ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ​ສົ່ງກຳ​ປັ່ນ​ລົບ​ ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ ເປັນ​ເທື່ອ​ທຳ​ອິດ ນັ​ບ​ແຕ່​ທ່ານ​ນາງ​ເພ​ໂລ​ຊີ ໄປ​ຢ້ຽມ​ຢາມ


ແຟ້ມ - ກຳ​ປັ່ນ​ລົບ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີແຊນ​ສ​ລິ​ສວິ​ລ (Chancellorsville) ແລ່ນ​ຜ່ານ​ທະ​ເລ​ຟີ​ລິບ​ປິນ​ເມື່ອ​ວັນ​ທີ 18 ມິ​ຖຸ​ນາ 2016. (Mass Communication Specialist 2nd Class Ryan J. Batchelder/U.S. Navy via AP)
ແຟ້ມ - ກຳ​ປັ່ນ​ລົບ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີແຊນ​ສ​ລິ​ສວິ​ລ (Chancellorsville) ແລ່ນ​ຜ່ານ​ທະ​ເລ​ຟີ​ລິບ​ປິນ​ເມື່ອ​ວັນ​ທີ 18 ມິ​ຖຸ​ນາ 2016. (Mass Communication Specialist 2nd Class Ryan J. Batchelder/U.S. Navy via AP)

ກອງ​ທັບ​ເຮືອ​ຂອງ​ສະ​ຫະ​ລັດ ສົ່ງ​ກຳ​ປັ່ນ​ລົບ 2 ລຳ​ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ​ໃນ​ວັນ​ອາ​ທິດ​ວານນີ້ ຊຶ່ງ​ເປັນການ​ແລ່ນ​ຜ່ານ​ເທື່ອ​ທຳ​ອິດ​ທີ່​ໄດ້​ມີ​ການ​ເປີດ​ເຜີຍ​ນັບ​ແຕ່​ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໄຕ້​ຫວັນ ​ເມື່ອ​ຕົ້ນ​ເດືອນ​ສິງ​ຫາ​ຜ່ານ​ມາ ​ອັນ​ເປັນ​ເວ​ລາ​ທີ່​ຄວາມ​ເຄັ່ງຕຶງ​ເຮັດ​ໃຫ້ບໍ​ລິ​ເວນ​ຊ່ອງ​ແຄບ​ດັ່ງ​ກ່າວ ​ມີ​ກິດ​ຈະ​ຫຼາຍຂຶ້ນ​ເປັນ​ພິ​ເສດ.

ກຳ​ປັ່ນ​ລົບແອນ​ທີ​ແດັມ (USS Antietam) ແລະ ກຳ​ປັ່ນ​ລົບແຊນ​ສ​ລິ​ສວິ​ລ (USS Chancellorsville) ​ໄດ້​ທຳ​ການ​ແລ່ນ​ຜ່ານ​ຕາມ​ປົກ​ກະ​ຕິ ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງກອງ​ທັບ​ເຮືອ​ທີ 7 ຂອງ​ສະ​ຫະ​ລັດ. ຖະ​ແຫຼງ​ການ​ກ່າວ​ວ່າ ກຳ​ປັ່ນ​ລົບ​ທັງ​ສອງ “ແລ່ນ​ຕາມເສັ້ນ​ທາງ​ຢູ່​ໃນ​ຊ່ອງ​ແຄບ ຊຶ່ງ​ບໍ່​ໄດ້​ຢູ່​ໃນ​ອາ​ນາ​ເຂດ ​ຂອງ​ດິນ​ແດນ​ແຄມ​ຝັ່ງ​ທະ​ເລຂອງ​ປະ​ເທດ​ໃດໆ.”

ຈີນ​ໄດ້​ທຳ​ການ​ຊ້ອມ​ລົບທາງ​ທະ​ຫານຫຼາຍໆ​ຄັ້ງ​ ຢູ່​ໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ດັ່ງ​ກ່າວ​ໃນ​ຂະ​ນະ​ທີ່​ຈີນ​ຊອກ​ຫາ​ຊ່ອງ​ທາງ​ ເພື່ອ​ຈະ​ລົງ​ໂທດ​ໄຕ້​ຫວັນ ຫຼັງ​ຈາກ​ທ່ານ​ນາງ​ເພ​ໂລ​ຊີ​ໄປ​ຢ້ຽມ​ຢາມ ປະ​ເທດ​ເກາະ​ດອນ​ທີ່​ປົກ​ຄອງ​ຕົນ​ເອງ​ແຫ່ງນີ້ ໂດຍ​ບໍ່​ຟັງ​ຄຳ​ຂູ່​ຂອງ​ປັກ​ກິ່ງ.

ຈີນ​ໄດ້​ສົ່ງ​ກຳ​ປັ່ນ​ຫຼາຍໆ​ລຳ​ແລ່ນ​ຜ່ານ​ຊ່ອງ​ແຄບ ແລະ​ເຂດ​ນ່ານ​ນ້ຳ​ຫ້ອມ​ລ້ອມ​ເກາະ​ໄຕ້​ຫວັນ ນັບ​ແຕ່​ທ່ານ​ນາງ​ເພ​ໂລ​ຊີ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ພ້ອມ​ທັງ​ສົ່ງ​ເຮືອ​ບິນ​ລົບ​ແລະ​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ ບິນຂ້າມ. ຈີນ​ຖື​ວ່າ​ເກາະ​ດັ່ງ​ກ່າວ​ເປັນ​ສ່ວນ​ນຶ່ງ​ຂອງ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຕົນແລະ​ຄັດ​ຄ້ານ​ຕໍ່​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໂດຍ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ທີ່​ຮັບ​ຮູ້​ໄຕ້​ຫວັນ​ວ່າ​ເປັນ​ປະ​ເທດ​ນຶ່ງນັ້ນ.

ສະ​ຫະ​ລັດ​ໄດ້​ສົ່ງ​ກຳ​ປັ່ນ​ລົບ​ຂອງ​ຕົນ​ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ອັນ​ທີ່​ສະ​ຫະ​ລັດ​ເອີ້ນ​ວ່າ ອິດ​ສະ​ຫຼະ​ພາບ​ໃນ​ການ​ເດີນ​ເຮືອ.

ຊ່ອງ​ແຄບ ​ທີ່​ມີ​ຄວາມກວ້າງ 160 ກິ​ໂລ​ແມັດ ແມ່ນ​ແບ່ງ​ໄຕ້​ຫວັນ ແລະ​ຈີນ ອອກ​ຈາກ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG