ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ມາດຕະການລົງໂທດດ້ານວີຊາຕໍ່ລາວ ບໍ່ໄດ້ມີຜົນຫຍັງເລີຍ, ອີງຕາມອະດີດເຈົ້າໜ້າທີ່ຄວາມໝັ້ນຄົງແຫ່ງຊາດ ສຫລ


ທ. Ben Rhodes, ອະດີດຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດທີ່ທໍານຽບຂາວຕອບຄໍາຖາມຂອງລູກຊາຍທ່ານແດໂຣ ຢູ່ກອງປະຊຸມທາງອອນລາຍ ເນື່ອງໃນເດືອນຄົບຮອບ 5 ແຫ່ງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດ ແລະລາວ ທີ່ຈັດຂຶ້ນໃນວັນທີ 22 ກັນຍາ, 2021 ໂດຍ Center for Strategic & International Studies
ທ. Ben Rhodes, ອະດີດຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດທີ່ທໍານຽບຂາວຕອບຄໍາຖາມຂອງລູກຊາຍທ່ານແດໂຣ ຢູ່ກອງປະຊຸມທາງອອນລາຍ ເນື່ອງໃນເດືອນຄົບຮອບ 5 ແຫ່ງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດ ແລະລາວ ທີ່ຈັດຂຶ້ນໃນວັນທີ 22 ກັນຍາ, 2021 ໂດຍ Center for Strategic & International Studies

ທ່ານມາກ ແດໂຣ ອາຍຸ 75 ປີ ນັກລົບເກົ່າ ທີ່ໄປລົບ ໃນປາງສົງຄາມຫວຽດ ນາມນັ້ນ ໄດ້ແຕ່ຄອງຄອຍຫາລູກຊາຍ, ກໍຄືທ້າວອາດາມ ແດໂຣ ຈະພາລູກ ສາວ ອາຍຸ 2 ປີ ແລະພັນລະຍາຂອງລາວມາສະຫະລັດ ແຕ່ກໍສິ້ນຫວັງເມື່ອນາງແສງທອງຜູ້ເປັນລູກໄພ້ຂອງທ່ານນັ້ນ ບໍ່ສາມາດເຂົ້າມາໃນສະຫະລັດໄດ້ ຍ້ອນການລົງໂທດດ້ານວີຊາທີ່ສະຫະລັດວາງອອກມາເພື່ອກົດດັນລັດຖະບານລາວໃຫ້ເລັ່ງການຮັບເອົາຄົນ ທີ່ມາຈາກລາວທີ່ຍັງບໍ່ທັນມີສັນຊາດອາເມຣິກາ ແລະຖືກເນລະເທດ. ການລົງໂທດດັ່ງກ່າວ ທີ່ວາງອອກມາ ໃນກາງປີ 2018 ນັ້ນ ຕາມຄວາມຄິດຂອງທ່ານແລ້ວ ແມ່ນບໍ່ມີຜົນຫຍັງດີ ໃຫ້ແກ່ສະຫະລັດເລີຍ ຊຶ່ງທ່ານບອກວ່າ:

“I think what was in it in the beginning was this was Trump's way of making a statement....” “ຂ້ອຍຄິດວ່າສິ່ງນີ້ ໃນຕອນທໍາອິດ ອັນນີ້ແມ່ນວິທີການຂອງທ່ານ ທຣໍາ ໃນການຢາກເວົ້າໃຫ້ຄົນຮູ້ວ່າ ສະຫະລັດແມ່ນເຄັ່ງຊໍ່າໃດໃນເລື້ອງນະໂຍບາຍຄົນເຂົ້າເມືອງຂອງຕົນ. ໂອເຄ, ເຈົ້າເວົ້າໄດ້ແລ້ວ ແລະດຽວນີ້ສິ່ງທີ່ເຈົ້າກໍາລັງເຮັດທັງໝົດທັງປວງຫັ້ນ ແມ່ນເຮັດໃຫ້ຄົນເສຍຫາຍ ລວມທັງພົນລະເມືອງອາເມຣິກາແລະຄອບຄົວຂອງເຂົາເຈົ້າທີ່ບໍ່ສາມາດເອົາຄອບຄົວຂອງເຂົາເຈົ້າມາໄດ້. ສະນັ້ນ ມັນເປັນບັນຫາຫຍຸ້ງຍາກ, ຫຍຸ້ງຍາກຫຼາຍ. ສະນັ້ນການລົງໂທດນີ້ ບໍ່ໄດ້ຊ່ວຍຜູ້ໃດໝົດ ມັນເຮັດໃຫ້ທຸກຄົນເຈັບປວດ. ແລະມັນບໍ່ຄວນຈະເປັນເຊັ່ນນັ້ນ.”

