ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດກັບຫວຽດນາມເສີມສ້າງ ສາຍພົວພັນໃຫ້ແຂງແຮງຂຶ້ນ


ລຸນ​ຫຼັງການ​ໂອ້ລົມເຈລະຈາກັນ​ທ່ີ​ຮ່າ​ໂນ່ຍ​ເມື່ອ​ບໍ່ດົນ​ມາ​ນີ້. ການໂອ້​ລົມ​ສົນທະນາ​ກັນ​ດັ່ງກ່າ​ວ ທີ່​ໄດ້​ມີ​ຂຶ້ນ​ໃນ​ຂະນະ​ທີ່ວັນ​ຄົບ ຮອບ 15 ​ປີ​ ແຫ່ງ​ການ​ສ້າງຕັ້ງສາຍພົວພັນ​ທາງ​ການ​ທູດ​ຂອງ​ປະ​ເທດ​ທັງ​ສອງ​ຂອງ​ພວກ​ເຮົາ​ນັ້ນ ​ໄກ້​ຈະ​ມາ​ຮອດ​ນັ້ນ ​ແມ່ນ​ເປັນ​ເທ່ືອ​ທີ​ສາມ​ ຂອງກອງ​ປະຊຸມ​ປະຈຳ​ປີ ​ໃນລັກສະ​ນະດ່ັງກ່າວ ທີ່​ໄດ້​ວາງ​ແຜນ​ໄວ້ ​ແລະແນໃສ່ເສີມສ້າງສາ​ຍພົວພັນ​ສອງ​ຊາດ​ ໃຫ້​ເຂັ້ມ​ແຂງ​ກວ່າ​ເກົ່າ.

ຫົວໜ້າ​ຂອງຄນະ​ຜູ້​ແທນ ສຫລ ທ່ານ Andrew Shapiro ລມຕ ​ຊ່ອຍ ວ່າການ​ກະຊວງຕ່າງປະ​ເທດ ສຫລ ກ່າວ​ວ່າທັງ​ສອງ​ຝ່າຍໄດ້ສົນທະ ນາ​ກັນ ​ເຖິງ​ເລື່ອງ​ສະຖານະ​ການ​ດ້ານ​ຄວາມ​ປອດ​ໄພຂອງ​ຂົງ​ເຂດ ​ແລະ​ຂອງໂລກ ​ແລະ​ເລື່ອງການ​ຫ້າມ​ແຜ່ຜາຍ​ອາວຸດນິວ​ເຄລຍ ລວ​ມ ທັງເລື່ອງ​ການ​ຍົກ​ລະດັບ​ຄວາມ​ຮ່ວມ​ມື​ດ້ານ​ຄວາມ​ປອດໄພທາງ​ທະ​ເລ, ການ​ຊອກ​ຄົ້ນຫາ​ແລະ​ການ​ກູ້​ໄພ, ການ​ອະນຸຍາດ​ໃຫ້​ກຳປ່ັນເຂົ້າ​ທຽບ​ທ່າ​ຂອງ​ກັນ​ແລະກັນ, ການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະ​ທຳ ​ແລະ​ການບັນ​ເທົາ​ທຸກ​ໄພ​ຫາ​ຍະ​ນະ ​ແລະ​ບັນຫາອາດຊະ​ຍາ​ກຳ​ຂ້າມຊາດ​ນຳ. ນອກຈາກ​ນີ້​ແລ້ວ ພວກ​ທ່ີ​ເຂົ້າຮ່ວມປະຊຸມຍັງ​ໄດ້​ໂອ້​ລົມ​ກັນ ກ່ຽວກັບ​ການ​ປະກອບສ່ວນຂອງຫ​ວຽດນາມ ເຂົ້າໃນພາລະກິດຮັກສາ​ຄວາມ​ປອດໄພ​ຂອງ​ອົງການ ສປຊ ​ໃນ​ອະນາຄົດ​ນັ້ນນຳ. ​ ຫວຽດນາມ​ໄດ້​ ສະ​ແດງ​ຄວາມ​ສົນ​ໃຈໃນ​ການ​ປະກອບສ່ວນ ​ເຂົ້າ​ໃນ​ພາລະກິດຮັກສາ​ຄວາມປອດ​ໄພຂອງ ສປຊ ​ເປັນເທ່ືອ​ທຳ​ອິດ​ ​ໃນ​ປີ 2007 ​ໂດຍ​ກ່າວ ວ່າ ຕົນ​ຈະ​ເຂົ້າຮ່ວມປະ​ຕິ​ບັດ​ໜ້າ​ທ່ີ​ດັ່ງກ່າວ ​ເມື່ອ​ໃດ​ສະພາບ​ການຫາກ​ເໝາະ​ສົມ. ພວກ​ເຮົາລໍຖ້າ​ທີ່​ຈະ​ໄດ້​ຕ້ອນຮັບວຽດນາມ ​ເຂົ້າ​ປະກອບ ສ່ວນ​ໃນ ຄວາມ​ພະຍາຍາມ​ດ່ັງກ່າວ​ນີ້.

ນອກ​ນັ້ນ ທັງສອງ​ຝ່າ​ຍຍັງ​ໄດ້ໂອ້​ລົມ​ກັນ ​ເລື່ອງຄວາມ​ພະຍາຍາມໃນ​ການ​ເກັບ​ກູ້​ລະ​ເບີດ​ທ່ີ​ບໍ່​ທັນ​ແຕກ​ ແລະ​ລະ​ເບີດ​ຝັງ​ດິນ​ຈາກ​ສົງຄາມໃນ ອະດີດ ​ແລະ​ເລື່ອງການ​ຊອກ​ຄົ້ນຫາຜູ້ຫາຍ​ສາບ​ສູນໃນ​ສົງຄາມຈາກທັງ ສອງ​ຝ່າຍ. ປີ​ນີ້ ສຫລ ​ໄດ້​ອະນຸມັດ​ເງິນ 3 ລ້ານ 5 ​ແສນ$ ​ເພ່ືອ​ຊ່ອຍ​ເຫຼືອຫ​ວຽດນາມ ​ແກ້​ໄຂ​ບັນຫາ​ລະ​ເບີດທີ່​ຫລົງ​ເຫລືອ​ມາ​ຈາກ​ສົງຄາມ. ນອກຈາກ​ນີ້​ແລ້ວ ການ​ສົນທະນາ​ກັນ​ ຍັງ​ໄດ້​ເວົ້າ​ເຖິງ​ຄວາມ​ພະຍາຍາມໃນ​ການ​ສືບ​ຕໍ່​ຮັບ​ມື​ກັບ​ບັນຫາຜົນ​ກະທົບ​ຈາກ​ພິດ​ຮ້າຍຂອງ​ສານ​ໄດ໊​ອ້ອກ ຊິນ ທ່ີ​ເກີດຈາກ​ການ​ໃຊ້​ເຄມີ ​ຝົນ​ສີ​ເຫຼືອງ​ຂອງ ສຫລ ​ໃນ​ປາງ​ສົງ​ຄາມ ​ເພື່ອເຮັດ​ໃຫ້​ໃບ​ໄມ້ລົ່ນ​ນັ້ນ. ​ມາ​ຮອດປັດຈຸບັນ ​ສະຫະລັດ​ໄດ້​ອະນຸມັດເງິນ​ຊ່ວຍ​ເຫລືອ​ໄປ​ແລ້ວ ປະມານ 9 ລ້ານ $ ສຳລັບ​ໂຄງການບຳບັດ​ແລະ​ອູ້ມ​ຊູພວກ​ພວກ​ເສຽອົງຄະຫ​ວຽດນາມ.

ການ​ໂອ້​ລົມ​ຫາລື​ດ່ັງກ່າວ ​ແມ່ນ​ເປັນ​ການ​ຢືນ​ຢັນເຖິງສາຍ​ພົວ ພັນດ້ານ​ປ້ອງ​ກັນ ທີ່​ນັບ​ມື້​ນັບ​ແຂງແຮງ​ຂຶ້ນ ລະຫວ່າງ​ສອງ​ຊາດຂອງ​ພວກ​ເຮົາ​ ຊ່ຶງເປັນ​ສາຍ​ພົວພັນ​ທີ່ອິງ​ໃສ່​ຄວາມ​ເປັນ​ມິດ, ການ​ນັບຖື​ຊ່ຶງ​ກັນ​ແລະ​ກັນ​ແລະ​ຄວາມ​ໝາຍ​ໝັ້ນ​ຮ່ວມ​ກັນ ຕໍ່​ການ​ຮັບປະກັນ​ໃຫ້ມີ​ສັນ ຕິພາບ, ສະ​ເຖຽລະ​ພາບ ​ແລະ​ຄວາມ​ໝັ້ນຄົງໃນ​ຂົງ​ເຂດ​ເອ​ເຊຽ-ປາຊິ​ຟິກ. ສາຍ​ພົວພັນ​ທາງ​ການ​ເມືອງ​ແລະ​ທະຫານ ອັນ​ໄກ້​ຊິດ​ຂຶ້ນກວ່າ​ເກົ່າ​ນັ້ນ ແມ່ນ​ຈະເປັນ​ວິວັດທະນາ​ການໂດຍທຳ​ມະ​ຊາດ​ ມາ​ຈາກ​ສາຍ​ພົວ ພັນ​ທາງ​ດ້ານ​ເສດຖະກິດ, ວັດທະນະທຳ ​ແລະ​ສັງຄົມ ​ທ່ີເຕີບ​ໃຫຽ່ຂຶ້ນ​ເລື້ອຍໆ ​ຂອງພວກ​ເຮົາ​.

XS
SM
MD
LG