມີທັດສະນະ
ຄະຕິໃນແງ່ບວກ ສຳລັບຂໍ້ຕົກລົງໃນອະນາຄົດ.”

ທ່ານ​ໄດ້​ໂຕ້​ແຍ້ງວ່າ, “ຄົນ​ຈະ​ຄິດ​ສອງ​ຄັ້ງ​ກ່ອນ​ເຂົາ​ເຈົ້າ​ທຳ​ການ​ເຈ​ລະ​ຈາ​ກັບ ສະ​ຫະ​ລັດ
ເພາະວ່າສິ່ງທີ່ເຂົາເຈົ້າໄດ້ຕົກລົງໃນມື້ນີ້ ແມ່ນອາດຈະບໍ່ມີໃນມື້ອື່ນ.”

ຄ​ວາມ​ເປັນ​ໄປ​ໄດ້​ໃດໆ ກ່ຽວ​ກັບ ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ປະ​ເທດ​ດັ່ງ​ກ່າວ ຈະ​ເກີດ
ຂຶ້ນຫຼັງຈາກການຍຸແຍ່ຫຼາຍຄັ້ງ. ຫຼັງຈາກໄດ້ຖອນຕົວອອກຈາກຂໍ້ຕົກລົງນິວເຄລຍສາ
ກົນນັ້ນ, ທ່ານ ທຣຳ ມັກຈະວາງມາດຕະການລົງໂທດຂອງ ສະຫະລັດ ຄືນ ໃນຄວາມ
ພະຍາຍາມທີ່ຈະສິ້ນສຸດການສົ່ງອອກນ້ຳມັນ ອີຣ່ານ ໃຫ້ຕະຫຼາດໂລກ, ເຊິ່ງແມ່ນສາຍ
ຊູຊີບທາງການເງິນ ສຳລັບປະເທດສາທາລະນະລັດ ອິສລາມ ນັ້ນ.

ສະ​ຫະ​ລັດ ມັກ​ຈະ​ຄັດ​ຄ້ານ​ຕໍ່​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ ອີ​ຣ່ານ ແລະ
ການຮຸກຮານທາງທະຫານຂອງເຂົາເຈົ້າໃນເຂດຕາເວັນອອກກາງ, ໃນຂະນະທີ່ ອີຣ່ານ
ໄດ້ປະທ້ວງມາດຕະການລົງໂທດ ສະຫະລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG