ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ຢ້ຽມ​ຢາມ ອີ​ຣັກ ໂດຍບໍ່​ໄດ້​ປະ​ກາດ ໃຫ້​ຊາບລ່ວງ​ໜ້າ


ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌ ທັກ​ທາຍ​ຜູ້​ເຂົ້າ​ຮ່ວມ​ໃນ​ພິ​ທີ​ແຫ່ງ​ນຶ່ງ ໃນທຳ​ນຽບ​ຂາວ. ນະ​ຄອນຫຼວງ ວ​ໍ​ຊິງ​ຕັນ. 21 ພະ​ຈິກ, 2019.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌ ທັກ​ທາຍ​ຜູ້​ເຂົ້າ​ຮ່ວມ​ໃນ​ພິ​ທີ​ແຫ່ງ​ນຶ່ງ ໃນທຳ​ນຽບ​ຂາວ. ນະ​ຄອນຫຼວງ ວ​ໍ​ຊິງ​ຕັນ. 21 ພະ​ຈິກ, 2019.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌ ໄດ້​ທຳ​ການ​ຢຽມ​ຢາມກອງ​ທັບ ສະ​ຫະ​ລັດ ໃນ​ປະ​ເທດ ອີ​ຣັກ ຢ່າງໜ້າ​ປະຫຼາດ​ໃຈ​ ໃນ​ວັນ​ເສົາ​ວານນີ້​ ແລະ ໄດ້​ພົບ​ປະ​ກັບ​ຜູ້​ນຳ​ຊາວເຄີດ​ເພື່ອ​ໃຫ້​ການ​ຮັບ​ຮອງ​ຕໍ່​ຊາວ ເຄີດ​ ໃນ​ ອີ​ຣັກ ອີກ​ຄັ້ງ​ນຶ່ງ ກ່ຽວ​ກັບ ການ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຂອງ ສະ​ຫະ​ລັດ.

ຫຼັງ​ຈາກ​ໄດ້​ເດີນ​ທາງ​ຮອດ​ຖານ​ທັບ ອາລ-ອາ​ຊາດ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ ອີຣັກ ນັ້ນ, ທ່ານ ເພັນ​ສ໌ ພ້ອມ​ກັບ​ສະ​ຕີ​ໝາຍ​ເລກ​ສອງ ທ່ານ​ນາງ ແຄ​ເຣັນ ເພັນ​ສ໌, ໄດ້​ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກກອງ​ທັບ ສະ​ຫະ​ລັດ ທີ່​ປະ​ຈຳ​ການ​ຢູ່​ທີ່​ນັ້ນ ພຽງ​ບໍ່​ເທົ່າ​ໃດ​ວັນ​ກ່ອນ ວັນ​ຂອບ​ໃຈ​ພະ​ເຈົ້າ ສະ​ຫະ​ລັດ ຫຼື Thanksgiving.

ຕໍ່​ມາ​ພວກ​ເພິ່ນ​ໄດ້​ໄປ​ຢ້ຽມ​ຢາມກອງ​ທະ​ຫານ ສະ​ຫະ​ລັດ ທີ່​ປະ​ຈຳ​ການ​ຢູ່​ສະ​ໜາມ​ບິນ​ສາ​ກົນ ເອີ​ບິ​ລ, ເຊິ່ງ​ທ່ານຮອງ​ປະ​ທາ​ນາ​ທິ​ບໍ​ດີ ​ກໍ​ໄດ້​ພົ​ບປະ​ກັ​ບ​ ປະ​ທ​ານ​ພ​າກ​ພື້ນ ເຄີ​ດິ​ສ​ຖານ ໃນ​ອີ​ຣັກ ທ່ານ ເນ​ເຈີ​ວານ ບາ​ຊາ​ນີ.

ການ​ພົບ​ປະ​ດັ່ງ​ກ່າວ​ແມ່ນ​ຄວາມ​ພະ​ຍາ​ຍາມ ​ທີ່​ຈະ​ຮັບ​ປະ​ກັນ​ອີກ​ຄັ້ງ​ນຶ່ງ ​ຕໍ່​ຊາວເຄີດ​ ໃນອີ​ຣັກ ກ່ຽວ​ກັບ ການ​ສະ​ໜັບ​ສະ​ໜູນ​ຂອງ ສະ​ຫະ​ລັດ ຫຼັງ​ຈາກ​ການ​ຕັດ​ສິນ​ໃຈ​ຂອງປະ​ທາ​ນາ​ທິ​ບໍ​ດີ ດໍໂນ​ລ ເພື່ອ​ຖອນ​ກຳ​ລັງ​ອອກ​ຈາກ​ພາກ​ເໜືອ​ຂອງ​ ຊີ​ເຣຍ ເມື່ອ​ສອງ​ເດືອນ​ທີ່​ຜ່ານ​ມາ ທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ວິ​ພາກວິ​ຈານ​ວ່າ ລັດ​ຖະ​ບານ ວໍ​ຊິງ​ຕັນ ໄດ້​ທໍ​ລະ​ຍົດ​ພັນ​ທະ​ມິດ​ຊາວ ເຄີດ​ ຂອງ​ເຂົາ​ເຈົ້າ​ຢູ່​ທີ່​ນັ້ນ.