ໃນການຕອບຄໍາຖາມຂອງລູກຊາຍທ່ານແດໂຣຢູ່ໃນກອງປະຊຸມທາງອອນລາຍ ເນື່ອງໃນເດືອນຄົບຮອບ 5 ແຫ່ງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດ ແລະລາວ ທີ່ຈັດຂຶ້ນ ໃນວັນພຸດວານນີ້ ທ່ານເບນ ຣອດສ໌ (Ben Rhodes), ອະດີດຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ ຢູ່ທີ່ທໍານຽບຂາວໃນປີ 2009 ຫາ 2017 ກໍເວົ້າວ່າ:

"No I think as of now, I thought it was a cruel and insane policy. It accomplishes .." “ບໍ່ ຂ້າພະເຈົ້າຄິດວ່າ ມາຮອດຕອນນີ້ ຄິດວ່າມັນເປັນນະໂຍບາຍທີ່ໂຫດຮ້າຍ ແລະໄຮ້ສາລະ. ມັນບໍ່ບັນລຸຜົນຫຍັງເລີຍ. ມັນເປັນການກະທໍາຜິດຕໍ່ ສປປ ລາວ. ມັນເປັນສິ່ງທີ່ເກີດຂື້ນ ເມື່ອເຈົ້າມີຄະນະລັດຖະບານທີ່ມີເພັ່ງເລັງທີ່ສຸດ. ເຂົາເຈົ້າໄດ້ເເພັ່ງເລັງໃສ່ການເນລະເທດ ແລະການບັງຄັບໃຊ້ກົດໝາຍຄົນເຂົ້າເມືອງທີ່ວ່າ ໃນທັນທີທັນໃດກໍເຫັນແຕ່ພາບອັນດຽວເທົ່ານັ້ນທີ່ຊ່ອງຜ່ານເຂົ້າໄປໃນແກ້ວ ແລ້ວເຂົາເຈົ້າເຫັນວ່າ ປະເທດທີ່ຂ້ອນຂ້າງນ້ອຍໆຄືກັບລາວ ແມ່ນບັນຫານຶ່ງ ແລ້ວກໍເບິ່ງວ່າມີອັນໃດແດ່ ທີ່ຢູ່ໃນລາຍການສິ່ງທີ່ພວກເຮົາຢາກເຮັດສໍາລັບລາວ. ສິ່ງທີ່ຢູ່ໃນລາຍການທີ່ພວກເຮົາຢາກເຮັດສໍາລັບລາວ ກໍຄືພວກເຮົາຕ້ອງໃຫ້ພວກເຂົາເຈົ້າໃຊ້ເຮືອບິນບສອງສາມລໍາເພື່ອຂົນເອົາຄົນທີ່ພວກເຮົາຕ້ອງການເນລະເທດກັບຄືນໄປບ່ອນນັ້ນ ແລະ ເພາະສະນັ້ນແຫລະ ບໍ່ໄດ້ມີຄວາມຄິດຈະພິຈາລະນາເບິ່ງເລີຍວ່າ ຜົນສະທ້ອນຂອງການລົງໂທດຄົນທີ່ບໍ່ໄດ້ເຮັດແນວນັ້ນ ຊຶ່ງມັນເປັນອີກເລື້ອງນຶ່ງ. ມັນບໍ່ມີປະສິດທິຜົນຫຍັງເລີຍ.”

ນັບແຕ່ປີ 1998 ເປັນຕົ້ນ ມາສະຫະລັດມີເກືອບຮອດ 5,000 ຄົນແລ້ວທີ່ຢູ່ໃນ ບັນຊີລໍຖ້າເນລະເທດໄປລາວ. ໃນ 8 ເດືອນຕົ້ນປີ 2021 ນີ້ ມີ 37 ຄົນ ໄດ້ຖືກເອົາເພີ້ມເຂົ້າໃສ່ບັນຊີທີ່ວ່ານີ້, ອີງຕາມການບັນທຶກໃນເວັບໄຊທ໌ການຕິດຕາມ ດ້ານການເຂົ້າເມືອງ Trac Immigration ຂອງສູນເກັບກໍາຂໍ້ມູນ Transactional Records Access Clearinghouse ຂອງມະຫາວິທະຍາໄລ ຊີຣີຄີວສ໌ ທາງພາກ ເໜືອຂອງລັດນິວຢອກຂອງສະຫະລັດ https://trac.syr.edu/phptools/immigration/court_backlog/deport_outcome_charge.php

XS
SM
MD
LG