ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄະນະ​ຜູ້​ແທນ​ ສະພາ​ຕ່ຳ​ ສະຫະລັດ ເດີນທາງ ໄປຢ້ຽມຢາມ ຫວຽດນາມ


US Vietnam Visit
please wait
Embed

No media source currently available

0:00 0:00:51 0:00

ເບິ່ງວີດີໂອ ລາຍງານນີ້

ຄະນະ​ຜູ້​ແທນ​ສະພາ​ຕ່ຳ​ສະຫະລັດ ທີ່​ປະກອບ​ດ້ວຍ​ສະມາຊິກ​
ຈາກທັງ 2 ພັກ​ການ​ເມືອງ ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ຫວຽດນາມ
​ເພື່ອ​ເສີມ​ຂະຫຍາຍ​ສາຍສຳພັນ​ທາງ​ການ​ຄ້າ​ ລະຫວ່າງ​ທັງ​ສອງ​
ປະ​ເທດ ​ໃຫ້​ເຂັ້ມ​ແຂງຂຶ້ນ.

ສະມາຊິກ​ສະພາ Nancy Pelosi ຜູ້​ນໍາ​ສຽງ​ສ່ວນ​ນ້​ອຍ​ ໃນ​ສະພາຕ່ຳສະຫະລັດ ​ໄດ້​ພົບປະ ​ກັບບັນດາ​ຜູ້ນຳ​ລະດັບ​ສູງ​ ຂອງ​ຫວຽດນາມ ທີ່​ຮ່າ​ໂນ​ຍ ​ໃນ​
ວັນ​ອັງຄານ​ວານ​ນີ້ ​ເພື່ອ​ເສີມ​ຂະຫຍາຍສາຍ​ສຳພັນ ກ່ອນ​ໜ້າການ​ສະເໜີ ກົດ​ລະບຽບ ​ແລະ ສົນທິສັນຍາ ການ​ລົງທຶນ​ ​ຊຶ່ງ​ຮູ້ກັນໃນນາມ ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ຫຼື Trans-Pacific Partnership ລະຫວ່າງ 11 ປະ​ເທດ.

ທ່ານ​ນາງ Pelosi ​ໄດ້​ພົບ​ປະ​ກັບ ​ເລຂາ​ທິການ​ໃຫຍ່​ພັກ​ຄອມ​ມິ​ວນິສຫວຽດນາມ ທ່ານ
Nguyen Phu Trong ​ແລະ ປ​ະທານ​ປະ​ເທດ ທ່ານ Truong Tan Sang ​ໃນ​ວັນ​ທີ​ສອງ
​ຂອງ​ການ​ເດີນທາງ​ໄປ​ຢ້ຽມຢາມ​ຫວຽດນາມ.

ທັງ​ສອງ​ປະ​ເທດ ​ແນ​ເປົ້າໝາຍ​ເພື່ອ​ເພີ້​ມ ມູນ​ຄ່າ​ການ​ຄ້າສອງທາງ​ລະຫວ່າງ​ກັນ ຈາກ
35 ຕື້​ດອນ​ລາໃນ​ປີ​ກາຍ​ນີ້ ​ໃຫ້​ເຖິງ 40 ຕື້​ດອນ​ລາ ​ໃນ​ປີ 2015.

ການ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ ​ໂດຍຄະນະ​ຜູ້​ແທນ​ສະພາ​ຕ່ຳ​ສະຫະລັດ ທີ່​ປະກອບ​
ດ້ວຍ​ສະມາຊິກ​ຈາກທັງ 2 ພັກ​ການ​ເມືອງ ທີ່​ລວມມີ ສະມາຊິກ​ສະພາ​ສັງກັດ​ພັກ
​ເດ​ໂມ​ແຄຣັດ 9 ທ່ານ ​ແລະ 1 ທ່ານ​ສັງກັດ​ພັກຣີພັບ​ບລີ​ກັນ ​ແມ່ນ​ມີ​ຂຶ້ນ​ໃນ​ວາລະຄົບຮອບ
20 ປີ ຂອງ​ການ​ສ້າງຕັ້ງສາຍສຳພັນຂັ້ນ​ປົກກະຕິ ລະຫວ່າງ​ຫວຽດນາມ ​ແລະ ສະຫະລັດ
​ໃນ​ປີ 1995 ​ແລະ ​ເປັນ​ສ່ວນ​ນຶ່ງ​ໃນການເຂົ້າຮ່ວມກອງປະ ຊຸມ ສະຫະພັນລັດຖະສະພາ
ຄັ້ງທີ 132 ທີ່ຫວຽດນາມເປັນເຈົ້າພາບນັ້ນ.

ຄະນະ​ຜູ້​ແທນ​ຂອງທ່ານ​ນາງ Pelosi ​ແມ່ນ​ຍັງ​ມີ​ກຳນົດ​ ທີ່​ຈະໄດ້ເດີນທາງ​ໄປ​ຢ້ຽມຢາມ
ປະ​ເທດ ມຽນມາ ​ເກົາຫຼີ​ໃຕ້ ​ແລະ ຍີ່ປຸ່ນ ອີກ​ດ້ວຍ.

A U.S. bipartisan delegation from the House of Representatives visited Vietnam to strengthen trade ties between the two countries.

Congresswoman Nancy Pelosi, the minority leader of the House of Representatives, met top leaders in Hanoi on Tuesday to strengthen ties ahead of the proposed regulatory and investment treaty known as the Trans-Pacific Partnership between 11 countries.

Pelosi met with Vietnamese General Secretary of the Communist Party Nguyen Phu Trong and President Truong Tan Sang on the second day of her visit to Vietnam.

The two countries aim to increase two-way trade from $35 billion last year to $40 billion in 2015.

The visit to the country by the bipartisan delegation, made up of nine Democrats and one Republican, took place on the 20th anniversary of the normalization of relations between Vietnam and the U.S. in 1995 and as part of the 132nd gathering of the Inter-Parliament Union with Vietnam as host.

Pelosi's delegation is also scheduled to visit Burma, South Korea and Japan.

XS
SM
MD
LG