ປະ​ທານ​າ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັຍ ໄຕ​ຢິບ ເອີ​ດູ​ອານ ໄດ້​ໃຊ້​ປະ​ໂຫຍດ​ຈາກ​ການ​ຖອນ​ຕົວ​ຢ່າງ​ກະ​ທັນ​ຫັນ​ດັ່ງ​ກ່າວ, ເປີດ​ການ​ໂຈມ​ຕີ​ທາງ​ທະ​ຫານ​ຢ່າງ​ຮ້າຍ​ແຮງ​ໃສ່​ກອງ​ກຳ​ລັງຊາວ ເຄີດ ທີ່​ເປັນ​ພັນ​ທະ​ມິດ​ຂອງ ສະ​ຫະ​ລັດ ໃນ​ພາກ​ເໜືອ​ປະ​ເທດ ຊີ​ເຣຍ ນັ້ນ.

ຫຼັງ​ຈາກ​ທ່ານ ເພັນ​ສ໌ ໄດ້​ພົບ​ປະ​ກັນ​ທ່ານ ບາ​ຊາ​ນີ ແລ້ວ, ທ່ານ ເພັນ​ສ໌ ກໍ​ໄດ້​ຍົກ​ຍ້ອງ​ສາຍ​ພົວ​ພັນ​ທີ່​ແຂງ​ແກ່ນ​ລະ​ຫວ່າງ ສະ​ຫະ​ລັດ ກັບ ພັນ​ທະ​ມິດຊາວ ເຄີດ, ໂດຍ​ເວົ້າ​ວ່າ​ການ​ຕໍ່​ສູ້​ທາງ​ທະ​ຫານເພື່ອ​ຂັບ​ໄລ່​ພວກ​ລັດ​ອິ​ສ​ລາມ​ອອກ​ຈາກປະ​ເທດ ຊີ​ເຣຍ ທີ່​ຢູ່​ໃກ້​ຄຽງ ຈະ​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ​ຖ້າ​ປາ​ສະ​ຈາກ​ເຂົາ​ເຈົ້າ.

ທ່ານ ເພັນ​ສ໌ ໄດ້​ກ່າວ​ວ່າ “ນີ້​ຈະເປັນ​ໄປບໍ່​ໄດ້ ​ຖ້າ​ປາ​ສະ​ຈາກ​ການ​ເປັນ​ພັນ​ທະ​ມິດ​ທີ່​ພິ​ເສດ ແລະ ການ​ເປັນ​ຄູ່​ຮ່ວມ​ລະ​ຫວ່າງ​ປະ​ຊາ​ຊົນ​ຊາວ ເຄີດ ກັບ ປະ​ຊາ​ຊົນ​ຂອງ ສະ​ຫະ​ລັດ. ທ່ານປະ​ທານ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຂອງ​ພວກ​ເຮົາ​ຕໍ່​ທ່ານ ແລະ ຄຳ​ໝັ້ນ​ສັນ​ຍາ​ທີ່​ຍາວ​ນານ​ຂອງ​ພວກ​ເຮົ​າ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ນຳ​ພາ​ຂອງ​ທ່ານ​ຢູ່​ທີ່ນີ້​ໃນ​ພາກ​ພື້ນ ເຄີ​ດິ​ສ​ຖານ ແຫ່ງ ອີ​ຣັກ.”

ການ​ຢ້ຽມ​ຢາມ​ຂອງ​ທ່ານ ເພັນ​ສ໌ ໄດ້​ມີ​ຂຶ້ນ​ທ່າມ​ກາງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ທີ່​ຮຸນ​ແຮງ ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ. ໃນ​ວັນ​ສຸກ​ແລ້ວນີ້, ປະ​ຊາ​ຊົນ​ສາມ​ຄົນ​ໄດ້​ຖືກ​ຂ້າ​ຕາຍ ແລະ ຫຼາຍກວ່າ​ຊາວ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອ​ດ​ໄພ ອີ​ຣັກ ໄດ້​ປະ​ທະ​ກັບ​ຜູ້​ປະ​ທ້ວງ​ໃນ​ໃຈ​ກາງ​ນະ​ຄອນຫຼວງ ແບັກ​ແດດ, ອີງ​ຕາມ​ແຫຼ່ງ​ຂ່າວກອງ​ທັບ ອີ​ຣັກ ແລະ ນັກ​ເຄື່ອນ​ໄຫວ.

U.S. Vice President Mike Pence paid a surprise visit Saturday to U.S. troops in Iraq and met with a Kurdish leader to reassure Iraqi Kurds of continued U.S. support.

After landing at Al-Asad Air Base in western Iraq, Pence, accompanied by second lady Karen Pence, met with U.S. service members stationed there just days before the U.S. Thanksgiving holiday.

They later visited U.S. troops stationed at Irbil International Airport, where the vice president also met with Nechirvan Barzani, the president of the Kurdistan region in Iraq.

The meeting was an attempt to reassure Iraqi Kurds of U.S. support after President Donald Trump's decision to withdraw troops from northern Syria two months ago drew criticism that Washington had betrayed its Kurdish allies there.

Turkish President Recep Tayyip Erdogan capitalized on the sudden withdrawal, launching a deadly military offensive on U.S.-allied Kurdish forces in northern Syria.

After Pence's meeting with Barzani, Pence touted the strong relationship between the U.S. and Kurdish allies, saying the military campaign to oust Islamic State from neighboring Syria would not have been successful without it.

"This would not have been possible without the extraordinary alliance and partnership between the Kurdish people and the people of the United States," Pence said. "Mr. President, I just want to express to you our thanks and our enduring commitment to support your leadership here in the Kurdish region of Iraq."

Pence's visit came amid violent anti-government protests that erupted in October. On Friday, three people were killed and more than two dozen injured as Iraqi security forces clashed with protesters in central Baghdad, according to Iraqi military sources and activists.

XS
SM
MD
LG