ສະຫະລັດ ໄດ້ໃຊ້ສິດຢັບຢັ້ງ ຮ່າງຍັດຕິ ຂອງສະພາຄວາມໝັ້ນຄົງ
ອົງການສະຫະປະຊາຊາດ ກ່ຽວກັບການສ້າງຕັ້ງລັດປາແລສໄຕນ໌
ທີ່ທວງໃຫ້ອິສຣາແອລຖອນອອກຈາກດິນແດນທີ່ຍຶດຄອງດັ່ງກ່າວ.
ແມ່ນກະທັງ ບໍ່ມີການຢັບຢັ້ງຂອງສະຫະລັດ ໃນວັນອັງຄານວານນີ້
ມາດຕະການດັ່ງກ່າວ ຈະຍັງຂາດຢູ່ໜຶ່ງສຽງ ໃນຈຳນວນ 9 ສຽງ ທີ່
ຕ້ອງການ ຂອງຈຳນວນ 15 ສຽງ ຈາກສະມາຊິກສະພາທັງໝົດ
ເພື່ອຈະຮັບຜ່ານຮ່າງຍັດຕິດັ່ງກ່າວນັ້ນໄດ້.
ເອກອັກຄະລັດຖະທູດສະຫະລັດປະຈຳສະຫະປະຊາຊາດ ທ່ານ
ນາງ Samantha Power ອະທິບາຍເຖິງການຢັບຢັ້ງວ່າ ສັນຕິພາບລະຫວ່າງອິສຣາແອລ ແລະ ປາແລສໄຕນ໌ ສາມາດມີຂຶ້ນໄດ້ຈາກ “ການຕັດສິນໃຈທີ່ຍາກ ແລະການປານີປານອມກັນ” ແລະ ຍັດຕິນີ້ຈະບໍ່ເຄື່ອນຍ້າຍໃຫ້ທັງສອງຝ່າຍເຂົ້າໃກ້ກັນ ສຳຫລັບ ການແກ້ໄຂຂອງສອງລັດເອກະລາດນັ້ນ.
ທ່ານ Riyad Mansour ຜູ້ແທນປາແລສໄຕນ໌ ປະຈຳອົງການສະຫະປະຊາຊາດ ໄດ້ຕຳນິ
ຕິຕຽນ ສະພາດັ່ງກ່າວ ວ່າ ສະພາບໍ່ໄດ້ ປະຕິບັດຕາມຄວາມຮັບຜິດຊອບຂອງຕົນຢ່າງ
ເຕັມສ່ວນ.
The United States vetoed a United Nations Security Council draft resolution on Palestinian statehood that demanded Israel withdraw from the occupied territories.
Even without the U.S. veto, the measure would have fallen one vote short of the nine it needed among the council's 15 members in order to pass.
U.S. Ambassador to the U.N. Samantha Power explained the veto by saying Israeli-Palestinian peace can only come from "hard choices and compromises" and that the resolution would not move the sides closer to a two-state solution.
Riyad Mansour, the Palestinian representative at the U.N., criticized the council and said it is not fulfilling its responsibilities.