ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ​​ແລະ​ ຫວຽດນາມ ຈະ​ເຮັດວຽກ ຮ່ວມ​ກັນ ​ເພື່ອ​​ຮັກສາອິດສະຫຼະພາບ ການເດີນເຮືອ ​​ໃນ​ທະ​ເລ​ຈີນ​ໃຕ້


ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດສະຫະລັດ ​ທ່ານ​ໄມ​ຄ໌ ພ​ອມ​ພຽວ (ຊ້າຍ) ພົບ​ກັບ​ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດ​ຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ​ຟາ​ມ ບິນ ມິນ (Pham Binh Minh) (ຂວາ) ທີ່​ກະຊວງການ​ຕ່າງປະ​ເທດຫວຽດນາມ ​ໃນນະຄອນ​ຮາ​ໂນ່ຍ ໃນວັນທີ 9 ກໍລະກົດ 2018
ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດສະຫະລັດ ​ທ່ານ​ໄມ​ຄ໌ ພ​ອມ​ພຽວ (ຊ້າຍ) ພົບ​ກັບ​ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດ​ຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ​ຟາ​ມ ບິນ ມິນ (Pham Binh Minh) (ຂວາ) ທີ່​ກະຊວງການ​ຕ່າງປະ​ເທດຫວຽດນາມ ​ໃນນະຄອນ​ຮາ​ໂນ່ຍ ໃນວັນທີ 9 ກໍລະກົດ 2018

ຫົວໜ້ານັກ​ການທູດຂອງ​ສະຫະລັດ ໄດ້​ໃຫ້ການຢືນຢັນອີກຄັ້ງນຶ່ງເຖິງຄວາມໝັ້ນໝາຍ
ຂອງ​ສະຫະລັດ ​ເພື່ອ​ທີ່​ຈະ ‘ເຮັດ​ໃຫ້ເຂດ​ອິນ​ໂດປາຊີ​ຟິກ ເປັນເຂດ ທີ່ມີເສລີ ​ແລະ​ເປີດ
ກວ້າງ’
​ໃນ​ລະຫວ່າງການ​ຢ້ຽມຢາມ​ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ​ໂດຍ​ກ່າວ​ວ່າ
ວໍ​ຊິງຕັນ ​ແລະ​ຮາ​ໂນ່ຍ ຈະ​ເຮັດ​ວຽກ​ຮ່ວມ​ກັນ ​ເພື່ອ​ຮັກສາ​ໄວ້ ຊຶ່ງ​ອິດສະຫຼະພາບໃນ ການເດີນເຮືອ ​ແລະ​ການບິນ​ຂ້າມ ​ທະ​ເລ​ຈີນ​ໃຕ້.

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ໄມ​ຄ໌ ພ​ອມ​ພຽວ ​ໄດ້​ສະຫຼຸບ​ການ​ຢ້ຽມຢາມ​
ຄັ້ງ​ທຳ​ອິດ​ຂອງ​ທ່ານ ​ໃນ​ຫວຽດນາມ ​ໃນ​ຖານະ​ທີ່​ເປັນ​ຫົວໜ້ານັກ​ການ​ທູດຂອງ​ສະຫະລັດ ໃນວັນຈັນວານນີ້.

“ສະຫະລັດ ​ໄດ້​ອຸທິດຕົນ ​ຕໍ່ຂົງ​ເຂດ​ອິນ​ໂດ ປາຊີ​ຟິກ ພ້ອມດ້ວຍ​ບັນດາ​ປະ​ເທດ​ຕ່າງໆ
ທີ່ມີຄວາມເຂັ້ມ​ແຂງ ​ແລະ​ເປັນ​ເອກ​ກະລາດ ທີ່​ນັບຖື​ອະທິປະ​ໄຕຂອງ​ກັນ​ແລະ​ກັນ,
ຍຶດໝັ້ນໃນການປົກຄອງດ້ວຍຕົວບົດກົດໝາຍ ​ແລະການ​ຮັບຜິດຊອບ​ດ້ານ​ການ​ຄ້າ,”

ຊຶ່ງ​ທ່ານ​ພອມພຽວ ​ໄດ້​ກ່າວໄວ້ ​ໃນ​ງານ​ລ້ຽງ​ຕ້ອນຮັບ ​ຂອງ​ປະຊາ​ຄົມ ທຸລະກິດ ​ໃນ​ນະ
ຄອນ​ຮາ​ໂນ່ຍ.

“​ໃນ​ທາງ​ກົງກັນຂ້າມ ກັບປະ​ເທດ​ອື່ນໆ ​ໃນ​ຂົງ​ເຂດ,” ​ທ່ານ​ພອມພຽວ​ໄດ້​ກ່າວ​ໄວ້
ແລະ​ທ່ານ​ຍັງ​ໄດ້​ກ່າວ​ຕໍ່​ໄປ​ວ່າ “ການ​ເອົາ​ບາດກ້າວ​ຂອງ​ສະຫະລັດ ​ແມ່ນ​ບໍ່​ໄດ້​ນຳ​ທາງ​
ໂດຍການເຫັນແກ່ຜົນປະໂຫຍດທາງເສດຖະກິດ​ແບບ​ລ້ວນໆ​ເທົ່າ​ນັ້ນ”
​ແຕ່ແທນ​ທີ່, ​
ທ່ານ​ພອມພຽວ ​ໄດ້​ບອກ​ກັບ​ກຸ່ມ​ດັ່ງກ່າວວ່າ ສະຫະລັດ ​ແມ່ນ​ເຮັດ​ວຽກ​ເພື່ີອສ້າງ​ການ
ເປັນພາຄີ ​ເພື່ອ​ຮັບມືກັບ​ຄວາມ​ເປັນ​ຫ່ວງຂອງ​ຂົງ​ເຂດກ່ຽວກັບການທີ່ຈີນ​ໄດ້​ສ້າງ​ຕັ້ງ
ທາງ​ທະຫານ ​ແລະ​ຖົມເກາະຖົມດອນ ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ທີ່ຍັງມີການຂັດແຍ້ງກັນ
ຢູ່ນັ້ນ.

ລັດຖະມົນຕີກະຊາວງ​ການ​ຕ່າງປະ​ເທດ ສຫລ, ທ. ​ໄມ​ຄ໌ ພ​ອມ​ພຽວ (ຂວາ), ນາຍົກລັດຖະມົນຕີຫວຽດນາມ ທ່ານ ຫງຽນ ຊວນ ຟຸກ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ​ໃນນະຄອນຮາໂນ່ຍ, ຫວຽດນາມ, 9 ກໍລະກົດ 2018
ລັດຖະມົນຕີກະຊາວງ​ການ​ຕ່າງປະ​ເທດ ສຫລ, ທ. ​ໄມ​ຄ໌ ພ​ອມ​ພຽວ (ຂວາ), ນາຍົກລັດຖະມົນຕີຫວຽດນາມ ທ່ານ ຫງຽນ ຊວນ ຟຸກ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ​ໃນນະຄອນຮາໂນ່ຍ, ຫວຽດນາມ, 9 ກໍລະກົດ 2018

“ທັງ​ສອງ​ຝ່າຍ ​ແມ່ນຕ້ອນຮັບ ການ​ຮ່ວມມື ເພື່ອ​ຮັກສາ​ໄວ້​ຊຶ່ງ​ອິດສະຫຼະພາບໃນການ
ເດີນເຮືອ ແລະ​ການບິນຜ່ານ, ກັບ​ບັນດາ​ຜູ້ນຳ​ຫວຽດນາມ ທີ່​ຕ້ອນຮັບ​ບົດບາດເຂັ້ມ​ແຂງຂອງສະຫະລັ​ດ ​ເພື່ອ​ຄ້ຳປະກັນ​ໃນ​ທະ​ເລ​ຈີນ​ໃຕ້,”
ນັ້ນຄືຄຳເວົ້າຂອງ​ທ່ານ​ນາງ​
ຊາຣາ ຮັກ​ກາ​ບີ ​ແຊນ​ເດີຣສ ​ທີ່​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ຫຼັງ​ຈາກ​ທີ່​ທ່າ​ນພອມພຽວ ​ໄດ້
​ພົບ​ກັບ​ນາຍົກລັດຖະມົນຕີຫວຽດນາມ ທ່ານ ຫງຽນ ຊວນ​ ຟຸກ.

ສະຫະລັດ ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອເຮືອ​ລາດຕະ​ເວນ ແກ່ ຫວຽດນາມ ​ໃນ​ຄວາມ​ພະຍາ
ຍາມສ້າງ​ຄວາມ​ແໜ້ນແຟນ ກ່ຽວກັບຄວາມໝັ້ນຄົງດ້ານຄວາມປອດໄພ​ໃຫ້​ເລິກ​ລົງ.

ຈີນ ​ແມ່ນ​ໄດ້ປ້ອງ​ກັນ​ຄວາມ​ພະຍາຍາມ​ຂອງ​ຕົນ ​ໃນ​ການ​ກໍ່ສ້າງ, ​ໂດຍ​ກ່າວ​ວ່າ ຕົນ​ມີ​ສິດ
​ໃນ​ການ​ກໍ່ສ້າງ​ໃນ​ເກາະດອນ​ຕ່າງໆ​ໂດຍ​ທີ່​ໄດ້​ອ້າງ​ເອົາ​ເຂດ​ດັ່ງກ່າວ​ເຂົ້າເປັນ​ສ່ວນ ​
ນຶ່ງ​ຂອງ​ເຂດ​ນ້ຳ​ແດນ​ດິນຂອງ​ຕົນ. ປັກ​ກິ່ງ ​ໄດ້​ຊີ້​ໃຫ້​ເຫັນເຖິງ ຄວາມ​ພະຍາຍາມຂອງ​
ເລື້ອງ​ທີ່​ເປັນ​ຂ່າວ​ນອງ​ນັນ​ ໃນ​ທະ​ເລ​ຈີນ​ໃຕ້​ນັ້ນວ່າ ​ແມ່ນ​ເປັນ​ໄປ​ຢ່າງ​ສັນຕິ.

ຫົວໜ້າ​ນັກການ​ທູດ​ສະຫະລັດ ​ໄດ້​ໄປ​ຮອດ​ນະຄອນ​ຮາ​ໂນ່ຍສອງ​ສາມ​ມື້ ກ່ອນ​ທີ່​ທາງ ​
ເຟສບຸກ ​ໄດ້​ລົງຂ່າວ​ນອງນັນ ​ໃນ​ຫວຽດນາມ ກ່ຽວ​ກັບ​ແຜນ​ທີ່ ທີ່​ມີ​ການຂັດແຍ້ງ ໃນ​ທະ​
ເລ​ຈີນ​ໃຕ້​ນັ້ນ.

​ແຜນ​ທີ່ ທີ່​ທາງ​ເຟສບຸກ​ໄດ້​ໃຊ້​ເປັນ​ການ​ໂຄສະນານັ້ນແມ່ນ​ໄດ້​ຖືກ​ພົບ​ເຫັນ​ວ່າ ໄດ້ໝາຍ​
ເຂດ​ເກາະສະ​ແປຣັຕລີ ​ແລະເກາະປາຣາ​ແຊ​ລ ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຈີນ, ​ເຮັດ​ໃຫ້​ລັດ
ຖະບານ​ຫວຽດນາມ ​ໄດ້​ເລີ່​ມ​ຕ້ອງຕິ ຢ່າງ​ເປັນ​ທາງ​ການ. ເຟສບຸກໄດ້​ລາຍ​ງານ​ຢ່າງ​ຕໍ່​
ເນື່ອງ​ວ່າ ​ໄດ້​ຮັບ​ຮູ້​ຂອບເຂດ​ຂອງ​ການຕະຫຼາດນັ້ນວ່າ ​ແມ່ນ​ຜິດພາດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທະຫານ​ເຮືອ ຢືນຍາມປະຈຳການ ທີ່​ເກາະ​ທວຽນຈ່າຍ (Thuyen Chai) ​ໃນເຂດເກາະສະແປຣັຕລີ, 17 ມັງກອນ 2013
ທະຫານ​ເຮືອ ຢືນຍາມປະຈຳການ ທີ່​ເກາະ​ທວຽນຈ່າຍ (Thuyen Chai) ​ໃນເຂດເກາະສະແປຣັຕລີ, 17 ມັງກອນ 2013

XS
SM
MD
LG