ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາເຈົ້າໜ້າທີ່ ສຫລ ກ່າວວ່າ ປ. ທຣຳ ພວມພິຈາລະນາ ຈະຖອນ ທະຫານ ສຫລ 7,000 ຄົນ ອອກຈາກ ອັຟການິສຖານ


ພວກທະຫານສະຫະລັດ ກຳລັງຮັບຟັງ ການແຈ້ງໃຫ້ຊາບ ກ້ຽວກັບຄວາມປອດໄພ ກ່ອນຈະອອກໄປຈາກຖານທັບ ໃນແຂວງ ໂລກາຣ ຂອງອັຟການິສຖານ, ວັນທີ 5 ສິງຫາ 2018.
ພວກທະຫານສະຫະລັດ ກຳລັງຮັບຟັງ ການແຈ້ງໃຫ້ຊາບ ກ້ຽວກັບຄວາມປອດໄພ ກ່ອນຈະອອກໄປຈາກຖານທັບ ໃນແຂວງ ໂລກາຣ ຂອງອັຟການິສຖານ, ວັນທີ 5 ສິງຫາ 2018.

ປະທານາທິບໍດີ ດໍໂນລ ທຣຳ ກຳລັງພິຈາລະນາ ການຖອນກຳລັງທະຫານ ສະຫະລັດ
ອອກຈາກອັຟການິສຖານ ໃນ​ຈຳ​ນວນ​ທີ່​ສຳ​ຄັນ ຄືປະມານເຄິ່ງນຶ່ງ ຂອງຈຳນວນທະຫານ
ຫຼາຍກວ່າ 14,000 ຄົນ ທີ່ປະຈຳການ ຢູ່ທີ່ນັ້ນ ອີງຕາມຄຳເວົ້າ ຂອງບັນດາເຈົ້າໜ້າທີ່
ອາວຸໂສ ໃນຄະນະລັດຖະບານ.

ພາຍໃຕ້ແຜນການ ທີ່ໄດ້​ລາຍງານອອກມານັ້ນ ມີທະຫານສະຫະລັດ ປະມານ 7,000
ຄົນ ທີ່ຈະເລີ່ມຖອນກັບຄືນປະເທດ ໃນເດືອນມັງກອນ ຈະມາເຖິງນີ້ ແລະສ່ວນທີ່ເຫຼືອ
ໃນສອງສາມເດືອນຕໍ່ໄປ ໃນການຫລຸດກຳລັງທະຫານລົງ ເປັນໄລຍະໆ.

ມາເຖິງເວລານີ້ ຍັງບໍ່ມີຄຳເຫັນໃດໆ ຈາກທຳນຽບຫ້າແຈ ຫຼື ກອງບັນຊາການ ​ກຳ​ລັງ
ສະຫະລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ເລີຍ.

ພວກທະຫານ ສະຫະລັດ ເປັນພາກສ່ວນນຶ່ງ ຂອງກອງກຳລັງທີ່​ບໍ່​ໄດ້​ສູ້​ລົບ​ ອົງການ
ເນໂຕ ເຊິ່ງພາລະກິດຫລັກ ຂອງພວກເຂົາເຈົ້າ ແມ່ນໃຫ້ການຝຶກອົບຮົມ ແລະ ເປັນ
ທີ່ປຶກສາ ໃຫ້ແກ່ກອງກຳລັງຂອງອັຟການິສຖານ ໃນການຮັບເອົາ ຄວາມຮັບຜິດຊອບ
ໃນດ້ານຄວາມປອດໄພ ຢູ່ໃນປະເທດຂອງພວກເຂົາເຈົ້າເອງ.

ຄຳເຫັນດັ່ງກ່າວ ຈາກບັນດາເຈົ້າໜ້າທີ່ ສະຫະລັດ ມີ​ຂຶ້ນນຶ່ງວັນ ຫຼັງຈາກ ການປະກາດ
ທີ່ບໍ່ໜ້າເຊື່ອ ຂອງປະທານາທິບໍດີທຣຳ ທີ່ວ່າ ສະຫະລັດ ຈະຖອນກຳລັງ ອອກຈາກ
ຊີເຣຍ.

ເຈົ້າໜ້າທີ່ທ່ານນຶ່ງ ໄດ້ກ່າວຕໍ່ໜັງສືພິມ ວອລ ສຕຣີຕ ເຈີຣໂນລ ວ່າ “ຂ້າພະ ເຈົ້າຄຶດ
ວ່າ ມັນສະແດງໃຫ້ເຫັນ ເຖິງຄວາມຮ້າຍແຮງຊ່ຳໃດ ກ່ຽວກັບວ່າ ທ່ານປະທານາທິບໍດີ
ຢາກຈະອອກຈາກບັນຫາຂັດແຍ້ງທັງຫຼາຍ”
ທ່ານກ່າວຕໍ່ໄປວ່າ “ຂ້າພະເຈົ້າຄຶດວ່າ
ເພິ່ນຢາກເຫັນ ທາງເລືອກອື່ນ ທີ່ສາມາດປະຕິບັດໄດ້ ກ່ຽວກັບວ່າ ວິທີໃດ ທີ່ຈະເຮັດ
ໃຫ້ການຂັດແຍ້ງທັງຫຼາຍ ເສັດສິ້ນລົງ.”

ລັດຖະບານທ່ານທຣຳ ໄດ້ຊອກຫາທາງ ເຈລະຈາຂໍ້ຕົກລົງ ເພື່ອເຮັດໃຫ້ສົງຄາມ ໃນ
ອັຟການິສຖານ ຍຸຕິລົງ ເຊິ່ງຈະລວມທັງ ການເຈລະຈາ ກັບກຸ່ມຕາລີບານ.

ເມື່ອຕົ້ນສັບປະດານີ້ ລັດຖະມົນຕີ ວ່າການກະຊວງປ້ອງກັນປະເທດ ທ່ານ ເຈມສ໌
ແມັດຕິສ, ຜູ້ທີ່ໄດ້ປະກາດໃນວັນພະຫັດວານນີ້ວ່າ ທ່ານມີແຜນການ ທີ່ຈະອອກຈາກ
ຕຳແໜ່ງ ໃນເດືອນກຸມພາຈະມາເຖິງນີ້, ໄດ້ກ່າວວ່າ ບັນຫາຂັດແຍ້ງ ໃນອັຟການິສຖານ
ໄດ້ມີມາເປັນເວລາເກືອບ 40 ປີແລ້ວ ແລະຄວນຈະຢຸດ​ເຊົາໄດ້ແລ້ວ.

ທ່ານແມັດຕິສ ໄດ້ກ່າວ​ວ່າ “ມັນເຖິງເວລາແລ້ວ ທີ່ໝົດທຸກຄົນ ຈະຕ້ອງເຂົ້າມາມີສ່ວນ
ຮ່ວມນຳກັນ”
ແລະ ສະໜັບສະໜຸນ ພວກຜູ້ທີ່ຢາກສະແຫວງຫາ ສັນຕິພາບ ປະກອບ
ດ້ວຍອົງການສະຫະປະຊາຊາດ ແລະ ທັງປະທານາທິບໍດີ ຂອງອັຟການິສຖານ ແລະ
ອິນເດຍ.

​ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG