ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຈຳກັດດ້ານວີຊາຂອງ ສຫລ ຕໍ່ ຈີນ ໄດ້ເປັນການທົດສອບ ຕໍ່ທ່ານ ໄບເດັນ


ຄົນຢືນລຽນແຖວຢູ່ນອກສະຖານເອກອັກຄະລັດຖະທູດຂອງສະຫະລັດ ໃນນະຄອນປັກກິ່ງ ເພື່ອຂໍວີຊາ, ວັນທີ 3 ພຶດສະພາ, 2011
ຄົນຢືນລຽນແຖວຢູ່ນອກສະຖານເອກອັກຄະລັດຖະທູດຂອງສະຫະລັດ ໃນນະຄອນປັກກິ່ງ ເພື່ອຂໍວີຊາ, ວັນທີ 3 ພຶດສະພາ, 2011

ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງປັກກິ່ງແລະວໍຊິງຕັນ ນັບມື້ນັບຮ້າຍແຮງຂຶ້ນໃນປີທີ່ຜ່ານມາ, ເຈົ້າໜ້າທີ່ສະຫະລັດໄດ້ຮັດແໜ້ນຂໍ້ຈຳກັດດ້ານວີຊາ, ຂັບໄລ່ນັກຄົ້ນຄວ້າຈີນຫຼາຍຮ້ອຍຄົນທີ່ຖືກກ່າວຫາວ່າປິດອໍາການພົວພັນກັບການທະຫານແລະໝາຍກາໃຫ້ບໍລິສັດເທັກໂນໂລຈີຂອງຈີນຈໍານວນນຶ່ງວ່າເປັນໄພຂົ່ມຂູ່ຄວາມໝັ້ນຄົງ.

ໃນຂະນະທີ່ຈີນເອີ້ນການເຄື່ອນໄຫວດັ່ງກ່າວວ່າເປັນສ່ວນນຶ່ງຂອງ "ຄວາມ ຄິດ ແບບສົງຄາມເຢັນທີ່ຝັງເລິກນັ້ນ," ແຕ່ຜູ້ສະໜັບສະໜູນການເຄື່ອນໄຫວຂອງສະຫະລັດເຫັນວ່າ ມັນເປັນຂະບວນການແກ້ໄຂ ເພື່ອຕອບໂຕ້ກັບການກະທຳ ທີ່ປະທານປະເທດ ຈີນ, ທ່ານສີ ຈິ່ນຜິງ ທີ່ໄດ້ສວຍໃຊ້ນະໂຍບາຍຂອງ ສະຫະລັດ ທີ່ຊຸກຍູ້ການພົວພັນດ້ານການຄ້າແລະການສຶກສາ.

ມາດຕະການຫລ້າສຸດໄດ້ມີຂຶ້ນໃນອາທິດແລ້ວນີ້, ໃນເວລາທີ່ກະຊວງການຕ່າງ ປະເທດ ສະຫະລັດ ໄດ້ເຮັດໃຫ້ການຈຳກັດວີຊາເຂັ້ມງວດຂຶ້ນ ຕໍ່ການເດີນທາງຂອງສະມາຊິກພັກຄອມມູນິດ ຈີນ ຫລື CCP, ໂດຍອະນຸຍາດໃຫ້ມີວີຊາເຂົ້າປະເທດ ເປັນເວລາ ນຶ່ງເດືອນໄດ້ພຽງເທື່ອດຽວເທົ່ານັ້ນ ແທນທີ່ຈະເປັນການມີວີຊາເຂົ້າປະເທດໄດ້ຫຼາຍເທື່ອດັ່ງໄລຍະ 10 ປີກ່ອນ. ເຈົ້າໜ້າທີ່ສະຫະລັດກ່າວວ່າ ມາດຕະການດັ່ງກ່າວແມ່ນຈຳເປັນຕ້ອງມີເພື່ອ "ປົກປ້ອງປະເທດຊາດຂອງພວກເຮົາຈາກອິດທິພົນທີ່ບໍ່ດີຂອງ CCP", ໃນຂະນະທີ່ກະຊວງການຕ່າງປະເທດຈີນເອີ້ນມັນວ່າເປັນ "ການເພີ່ມທະວີການປາບປາມທາງດ້ານການເມືອງໂດຍກຳລັງຕໍ່ຕ້ານຈີນ ທີ່ຮຸນແຮງຈໍານວນນຶ່ງໃນສະຫະລັດ."

ເມື່ອບໍ່ເທົ່າໃດປີທີ່ຜ່ານມານີ້, ສະຫະລັດໄດ້ຫຼຸດຜ່ອນຂໍ້ຈຳກັດໃນການເດີນທາງໄປຈີນຂອງ ສະຫະລັດ, ໂດຍທີ່ບາງສ່ວນກໍສະແຫວງຫາທາງຢາກໄດ້ເງິນຈາກຂະ ແໜງການທ່ອງທ່ຽວທີ່ກຳລັງເຕີບໂຕຍ້ອນໄດ້ຮັບການຊຸກຍູ້ຈາກຄົນໃນຊົນຊັ້ນ ທີ່ມີລາຍຮັບປານກາງຂອງຈີນທີ່ກຳລັງຂະຫຍາຍຕົວຂຶ້ນ. ໃນປີ 2014, ນັກທ່ອງທ່ຽວຈີນ - ຈະເປັນສະມາຊິກຂອງພັກຄອມມູນິດຈີນ ຫຼືບໍ່ກໍຕາມ - ແມ່ນກາຍເປັນຜູ້ທີ່ມີສິດໄດ້ຮັບວີຊາເຂົ້າປະເທດຫລາຍຄັ້ງທີ່ມີອາຍຸການນຳໃຊ້ເປັນເວລາ 10 ປີ, ໂດຍທີ່ອະນຸຍາດໃຫ້ຢູ່ໄດ້ຮອດ 6 ເດືອນໃນການເຂົ້າມາປະເທດແຕ່ລະຄັ້ງ. ຈີນກໍໄດ້ເຮັດແບບດຽວກັນເປັນການຕອບໂຕ້, ແຕ່ມີຂໍ້ຍົກເວັ້ນ.

“ຂໍເວົ້າຢ່າງກົງໄປກົງມາເດີ້, ນັກຄົ້ນຄວ້າຈີນສາມາດໄດ້ຮັບວີຊານັກທ່ອງທ່ຽວເປັນເວລາ 10 ປີ ແລະໃຊ້ມັນເຂົ້າມາຢູ່ໃນສະຫະລັດໄດ້, ແຕ່ຄົນອາເມຣິກັນຄືຂ້າ ພະເຈົ້າໜີ້, ນັກຄົ້ນຄວ້າທີ່ເຮັດວຽກຢູ່ອົງການຄົ້ນຄວ້າຕ່າງໆ, ສາມາດໄດ້ຮັບວີຊາເຂົ້າປະເທດນັ້ນໄດ້ຄັ້ງພຽງດຽວເທົ່ານັ້ນ ແລະໄປຢູ່ຈີນໄດ້ສູງສຸດກໍບໍ່ເກີນ 1 ອາທິດ,” ນັ້ນຄືຄໍາເວົ້າຂອງທ່ານ ບອນນີ ເກລເຊີ (Bonnie Glaser), ຜູ້ອຳນວຍການໂຄງ ການອໍານາດຂອງ ຈີນ ຢູ່ທີ່ສູນກາງສຶກສາຍຸດທະສາດແລະສາກົນທີ່ຕັ້ງຢູ່ນະຄອນ ຫລວງວໍຊິງຕັນ.

ສາສະດາຈານ ເພີຣີ ລິງຄ໌ (Perry Link) ຈາກມະຫາວິທະຍາໄລລັດຄາລິຟໍເນຍ, ທີ່ເມືອງ ຣີເວີຊາຍດ໌ (Riverside) ກ່າວຕໍ່ວີໂອເອວ່າ "CCP ຫ້າມຊາວອາເມຣິ ກັນບາງຄົນຍ້ອນວ່າຊາວອາເມຣິກັນ ຄົນນັ້ນໄດ້ວິພາກວິຈານ CCP, ໃນຂະນະທີ່ລັດຖະບານສະຫະລັດບໍ່ເຄີຍຫ້າມຄົນເຂົ້າປະເທດຍ້ອນວ່າພວກເຂົາເຈົ້າວິພາກວິຈານພັກການເມືອງນຶ່ງຈັກເທື່ອ."

ສາສະດາຈານ ລິງຄ໌ ໄດ້ຖືກຈົດຊື່ເຂົ້າໃນບັນຊີດຳຢ່າງຖາວອນໂດຍປັກກິ່ງໃນປີ 1996 ຍ້ອນໄດ້ແປການລວບລວມເອກະສານລັບຕ່າງໆຂອງລັດຖະບານຈີນທີ່ກ່ຽວຂ້ອງກັບການປະທ້ວງທີ່ຈະຕຸລັດ ທຽນອັ່ນເໝິນ ເປັນພາສາອັງກິດໃນປີ 1989.

ທ່ານ ກໍດອນນ ແຈງ (Gordon Chang), ນັກວິພາກວິຈານຈີນ ແລະເປັນນັກ ຂ່າວທີ່ສົ່ງຂ່າວໃຫ້ອົງການຂ່າວ Fox News ເຫັນດີນໍາວ່າການກະທໍາຕອບກັບ ແມ່ນຍັງບໍ່ສົມເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG